ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຄາດໝາຍວ່າ ລາຍໄດ້ຂອງປະຊາຊົນ ໃນເຂດນະຄອນ ຫຼວງ ຈະເພີ່ມຂຶ້ນເປັນ 7,351 ໂດລາ ໃນປີ 2030


ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ ຖະແຫລງຢືນຢັນວ່າ ການທີ່ເສດຖະກິດ ໃນເຂດນະຄອນຫຼວງ ວຽງຈັນ ໄດ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ ບໍ່ຫລຸດ 11 ເປີເຊັນ ໃນຊ່ວງປີ 2011-2015.
ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ ຖະແຫລງຢືນຢັນວ່າ ການທີ່ເສດຖະກິດ ໃນເຂດນະຄອນຫຼວງ ວຽງຈັນ ໄດ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ ບໍ່ຫລຸດ 11 ເປີເຊັນ ໃນຊ່ວງປີ 2011-2015.

ທາງການລາວຄາດໝາຍວ່າ ມູນຄ່າຜະລິດຕະພັນລວມ ຈະສາ
ມາດຖົວສະເລ່ຍ ເປັນລາຍໄດ້ຂອງປະຊາຊົນ ໃນເຂດນະຄອນ
ຫຼວງວຽງຈັນ ໄດ້ເຖິງ 6,500 ໂດລາຕໍ່ຄົນ ໃນປີ 2020 ແລະ
ເພີ່ມຂຶ້ນເປັນ 7,351 ໂດລາ ໃນປີ 2030.

ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ ຖະແຫລງຢືນຢັນວ່າ
ການທີ່ເສດຖະກິດ ໃນເຂດນະຄອນຫຼວງວຽງຈັນ ໄດ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາ
ສະເລ່ຍບໍ່ຫລຸດ 11 ເປີເຊັນ ໃນຊ່ວງປີ 2011-2015 ທີ່ຜ່ານມາ ແລະຖ້າຫາກວ່າ ຍັງ
ສາມາດຮັກສາການຂະຫຍາຍຕົວ ທາງເສດຖະກິດ ໃນລະດັບດຽວກັນນີ້ໄດ້ ຢ່າງໝັ້ນຄົງ
ກໍຈະເປັນສິ່ງທີ່ຮັບປະກັນໄດ້ ຢ່າງໜັກແໜ້ນວ່າ ຍອດຜະລິດຕະພັນລວມ (GDP) ຂອງ
ນະຄອນຫຼວງວຽງຈັນ ຈະສາມາດຖົວສະເລ່ຍ ເປັນລາຍໄດ້ຂອງປະຊາຊົນລາວ ໃນເຂດ
ນະຄອນຫຼວງວຽງຈັນ ໄດ້ເຖິງ 6,500 ໂດລາຕໍ່ຄົນ ໃນປີ 2020 ແລະ ຈະເພີ່ມຂຶ້ນເປັນ
7,351 ໂດລາຕໍ່ຄົນ ໃນປີ 2030.

ໂດຍສຳລັບການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ ໃນປີ 2016-2020
ອຳນາດການປົກຄອງເຂດນະຄອນຫຼວງວຽງຈັນ ກໍໄດ້ວາງເປົ້າໝາຍຈະຊຸກຍູ້ໃຫ້ ເສດ
ຖະກິດຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 11 ເປີເຊັນຕໍ່ປີ ແລະ ເພື່ອຮັບປະກັນ
ວ່າ ຈະບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງ ກໍຈຳເປັນທີ່ຈະຕ້ອງເຮັດໃຫ້ພາກກະສິກຳ
ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 7 ເປີເຊັນ ສ່ວນພາກອຸດສາຫະກຳ ແລະ ພາກ
ບໍລິການນັ້ນ ຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 16 ເປີເຊັນ ແລະ 11
ເປີເຊັນຕໍ່ປີ ຕາມລຳດັບ.

ທັງນີ້ ໂດຍນະຄອນຫຼວງວຽງຈັນ ຖືເປັນເຂດທີ່ມີລະດັບການພັດທະນາ ທາງເສດຖະກິດ
ດີທີ່ສຸດໃນລາວ ໂດຍຈະເຫັນໄດ້ຈາກໃນຊ່ວງປີ 2011-2015 ນີ້ ກໍປາກົດວ່າ ເຂດນະ
ຄອນຫຼວງວຽງຈັນ ມີຍອດຜະລິດຕະພັນລວມພາຍໃນ (GDP) ຄິດເປັນມູນຄ່າຫຼາຍກວ່າ
124,900 ຕື້ກີບ ຊຶ່ງສາມາດຖົວສະເລ່ຍເປັນລາຍຮັບ ຂອງປະຊາຊົນລາວ ໃນເຂດນະ
ຄອນຫຼວງວຽງຈັນ ໄດ້ເຖິງ 4,390 ໂດລາຕໍ່ຄົນຕໍ່ປີ ໂດຍເພີ່ມຂຶ້ນເຖິງ 2 ເທົ່າ ທຽບກັບປີ
2010.

