BUON MA THUOT, VIETNAM —
ເວລາຄົນສ່ວນຫຼາຍ
ຄິດຫາກາເຟ ປົກກະຕິແລ້ວພວກເຂົາເຈົ້າຈະບໍ່ຄິດເຖິງຫວຽດ
ນາມ ແຕ່ຕົກມາປີນີ້ ຫວຽດນາມ ຊຶ່ງເປັນປະເທດທີ່ຕັ້ງຢູ່ໃນ
ຂົງເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ກ້າວຂຶ້ນມາລໍ້າໜ້າ
Brazil ໃນຖານະເປັນປະເທດສົ່ງອອກກາເຟລາຍໃຫຍ່ທີ່ສຸດ
ຂອງໂລກ ແຕ່ວ່າຄຸນນະພາບບໍ່ຄ່ອຍດີປານໃດ. ແລະເວລານີ້
ວົງການອຸດສາຫະກໍາກາເຟຫວຽດນາມ ກໍກໍາລັງພະຍາຍາມ
ຈະລົບລ້າງຊື່ສຽງຂອງຕົນ ໃນຖານະເປັນປະເທດສົ່ງອອກ
ກາເຟ ຊະນິດຄຸນນະພາບຕໍ່ານັ້ນ.
ການສົ່ງອອກກາເຟຂອງຫວຽດນາມ ໄດ້ກ້າວຂຶ້ນມາຢູ່ອັນດັບ
ສູງສຸດໃນປີນີ້ ຫຼັງຈາກສະພາບອາກາດບໍ່ດີໃນບຣາຊິລ. ແຕ່
ສ່ວນຫຼາຍແລ້ວ ແມ່ນໝາກກາເຟຊະນິດປຸກ ທີ່ເອີ້ນວ່າໂຣບັສຕາ ທີ່ມີຄຸນນະພາບຕໍ່າ ມີທາດກາເຟອີນສູງ ທີ່ໃຊ້ເຮັດກາເຟປຸກ expresso ແລະກາເຟສໍາເລັດຮູບ.
ຈັງ ຫງວຽນ ບໍລິສັດກາເຟໃຫຍ່ທີ່ສຸດຂອງຫວຽດນາມ ຕ້ອງການຈະປ່ຽນຊື່ສຽງຂອງຫວຽດ ນາມ ຈາກການເປັນປະເທດທີ່ປ້ອນໝາກກາເຟລາຄາຖືກສູ່ຕະຫລາດໂລກ. ດັງ ເລ ຫງວຽນ ປະທານບໍລິສັດ ດື່ມກາເຟມື້ລະສິບຈອກ ແລະກໍຢາກໃຫ້ຜູ້ອື່ນເຮັດຄືກັນ ເພື່ອເພີ່ມການບໍລິ
ໂພກ ຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ ແລະສົ່ງເສີມປະເພນີການດື່ມກາເຟ.
ທ່ານຫງວຽນກ່າວວ່າ: “ພວກເຮົາມີກາເຟໂຣບັສຕາທັງປະລິມານແລະຄຸນນະພາບ ຊຶ່ງ ເປັນອັນດັບ ນຶ່ງຂອງໂລກ ແຕ່ພວກເຮົາຂາດຢ່າງນຶ່ງ ຄືອຸດ ສາຫະກໍາບັນຈຸກ່ອງ ຫຼືຫໍ່ ອຸດສາຫະກໍານໍາສະແດງ ແລະການໂຄສະນາພື້ນເພທີ່ມາຂອງກາເຟ ເພື່ອໃຫ້ໂລກໄດ້ ເຂົ້າໃຈທ່ຽງແທ້ວ່າໂລກຕ້ອງການຫຍັງ. ຫວຽດນາມຄວນຈະເປັນປະເທດທີ່ຍິ່ງໃຫຍ່ ປະເທດນຶ່ງ ບໍ່ແມ່ນແຕ່ທາງດ້ານປະລິມານເທົ່ານັ້ນ.”
ວິທີການຊົງຫຼືປຸງກາເຟຕາມແບບສະບັບຂອງຫວຽດນາມ ແມ່ນໄດ້ຮັບອິດທິພົນຫຼືຮຽນແບບ ຈາກຝຣັ່ງ ຊຶ່ງເປັນຜູ້ນໍາເອົາກາເຟມາສູ່ອະດີດຫົວເມືອງຂຶ້ນຂອງຕົນປະເທດນີ້ ແຕ່ອຸດສາ
ຫະກໍາດ້ານນີ້ ຫາກໍ່ເລິ່ມຕົ້ນມາໄດ້ ບໍ່ເທົ່າໃດທົດສະວັດຜ່ານມານີ້ເອງ ແລະປະເພນີກາເຟ ຂອງຫວຽດນາມ ກໍບໍ່ມີໃຜຮູ້ຈັກດີປານໃດຢູ່ຕ່າງປະເທດ.
ຄູສອນພາສາອັງກິດຊາວອະເມຣິກັນ ເຂົ້າມາຢູ່ຫວຽດນາມ ແລະໄດ້ເລີ້ມຕິດໃຈໃນລົດຊາດກາເຟປຸກໆ ແບບທີ່ປ່ອຍໃຫ້
ຄ່ອຍໆຢົດລົງມາໃສ່ກົ້ນຈອກ ທີ່ຂາຍກັນຢູ່ຕາມຮ້ານກາເຟ
ທ້ອງຖິ່ນໃນຫວຽດນາມ.
