ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ຕົກລົງເຊື່ອມຕໍ່ການທ່ອງທ່ຽວ ກັບ 4 ນະຄອນຫຼວງ ໃນລຸ່ມແມ່ນ້ຳຂອງ


ບັນດາເຈົ້າໜ້າທີ່ປະເທດລຸ່ມແມ່ນຳ້ຂອງເຊັນສັນຍາເຊື່ອມຕໍ່
ການທ່ອງທ່ຽວປະເທດລຸ່ມແມ່ນ້ຳຂອງ.
ບັນດາເຈົ້າໜ້າທີ່ປະເທດລຸ່ມແມ່ນຳ້ຂອງເຊັນສັນຍາເຊື່ອມຕໍ່ ການທ່ອງທ່ຽວປະເທດລຸ່ມແມ່ນ້ຳຂອງ.

ທາງການ ລາວ ຕົກລົງເຊື່ອມຕໍ່ເພື່ອສົ່ງເສີມການທ່ອງທ່ຽວ ລະຫວ່າງ ນະຄອນຫຼວງ ວຽງ ຈັນ ກັບ 4 ນະຄອນຫຼວງໃນລຸ່ມແມ່ນ້ຳຂອງດ້ວຍກັນ ອັນປະກອບດ້ວຍນະຄອນຫຼວງ ພະ ນົມເປັນ, ໂຮຈິມິນ, ຢາງກຸ້ງ ແລະ ບາງກອກ.

ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ການຢືນຢັນວ່າ ການຕົກ ລົງ ກ່ຽວກັບ ການເຊື່ອມຕໍ່ເພື່ອສົ່ງເສີມການທ່ອງທ່ຽວ ລະຫວ່າງ ນະຄອນຫຼວງວຽງຈັນ ກັບ ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ, ໂຮຈິມິນ ຂອງ ຫວຽດນາມ, ຢາງກຸ້ງ ຂອງ ມຽນ ມາ ແລະ ບາງກອກ ຂອງ ໄທ ໄດ້ມີຂຶ້ນໃນກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສດ້ານ ການ ທ່ອງທ່ຽວໃນເຂດລຸ່ມແມ່ນ້ຳຂອງຄັ້ງທີ 4 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ນະຄອນຫຼວງ ພະ ນົມເປັນ ປະເທດ ກຳປູເຈຍ.

ໂດຍພາຍໃຕ້ການຕົກລົງດັ່ງກ່າວ ທາງການຂອງທັງ 5 ນະຄອນຫຼວງໃນ 5 ປະເທດລຸ່ມ ແມ່ນໍ້າຂອງ ຈະຮ່ວມມືກັນສ້າງກົນໄກໃນການປະສານງານ ແລະ ການແລກປ່ຽນຂໍ້ມູນ ຂ່າວສານດ້ານການທ່ອງທ່ຽວແຕ່ລະນະຄອນຫຼວງແບບເຊື່ອມຕໍ່ກັນ ພ້ອມທັງຊຸກຍູ້ການ ສ້າງຜະລິດຕະພັນທີ່ເປັນເອກະລັກຂອງແຕ່ລະນະຄອນຫຼວງແນໃສ່ການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວຮ່ວມກັນ ລວມໄປເຖິງການພັດທະນາຊັບພະຍາກອນມະນຸດດ້ານ ການທ່ອງທ່ຽວ ແລະ ອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວເພື່ອດຶງດູດເອົານັກ ທ່ອງທ່ຽວຊາວຕ່າງຊາດໃຫ້ເດີນທາງເຂົ້າມາໃນລຸ່ມແມ່ນ້ຳຂອງຫຼາຍຂຶ້ນຢ່າງຕໍ່ເນື່ອງ ທັງ ຍັງຈະເຊື່ອມໂຍງກັບເຂດ 6 ແຂວງໃນພາກກາງຂອງ ລາວ ອີກດ້ວຍ.

