ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອຳນາດການປົກຄອງ ນະຄອນວຽງຈັນ ຈະປັບໄໝຜູ້ທີ່ລັກລອບ ຖິ້ມຂີ້ເຫຍື້ອ


ນະຄອນວຽງຈັນ ກຳລັງປະເສີນ ກັບບັນຫາ ການຈັດເກັບ ແລະ ການຖິ້ມຂີ້ເຫຍື້ອ ຢ່າງບໍ່ຖືກຕ້ອງ ໃນຕົວເມືອງ
ນະຄອນວຽງຈັນ ກຳລັງປະເສີນ ກັບບັນຫາ ການຈັດເກັບ ແລະ ການຖິ້ມຂີ້ເຫຍື້ອ ຢ່າງບໍ່ຖືກຕ້ອງ ໃນຕົວເມືອງ

ອຳນາດການປົກຄອງ ນະຄອນວຽງຈັນ ຈະປັບໄໝປະຊາຊົນທຸກຄົນ ທີ່ລັກລອບ
ຖິ້ມຂີ້ເຫຍື້ອ ໃນທີ່ສາທາລະນະຢ່າງບໍ່ຖືກຕ້ອງ ທັງຍັງຈະໂຄສະນາເຜີຍແຜ່ການ
ກະທຳດັ່ງກ່າວ ໃຫ້ສັງຄົມຮັບຮູ້ອີກດ້ວຍ.

ທ່ານນາງວິໄລວອນ ຈັນທະລາຕີ ຫົວໜ້າພະແນກຄຸ້ມຄອງ ແລະບໍລິການຕົວເມືອງ
ໃນເຂດນະຄອນວຽງຈັນ ຖະແຫລງຍອມຮັບວ່າ ການເກັບຂີ້ເຫຍື້ອໃນເຂດນະຄອນ
ວຽງຈັນ ໃນປັດຈຸບັນ ສາມາດຈັດເກັບໄດ້ຕ່ຳກວ່າປະລິມານຂີ້ເຫຍື້ອທີ່ເພີ່ມຂຶ້ນນັບມື້
ເພາະວ່າ ໃນແຕ່ລະວັນຈະມີຂີ້ເຫຍື້ອທີ່ເພີ່ມຂຶ້ນເຖິງ 500 ໂຕນ ຫາກແຕ່ການປະຕິ
ບັດຕົວຈິງ ກັບສາມາດຈັດເກັບໄດ້ພຽງບໍ່ເກີນ 300 ໂຕນຕໍ່ມື້ ເທົ່ານັ້ນ ຈຶ່ງເຮັດໃຫ້ມີ
ຂີ້ເຫຍື້ອຕົກຄ້າງ ໃນປະລິມານສະເລ່ຍ 200 ໂຕນໃນແຕ່ລະມື້ ຫຼືຫຼາຍກວ່າ 73,000
ໂຕນຕໍ່ປີ.

ສາເຫດສຳຄັນທີ່ເຮັດໃຫ້ມີຂີ້ເຫຍື້ອຕົກຄ້າງ ເພາະລົດຈັດເກັບຂີ້ເຫຍື້ອ ບໍ່ສາມາດເຂົ້າໄປເຖິງໄດ້ ແລະປະຊາຊົນໃນຫລາຍ ພື້ນທີ່ກໍບໍ່ຍອມຈ່າຍຄ່າທຳນຽມ ແລະ ມີການລັກລອບນຳເອົາຂີ້ເຫຍື້ອ ໄປຖິ້ມໃນທີ່ສາທາລະນະ.
ສາເຫດສຳຄັນທີ່ເຮັດໃຫ້ມີຂີ້ເຫຍື້ອຕົກຄ້າງ ເພາະລົດຈັດເກັບຂີ້ເຫຍື້ອ ບໍ່ສາມາດເຂົ້າໄປເຖິງໄດ້ ແລະປະຊາຊົນໃນຫລາຍ ພື້ນທີ່ກໍບໍ່ຍອມຈ່າຍຄ່າທຳນຽມ ແລະ ມີການລັກລອບນຳເອົາຂີ້ເຫຍື້ອ ໄປຖິ້ມໃນທີ່ສາທາລະນະ.

