ເຈົ້າຄອງເຂດນະຄອນວຽງຈັນຄາດວ່າຜະລິດຕະພັນລວມພາຍ
ໃນ ຫຼື GDP ໃນ ແຜນການປີ 2012-2013 ຈະຂະຫຍາຍຕົວ
ເພີ່ມຂຶ້ນເຖິງ 12.6% ແລະລາຍໄດ້ ສະເລ່ຍຂອງປະຊາຊົນກໍຈະ
ເພີ່ມຂຶ້ນເປັນ 3,100 ໂດລາ ຕໍ່ຄົນ.
ທ່ານສຸກັນ ມະຫາລາດ ເຈົ້າຄອງນະຄອນວຽງຈັນ ໄດ້ສະແດງ
ຄວາມເຊື່ອໝັ້ນວ່າ ການພັດທະນາເສດຖະກິດໃນເຂດນະຄອນ
ວຽງຈັນນັບແຕ່ປັດຈຸບັນໄປຈົນເຖິງປີ 2015 ຈະສາມາດຮັກສາ
ລະດັບການເຕີບໂຕຂອງຍອດຜະລິດຕະພັນລວມພາຍໃນ ຫຼື
GDP ໄດ້ໃນອັດຕາສະເລ່ຍທີ່ບໍ່ຕໍ່າກວ່າ 12% ຕໍ່ປີ. ສໍາລັບໃນ
ຕະຫຼອດໄລຍະແຜນການປີ 2012-2013 ທີ່ກໍາລັງປະຕິບັດຈັດຕັ້ງຢູ່ໃນເວລານີ້ ກໍເຊື່ອ ວ່າ ຈະສາມາດເຮັດໃຫ້ GDP ຂະຫຍາຍຕົວໄດ້ເຖິງ 12.6% ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ຢູ່ໃນເຂດນະຄອນວຽງຈັນໄດ້ ເຖິງ 3,100 ໂດລາ ຕໍ່ຄົນຕໍ່ປີ.
ຍີ່ງໄປກວ່ານັ້ນ ຖ້າຫາກການດໍາເນີນງານເປັນໄປຕາມແຜນການແລະເປົ້າໝາຍທີ່ວາງໄວ້ໃນທຸກໆດ້ານ ກໍຍັງຈະເຮັດໃຫ້ມູນຄ່າຂອງ GDP ໃນປີ 2015 ສາມາດຄິດສະເລ່ຍເປັນລາຍໄດ້ຂອງປະຊາກອນລາວໃນເຂດນະຄອນວຽງຈັນ ໄດ້ເຖິງ 4,000 ໂດລາ ຕໍ່ຄົນຕໍ່ປີ ແລະຍັງຈະເປັນພື້ນຖານທີ່ສໍາຄັນໃຫ້ກັບການພັດທະນາ ນະຄອນວຽງຈັນໄປສູ່ຄວາມທັນສະໄໝໄດ້ຢ່າງເປັນຮູບປະທໍາອີກດ້ວຍ ດັ່ງທີ່ທ່ານ ສຸກັນ ໄດ້ຖະແຫຼງຢຶນຢັນວ່າ:
“ສູ້ຊົນສ້າງເສດຖະກິດນະຄອນຫຼວງວຽງຈັນໃຫ້ມີຄວາມໜັກແໜ້ນ ມີການຂະຫຍາຍຕົວ
ຕໍ່ເນື່ອງ ແລະໝັ້ນທ່ຽງ ແຕ່ລະປີ ເສດຖະກິດຂະຫຍາຍຕົວບໍ່ໃຫ້ຫລຸດ 12% ສ້າງໂຄງ
ປະກອບເສດຖະກິດທີ່ສົມສ່ວນ ກ້າວສູ່ການຫັນເປັນອຸດສາຫະກໍາ ຫັນເປັນທັນສະໄໝ ລວມຍອດຜະລິດຕະພັນພາຍໃນບໍ່ໃຫ້ຫລຸດ 23 ພັນຕື້ກີບ ສະເລ່ຍລາຍຮັບພົນລະເມືອງ
ບໍ່ໃຫ້ຫລຸດ 4,000 ໂດລາ.”
ແຕ່ຢ່າງໃດກໍຕາມ ທ່ານສຸກັນ ກໍຍອມຮັບວ່າການທີ່ຈະກ້າວໄປເຖິງເປົ້າໝາຍດັ່ງກ່າວໄດ້ຢ່າງ
ແທ້ຈິງ ນັ້ນ ກໍບໍ່ແມ່ນເລຶ່ອງງ່າຍ ເພາະຈະຕ້ອງໃຊ້ຈ່າຍເງິນທຶນແລະງົບປະມານບໍ່ໜ້ອຍຄືກັນ
ສໍາລັບໃນແຜນການປີ 2012-2013 ນີ້ ເຂດນະຄອນວຽງຈັນກໍຕ້ອງການງົບປະມານໃນມູນ
ຄ່າເຖິງ 10,000 ຕື້ກີບ ຫຼືປະມານ 1,250 ລ້ານໂດລາ ຫາກແຕ່ວ່າ ລັດຖະບານກໍສາມາດ
ຕອບສະໜອງໃຫ້ໄດ້ພຽງ 117 ຕື້ກີບ ຫຼືບໍ່ເຖິງ 15 ລ້ານໂດລາເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດ
ໃຫ້ອໍານາດການປົກຄອງເຂດນະຄອນວຽງຈັນຕ້ອງເພິ່ງພາການຊ່ວຍເຫຼືອ ແລະ ກູ້ຢືມຈາກທັງພາຍໃນ ແລະຕ່າງປະເທດເປັນດ້ານຫຼັກ.
ສໍາລັບໃນແຜນການປີ 2011-2012 ທີ່ຜ່ານມາ ອໍານາດການປົກຄອງເຂດນະຄອນວຽງ ຈັນ ກໍໄດ້ຕັ້ງເປົ້າໝາຍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 12.5% ແຕ່ກໍສາມາດປະຕິບັດໄດ້ຈິງພຽງ 12.2% ເທົ່ານັ້ນ ໂດຍນອກຈາກຈະມີ
ສາເຫດມາຈາກຂໍ້ຈໍາກັດດ້ານງົບປະມານແລ້ວ ກໍຍັງໄດ້ຮັບຜົນກະ
ທົບຈາກໄພນໍ້າຖ້ວມທີ່ເຮັດໃຫ້ຜົນຜະລິດໃນພາກກະສິກໍາບໍ່ເປັນ
ໄປຕາມເປົ້າໝາຍແຜນການທີ່ວາງໄວ້ ໂດຍສະເພາະແມ່ນຜົນ
ຜະລິດເຂົ້ານັ້ນຍັງໄດ້ລົດລົງ ເຖິງ 17,000 ໂຕນ ເມື່ອທຽບກັບປີກ່ອນ.
ທັງນີ້ ໂດຍໂຄງການປະກອບທາງເສດຖະກິດຂອງນະຄອນວຽງຈັນນັ້ນ ພາກກະສິກໍາ- ປ່າໄມ້ ກວມເອົາ 19% ພາກອຸດສາຫະກໍາແລະກໍ່ສ້າງ 43% ແລະພາກບໍລິການ 38% ຂອງມູນຄ່າ GDP. ໃນແຜນການປີ 2011-2012 ທີ່ຜ່ານມາ ພາກກະສິກໍາ-ປ່າໄມ້ຂະ ຫຍາຍຕົວ 5.6% ພາກອຸດສາຫະກໍາແລະກໍ່ສ້າງຂະຫຍາຍຕົວ 15.4% ແລະພາກບໍລິການຂະຫຍາຍຕົວ 9.9% ຊຶ່ງກໍເຮັດໃຫ້ GDP ຂອງເຂດນະຄອນວຽງຈັນມີມູນຄ່າລວມ 19,166 ຕື້ກີບ ຫຼືປະມານ 2,395 ລ້ານໂດລາ ແລະຄິດສະເລ່ຍເປັນລາຍໄດ້ຂອງປະຊາ ຊົນໃນເຂດນະຄອນວຽງຈັນ ໄດ້ເຖິງ 22 ລ້ານກີບ ຫຼື ປະມານ 2,750 ໂດລ່າ ຕໍ່ຄົນຕໍ່ປີ.