ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງເຂດນະຄອນ ວຽງຈັນ ຍອມຮັບວ່າ ມີຂໍ້ຂັດແຍ້ງ ກ່ຽວກັບ ການເວນຄືນທີ່ດິນຫລາຍກວ່າ 4,000 ກໍລະນີ ທີ່ຍັງຕົກລົງກັນບໍ່ໄດ້


ການກໍ່ສ້າງທາງດ່ວນ ວຽງຈັນ.
ການກໍ່ສ້າງທາງດ່ວນ ວຽງຈັນ.

ເຈົ້າຄອງເຂດນະຄອນວຽງຈັນ ຍອມຮັບວ່າ ມີຂໍ້ຂັດແຍ້ງ ກ່ຽວກັບ ການເວນຄືນທີ່ດິນຫລາຍກວ່າ 4,000 ກໍລະນີທີ່ຕົກລົງກັນຍັງບໍ່ທັນໄດ້ ລະຫວ່າງບັນດາຜູ້ລົງທຶນກັບປະຊາຊົນທີ່ຖືກເວນຄືນທີ່ດິນ.

ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງ ວຽງຈັນ ຖະແຫລງຍອມຮັບວ່າ ໃນປັດຈຸບັນຍັງມີການຂັດແຍ້ງກ່ຽວກັບການເວນຄືນທີ່ດິນຫລາຍກວ່າ 4,000 ກໍລະນີທີ່ຕົກລົງກັນຍັງບໍ່ທັນໄດ້ ລະຫວ່າງປະຊາຊົນຜູ້ທີ່ຖືກເວນຄືນທີ່ດິນກັບຜູ້ລົງທຶນໃນໂຄງການພັດທະນາຕ່າງໆ ໃນເຂດນະ ຄອນວຽງຈັນ ໂດຍມີສາເຫດສຳຄັນມາຈາກການປະເມີນລາຄາທີ່ດິນ ແລະສິ່ງປູກສ້າງຕ່າງໆ ທີ່ຈະເວນຄືນນັ້ນ ບໍ່ສອດຄ່ອງກັບສະພາບການຕົວຈິງ ກໍຄືໃນຂະນະທີ່ປະຊາຊົນເຫັນວ່າ ມີການປະເມີນລາຄາທີ່ຕ່ຳກວ່າລາຄາຊື້-ຂາຍທີ່ເປັນຈິງນັ້ນ ທາງຝ່າຍຜູ້ລົງທຶນໃນໂຄງການຕ່າງໆກໍຢືນຢັນວ່າ ໄດ້ປະຕິບັດຕາມລະບຽບກົດໝາຍຢ່າງຄົບຖ້ວນແລ້ວ ຈຶ່ງເຮັດໃຫ້ເກີດຂໍ້ຂັດແຍ້ງ ແລະຍັງບໍ່ສາມາດຕົກລົງກັນໄດ້ທັງ 4,000 ກວ່າກໍລະນີດັ່ງກ່າວ ຈົນເຖິງປັດຈຸບັນນີ້ ດັ່ງທີ່ ທ່ານສິນລະວົງ ໃຫ້ການຢືນຢັນວ່າ:

“ການຊົດເຊຍ ການທົດແທນຜູ້ທີ່ຖືກຜົນກະທົບທາງທີ່ດິນກະມີກົດໝາຍໝົດແລ້ວ ອັນທີ 2 ກະມີດຳຣັດເລກທີ 84 ຂອງນາຍົກລັດຖະມົນຕີ ແຕ່ບັນຫາກົດໝາຍກັບບັນຫາດຳລັດຂອງນາຍົກນີ້ມັນກໍມີບັນຫາບ່ອນວ່າ ນຶ່ງຫລະແມ່ນມັນຖືກ ລາຄາລັດປະກາດນີ້ ອັນນີ້ ເວົ້າຊັດເຈນໃນທົ່ວສັງຄົມວຽງຈັນ ແລະທົ່ວປະເທດ ເອົາຄັນມັນຖືກ ຫລະແມ່ນຜູ້ຢາກໄດ້ຫລະແມ່ນບໍ່ພໍໃຈກະບໍ່ໝາຍເຖິງວ່າ ບໍ່ໃຫ້ພວກເຮົາເບິ່ງຢູ່ໃນຫຼາຍໂຄງການ ບໍ່ແມ່ນປະຊາຊົນບໍ່ຢາກໃຫ້ດິນ ແຕ່ມັນຖືກ ເຂົາໃຫ້ຢູ່ ຈັ່ງຊັ້ນເຮົາສິແກ້ແນວໃດ ສາເຫດວ່າ ໃຫ້ມັນຫແພງຫັ້ນຫນະ ມັນບໍ່ທັນມີທາງອອກ.”