ທັງນີ້ ໂດຍສາເຫດສຳຄັນທີ່ເຮັດໃຫ້ມີຂີ້ເຫຍື້ອຕົກຄ້າງດັ່ງກ່າວ ກໍຍ້ອນວ່າ ມີຫລາຍ
ພື້ນທີ່ທີ່ລົດຈັດເກັບຂີ້ເຫຍື້ອ ບໍ່ສາມາດເຂົ້າໄປເຖິງໄດ້ ແລະປະຊາຊົນໃນຫລາຍ
ພື້ນທີ່ກໍບໍ່ຍອມຈ່າຍຄ່າທຳນຽມ ໃນການເກັບມ້ຽນຂີ້ເຫຍື້ອ ໃຫ້ກັບພາກສ່ວນ ທີ່ຮັບ
ຜິດຊອບ ທັງຍັງໄດ້ພາກັນລັກລອບນຳເອົາຂີ້ເຫຍື້ອ ໄປຖິ້ມໃນທີ່ສາທາລະນະ ໂດຍ
ຜິດກົດໝາຍອີກດ້ວຍ ຊຶ່ງຈາກບັນຫາດັ່ງກ່າວ ກໍເຮັດໃຫ້ອຳນາດການປົກຄອງ ເຂດ
ນະຄອນວຽງຈັນ ໄດ້ມີມາດຕະການທີ່ຈະເອົາຜິດດ້ວຍການປັບໄໝພາກເອກກະຊົນ
ແລະປະຊາຊົນທຸກໆຄົນ ທີ່ໄດ້ກະທຳຜິດດັ່ງກ່າວແລ້ວໃນເວລານີ້ ອີກທັງຍັງຈະ
ໂຄສະນາເຜີຍແຜ່ໃຫ້ໃຫ້ສັງຄົມໄດ້ຮັບຮູ້ ເຖິງການກະທຳດັ່ງກ່າວດ້ວຍ ດັ່ງທີ່ທ່ານ
ນາງວິໄລວອນ ໄດ້ໃຫ້ການຢືນຢັນວ່າ:

“ທາງຫ້ອງການຄຸ້ມຄອງ ແລະບໍລິການຕົວເມືອງວຽງຈັນ ພວກເຮົາໄດ້ອອກ
ມາດຕະການ ຢ່າງເຄັ່ງຂັດ ຈະສ້າງໜ່ວຍງານກວດກາ ແລະປັບໄໝຕາມ
ລະບຽບ ຖ້າຈັບໄດ້ຄັ້ງນຶ່ງເຮົາປັບໄໝ 5 ແສນກີບ ນອກນັ້ນ ພວກເຮົາຈະໄດ້
ຄິດໄລ່ກິໂລນຶ່ງ 40,000 ກີບ ພ້ອມທັງສິໄດ້ອອກຂ່າວຄາວຕາມສື່ຕ່າງໆ
ໃຫ້ສັງຄົມໄດ້ຮູ້ໄດ້ເຫັນວ່າ ພວກທ່ານໄດ້ກະທຳຫຍັງຕໍ່ບ້ານເມືອງ.”

ແຕ່ຢ່າງໃດກໍຕາມ ການທີ່ມີຈຳນວນປະຊາກອນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຮວມເຖິງການ
ຂະຫຍາຍຕົວທາງເສດຖະກິດທີ່ມີການລົງທຶນພັດທະນາໂຄງການຕ່າງໆ ໃນເຂດ
ນະຄອນວຽງຈັນ ເພີ່ມຂຶ້ນນັບມື້ນັນ ກໍຖືເປັນສາເຫດສຳຄັນທີ່ເຮັດໃຫ້ຂີ້ເຫຍື້ອ ມີ
ປະລິມານເພີ່ມຂຶ້ນດ້ວຍເຊັ່ນກັນ ທັງນີ້ໂດຍອຳນາດຈາກການປົກຄອງເຂດນະຄອນ
ວຽງຈັນ ຕ້ອງການເງິນທຶນຄິດເປັນມິນຄ່າລວມ 83,000 ຕື້ກີບ ຫຼື ປະມານ 10,375
ລ້ານໂດລາ ສຳລັບນຳໃຊ້ເພື່ອການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ
ແລະສັງຄົມ ໃນປີ 2016-2020 ຊຶ່ງເງິນທຶນສ່ວນໃຫຍ່ ຈະນຳໃຊ້ໃນການພັດທະນາ
ລະບົບພື້ນຖານໂຄງລ່າງ ແລະ ສາທາລະນຸປະໂພກຕ່າງໆ.

