ອາທິດນີ້ ຫວຽດນາມ ຫາກໍ່ສະຫຼອງຄວາມຈິງມາວ່າ ຕົນໄດ້ລອດພົ້ນອອກມາ ຊີວິດ
ເກືອບພັນປີຂອງການເປັນເອກກະລາດຈາກຈີນ ຊຶ່ງແຕ່ກ່ອນໄດ້ປົກຄອງປະເທດ
ເພື່ອນບ້ານທີ່ນ້ອຍກວ່າ ມາໄດ້ເປັນເວລາດົນນານເຖິງປານນັ້ນ. ສ່ວນຫຼາຍໄດ້ເກີດຂຶ້ນ
ໃນສະໄໝໂບຮານທີ່ເປັນຄູ່ແຂ່ງລະຫວ່າງສອງຝ່າຍ ແຕ່ວ່າໄດ້ຮັບຄວາມສົນໃຈໜ້ອຍ
ກວ່າ ໂດຍສະເພາະຢູ່ໃນເວທີສາກົນ ຢູ່ໃນເຂດ ບ່ອນທີ່ເຂົາເຈົ້າທັງສອງຖືກຕ້ອງກັນ
ດີພໍສົມຄວນ.
ຄະແໜງການຕ່ຳຜ້າ ແລະເຮັດເຄື່ອງນຸ່ງຫົ່ມ ເປັນໂຕຢ່າງທີ່ດີ ຄືຄວາມເປັນມິດປະ
ສານງານກັນໃດໆ ໂດຍທີ່ຈີນເປັນຜູ້ສົ່ງສິນຄ້າອອກທີ່ໃຫຍ່ສຸດໃນອຸດສາຫະກຳ ແລະ
ຫວຽດນາມໃຫຍ່ສຸດເປັນອັນດັບທີສອງ. ບັນດານັກວິເຄາະມັກຈະອະທິບາຍວ່າ ຮ່າ
ໂນ້ຍ ກຳລັງເອົາເສັ້ນທາງຄ້າຍຄືກັບປັກກິ່ງ ທັງສອງມີຜູ້ນຳຄອມມິວນິສ ຜູ້ທີ່ໄດ້ຫັນ
ປ່ຽນໄປສູ່ການນຳພາສົ່ງສິນຄ້າອອກສູ່ຕະຫຼາດລັດທິນາຍທຶນໃນຫວ່າງບໍ່ເທົ່າໃດ
ສັດຕະວັດທີ່ຜ່ານມານີ້ ແລະໃນກໍລະນີເພີ້ມການຂາຍເກີບ ເຄື່ອງນຸ່ງຫົ່ມ ແລະກະ
ເປົາໃຫ້ແກ່ໂລກແບບບໍ່ເຄີຍມີມາກ່ອນ ຫວຽດນາມກຳລັງຕິດຕາມການປະຕິບັດ
ຂອງຈີນຢູ່ຢ່າງແນ່ນອນ.
ທ່ານເຈັນ ດາແປງ ປະທານສະມາຄົມແຫ່ງຊາດເຮັດເຄື່ອງນຸ່ງຫົ່ມຂອງຈີນ ກ່າວຢູ່
ເມືອງໂຮຈີມິນໃນເດືອນນີ້ວ່າ “ຈີນ ແລະຫວຽດນາມໄດ້ຢູ່ໃນໜ້າທີ່ຈຸດສຳຄັນ ຢູ່ໃນ
ຕະຫຼາດຕ່ຳຜ້າຢູ່ທົ່ວໂລກ. ບັນດາອຸດສາຫະກຳຂອງທັງສອງປະເທດໄດ້ຮັບການຍ້ອງ
ຍໍສູງສຸດ.”
ບັນດາອຸດສາຫະກຳແຂ່ງຂັນເພື່ອລູກຄ້າ ແຕ່ເຂົາເຈົ້າຍັງໄດ້ຮັບການຍ້ອງຍໍຢູ່ໃນບັດ
ດາອຸດສາຫະກຳຈີນ ທີ່ສົ່ງຜ້າທັງຫຼາຍ ແລະສິນຄ້າອື່ນໆທີ່ມີຄວາມຕ້ອງການຢູ່ໃນທຸ
ລະກິດ ໃນຂະນະທີ່ຢູ່ໃນກຳມືໂຮງງານຫວຽດນາມ ທີກຳລັງເພີ້ມແຮງງານ ໃນຂະນະ
ທີ່ຄ່າຄອງຊີບໃນຈີນສູງຂຶ້ນ.
ທ່ານລີ ຕຽນ ຕຣວງ ຫົວໜ້າບໍລິຫານຂອງກຸ່ມຕ່ຳຜ້າ ແລະເຄື່ອງນຸ່ງຫົ່ມແຫ່ງຊາດ
ຫວຽດນາມ ກ່າວວ່າ “ພວກເຮົາເຊື່ອວ່າມີຫຼາຍໆຢູ່ໃນເອເຊຍທີ່ສາມາດໃຫ້ ການຮ່ວມ
ມື. ພວກເຮົາບໍ່ພຽງແຕ່ຈະຮັບເອົາການລົງທຶນຂອງຈີນ ແຕ່ຍັງຈະປະຕິຮູບບັນດາຜູ້
ແຈກຈ່າຍຂອງຫວຽດນາມນຳ.”