ທັງນີ້ໂດຍລັດຖະບານ ລາວ ໄດ້ກຳນົດໃຫ້ 6 ແຂວງພາກກາງຄື ນະຄອນຫຼວງວຽງຈັນ, ບໍ ລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມບູນ ແລະ ແຂວງວຽງຈັນ ເປັນເຂດສົ່ງເສີມ ການທ່ອງທ່ຽວດຽວກັນ ທີ່ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງຊາດເດີນທາງມາທ່ຽວຫຼາຍ ທີ່ສຸດໃນ ລາວ ຊຶ່ງໃນປີ 2015 ທີ່ຜ່ານມາກໍປາກົດວ່າມີນັກທ່ອງທ່ຽວຈຳນວນ 4,221,048 ເທື່ອຄົນທີ່ໄດ້ເດີນທາງມາຢ້ຽມຢາມ 6 ແຂວງດັ່ງກ່າວ ແລະ ຄາດໝາຍວ່າຈະເພີ່ມຂຶ້ນເປັນ 4.8 ລ້ານເທື່ອຄົນໃນຕະຫຼອດປີ 2016.

ໂດຍໃນປະຈຸບັນເຂດ 6 ແຂວງພາກກາງຂອງ ລາວ ດັ່ງກ່າວມີສະຖານທີ່ທ່ອງທ່ຽວຈຳ ນວນ 602 ແຫ່ງ ແລະ ມີໂຮງແຮງ-ບ້ານພັກທັງໝົດ 1,115 ແຫ່ງທີ່ສາມາດຮອງຮັບນັກ ທ່ອງທ່ຽວໄດ້ຢ່າງພຽງພໍກັບລະດັບຄວາມຕ້ອງການທີ່ເປັນຢູ່ໃນເວລານີ້ ຫາກແຕ່ວ່າດ້ວຍ ສະພາວະທີ່ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມເຂດ 6 ແຂວງດັ່ງກ່າວນີ້ເພີ່ມຂຶ້ນຄິດເປັນ ອັດສະເລ່ຍເຖິງ 14 ເປີເຊັນໃນແຕ່ລະປີ ລັດຖະບານ ລາວ ຈຶ່ງໄດ້ວາງແຜນຍຸດທະສາດ ວ່າດ້ວຍການພັດທະນາດ້ານການທ່ອງທ່ຽວແຫ່ງຊາດ ເພື່ອຈັດຕັ້ງປະຕິບັດນັບຈາກປີ 2016 ໄປຈົນເຖິງປີ 2025 ຢ່າງເປັນທາງການແລ້ວໃນຂະນະນີ້.

ທັງນີ້ໂດຍທ່ານ ອຸ່ນທວງ ຂາວພັນ ກຳມະການຄະນະພັກໃນກະຊວງຖະແຫຼງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວຢືນຢັນວ່າ ແຜນຍຸດທະສາດດັ່ງກ່າວມີເປົ້າໝາຍຈະດຶງດູດເອົານັກ ທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເດີນທາງເຂົ້າມາໃນ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຄືໃນປີ 2020 ຊຶ່ງເປັນປີສິ້ນສຸດຂອງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໄລຍະ 5 ປີຄັ້ງທີ 8 ກໍຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ ແລະ ສ້າງລາຍຮັບໄດ້ເຖິງ 953 ລ້ານໂດລາໃນປີ 2020 ດັ່ງກ່າວ.

