ຄາດໝາຍໃນດ້ານລາຍໄດ້ສະເລ່ຍຂອງປະຊາຊົນລາວໃນເຂດນະຄອນວຽງຈັນໃນ ປີ 2023 ຈະຫລຸດລົງເກີນກວ່າ 76 ເປີເຊັນ ທຽບກັບປີ 2022 ໂດຍມີສາເຫດຈາກຄ່າເງິນກີບຕົກຕ່ຳລົງທຽບໃສ່ເງິນໂດລາສະຫະລັດ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ເປີດເຜີຍວ່າ ປະຊາຊົນລາວ ໃນເຂດນະຄອນວຽງຈັນ ຖືວ່າເປັນກຸ່ມປະຊາກອນທີ່ຖືກກະທົບໜັກທີ່ສຸດຈາກບັນຫາເງິນເຟີ້ ແລະຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງນັບຈາກໄຕມາດທີ 2 ຂອງປີ 2022 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ເນື່ອງຈາກວ່າ ປະຊາຊົນລາວ ໃນເຂດນະຄອນວຽງຈັນມີລະດັບຄ່າຄອງຊີບສູງທີ່ສຸດໃນລາວ ໂດຍເຖິງແມ່ນວ່າ ຈະມີລາຍໄດ້ສະເລ່ຍສູງກວ່າປະຊາຊົນລາວ ໃນແຂວງອື່ນໆກໍຕາມ ແຕ່ເມື່ອຕ້ອງປະເຊີນກັບອັດຕາເງິນເຟີ້ສູງ ແລະຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງດັ່ງກ່າວ ຈຶ່ງເຮັດໃຫ້ຕ້ອງໃຊ້ຈ່າຍເພີ້ມຂຶ້ນ ຍ້ອນສິນຄ້າລາຄາແພງຂຶ້ນ ໂດຍເຫັນໄດ້ຈາກດັດຊະນີ ລາຄາການຊົມໃຊ້ທີ່ສູງກວ່າ 178 ເປີເຊັນ ແລະອັດຕາເງິນເຟີ້ສູງເກີນລະດັບ 40 ເປີເຊັນ ໃນປັດຈຸບັນນີ້.
ຍິ່ງໄປກວ່ານັ້ນ ບັນຫາເງິນເຟີ້ ແລະຄ່າເງິນກີບຕົກຕ່ຳລົງດັ່ງກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍຂອງປະຊາກອນລາວ ອີກດ້ວຍ ເມື່ອທຽບໃສ່ເງິນໂດລາສະຫະລັດ ກໍຄືສຳລັບປະຊາຊົນໃນເຂດນະຄອນວຽງຈັນ ຊຶ່ງມີລາຍໄດ້ສະເລ່ຍ 64 ລ້ານກີບ ຫຼືເທົ່າກັບ 6,379 ໂດລາຕໍ່ຄົນໃນປີ 2022 ນັ້ນ ກໍຈະຄິດເປັນພຽງແຕ່ 3,620 ໂດລາຕໍ່ຄົນເທົ່ານັ້ນ ໃນປັດຈຸບັນ ໂດຍຫລຸດລົງເກີນກວ່າ 76 ເປີເຊັນທຽບໃສ່ປີ 2022 ພ້ອມກັນນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ເປົ້າໝາຍການລົບລ້າງບັນຫາທຸກຍາກຂອງປະຊາຊົນໃນເຂດນະຄອນວຽງຈັນ ໃຫ້ໄດ້ຢ່າງສິ້ນເຊີງໃນປີ 2023 ອີກດ້ວຍ.
ໂດຍການດຳເນີນແຜນການສົ່ງເສີມເພື່ອຊຸກຍູ້ການຜະລິດສິນຄ້າໃຫ້ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໃນໄລຍະກ່ອນການລະບາດໄວຣັສໂຄວິດ-19 ນັ້ນ ໄດ້ເຮັດໃຫ້ 154,000 ກວ່າຄົວເຮືອນຫລຸດພົ້ນຈາກຄວາມຍາກຈົນຊຶ່ງຄິດເປັນ 97 ເປີເຊັນຂອງຈຳນວນຄອບຄົວທັງໝົດໃນເຂດນະຄອນວຽງຈັນ ໃນນີ້ມີເກີນກວ່າ 142,000 ຄົວເຮືອນທີ່ເປັນຄອບຄົວພັດທະນາ ແລະມີການຜະລິດສິນຄ້າ 1 ເມືອງ 1 ຜະລີດຕະພັນ (ODOP) ໄດ້ຫຼາຍກວ່າ 250 ຜະລິດຕະພັນທີ່ນຳໃຊ້ເທັກນິກທັນສະ ໄໝ ຫາກແຕ່ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ຈຶ່ງເຮັດໃຫ້ຈະຕ້ອງດຳເນີນການຟື້ນຟູເພື່ອໃຫ້ກັບຄືນສູ່ພາວະປົກກະຕິໃນທຸກດ້ານ ດັ່ງທີ່ ທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນວຽງຈັນ ຢືນຢັນວ່າ:
“ຮັບປະກັນໃຫ້ນະຄອນຫຼວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງ ສັງ ຄົມມີຄວາມສີວິໄລ ແລະຍຸຕິທຳ ຍູ້ແຮງການພັດທະນາ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຄຸນະພາບ-ສີຂຽວ ແລະຍືນຍົງ ປົກປັກຮັກສາ ແລະນຳໃຊ້ຊັບພະ ຍາກອນທຳມະຊາດຢ່າງສົມເຫດສົມຜົນ ມີປະສິດທິຜົນສູງ ແລະຍືນຍົງ ປັບປຸງການຄຸ້ມຄອງບໍລິຫານລັດ ຄຸ້ມຄອງສັງຄົມຕາມລະບຽບກົດໝາຍໃຫ້ມີຜົນສັກສິດດີຂຶ້ນກວ່າເກົ່າຕາມທິດ ກະທັດຮັດ ໂປ່ງໃສ ທັນສະໄໝ ແລະມີປະທິຜົນສູງ ແກ້ໄຂຂອດຂັ້ນອຸດຕັນເປັນອຸປະສັກຕໍ່ການສົ່ງເສີມ ແລະການດຶງດູດການລົງທຶນ ກໍຄືການຜະລິດ ການດຳເນີນທຸລະກິດໃຫ້ມີຄວາມຄອ່ງຕົວ.”
ໂດຍອີງຕາມແຜນການພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໃນຊ່ວງປີ 2021-2025 ລັດຖະບານລາວ ຍັງໄດ້ວາງເປົ້າໝາຍທີ່ຈະພັດທະນາເສດຖະກິດລາວ ໄປສູ່ລະບົບ Digital ໃຫ້ໄດ້ໃນປີ 2025 ແຕ່ກໍບໍ່ແມ່ນເລື້ອງງ່າຍ ເພາະລັດຖະບານລາວ ຂາດແຄນທັງໃນດ້ານເງິນທຶນ-ບຸກຄະລາກອນ ແລະເທັກໂນໂລຈີທັນສະໄໝ ຈຶ່ງເຮັດໃຫ້ການປະຕິບັດຕົວຈິງດຳເນີນໄດ້ຢ່າງຊັກຊ້າ ຊຶ່ງເຫັນໄດ້ຈາກໂຄງການພັດທະນາ 6 ສ ໃນນະຄອນວຽງຈັນ ກໍຄື ສ-ສະອາດ ສ-ສີຂຽວ ສ-ສະຫວ່າງ ສ-ສະເໜ່ ສ-ສີວິໄລ ນັ້ນ ຍັງຄົງບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ດັ່ງເຈົ້າໜ້າທີ່ເຂດນະຄອນວຽງຈັນ ໄດ້ໃຫ້ການຢືນຢັນວ່າ:
“ການສ້າງເມືອງໃໝ່ຂະໜາດໃຫຍ່ ເພື່ອໃຫ້ເປັນເມືອງອັດສະລິຍະ ໃນປັດຈຸບັນນີ້ ມີຄວາມຫຍຸ້ງຍາກຫຼາຍເປັນສິ່ງທ້າທາຍ ເພາະວ່າ ພວກເຮົາມີງົບປະມານຈຳກັດໃນການລົງທຶນ ໂດຍສະເພາະແມ່ນການວາງແຜນການພັດທະນາພື້ນຖານໂຄງລ່າງ ແລະຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ແລະອີກອັນນຶ່ງແມ່ນບັນຫາທີ່ໃຫຍ່ທີ່ສຸດ ແມ່ນການເວນຄືນທີ່ດິນ ແລະອັນໄທເຮົາເວົ້າທຸກມື້ນີ້ ບາງເທື່ອນີ້ ນະຄອນຫຼວງວຽງຈັນນີ້ ເວົ້າປະຕິບັດ 6 ສ. ກະຍັງບໍ່ທັນໄດ້ ຄິດວ່າ 2 ສ. ສ-ສະອາດ ສ-ສີຂຽວຫັ້ນ ກະແມ່ນດີແລ້ວ ແຕ່ວ່າ ເຮົາກະຍັງປະຕິບັດບໍ່ໄດ້ 6 ສ. ຫັ້ນແຫລະ ແມ່ນເມືອງອັດສະລິຍະ.”
ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍຄາດຫວັງວ່າ ການຮ່ວມມືຢ່າງໃກ້ຊິດກັບລັດຖະບານຈີນ ທີ່ໄດ້ໃຫ້ການຊ່ອຍເຫຼືອແກ່ລາວ ຫຼາຍທີ່ສຸດ ທັງໃນດ້ານເງິນທຶນແລະເທັກໂນໂລຈີການສື່ສານທັນສະໄໝນັ້ນ ຈະເຮັດໃຫ້ການພັດທະນາແລະການນຳໃຊ້ລະບົບ Digital ໃນພາກທຸລິກິດຕ່າງໆ ໃນລາວ ມີການຂະຫຍາຍຕົວເພີ້ມຂຶ້ນນັບມື້ ໂດຍສະເພາະເຄືອຂ່າຍລະບົບສັນຍານໄຮ້ສາຍ ທັງໂທລະສັບມືຖື ແລະ Internet ຄວາມໄວສູງນັ້ນ.