ຈອນ ໂອເວັນ ເວົ້າວ່າ: “ຂ້ອຍບໍ່ເຄີຍໄດ້ຍິນມາກ່ອນ ຈົນ
ກວ່າໄດ້ມາທີ່ນີ້. ຂ້ອຍບໍ່ຄິດວ່າ ພວກເຂົາເຈົ້າ ສົ່ງຂາຍ
ຕາມຕະຫຼາດ ຫຼືໃສ່ຊື່ຍີ່ຫໍ້. ຂ້ອຍຄິດວ່າພວກເຂົາເຈົ້າ
ປົນໃສ່ກັບກາເຟຊະນິດອື່ນໆ ນັ້ນຫຼາຍກວ່າ.”
ບໍລິສັດ ຈັງ ຫງວຽນ ກໍາລັງພະຍາຍາມປ່ຽນແປງສິ່ງນັ້ນ ໂດຍນໍາຜະລິດຕະພັນກາເຟທີ່ມີ ເອກະລັກຂອງມັນອອກຈໍາໜ່າຍຕາມທ້ອງຕະຫຼາດ ແລະນອກນີ້ແລ້ວ ກໍຍັງເຮັດວຽກກັບ ພວກຊາວສວນປູກກາເຟ ເພື່ອພະຍາຍາມປັບປຸງຄຸນນະພາບແລະຄວາມມີປະສິດທິຜົນ.
ມາ ຈວງ ປູກກາເຟ ມາໄດ້ຫຼາຍກວ່າ 30 ປີ. ລາວກ່າວວ່າ ລະບົບຊົນລະປະທານແບບ ຢອດນໍ້າ ເຂົ້າໃສ່ສວນກາເຟ ທີ່ອອກທືນໂດຍບໍລິສັດນັ້ນ ຊ່ວຍປະຢັດທັງນໍ້າແລະແຮງ
ງານ ແລະກໍໄດ້ຜົນເກັບກ່ຽວຫຼາຍຂຶ້ນ.
ທ້າວ ຈວງ ເວົ້າວ່າ: “ໃນປີທໍາອິດ ກ່ອນພວກເຮົາມີຊົນລະປະທານລະບົບນໍ້າຢົດ
ໃສ່ສວນນີ້ ຜົນເກັບກ່ຽວເຮົາໄດ້ພຽງແຕ່ 800 ກິໂລຕໍ່ນຶ່ງເຮັກຕ້າ ແຕ່ຕົກມາປີທີ່
ສອງ ຫຼັງຈາກຕິດຕັ້ງຊົນລະປະທານລະບົບນໍ້າຢົດນີ້ ຜົນເກັບກ່ຽວໄດ້ເພີ່ມຂຶ້ນ
ເຖິງ 1,400 ກິໂລຕໍ່ນຶ່ງເຮັກຕ້າ. ປີແລ້ວນີ້ ຈາກທີ່ພວກເຮົາບັນທຶກໄວ້ຕັ້ງແຕ່ຕອນ
ເລີ່ມຕົ້ນຈົນເຖິງຕອນເສັດສິ້ນການເກັບກ່ຽວ ປາກົດວ່າ ພວກເຮົາໄດ້ຜົນເກັບກ່ຽວ 2,040 ກິໂລ.”
ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:
ແຕ່ການຜະລິດແລະການສົ່ງອອກກາເຟຂອງຫວຽດນາມ ຈະຂຶ້ນສູ່ລະດັບສູງສຸດຂອງມັນ ໃນບໍ່ຊ້າ ນີ້ ອິງຕາມ ທ່ານ ເລ ງ໊ອກ ບາວ ຜູ້ອໍານວຍການສະຖາບັນວິທະຍາສາດ ແລະ ວິຊາການດ້ານການ ກະເສດ-ປ່າໄມ້ທີ່ລາບສູງ ໃນພາກຕາເວັນຕົກຫວຽດນາມ ທີ່ກ່າວວ່າ ສະຖານະພາບການເປັນຜູ້ສົ່ງອອກ ອັນດັບນຶ່ງຂອງຫວຽດນາມ ຈະບໍ່ຍາວນານ.
ທ່ານບາວ ກ່າວວ່າ: “ເຫດຜົນອັນທໍາອິດນັ້ນ ກໍແມ່ນວ່າ ລັດຖະບານຫວຽດນາມ
ບໍ່ມີນະໂຍບາຍທີ່ຈະຂະຫຍາຍພື້ນທີ່ສໍາລັບປູກກາເຟ. ໃນເດືອນສິງຫາ ປີ 2012
ຜ່ານມານີ້ ລັດຖະມົນຕີກະຊວງກະເສດຫວຽດນາມ ໄດ້ຕັດສິນໃຈ ຮັບຮອງເອົາ
ແຜນແມ່ແບບສໍາລັບພັດທະນາອຸດສາຫະກໍາກາເຟ ໄປຮອດປີ 2020 ແຕ່ພວກ
ເຮົາຫລິ່ງເຫັນວ່າ ມັນຈະຮອດປີ 2030 ພຸ້ນຫຼ່ະ. ສໍາລັບແຜນແມ່ແບບໄປຈົນເຖິງ
ປີ 2020 ນັ້ນ ພື້ນທີ່ປູກກາເຟທັງໝົດຈະລຸດລົງເຫຼືອພຽງ 500,000 ເຮັກຕ້າ.”
ໃນລະຫວ່າງນີ້ ພວກທີ່ຢູ່ພາຍໃນວົງການອຸດສາຫະກໍາກາເຟຫວຽດນາມ ກ່າວວ່າ
ເຖິງແມ່ນການສົ່ງອອກອາດຈະບໍ່ຖີບຂຶ້ນໄປອີກກໍຕາມ ແຕ່ພວກເຂົາເຈົ້າກໍຍັງສາມາດ ປະຕິບັດງານ ເພື່ອປັບປຸງຄຸນນະພາບໃຫ້ດີຂຶ້ນໄປເລື້ອຍໆໄດ້.