ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງ ນະຄອນຫຼວງ ວຽງຈັນ ຢັນຢັນວ່າ ຈະ ເພີ່ມລາຍໄດ້ ໃຫ້ແກ່ ປະຊາຊາ ເປັນ 6,500 ໂດລາໃນປີ 2020


ທ່ານ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ວຽງຈັນ ກ່າວຄຳປາໄສໃນ ລະຫວ່າງ ການເຂົ້າຮ່ວມກອງປະຊຸມ
ທ່ານ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ວຽງຈັນ ກ່າວຄຳປາໄສໃນ ລະຫວ່າງ ການເຂົ້າຮ່ວມກອງປະຊຸມ

ເຈົ້າຄອງເຂດນະຄອນຫຼວງ ວຽງຈັນ ຢືນຢັນທີ່ຈະຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 5 ປີຕໍ່ໄປນີ້ເພື່ອເຮັດໃຫ້ປະຊາຊົນມີລາຍໄດ້ສະເລ່ຍເພີ່ມ ຂຶ້ນເປັນ 6,500 ໂດລາໃນປີ 2020.

ທ່ານ ສິນລາວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງ ວຽງຈັນ ຖະແຫຼງຢືນຢັນວ່າເປົ້າ ໝາຍສຳຄັນໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ- ສັງຄົມ ໃນໄລຍະປີ 2016-2020 ຄືການເຮັດໃຫ້ເສດຖະກິດໃນເຂດນະຄອນຫຼວງ ວຽງຈັນ ຂະຫຍາຍຕົວ ເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 11 ເປີເຊັນຕໍ່ປີ ຊຶ່ງຈະເປັນຜົນເຮັດໃຫ້ລາຍໄດ້ສະ ເລ່ຍຂອງປະຊາຊົນ ລາວ ໃນເຂດນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນຈາກ 4,390 ໂດລາຕໍ່ ຄົນໃນປະຈຸບັນເປັນ 6,500 ໂດລາຕໍ່ຄົນໃນປີ 2020.

ທັງນີ້ໂດຍທ່ານ ສິນລາວົງ ເຊື່ອໝັ້ນວ່າຈະສາມາດລະບຸເປົ້າໝາຍດັ່ງກ່າວໄດ້ຢ່າງແນ່ ນອນ ເນື່ອງຈາກວ່າ ການຈັດຕັ້ງປະຕິບັນແຜນການໃນໄລຍະປີ 2010-2015 ທີ່ຜ່ານມາ ນັ້ນກໍສາມາດເຮັດໃຫ້ເສດຖະກິດໃນເຂດນະຄອນຫຼວງ ວຽງຈັນ ຂະຫຍາຍຕົວເພີ່ມຂຶ້ນ ຈາກ 1,300 ໂດລາຕໍ່ຄົນໃນປີ 2010 ເປັນ 4,390 ໂດລາຕໍ່ຄົນໃນປະຈຸບັນ ຫຼື ເພິີ່ມຂຶ້ນ ເກີນກວ່າ 3​ ເທົ່າຕົວ.

ນອກຈາກນີ້ ລັດຖະບານ ລາວ ຍັງຄາດໝາຍດ້ວຍວ່າການພັດທະນາເສດຖະກິດ ໃຫ້ຂະ ຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 11 ເປີເຊັນ ຕໍ່ປີໄປຈົນເຖິງປີ 2025 ຍັງຈະເຮັດໃຫ້ ລາຍໄດ້ສະເລ່ຍຂອງປະຊາຊົນ ລາວ ຢູ່ໃນເຂດນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນເປັນ 9,300 ໂດລາ ຫຼື ຫຼາຍກວ່າ 74 ລ້ານກີບຕໍ່ຄົນໃນປີ 2025 ແລະ ເພີ່ມຂຶ້ນເປັນຫຼາຍກວ່າ 12,500 ຕໍ່ຄົນໃນປີ 2030 ອີກດ້ວຍ.

ທາງດ້ານທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ຖະແຫຼງຢືນຢັນວ່າການພັດທະ ນາ ສປປ ລາວ ໃນໄລຍະ 40 ປີມານີ້ໄດ້ມີຜົນຄືບໜ້າຢ່າງຊັດເຈນໃນທຸກດ້ານ ຈະເຫັນໄດ້ ຈາກການມີສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງແຫ່ງຊາດ ສ່ວນໃນ ພາກເສດຖະກິດນັ້ນ ກໍຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງກໍເຮັດໃຫ້ປະຊາຊົນ ລາວ ມີລາຍໄດ້ສະເລ່ຍທີ່ລະດັບ 1,857 ໂດລາຕໍ່ຄົນໃນປີ 2015.

ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ນາຍົກລັດຖະມົນຕີ ລາວ ມີຄວາມໝັ້ນ ໃຈວ່າພັກ ແລະ ລັດຖະບານ ລາວ ຈະສາມາດນຳພາ ສປປ ລາວ ໃຫ້ຫຼຸດພົ້ນຈາກສະພາບ ດອຍພັດທະນາໄດ້ຕາມເປົ້າໝາຍທີ່ວາງໄວ້ພາຍໃນປີ 2020 ຢ່າງແນ່ນອນດັ່ງທີ່ ທ່ານ ທອງສິງ ໄດ້ໃຫ້ການຢືນຢັນວ່າ.

"ພວກຂ້າພະເຈົ້າ ພວມຈັດຕັ້ງປະຕິບັດຕາມຄາດໝາຍສູ້ຊົນຂອງສົກປີທຳອິດທີ່ນອນຢູ່ ໃນແຜນພັດທະນາ ເສດຖະກິດ-ສັງຄົມ ຫ້າປີເທື່ອທີ 8 ພວມກະກຽມຄວາມພ້ອມເຂົ້າ ເປັນປະຊາຄົມເສດຖະກິດ ອາຊຽນ ແລະ ຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານ ການພັດທະນາແບບຍືນຍົງ ແລະ ສູ້ຊົນການພັດທະນາປະເທດໃຫ້ຫຼຸດພົ້ນອອກຈາກ ສະຖານະພາບຂອງປະເທດດ້ອຍພັດທະ ນາໃນປິ 2020 ແລະ ກ້າວໄປສູ່ປະເທດ ພວມພັດທະນາ ແລະ ມີລາຍຮັບປານກາງ."

ແຕ່ຢ່າງໃດກໍຕາມ ກະຊວງແຜນການ ແລະ ການລົງທຶນ ລາຍງານຈາກການປະເມີນຄ່າ ຮ່ວມກັນ ລະຫວ່າງ ລັດຖະບານ ລາວ ກັບອົງການ ສະຫະປະຊາຊາດເພື່ອການພັດທະນາ (UNDP) ກ່ຽວກັບ ຜົນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມ ໃນ ລາວ ນັບຈາກປີ 2011 ເຖິງເດືອນກັນຍາ 2015 ພົບວ່າລັດຖະບານ ລາວ ຈະບໍ່ສາ ມາດຈັດຕັ້ງປະຕິບັດເພື່ອໃຫ້ບັນລຸເປົ້າໝາຍສະຫັດສະວັດການພັດທະນາໃນ 6 ດ້ານຈາກ ທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບອົງການສະຫະປະຊາຊາດ.

ໂດຍທັງ 6 ດ້ານດັ່ງກ່າວນີ້ ກໍປະກອບດ້ວຍການທີ່ເດັກນ້ອຍອາຍຸຕຳ່ກວ່າ 5 ປີຍັງມີສ່ວນ ສູງ ແລະ ນ້ຳໜັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງຮຽນ ແລະ ສືບຕໍ່ການຮຽນຈົນ ຈົບຊັ້ນປະຖົມປີທີ 5 ຍັງເພີ່ມຂຶ້ນຢ່າງຊັກຊ້າ, ອັດຕາການຕາຍຂອງເດັກນ້ອຍອາຍຸຕ່ຳ ກວ່າ 1 ປີຍັງສູງ, ອັດຕາການຕາຍຂອງແມ່ຍິງຂະນະຖືພາກໍຍັງສູງຢູ່, ສ່ວນການເພີ່ມອັດ ຕາການປົກຫຸ້ມຂອງປ່າໄມ້ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ.

ສ່ວນການພັດທະນາດ້ານສາທາລະນະສຸກໃນ ລາວ ກໍຍັງມີບັນຫາທ້າທາຍຫຼາຍດ້ານເຊັ່ນ ເດັກນ້ອນທີ່ມີໂອກາດໄດ້ຮັບການລ້ຽງດູດ້ວຍນົມແມ່ຕັ້ງແຕ່ເກີດຈົດຮອດອາຍຸ 6 ປີນັ້ນຍັງ ຄິດເປັນອັດຕາສະເລ່ຍພຽງແຕ່ 40 ເປີເຊັນເທົ່ານັ້ນ, ສ່ວນການເສຍຊີວິດຂອງແມ່ ໃນຂະ ນະຖືພາກໍຍັງສູງເຖິງ 339 ຄົນຕໍ່ 1 ແສນຄົນ ໃນຂະນະທີ່ເປົ້າໝາຍໄດ້ວາງໄວ້ທີ່ອັດຕາສະ ເລ່ຍ 260 ຄົນໃນປີ 2015 ເປັນຕົ້ນ.

XS
SM
MD
LG