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວຢ່າງແທ້ຈິງ ທາງການ ລາວ ກໍໄດ້ວາງ ແຜນການພັດທະນາໃນ 4 ໜ້າວຽກດ້ວຍກັນ ກໍຄືການຄຸ້ມຄອງການທ່ອງທ່ຽວ, ການໂຄ ສະນາການທ່ອງທ່ຽວ, ການພັດທະນາແຫຼ່ງທ່ອງທ່ຽວ ແລະ ສະຖານບໍລິການຕ່າງໆ ທີ່ມີ ສິ່ງອຳນວຍຄວາມສະດວກຢ່າງຄົບຊຸດ ແລະ ຮັບປະກັນຄວາມປອດໄພໃຫ້ກັບນັກທ່ອງ ທ່ຽວໃຫ້ໄດ້ຢ່າງຄັກແນ່ ລວມເຖິງການມີບ່ອນພັກເຊົາສຳລັບນັກທ່ອງທ່ຽວຊາວຕ່າງຊາດ ຢ່າງພຽງພໍກັບຄວາມຕ້ອງການທີ່ເພີ່ມຂຶ້ນນັບມື້ ພ້ອມກັນນີ້ ຮ່າງແຜນການຍຸດທະສາດດັ່ງ ກ່າວກໍຍັງໃຫ້ຄວາມສຳຄັນກັບ ການພັດທະນາທ່ອງທ່ຽວທີ່ເປັນເອກະລັກທີ່ໂດດເດັ່ນຂອງ ແຕ່ລະແຂວງອີກດ້ວຍ ດັ່ງທີ່ທ່ານ ອຸ່ນທວງ ໄດ້ໃຫ້ການອະທິບາຍວ່າ.

"ຈຸດປະສົງຕົ້ນຕໍກໍແມ່ນເພື່ອສະຫຼຸບລາຍງານແຜນການຈັດຕັ້ງປະຕິບັດໄລຍະ 5 ປີ ຜ່ານມາ ແຕ່ 2011 ເຖິງ 2015 ແລະ ແຜນພັດທະນາການທ່ອງທ່ຽວໃນ 5 ປີແຕ່ 2016-2020 ແລະ ແຜນຍຸດທະສາດ 2025 ຈາກນັ້ນບັນດາແຂວງໄດ້ສະຫຼຸບລາຍ ງານຕົວແບບຂອງແຂວງ ເຊັ່ນຢູ່ນະຄອນຫຼວງວຽງຈັນ ກໍໄດ້ເວົ້າເຖິງວຽກງານການໂຄ ສະນາການທ່ອງທ່ຽວ, ຢູ່ໃນແຂວງຈຳປາສັກ ກໍໄດ້ເວົ້າເລື່ອງວຽກງານພັດທະນາການ ທ່ອງທ່ຽວພາຍໃນແຂວງ, ຈາກນັ້ນກະຫຼວງພະບາງ ໄດ້ເວົ້າເຖິງການຄຸ້ມຄອງຂອງ ການທ່ອງທ່ຽວເພາະວ່າ ຫຼວງພະບາງ ເປັນເມືອງໜຶ່ງທີ່ນັກທ່ອງທ່ຽວເຂົ້າຫຼາຍ ສະນັ້ນ ກໍແນ່ນອນກະສິມີບັນຫາດ້ານດີ, ດ້ານອ່ອນ ແລະ ຂໍ້ຄ້າງຄາ."

ພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ໄດ້ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຈະ ເຫັນໄດ້ຈາກຈຳນວນນັກທ່ອງທ່ຽວຊາວຕ່າງຊາດທີ່ເດີນທາງມາ ລາວ ເພີ່ມຂຶ້ນຈາກ 2.7 ລ້ານຄົນໃນປີ 2011 ເປັນ 4.1 ລ້ານຄົນໃນປີິ 2014 ແລະ ຫຼາຍກວ່າ 4.3 ລ້ານຄົນໃນປີ 2015 ຊຶ່ງເຮັດໃຫ້ພາກທຸລະກິດບໍລິການຂອງ ລາວ ມີລາຍຮັບເພີ່ມຂຶ້ນຈາກ 400 ລ້ານ ໂດລາໃນປີ 2011 ແລະ 560 ລ້ານໂດລາໃນປີ 2014 ເປັນ 670 ລ້ານໂດລາໃນປີ 2015 ສ່ວນປີ 2016 ກໍຄາດວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດເກີນກວ່າ 4.6 ລ້ານຄົນທີ່ເດີນ ທາງເຂົ້າມາໃນ ລາວ ແລະ ຈະສ້າງລາຍຮັບໄດ້ຫຼາຍກວ່າ 725 ລ້ານໂດລາ.

XS
SM
MD
LG