ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຕິດ​ໂຄ​ວິດ ໃນ​ນະຄອນຫຼວງວຽງຈັນ ສູງ​ກວ່າ 30 ເປີ​ເຊັນ ແລະໃນບາງແຂວງ ສູງກວ່າ 40 ເປີ​ເຊັນ ຂອງຈຳ​ນວນ​ຜູ້​ໄປກ​ວດ​​ພະ​ຍາດ


ການກວດ​ຫາ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຢູ່​ດ່ານ​ຊາຍ​ແດນ​ແຫ່ງ​ນຶ່ງ​ຂອງ​ລາວ
ການກວດ​ຫາ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຢູ່​ດ່ານ​ຊາຍ​ແດນ​ແຫ່ງ​ນຶ່ງ​ຂອງ​ລາວ

ອັດ​ຕາ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ວິດ-19 ໃນ​ເຂດນະຄອນຫຼວງວຽງຈັນສູງ​ເກີນກວ່າ 30 ເປີ​ເຊັນ ແລະໃນບາງແຂວງມີອັດຕາການຕິດເຊື້ອໂຄວິດ-19 ສູງກວ່າ 40 ເປີ​ເຊັນ ຂອງຈຳນວນປະຊາກອນທີ່ຜ່ານ​ການກວດຫາ​ເຊື້ອ​ໂຣກແລ້ວນັ້ນ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກບ​າງກອກ.

ທ່ານສີສະຫວາດ ສຸດທະ​ນິ​ລະໄຊ, ຮອງຫົວໜ້າກົມຄວບຄຸມພະ​ຍາດ​ຕິດ​ຕໍ່, ກະຊວງ ສາທາລະນະສຸກ ຖະ​ແຫລງວ່າ​ອັດຕາ​ການ​ຕິດ​ໄວ​ຣັ​ສໂຄ​ວິດ-19 ຂອງປະຊາຊົນລາວ ໃນປັດຈຸບັນ ຍັງນັບ​ວ່າເປັນສະພາບການ ທີ່ໜ້າເປັນຫ່ວງຢ່າງ​ຍິ່ງ, ໂດຍສະເພາະ
ແມ່ນຢູ່ໃນ​ເຂດນະຄອນຫຼວງວຽງຈັນທີ່​ມີອັດຕາຜູ້ຕິດເຊື້ອໂຄວິດ-19 ສູງກວ່າ 30
ເປີ​ເຊັນ ຫຼືສູງເກີນກວ່າລະດັບປົກກະຕິທີ່ຂະແໜງສາທາລະນະສຸກຂອງລັດຖະບານ
ລາວຈະສາມາດຮອງ​ຮັບໄດ້ເຖິງ 5 ເທົ່າ ຊຶ່ງກ​ໍ​ເຊັ່ນ​ດຽວ​ກັນ​ກັບ​ໃນບາງເຂດ ບາງແຂວງ ທີ່ມີຊາຍແດນ ຕິດຈອດກັບປະເທດເພື່ອນບ້ານນັ້ນ ​ກໍປາກົດວ່າ ມີອັດຕາການຕິດ
ໂຄວິດ-19 ສູງກວ່າ 40 ເປີ​ເຊັນຂອງຈຳ​ນວນ​ປະ​ຊາ​ກອນທີ່ໄດ້​ຜ່ານ​ການກວດ​ຫາ​
ເຊື້ອ​ໂຣກ​ທັງ​ໝົດ ໂດຍເຖິງ​ແມ່ນ​ວ່າ​ຈຳ​ນວນ​ຄົນຕິດ​ເຊື້ອ​ໂຄ​ວິດ-19 ຈະ​ມີ​ທ່າ​ອ່ຽງ​ຫລຸດ
ລົງ​ກໍຕາມ ຫາກ​ແຕ່​ກໍ​ເປັນ​ການ​ຫຼຸດ​ລົງ​ຍ້ອນ​ວ່າ ມີ​ຈຳນວນ​ຜູ້​ເຂົ້າ​ໄປຮັບການກວດ​ຫາ​
ເຊື້ອ​ໂຣກ​ກໍ່​ຫຼຸດ​ລົງ​ເຊັ່ນ​ກັນ, ດັ່ງ​ທີ່​ທ່ານສີ​ສະ​ຫວາດໃຫ້​ການຢືນຢັນ​ວ່າ:

“ສະພາບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ຢູ່​ໃນສປປ ລາວ ກໍ​ຍັງ​ໜ້າ​ເປັນ​ຫ່ວງເຖິງ ແມ່ນວ່າໃນໄລ​ຍະນີ້ ຕົວ​ເລກ​ການ​ລາຍ​ງານ​ການຕິດເຊື້ອຈະຫນ້ອຍ. ແຕ່ຍັງສັງເກດເຫັນວ່າ ຕົວຢ່າງການກວດ​ຫາເຊື້ອກະ​ໜ້ອຍ​ເຊັ່ນ​ດຽວ​ກັນ ມີສະ​ເພາະແຕ່ຜູ້ທີ່ມີອາການສະ​ແດງ​ອອກ​ເທົ່າ​ນັ້ນ ທີ່​ວ່າ​ມາກວດ​ຫາ​ເຊື້ອ ແລະອັດຕາການກວດ​ພົບເຊື້ອໃນແຕ່ລະແຂວງ ແມ່ນສູງຫຼາຍ. ບາງແຂວງ ອັດຕາການ​ພົບ​ເຊື້ອສູງກວ່າ 40 ເປີ​ເຊັນຂອງຈຳ​ນວນຕົວຢ່າງ ທີ່ໄດ້ເກັບມາ​ກວດ.”

​ການ​ສັກ​ຢາ​ໃຫ້​ແກ່​ຜູ້​ສູງ​ອາ​ຍຸ​ໃນ​ລາວ
​ການ​ສັກ​ຢາ​ໃຫ້​ແກ່​ຜູ້​ສູງ​ອາ​ຍຸ​ໃນ​ລາວ

ສ່ວນທ່ານນາງບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະແລະລະບາດວິທະຍາ ຖະແຫລງຢືນຢັນວ່າ ສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວຕິດເຊື້ອໄວ ຣັສໂຄວິດ-19 ແລະເສຍຊີວິດຫຼາຍຂຶ້ນນັບມື້ ເພາະວ່າ ການສັກຢາວັກຊີນກັນໂຄວິດ
-19 ຍັງກະຈາຍໄປບໍ່ເຖິງກຸ່ມເປົ້າໝາຍທີ່ຈະຕ້ອງໄດ້ຮັບການສັກຢາວັກຊີນຢ່າງຮີບ
ດ່ວນ ກໍຄືຜູ້ທີ່ມີອາຍຸແຕ່ 60 ປີຂຶ້ນໄປ ຜູ້ທີ່ມີໂຣກປະຈຳຕົວ ແມ່ຍິງທີ່ຖືພາເກີນ 12
ສັບປະດາ ແລະເຍົາວະຊົນທີ່ອາຍຸ 18 ປີລົງມາ ຊຶ່ງຈາກການສຶກສາວິໄຈໃນລາວພົບ
ວ່າ 85 ເປີເຊັນ ຂອງຈຳນວນຜູ້ຕິດໂຄວິດ-19 ແລະ 84.6 ເປີເຊັນຂອງຈຳນວນຜູ້ເສຍ
ຊີວິດທັງໝົດນັ້ນ ກໍຄືກຸ່ມປະຊາກອນລາວທີ່ຍັງບໍ່ທັນໄດ້ຮັບການສັກຢາວັກຊີນກັນໂຄ
ວິດ-19 ທັງ​ຍັງ​ເປັນ ໄວຣັສສາຍພັນແດລຕ້າ (Delta) ທີ່ສາມາດຕິດຕໍ່ກັນໄດ້ງ່າຍແລະ
ລອຍ​ໄປ​ໃນ​ອາ​ກາດ ໄດ້​ໄກ​ອີກ​ດ້ວຍນັ້ນ ຈຶ່ງ​ເຮັດ​ໃຫ້​ບ່ອນ​ທີ່​ຄົນຢູ່​ຮ່ວມ​ກັນ​ຈຳ​ນວນ​ຫລາຍ
​ມີ​ຄວາມ​ສ່ຽງ​ສູງ.

ໂດຍສະເພາະແມ່ນນະຄອນວຽງຈັນ ທີ່ເປັນເຂດທີ່ມີປະຊາຊົນລາວ ຕິດໂຄວິດ-19 ຫຼາຍ
ທີ່ສຸດໃນລາວ ປະກອບກັບໄວຣັສໄດ້ລະບາດເຂົ້າໄປ ໃນລະດັບຊຸມຊົນຢ່າງກວ້າງຂວາງ
ດ້ວຍແລ້ວ ກໍຍິ່ງເຮັດໃຫ້ ຈະຕ້ອງເລັ່ງການສັກຢາວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 80
ເປີເຊັນ ຂອງປະຊາກອນທັງໝົດ ໃນນະຄອນວຽງຈັນໃຫ້​ໄວ​ທີ່​ສຸດ. ສ່ວນແຂວງອື່ນນັ້ນ ກໍຈະຕ້ອງ ສັກຢາວັກຊີນໃຫ້ໄດ້ເຖິງ 70 ເປີເຊັນຂອງປະຊາກອນໃນ​ແຕ່​ລະ​ແຂວງ​ອີກ​
ດ້ວຍ.

