ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ສູນເສຍສະຖິຕິ ການບໍ່ມີ COVID-19 100 ວັນລຽນຕິດ


ໄວຣັສໂຄໂຣນາ ໄດ້ກັບຄືນມາເມືອງ ດາໜັງ ເຖິງແມ່ນຈະມີມາດຕະການທີ່ແຂງຂັນຈາກ ຫວຽດນາມ ກໍຕາມ. (VOA News)
ໄວຣັສໂຄໂຣນາ ໄດ້ກັບຄືນມາເມືອງ ດາໜັງ ເຖິງແມ່ນຈະມີມາດຕະການທີ່ແຂງຂັນຈາກ ຫວຽດນາມ ກໍຕາມ. (VOA News)

ຕົວເລກຂອງກໍລະນີ COVID-19 ທີ່ ຫວຽດນາມ ໄດ້ລາຍງານແມ່ນເບິ່ງຄືວ່າຈະໜ້ອຍ, ເຊິ່ງແມ່ນ 30 ກໍລະນີນັບຕັ້ງແຕ່ທ້າຍອາທິດທີ່ຜ່ານມາ. ແຕ່ມັນໄດ້ສະແດງໃຫ້ເຫັນບັນຫາທີ່ໜັກກວ່າ ແລະ ໄດ້ທຳການຕອບສະໜອງຂະໜາດໃຫຍ່ເພື່ອຄວບຄຸມມັນ. ປະຊາຊົນຫຼາຍພັນຄົນໄດ້ອົບພະຍົບອອກຈາກເມືອງຫາດຊາຍທະເລ, ບາງຄົນໄດ້ຕິດຄ້າງຢູ່ໃນຄວາມສົນລະວົນວຸ້ນວາຍກັນ, ຖ້ຽວບິນຕ່າງໆຖືກຍົກເລີກ, ຄົນຕ່າງປະເທດຖືກຈັບກຸມ, ແລະ ໂຮງໝໍຕ່າງໆກໍໄດ້ປິດພື້ນທີ່ໄວ້.

ກໍລະນີຕ່າງໆ ທີ່ໄດ້ກຳເນີດຂຶ້ນໃນເມືອງ ດາໜັງ ໄດ້ເປັນຂີດໝາຍການສິ້ນສຸດໃນ ທັນທີ ຕໍ່ການບໍ່ມີຄົນໃນທ້ອງຖິ່ນຕິດໄວຣັສໂຄໂຣນາ 100​ ວັນລຽນຕິດຂອງ ຫວຽດນາມ, ເຊິ່ງເປັນໄລຍະເວລາທີ່ຂ້ອນຂ້າງຈະສະຫງົບ ໃນຂະນະທີ່ປະຊາຊົນທີ່ກັບຄືນໄປເຮັດວຽກຈະຮູ້ສຶກປອດໄພຈາກໂຣກລະ ບາດທີ່ກຳລັງອາລະວາດ ຢູ່ນອກເຂດຊາຍແດນຂອງເຂົາເຈົ້າ. ກໍລະນີໃໝ່ທັງຫຼາຍໄດ້ເຮັດໃຫ້ ຫວຽດນາມ ມຶນງົງກັບວິທີທີ່ໄວຣັສດັ່ງກ່າວອາດໄດ້ຊຶມເຂົ້າໄປໃນຊຸມຊົນຂອງເຂົາເຈົ້າ ແລະ ວິທີທີ່ມັນຕິດແປດຄົນໃນທ້ອງຖິ່ນ, ເຊິ່ງສ່ວນຫຼາຍແມ່ນຜູ້ທີ່ບໍ່ໄດ້ທຳການເດີນ ທາງ. ກໍລະນີທີ່ວ່ານັ້ນຍັງໄດ້ກໍ່ໃຫ້ມີຄຳຖາມ ກ່ຽວກັບວ່າ, ເຖິງແມ່ນຈະມີການຕອບ ສະໜອງຕໍ່ໂຣກລະບາດຢ່າງສົມບູນແບບ, ມັນມີຄວາມເປັນໄປໄດ້ແທ້ບໍ່ ທີ່ຈະປາບບໍ່ໃຫ້ໄວຣັສມີຢູ່ອີກ.

ຕໍ່ໄປນີ້ແມ່ນສາມບັນຫາທີ່ເກີດມາຈາກການກັບຄືນມາຂອງ COVID ຂະໜາດນ້ອຍໃນ ຫວຽດນາມ:

ປະເທດ ຫວຽດນາມ ໄດ້ເປັນທີ່ອິດສາຂອງຫຼາຍປະເທດອື່ນໆ, ດ້ວຍການທີ່ໄດ້ຕອບສະໜອງຢ່າງວ່ອງໄວຕໍ່ການລະບາດຂອງເຊື້ອໂຣກ ແລະ ໄດ້ລາຍງານບໍ່ມີຜູ້ເສຍຊີວິດຍ້ອນມັນ. ແຕ່ແນວໃດກໍຕາມ, ບັນດາຜູ້ຊ່ຽວຊານເວົ້າວ່າ ມັນມີຄວາມເປັນໄປໄດ້ຕະຫຼອດສຳລັບເຊື້ອໂຣກຈະເລັດລອດຜ່ານຮອຍແຕກ. ລັດຖະບານໄດ້ນຳສະເໜີລະບຽບການທີ່ເຂັ້ມແຂງໃນຕົ້ນປີນີ້ ໃນຂະນະທີ່ເຂົາ ເຈົ້າແຍກປ່ຽວຄົນໄຂ້, ຍົກເລີກຖ້ຽວບິນສາກົນ, ຕາມຫາການຕິດຕໍ່, ແລະ ສັ່ງໃຫ້ຢູ່ຫ່າງກັນໃນສັງ ຄົມ. ແຕ່ລະບຽບການທີ່ວ່ານັ້ນໄດ້ເຮັດໃຫ້ເກີດການຜິດພາດ. ປະຊາຊົນ ອາດລືມໜ້າກາກອະນາໄມຂອງລາວ. ພະນັກງານໂຮງໝໍອາດພາດຈຸດໃດຈຸດນຶ່ງ ໃນເວລາທຳຄວາມສະອາດ. ນັກເດີນ ທາງອາດໜີອ້ອມເຂດຊາຍແດນ ຫຼື ດ່ານກວດກາອື່ນໆ.

ຮອງນາຍົກລັດຖະມົນຕີ ຫວຽດນາມ ທ່ານ ຫວູ ດຶກ ດາມ ໄດ້ກ່າວວ່າ “ເຈົ້າ ຕ້ອງການປ້ອງຕ່ອງໂສ້ອັນດຽວ, ນັອດຫຼົມອັນດຽວ ແລະ ເຄື່ອງຈັກໝົດໜ່ວຍກໍຈະຖືກຜົນກະທົບ.”

ນອກຈາກການກະທຳຂອງບຸກຄົນນຶ່ງແລ້ວ, ລະບຽບການເອງກໍບໍ່ໄດ້ໝາຍຄວາມວ່າຈະກັນລູກປືນໄດ້. ນອກຈາກວ່າປະຊາກອນ 100 ເປີເຊັນຈະຖືກກວດໂຣກ, ໄວຣັສດັ່ງກ່າວສາມາດລະບາດໂດຍກວດຈັບບໍ່ໄດ້ ຈົນກວ່າຄົນໃດຄົນນຶ່ງຈະສະແດງອາການອອກມາ, ເຊິ່ງແມ່ນສິ່ງທີ່ກຳລັງເກີດໃນແຂວງ ດາໜັງ ໃນປັດຈຸບັນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG