ອຳນາດການປົກຄອງນະຄອນຫຼວງວຽງຈັນ ໄດ້ຍົກເລີກສິດ
ສຳປະທານ ໃນການຂຸດຄົ້ນແຮ່ທາດຂອງ 23 ບໍລິສັດເອກະຊົນ
ລາວ ເນື່ອງຈາກ ບໍ່ມີເງິນທຶນສຳລັບດຳເນີນການຂຸດຄົ້ນຢ່າງ
ແທ້ຈິງ.
ອຳນາດບໍລິຫານຂອງພະແນກພະລັງງານ ແລະ ບໍ່ແຮ່ໃນເຂດນະຄອນຫຼວງວຽງຈັນໄດ້ອອກ ຄຳສັ່ງຍົກເລີກໃບອະນຸຍາດສຳປະທານການຂຸດຄົ້ນແຮ່ທາດຂອງ 23 ບໍລິສັດເອກະຊົນ ໃນລາວ ແລະມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບຕັ້ງແຕ່ວັນທີ 25 ພຶດສະພາ 2015 ເປັນຕົ້ນມາຊຶ່ງກໍ ໄດ້ເປັນຜົນເຮັດໃຫ້ທັງ 23 ບໍລິສັດດັ່ງກ່າວບໍ່ສາມາດ ທີ່ຈະດຳເນີນການ
ຂຸດຄົ້ນແຮ່ທາດໄດ້ອີກ ຕໍ່ໄປ ຮວມທັງຍັງບໍ່ມີສິດທີ່ຈະດຳເນີນກິດຈະການໃດໆ ຢູ່ໃນເຂດ
ສຳປະທານໄດ້ອີກດ້ວຍ.
ໂດຍສາເຫດທີ່ເຮັດໃຫ້ທັງ 23 ບໍລິສັດດັ່ງກ່າວຕ້ອງຖືກຍົກເລີກໃບອະນຸຍາດໃນຄັ້ງນີ້
ກໍເນື່ອງ ຈາກວ່າທັງ 23 ບໍລິສັດບໍ່ມີເງິນທຶນສຳຫລັບດຳເນີນການຂຸດຄົ້ນຢ່າງແທ້ຈິງ
ຊຶ່ງເຫັນໄດ້ຈາກ ສະພາບການ ທີ່ບໍ່ມີຄວາມຄືບໜ້າໃນການດຳເນີນກິດຈະການ ແລະ
ໃນຂະນະດຽວກັນກໍຍັງ ປະກົດວ່າ ບໍລິສັດເຫຼົ່ານີ້ ໄດ້ພາກັນຫລົບລ້ຽງການຊຳລະພັນທະ
ພາສີ ແລະອາກອນຕ່າງໆ ຕາມກົດໝາຍໃຫ້ລັດຖະບານລາວອີກດ້ວຍ.
ທາງດ້ານທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງ
ພະລັງງານ ແລະ ບໍ່ແຮ່ ຖະແຫຼງ ຢືນຢັນວ່າເພື່ອເປັນການຮັບ
ປະກັນວ່າ ບັນດາບໍລິສັດເອກະຊົນລາວ ແລະ ຕ່າງຊາດທີ່ໄດ້
ຮັບການອະນຸມັດສຳປະທານ ການຂຸດຄົ້ນແຮ່ທາດ ຈາກລັດ
ຖະບານ ລາວ ໄປແລ້ວນັ້ນໄດ້ປະຕິບັດຕາມເງື່ອນໄຂ ທີ່ໄດ້
ກຳນົດໄວ້ໃນສັນຍາ ຢ່າງຄົບຖ້ວນ ກະຊວງພະລັງງານ ໄດ້
ກວດກາການດຳເນີນກິດຈະການ ຂອງບັນດາບໍລິສັດເອກະຊົນ
ສຳເລັດແລ້ວ ໃນບາງເຂດແຂວງເຊັ່ນ ແຂວງຜົ້ງສາລີ, ຫົວພັນ,
ຊຽງຂວາງ ແລະ ຄຳມ່ວນ ເປັນຕົ້ນ.