ໂດຍການບັນລຸເປົ້າໝາຍການສັກວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 70 ເປີເຊັນ ຂອງ
ຈຳນວນປະຊາກອນລາວທັງໝົດໃນທ້າຍປີ 2021 ໝາຍຄວາມວ່າ ປະຊາຊົນລາວ
ເກືອບ5.2 ລ້ານຄົນນັ້ນ ຈະຕ້ອງໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົນລະ 2 ໂດສ
ຢ່າງຄົບຖ້ວນ ຫຼືຄິດເປັນຈຳນວນວັກຊີນລວມເກືອບ 10.4 ລ້ານໂດສ ຊຶ່ງທີ່ຜ່ານມາ ອົງການອະນາໄມໂລກ ແລະນາໆ​ຊາດ ໄດ້ຕົກລົງໃຫ້ການຊ່ອຍເຫຼືອລັດຖະບານລາວ
ແລ້ວ 7.5 ລ້ານໂດສ ແລະ​ຄາດ​ວ່າ​ລາວ​ຍັງ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ອີກ​ຫລາຍກວ່າ
5 ລ້ານ ​ໂດ​ສ​ໃນ​ໄວໆ​ນີ້.

ທັງ​ນີ້ມາຮອດຕົ້ນສັບປະດາທີ 3 ຂອງເດືອນມັງ​ກອນ 2022 ປາກົດວ່າປະຊາຊົນລາວໄດ້ ຮັບວັກຊີນເຂັມ 1 ກັບ​ເຂັມ​ທີ 2 ແລ້ວ​ຫລາຍກວ່າ 4.6 ລ້ານຄົນ ແລະກວ່າ 3.8 ລ້ານຄົນ ຄິດເປັນ 63.98 ເປີເຊັນ ແລະ 53.02 ເປີເຊັນ ຂອງ​ຈຳ​ນວນ​ປະ​ຊາ​ກອນ​ລາວຕາມລຳດັບໃນ​ຂະ​ນະທີ່ນະຄອນຫລວງວຽງຈັນ ເປັນ​ເຂດ​ທີ່​ປະ​ມີ​ປະ​ຊາ​ຊົນ​ໄດ້​ຮັບ​ຢາ​ວັກ​ຊີນເຂັມ 1 ກັບ 2 ຄິດ​ເປັນ 85.5 ເປີເຊັນ ກັບ 80.1 ເປີເຊັນ ຕາມລຳດັບນັ້ນ ແຕ່​ວ່າຢູ່​ແຂວງ​ໄຊ​ສົມ​ບູນ​ກັບ​ຍັງ​ມີ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ​ເຂັມ​ທີ 1 ແລະ 2 ພຽງ​ແຕ່ 44.6 ເປີ​ເຊັນ ແລະ 39.4 ເປີ​ເຊັນ​ຂອງ​ປະ​ຊາ​ຊົນ​ທັງ​ໝົດ​ເທົ່າ​ນັ້ນ ໂດຍ​ລາວ​ມີ​ຈຳ​ນວນ​ຜູ້​ຕິດ​ໂຄວິດ-19 ສະ​ສົມ​ກວ່າ 129,000 ຄົນ ຊຶ່ງ​ໃນ​ນີ້ ໄດ້​ເສ​ຍ​ຊີ​ວິດ​ໄປ​ແລ້ວ​ຫລາຍກວ່າ 500 ຄົນ ແລະ​ກຳ​ລັງ​ນອນ​ປິ່​ນ​ປົວ​ຢູ່​ຫລາຍກວ່າ 7,700 ຄົນ ທັງ​ຍັງ​ຈະ​ມີ​ຄົນ​ທີ່​ຕິດ​ໂຄວິດ-19 ເພີ້ມ​ຂຶ້ນ​ໃນ​ລະ​ດັບ​ເກີນກວ່າ 1,000 ຄົນ​ໃນ​ແຕ່​ລະ​ວັນ.

XS
SM
MD
LG