ຕຳຫຼວດໃນຫວຽດນາມ ໄດ້ຈັບອະດີດຮອງລັດຖະມົນຕີກະຊວງສິ່ງແວດລ້ອມ ແລະເຈົ້າໜ້າທີ່ອາວຸໂສອີກ 4 ຄົນ ທີ່ຖືກກ່າວຫາວ່າ ລະເມີດກົດລະບຽບການຂຸດຄົ້ນບໍ່ແຮ່, ພາຍຫຼັງການສືບສວນໃນວົງກວ້າງ ກ່ຽວກັບການກະທຳຜິດຢູ່ບໍລິສັດແຮ່ຫາຍາກແຫ່ງນຶ່ງ ໃນພາກເໜືອຂອງຫວຽດນາມ, ອີງຕາມອົງການຂ່າວ Reuters.
ກະຊວງປ້ອງກັນຄວາມສະຫງົບ ກ່າວໃນຖະແຫຼງການວ່າ ທ່ານ ຫງວຽນ ລິນງ໊ອກ ຜູ້ທີ່ເປັນຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນລະຫວ່າງປີ 2010 ຫາ 2018 ໄດ້ຖືກກ່າວຫາວ່າ “ເຈດຕະນາລະເມີດ ລະບຽບການຄຸ້ມຄອງເສດຖະກິດແຫ່ງລັດ, ເຮັດໃຫ້ເກີດຜົນສະທ້ອນຮ້າຍແຮງຕາມມາ”.
ອະດີດເຈົ້າໜ້າທີ່ອາວຸໂສຄົນອື່ນໆຂອງກົມບໍ່ແຮ່ຂອງກະຊວງ ໄດ້ຖືກຈັບໃນຂໍ້ຫາດຽວກັນ, ກະຊວງກ່າວ, ໂດຍບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມ.
ພວກທີ່ຖືກຈັບກຸມ ບໍ່ສາມາດໃຫ້ຄວາມຄິດເຫັນໄດ້ ແລະການຮຽກຮ້ອງຕໍ່ ກະຊວງສິ່ງແວດລ້ອມ ກໍບໍ່ໄດ້ຮັບຄຳຕອບ.
ໃນປີກາຍນີ້, ຕຳຫຼວດ ໄດ້ຈັບເຈົ້າໜ້າທີ່ອາວຸໂສຫຼາຍຄົນ, ລວມທັງປະທານບໍລິສັດແຮ່ຫາຍາກ ໄທ ເດື່ອງ ກຣຸບ (Thai Duong Group), ທີ່ດຳເນີນງານຂຸດຄົ້ນບໍ່ແຮ່ ຢູ່ແຂວງ ອຽນບາຍ ທາງພາກເໜືອຂອງຫວຽດນາມ ໃນຂໍ້ຫາປອມແປງໃບເກັບພາສີມູນຄ່າເພີ່ມ ໃນການຊື້ຂາຍແຮ່ຫາຍາກ.
ກະຊວງປ້ອງກັນຄວາມສະຫງົບກ່າວວ່າ ຕົນກຳລັງດຳເນີນການສືບສວນເພີ້ມຕື່ມ ເພື່ອຮຽກເກັບເອົາຊັບສິນຂອງລັດທີ່ສູນເສຍໄປ ກັບຄືນມາ.
ຫວຽດນາມ ມີແຫຼ່ງແຮ່ທາດທີ່ສຳຄັນເປັນອັນດັບສອງທີ່ນຳໃຊ້ເຂົ້າໃນການຜະລິດລົດໄຟຟ້າ ແລະ ກັງຫັນລົມ ຮອງຈາກຈີນ, ຕາມການຄາດຄະເນຂອງອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດ.
ບັນດາເຈົ້າໜ້າທີ່ ຍັງໄດ້ເພີ່ມທະວີການສະກັດກັ້ນການຂຸດຄົ້ນບໍ່ແຮ່ທີ່ຫາຍາກທີ່ຜິດກົດໝາຍ ຈາກຂຸມທີ່ຖືກລະເລີຍ ຫຼືຖືກປະຖິ້ມໃນ ມໍ່ໆມານີ້.
ອ່ານຂ່າວເປັນພາສາອັງກິດລຸ່ມນີ້:
HANOI, July 23 (Reuters) - Police in Vietnam have arrested a former environment deputy minister and four other senior officials accused of violating mining regulations, following a wider investigation into wrongdoings at a rare earth company in northern Vietnam.
Nguyen Linh Ngoc, who was the deputy minister of Natural Resources and Environment in 2010-2018, was accused of "deliberate violations of state economic management regulations, causing serious consequences", the police-run Ministry of Public Security said in a statement.
Other former senior officials of the ministry's mining department were arrested on the same charges, the ministry said, without giving further details.
Those arrested were not available to comment and calls to the environment ministry went unanswered.
Police last year arrested several senior officials, including the chairman from rare earth company Thai Duong Group, which operates a mine in the northern Vietnamese province of Yen Bai, for allegedly forging value added tax receipts in rare earths trading.
The Ministry of Public Security said it was carrying out further investigations to retrieve state assets that had been lost.
Vietnam has the second-largest deposits of the critical minerals - used in making electric cars and wind turbines - after China, according to United States Geological Survey estimates.
The authorities have also intensified a clampdown on illegal rare earth mining from neglected or abandoned pits in recently.
ຟໍຣັມສະແດງຄວາມຄິດເຫັນ