ບໍລິສັດ CAMCE ຈາກປະເທດຈີນທີ່ເປັນຜູ້ລົງທຶນໂຄງການ
Vientiane New World ຊຶ່ງມີມູນຄ່າການລົງທຶນຫຼາຍກວ່າ
600 ລ້ານໂດລາ ທີ່ໄດ້ຈັດງານເປີດຕົວໂຄງການ ຢ່າງເປັນ
ທາງການເມື່ອເດືອນພືດສະພາທີ່ຜ່ານມານັ້ນ ໄດ້ສະເໜີລາຍ
ງານກ່ຽວກັບເປົ້າໝາຍຂອງໂຄງການໃນໄລຍະ 8 ປີຕໍ່ໜ້າວ່າ
ເປົ້າໝາຍສໍາຄັນທີ່ສຸດຂອງໂຄງການ ກໍຄືການຮອງຮັບນັກທຸ
ລະກິດການຄ້າ ແລະການລົງທຶນຊາວຕ່າງຊາດໃນລາວ ໃຫ້
ໄດ້ຫຼາຍກວ່າ 50,000 ລາຍຊຶ່ງໃນຈໍານວນດັ່ງກ່າວນີ້ ກໍຄາດ
ໝາຍວ່າສ່ວນໃຫຍ່ຈະເປັນນັກທຸລະກິດຈີນ.
ທັງນີ້ກໍເນື່ອງຈາກວ່າ ໂຄງການ Vientiane New World ຈະເປັນການພັດທະນາພື້ນ
ທີ່ 46 ເຮັກຕ້າທີ່ຢູ່ເທິງດອນຈັນ ໃຫ້ເປັນເມືອງທັນສະໄໝ ແລະເປັນສູນກາງທາງເສດ
ຖະກິດການຄ້າ ແລະການບໍລິການຢ່າງຄົບຊຸດຂອງນະຄອນວຽງຈັນພາຍໃນ 6-8 ປີຕໍ່ໜ້າ
ຫຼືພາຍໃນປີ 2020 ເປັນຢ່າງຊ້າ.
ປັດຈຸບັນນີ້ ເຖິງແມ່ນວ່າຈີນຈະຖືກຫວຽດນາມແຊງໜ້າຂຶ້ນມາເປັນປະເທດທີ່ມີມູນຄ່າລົງທຶນໃນລາວຫຼາຍທີ່ສຸດເປັນອັນດັບທີ 1 ແລ້ວກໍຕາມ ຫາກແຕ່ວ່າດ້ວຍການລົງທຶນໃນລາວທີ່ເພີ່ມມູນຄ່າຫຼາຍຂຶ້ນຕະຫຼອດເວລານັ້ນ ກໍເຮັດໃຫ້ຈີນຍັງມີໂອກາດທີ່ຈະກັບຂຶ້ນໄປຄອງອັນດັບນຶ່ງໄດ້ຄືກັນ ເນື່ອງຈາກວ່າ ຈີນໄດ້ມີການລົງທຶນໃນລາວເພີ່ມຕະຫຼອດເວລາ ດັ່ງທີ່ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງ ແຜນການ ແລະການລົງທຶນຂອງລາວໄດ້ຖະແຫຼງວ່າ:
“ສໍາລັບການລົງທຶນຂອງ ສປ.ຈີນ ຮອດປັດຈຸບັນນີ້ ມີມູນຄ່າເຖິງ 3.3 ຕື້ ມີ 742 ໂຄງການ ທີ່ນອນຢູ່ໃນຂະແໜງບໍ່ແຮ່ ອຸດສາຫະກໍາ ແລະຫັດຖະກໍາ ກະສິກໍາ ການບໍລິການ ພະລັງງານໄຟຟ້ານໍ້າຕົກ ອຸດສາຫະກໍາໄມ້ ອຸດສາຫະກໍາຕັດຫຍິບ ແລະອື່ນໆ ໃນຈໍານວນ 742 ໂຄງການ ມີ 557 ໂຄງການ ທີ່ເປັນການລົງທຶນຂອງນັກທຸລະກິດ ສປ.ຈີນ 100%.”
ຍິ່ງໄປກວ່ານັ້ນ ການຮ່ວມມືລະຫວ່າງລາວກັບຈີນກໍໄດ້ມີການພັດທະນາດີຊຶ້ນໃນ ທຸກໆດ້ານ ໂດຍສະເພາະແມ່ນນັບຕັ້ງແຕ່ປີ 2000 ທີ່ຜູ້ນໍາຂອງທັງສອງປະເທດ ໄດ້ເລີ່ມການເດີນທາງຢ້ຽມຢາມລະຫວ່າງກັນ ຢ່າງເປັນທາງການເປັນຕົ້ນມາ ກໍຍັງ ເຮັດໃຫ້ມີການຕົກລົງໃນຖະແຫຼງການຮ່ວມວ່າດ້ວຍການເປັນຫຸ້ນສ່ວນຍຸດທະສາດ ໃນການພັດທະນາຮ່ວມກັນຢ່າງຮອບດ້ານໃນປີ 2009 ທີ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ຖືກຍົກຂຶ້ນສູ່ ລະດັບສູງສຸດນັບແຕ່ນັ້ນມາອີກດ້ວຍ.ປັດຈຸບັນນີ້ ຈີນນັບວ່າເປັນປະເທດນຶ່ງທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວເພີ່ມຫຼາຍຂຶ້ນນັບມື້ ຊຶ່ງຖ້າຫາກນັບຈາກປີ 1990 ຈົນເຖິງທ້າຍປີ 2011 ທີ່ຜ່ານມານັ້ນ ກໍປາກົດວ່າລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ຄິດເປັນມູນຄ່າລວມຫຼາຍກວ່າ 3,000 ລ້ານໂດລາແລ້ວ ແລະລ່າສຸດກໍມີລາຍງານວ່າທາງ ການຈີນໄດ້ລົງນາມໃນສັນຍາໃຫ້ການຊ່ວຍເຫຼືອແກ່ທາງການລາວດ້ວຍການສະໜອງເງິນກູ້ປອດດອກເບ້ຍສໍາລັບຊື້ເຮືອບິນ MA-60 ຈາກຈີນ 2 ລໍາ, ສັນຍາ ສະໜອງເງິນກູ້ໃຫ້ກັບກະຊວງປ້ອງກັນຄວາມສະຫງົບພາຍໃນລາວ ແລະສັນຍາ ສະໜອງເງິນກູ້ເພື່ອພັດທະນາຂະແໜງການເງິນຂອງລາວໄປສູ່ທັນສະໄໝ.