ໂດຍລາຍໄດ້ສະເລ່ຍດັ່ງກ່າວນີ້ ຂອງປະຊາຊົນລາວໃນເຂດນະຄອນຫຼວງວຽງຈັນ ຖືເປັນ
ລະດັບສູງສຸດໃນລາວ ທີ່ເຮັດໃຫ້ເຂດນະຄອນຫຼວງວຽງຈັນ ບັນລຸເປົ້າໝາຍ ສະຫັດສະຫວັດ
ການພັດທະນາ ໃນ 5 ດ້ານ ຈຶ່ງຍັງເຫຼືອອີກພຽງແຕ່ 2 ດ້ານ ທີ່ຈະຕ້ອງຈັດຕັ້ງປະຕິບັດ ໃຫ້
ບັນລຸເປົ້າໝາຍ ຢ່າງເປັນຮູບປະທຳຕໍ່ໄປ ຄືການພັດທະນາ ເພື່ອເຮັດໃຫ້ເຍົາວະຊົນ ໄດ້
ຮຽນຈົນຈົບຊັ້ນປະຖົມ ຢ່າງຄົບຖ້ວນ ແລະ ການພັດທະນາເພື່ອຄວາມສະເໝີພາບ ລະ
ຫວ່າງ ຍິງ-ຊາຍ ທັງໃນທາງເສດຖະກິດ ການເມືອງ ແລະສັງຄົມ ໃຫ້ໄດ້ຢ່າງແທ້ຈິງ.

ທາງດ້ານຄະນະຊີ້ນຳ ການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນສູນກາງ
ລາຍງານວ່າ ເປັນການຍາກຢ່າງຍິ່ງທີ່ລັດຖະບານລາວ ຈະຈັດຕັ້ງປະຕິບັດໃຫ້ ສາມາດ
ບັນລຸເປົ້າໝາຍ ສະຫັດສະຫວັດການພັດທະນາ ເພື່ອການລົບລ້າງບັນຫາຄວາມທຸກຍາກ
ຂອງປະຊາຊົນ ໄດ້ຕາມແຜນການທີ່ວາງໄວ້ພາຍໃນປີ 2015 ຊຶ່ງລັດຖະບານລາວ ໄດ້ວາງ
ເປົ້າໝາຍທີ່ຈະລົດຄວາມຍາກຈົນ ລົງສູ່ລະດັບບໍ່ເກີນ 10 ເປີເຊັນ ຂອງບ້ານທັງໝົດ.

ທັງນີ້ ໂດຍການຈັດຕັ້ງປະຕິລັດໃນຊ່ວງປີ 2011-2014 ທີ່ຜ່ານມາ ລັດຖະບານລາວ ສາ
ມາດລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນໄດ້ໃນ 886 ບ້ານ ຄິດເປັນ 9.97 ເປີເຊັນ
ຂອງຈຳນວນບ້ານທັງໝົດ ຢູ່ໃນທົ່ວປະເທດ ແລະຄິດສະເລ່ຍ ເປັນຄວາມສາມາດໃນການ
ລົບລ້າງບັນຫາຄວາມຍາກຈົນ ໄດ້ພຽງແຕ່ 3 ເປີເຊັນ ກວ່າເທົ່ານັ້ນ ໃນແຕ່ລະປີ ຈຶ່ງຍັງເຫຼືອ
ບ້ານຍາກຈົນຢູ່ 2,289 ບ້ານ ຄິດເປັນ 26.72 ເປີເຊັນ ຂອງບ້ານທັງໝົດ.

ຍິ່ງໄປກວ່ານັ້ນ ການພັດທະນາ ໃນລະຍະທີ່ຜ່ານມາ ກໍຍັງເຮັດໃຫ້ເກີດບັນຫາ ກ່ຽວກັບ
ການແຕກໂຕນກັນ ໃນລະດັບການພັດທະນາທາງເສດຖະກິດ ລະຫວ່າງເຂດເມືອງ ກັບ
ເຂດຊົນນະບົດ ເພີ່ມຂຶ້ນນັບມື້ອີກດ້ວຍ ກໍຄືຂະນະທີ່ເຂດເມືອງ ມີສິ່ງອຳນວຍຄວາມສະ
ດວກຕ່າງໆ ຫຼາຍຂຶ້ນນັ້ນ ເຂດຊົນນະບົດກັບຍັງຂາດແຄນໃນທຸກດ້ານ ຫາກແຕ່ລັດຖະ
ບານລາວ ກໍຍັງຈະແກ້ໄຂບັນຫາດັ່ງກ່າວດ້ວຍການຈັດຕັ້ງປະຕິບັດນະໂຍບາຍ 3 ສ້າງ
ຕໍ່ໄປ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ
ໄດ້ໃຫ້ການຢືນຢັນວ່າ:

“ລັດຖະບານໄດ້ຜັນຂະຫຍາຍແນວທາງມາເປັນຍຸດທະສາດ ແຜນການ ໂຄງການແກ້
ໄຂຄວາມທຸກຍາກ ໂດຍໄດ້ຖືເອົາການພັດທະນາ ຊົນນະບົດຮອບດ້ານ ການສ້າງບ້ານ
ພັດທະນາ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ ຕາມທິດສ້າງແຂວງ
ເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານ
ເປັນຫົວໜ່ວຍພັດທະນາ ເປັນໃຈກາງໃນການລົບລ້າງຄວາມທຸກຍາກ.”

ໂດຍສຳລັບມູນຄ່າ GDP ໃນເຂດນະຄອນຫຼວງວຽງຈັນ ໃນແຜນການປີ 2014-2015 ທີ່
ຜ່ານມາ ສາມາດຖົວສະເລ່ຍເປັນລາຍຮັບຂອງປະຊາຊົນໄດ້ 4,390 ຕໍ່ຄົນຕໍ່ປີ ແຕ່ສຳລັບ
ປະຊາຊົນລາວ ທີ່ຢູ່ແຂວງຜົ້ງສາລີນັ້ນ ມູນຄ່າ GDP ກັບສາມາດຖົວສະເລ່ຍ ເປັນລາຍໄດ້
ພຽງ 978 ໂດລາຕໍ່ຄົນຕໍ່ປີ ເທົ່ານັ້ນ.

XS
SM
MD
LG