ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ຫ້າມສາຍຮູບເງົາ 'Barbie' ຍ້ອນ 'ເສັ້ນ ເກົ້າຂີດ' ຢູ່ໃນແຜນທີ່ ຂອງທະເລຈີນໃຕ້


ພາບຖ່າຍຈາກຈໍ ຂອງຕົວຢ່າງສຳລັບຮູບເງົາ ຊື່ວ່າ "Barbie" ຂອງບໍລິສັດ Warner Bros.
ພາບຖ່າຍຈາກຈໍ ຂອງຕົວຢ່າງສຳລັບຮູບເງົາ ຊື່ວ່າ "Barbie" ຂອງບໍລິສັດ Warner Bros.

ຫວຽດນາມ ໄດ້ຫ້າມບໍ່ໃຫ້ເຜີຍແຜ່ຮູບເງົາ ທີ່ຊື່ວ່າ “Barbie” ຂອງບໍລິສັດ Warner Bros ທີ່ຄາດວ່າ ກຳລັງຈະນຳອອກມາສາຍຢູ່ພາຍໃນປະເທດດັ່ງ​ກ່າວ ຍ້ອນມີຕອນນຶ່ງທີ່ນຳສະເໜີແຜນທີ່ ທີ່ສະແດງໃຫ້ເຫັນວ່າ ຈີນອ້າງເອົາກຳມະສິດໃນເຂດນ້ຳແດນດິນແຕ່ຝ່າຍດຽວ ຢູ່ໃນທະເລຈີນໃຕ້ ດັ່ງທີ່ສື່ມວນຊົນຂອງທາງການ ໄດ້ລາຍງານ ໃນວັນຈັນມື້ນີ້ ອີງຕາມອົງການຂ່າວຣອຍເຕີສ໌.

ຮູບພາບແບບໂຕອັກສອນ ຢູ (U) ທີ່ເປັນ “ເສັ້ນ ເກົ້າຂີດ” ແມ່ນໄດ້ຖືກນຳໃຊ້ຢູ່ໃນແຜນທີ່ຕ່າງໆຂອງຈີນ ເພື່ອສະແດງໃຫ້ເ​ຫັນເຖິງການອ້າງເອົາກຳມະສິດຂອງຕົນ ຕໍ່ພື້ນທີ່ອັນກວ້າງຂວາງ ໃນທະເລຈີນໃຕ້, ທີ່ລວມມີເນື້ອທີ່ຂະໜາດໃຫຍ່ຂອງສິ່ງທີ່ຫວຽດນາມຖືວ່າ ເປັນໄຫລ່ທະວີບຂອງປະເທດຕົນ ບ່ອນທີ່ຕົນໄດ້ໃຫ້ສຳປະທານຂຸດຄົ້ນນ້ຳມັນໄປແລ້ວນັ້ນ.

ຮູບເງົາ “Barbie” ເປັນຮູບ​ເງົາ​ເລື້ອງຫຼ້າສຸດທີ່ໄດ້ຖືກຫ້າມຢູ່ໃນຫວຽດນາມ​ຍ້ອນ ການບັນຍາຍເຖິງ ເລື້ອງເສັ້ນ​ເກົ້າຂີດ ທີ່ມີບັນຫາຖົກຖຽງກັນນັ້ນ ຊຶ່ງໄດ້ຖືກໂຕ້ແຍ້ງໂດຍການຕັດສິນ​ຂອງສານສາກົນ ຢູ່ນະຄອນ The Hague ປີ 2016. ຈີນ ໄດ້ປະຕິເສດບໍ່ຍອມຮັບຮູ້ ເຖິງຄຳຕັດສິນດັ່ງກ່າວ.

ໃນປີ 2019 ລັດຖະບານຂອງຫວຽດນາມ ໄດ້ຖອນຮູບເງົາ ກາຕູນຊື່ວ່າ “Abominable” ຂອງບໍລິສັດ DreamWorks ແລະເມື່ອປີກາຍນີ້ ຕົນໄດ້ຫ້າມຮູບເງົາແອັກຊັ້ນ ຊື່ວ່າ “Unchartered” ຂອງບໍລິສັດ Sony ຍ້ອນເຫດຜົນດຽວກັນນັ້ນ. ສ່ວນບໍລິສັດ Netflix ຍັງໄດ້ຖອນເລື້ອງ ດຣາມມາກ່ຽວກັບສາຍລັບຂອງອອສເຕຣເລຍ ຊື່ວ່າ “Pine Gap” ອອກໃນປີ 2021.

Vietnam has banned Warner Bros' highly anticipated film "Barbie" from domestic distribution over a scene featuring a map that shows China's unilaterally claimed territory in the South China Sea, state media reported on Monday.

The U-shaped "nine-dash line" is used on Chinese maps to illustrate its claims over vast areas of the South China Sea, including swathes of what Vietnam considers its continental shelf, where it has awarded oil concessions.

"Barbie" is the latest movie to be banned in Vietnam for depicting China's controversial nine-dash line, which was repudiated in an international arbitration ruling by a court in The Hague in 2016. China refuses to recognize the ruling.

In 2019, the Vietnamese government pulled DreamWorks' animated film "Abominable"and last year it banned Sony's action movie "Unchartered" for the same reason. Netflix also removed an Australian spy drama "Pine Gap" in 2021.

XS
SM
MD
LG