ທັງນີ້ໂດຍອຳນາດການປົກຄອງເຂດນະຄອນວຽງຈັນ ໄດ້ວາງເປົ້າໝາຍໄວ້ວ່າ
ການຈັດຕັ້ງ ປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມໃນຊ່ວງປີ
2016-2020 ນັ້ນ ຈະເຮັດໃຫ້ເສດຖະກິດນະຄອນວຽງຈັນ ຂະຫຍາຍຕົວເພີ່ມຂຶ້ນ
ໃນອັດຕາສະເລ່ຍ 11 ເປີເຊັນ ຕໍ່ປີ ຊຶ່ງຈະເປັນຜົນເຮັດໃຫ້ລາຍໄດ້ສະເລ່ຍ ຂອງ
ປະຊາຊົນ ໃນເຂດນະຄອນວຽງຈັນເພີ່ມຂຶ້ນເປັນ 6,500 ໂດລາ ຕໍ່ຄົນໃນປີ 2020.

ໂຮງງານກຳຈັດຂີ້ເຫຍື້ອ ກໍປະສົບກັບບັນຫາ ປະລິມານຂີ້ເຫຍື້ອທີ່ເພີ່ມຂຶ້ນ ນັບມື້.
ໂຮງງານກຳຈັດຂີ້ເຫຍື້ອ ກໍປະສົບກັບບັນຫາ ປະລິມານຂີ້ເຫຍື້ອທີ່ເພີ່ມຂຶ້ນ ນັບມື້.

ນອກຈາກນັ້ຍ ຍັງມີການຄາດໝາຍດ້ວຍວ່າ ການທີ່ເສດຖະກິດທີ່ຂະຫຍາຍຕົວ
ເພີ່ມຂຶ້ນ ໃນອັດຕາສະເລ່ຍ ບໍ່ຕ່ຳກວ່າ 11 ເປີເຊັນ ຕໍ່ປີດັ່ງກ່າວ ກໍຍັງຈະເຮັດໃຫ້
ລາຍໄດ້ສະເລ່ຍຂອງປະຊາຊົນ ໃນເຂດນະຄອນວຽງຈັນ ເພີ່ມຂຶ້ນເປັນ 9,300
ໂດລາໃນປີ 2025 ແລະ 12,500 ໂດລາ ໃນປີ 2030 ອີກດ້ວຍ ຫາກແຕ່ວ່າ ການຂະຫຍາຍຕົວດັ່ງກ່າວ ກໍໝາຍເຖິງການເພີ່ມຂຶ້ນຂອງປະລິມານຂີ້ເຫຍື້ອ
ດ້ວຍເຊັ່ນກັນ.

ທັງນີ້ໂດຍນະຄອນວຽງຈັນ ຖືເປັນເຂດທີ່ມີລະດັບການພັດທະນາ ທາງເສດຖະກິດ
ດີທີ່ສຸດໃນລາວ ໂດຍຈະເຫັນໄດ້ຈາກໃນຊ່ວງປີ 2011-2015 ຜ່ານມາ ກໍປາກົດ
ວ່າ ເຂດນະຄອນວຽງຈັນ ມີຍອດຜະລິດຕະພັນລວມພາຍໃນ (GDP) ຄິດເປັນ
ມູນຄ່າຫລາຍກວ່າ 124,900 ຕື້ກີບ ສາມາດຖົວສະເລ່ຍເປັນລາຍຮັບຂອງປະຊາ
ຊົນລາວ ໃນເຂດນະຄອນວຽງຈັນ ໄດ້ເຖິງ 4,390 ໂດລາຕໍ່ຄົນຕໍ່ປີ ຊຶ່ງເພີ່ມຂຶ້ນ
ເຖິງ 2 ເທົ່າ ທຽບໃສ່ກັບປີ 2010 ແລະສູງກວ່າລາຍໄດ້ສະເລ່ຍຂອງປະຊາຊົນລາວ
ທີ່ແຂວງຜົ້ງສາລີ ເກີນກວ່າ 4 ເທົ່າຕົວ.

XS
SM
MD
LG