ໂດຍກໍລະນີນຶ່ງທີ່ຊັດເຈນ ກໍຄືການເວນຄືນທີ່ດິນສຳລັບໂຄງການທາງລົດໄຟລາວ-ຈີນ ທີ່ຈະກະທົບຕໍ່ປະຊາຊົນລາວ 4,411 ຄອບຄົວ ໃນແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະ ນະຄອນວຽງຈັນ

ໂດຍມີທີ່ດິນທີ່ຈະຕ້ອງເວນຄືນ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫລັງ ແລະຕົ້ນໝາກໄມ້ຕ່າງໆ ເກືອບ 1 ລ້ານຕົ້ນ ໂດຍກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນໃນລາວ ລາຍງານວ່າ ມີການທົດແທນຕ່ຳກວ່າຄວາມເປັນຈິງເຖິງ 10 ເທົ່າ ເຊັ່ນທີ່ດິນຢູ່ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ທີ່ມີລາຄາສະເລ່ຍ 1.3 ລ້ານກີບ ຫາກແຕ່ໄດ້ມີການປະເມີນຄ່າທົດແທນຕົວຈິງ ໃນອັດຕາສະເລ່ຍພຽງແຕ່ 137,000 ກີບຕໍ່ຕາແມັດເທົ່ານັ້ນ.

ສ່ວນເຈົ້າໜ້າທີ່ຂອງກະຊວງແຜນການແລະການລົງທຶນ ກໍຢືນຢັນວ່າ ການອະນຸຍາດສຳປະທານໂຄງການລົງທຶນຂະໜາດໃຫຍ່ ໂດຍບັນດາບໍລິສັດເອກະຊົນລາວແລະຕ່າງຊາດທີ່ເຮັດໃຫ້ຕ້ອງມີການເວນຄືນທີ່ດິນຂອງປະຊາຊົນ ເພື່ອສົ່ງມອບໃຫ້ບັນດາບໍລິສັດຜູ້ລົງທຶນນັ້ນ ໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ໃນປັດຈຸບັນນີ້ ເພາະການເວນຄືນທີ່ດິນຂອງປະຊາຊົນລາວດັ່ງກ່າວໄດ້ມີການຈັດຕັ້ງປະຕິບັດທີ່ບໍ່ໂປ່ງໃສ ໂດຍສະເພາະແມ່ນການທີ່ພະນັກງານລັດ ໄດ້ໃຊ້ອຳນາດເພື່ອບີບບັງຄັບເອົາທີ່ດິນຂອງປະຊາຊົນ ແລະຈ່າຍຄ່າຊົນເຊີຍທີ່ຕ່ຳກວ່າ ຄວາມເປັນຈິງນັ້ນ ຍັງເຮັດໃຫ້ປະຊາຊົນລາວ ມີສະພາບຊີວິດການເປັນຢູ່ທີ່ຍາກລຳບາກຫລາຍຂຶ້ນກວ່າເກົ່າອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ ລາວ ໄດ້ໃຫ້ການຢືນຢັນວ່າ:

“ພກາເອກະຊົນລົງທຶນເຊົ່າແລະສໍາປະທານດິນລັດ ເປັນເວລາຫລາຍປີ ຫ້າສິບປີບໍ່ ຫົກສິບປີບໍ່ ພື້ນທີ່ໂຄງການຜັດໄປກວມລວມເອົາເຂດຕອນດິນທີ່ປະຊາຊົນໄດ້ສິດນຳໃຊ້ແລ້ວ ແຕ່ວ່າ ກໍໄປຂັດແຍ້ງກັນຢູ່ບ່ອນວ່າ ການຊົດເຊີຍມັນຖືກ ມັນເປັນສິ່ງທີ່ພວກເຮົາຕ້ອງມີຄວາມຮັບຮູ້ ແລ້ວກະຕ້ອງຍອມຮັບວ່າ ພາກລັດເຮົານີ້ ກະຕ້ອງໄດ້ເອົາໃຈໃສ່ ເປັນວຽກທີ່ກະທົບໂດຍກົງເຖິງນະໂຍບາຍແກ້ໄຂຄວາມທຸກຍາກເພາະຜ່ານມານີ້ ສິ່ທີ່ລັດຄຳນຶງນີ້ ແມ່ນການລົງທຶນຢູ່ປະເທດເຮົາ ຈະເປັນການລົງທຶນຮູບແບບໃດ ກະແລ້ວແຕ່ ຕ້ອງຮັບປະກັນບໍ່ໃຫ້ປະຊາຊົນນີ້ທຸກຍາກກ່ອນເກົ່າ.”

ທາງດ້ານເຄືອຂ່າຍການພັດທະນາແບບເປີດ (Open Development Network) ອົງການທີ່ບໍ່ຂຶ້ນກັບລັດຖະບານ ລາຍງານວ່າ ລັດຖະບານລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ກັບບັນດານັກລົງທຶນລາວ ແລະ ຕ່າງຊາດໃນ 1,758 ໂຄງການມີພື້ນທີ່ສໍາປະທານລວມກັນເຖິງ 11,754,417 ເຮັກຕາ ແຕ່ຈາກການສຳຫຼວດພາກສະໜາມໃນໄລຍະທີ່ຜ່ານມາພົບວ່າ ບັນດານັກລົງທຶນໄດ້ມີການນຳໃຊ້ທີ່ດິນຕົວຈິງໃນພື້ນທີ່ລວມ 549,248 ເຮັກຕາ ຊຶ່ງຄິດເປັນ 4.67 ເປີເຊັນ ເທົ່ານັ້ນ ຂອງພື້ນທີ່ສຳປະທານທັງໝົດ.

XS
SM
MD
LG