ໂດຍຈາການກວດກາ ພົບວ່າການດຳເນີນກິດຈະການ ຂອງບໍລິສັດສ່ວນໃຫຍ່ຍັງບໍ່ໄດ້ມາດຕະຖານສາກົນ ແລະ ບໍ່ເປັນຕາມເງື່ອນໄຂໃນສັນຍາ ເຊັ່ນການຄຸ້ມຄອງສິ່ງແວດລ້ອມໃນຫຼາຍໂຄງການຍັງຂາດປະສິດທິພາບ ຈິ່ງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດ ລະບົບນິເວດວິທະຍາ ແລະ ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງອີກດ້ວຍ.
ສ່ວນການຊົດເຊີຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນກໍດຳເນີນໄປຢ່າງຊັກຊ້າ ໃນຂະນະດຽວກັນກໍຍັງມີການນຳໃຊ້ນິຕິກຳໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບການຂຸດຄົ້ນແຮ່ທາດທີ່ບໍ່ ໂປ່ງໃສ ແລະ ການປະຕິບັດໜ້າທີ່ຂອງພະນັກງານລັດ ກໍຍັງບໍ່ລວມສູນ ແລະ ບໍ່ເປັນເອກະພາບກັນໃນທົ່ວປະເທດ ຈິ່ງເຮັດໃຫ້ເກີດການສັບສົນໃນການຄຸ້ມຄອງ ແລະ ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານໂດຍຜົນທີ່ຕິດຕາມມາ ກໍຄືເກີດການຮົ່ວໄຫຼຂອງລາຍຮັບງົບປະມານຢ່າງຫຼວງຫຼາຍ ດັ່ງທີ່ທ່ານ ສຸລິວົງ ໄດ້ຍົກຕົວຢ່າງເຖິງກໍລະນີ 2 ບໍລິສັດເອກະຊົນ ທີ່ໄດ້ຮັບສຳປະທານຂຸດຄົ້ນແຮ່ຊາຍ ໃນແຂວງຊຽງຂວາງ
ຫາກແຕ່ໃນການປະຕິບັດຕົວຈິງ ກັບເປັນການລັກລອບຂຸດຄົ້ນແຮ່ຄຳ.
“ຜູ້ໄດ້ຮັບອະນຸຍາດນີ້ມີ 2 ບໍລິສັດ ແມ່ນໄດ້ຮັບອະນຸຍາດການຂຸດຄົ້ນຫີນຊາຍ ເພື່ອຈະເອົາໄປກໍ່ສ້າງ ແຕ່ໃນຕົວຈິງຕັ້ງແມ່ນການລັກລອບ ສວຍໃຊ້ໃບອະນຸຍາດຂຸດຄົ້ນຫີນຊາຍ ເພື່ອຈະເອົາໄປຂຸດຄົ້ນຄຳຕົກຂ່ອນ ຜິດຕໍ່ລະບຽບການ ເມື່ອພວກຂ້າພະເຈົ້າຮູ້ຈັກແລ້ວ ພວກຂ້າພະເຈົ້າກະໄດ້ເຕືອນ ເຕືອນແລ້ວບໍລິສັດໜຶ່ງຫັ້ນປະເຄື່ອງປະຂອງໜີເລີຍ ສ່ວນບໍລິສັດທີສອງນັ້ນຍັງສືບຕໍ່ຂຸດຄົ້ນຢູ່.”
ທັງນີ້ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງພະລັງງານກໍມີຢູ່ເຖິງ 226 ບໍລິສັດ ແລະ ມີພື້ນທີ່ຂຸດຄົ້ນລວມ 58,569.54 ກິໂລແມັດມົນທົນ ຫຼື ຄິດເປັນກວ່າ 24 ເປີເຊັນຂອງພື້ນທີ່ທັງໝົດໃນປະເທດລາວ.
ການກວດກາດັ່ງກ່າວນີ້ເປັນການຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 13 ຂອງນາຍົກລັດຖະມົນຕີລາວ ລົງວັນທີ 11 ມິຖຸນາ 2012 ທີ່ໄດ້ກຳນົດໃຫ້ດຳເນີນການກວດກາໂຄງການໃຫ້ແລ້ວສຳເລັດທັງໝົດໃນທົ່ວປະເທດພາຍໃນປີ 2015 ເປັນຢ່າງຊ້າ.