ທາງການລາວ ຄາດໝາຍວ່າ ເສດຖະກິດໃນເຂດນະຄອນຫຼວງ
ວຽງຈັນ ຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍບໍ່ຫລຸດ 11
ເປີເຊັນ ຕໍ່ປີ ໃນຕະຫຼອດລະຍະແຜນການພັດທະນາເສດຖະກິດ-
ສັງຄົມ ແຕ່ປີ 2016 ເຖິງປີ 2020.
ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ ຖະແຫລງວ່າ ເປົ້າໝາຍ
ສຳຄັນໃນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ ໃນລະຍະຈາກປີ
2016 ເຖິງປີ 2020 ໃນເຂດນະຄອນຫຼວງວຽງຈັນ ກໍຄືການຊຸກຍູ້ໃຫ້ເສດຖະກິດຂະຫຍາຍ
ຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍບໍ່ຫລຸດ 11 ເປີເຊັນ ຕໍ່ປີ ແລະເພື່ອຮັບປະກັນວ່າ ຈະສາມາດ
ບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຈຳເປັນຢ່າງຍິ່ງ ທີ່ຈະຕ້ອງເຮັດໃຫ້ພາກກະສິກຳ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 7 ເປີເຊັນ ສ່ວນພາກອຸດສາຫະກຳ ແລະພາກ
ບໍລິການນັ້ນ ຈະຕ້ອງຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 16 ເປີເຊັນ ແລະ 11 ເປີເຊັນ
ຕໍ່ປີຕາມລຳດັບ.
ທັງນີ້ ໂດຍນະຄອນຫຼວງວຽງຈັນ ຖືເປັນເຂດທີ່ມີລະດັບການພັດທະນາ ທາງດ້ານເສດຖະກິດ
ດີທີ່ສຸດໃນລາວ ໂດຍຈະເຫັນໄດ້ຈາກໃນຊ່ວງປີ 2011-2015 ນີ້ ກໍປາກົດວ່າ ເຂດນະຄອນ
ຫຼວງວຽງຈັນ ມີຍອດຜະລິດຕະພັນລວມພາຍໃນ (GDP) ຄິດເປັນມູນຄ່າຫຼາຍກວ່າ 124,900
ຕື້ກີບ ຊຶ່ງສາມາດຖົວສະເລ່ຍເປັນລາຍຮັບ ຂອງປະຊາຊົນລາວ ໃນເຂດນະຄອນຫຼວງວຽງຈັນ
ໄດ້ເຖິງ 4,390 ໂດລາ ຕໍ່ຄົນຕໍ່ປີ ໂດຍເພີ້ມຂຶ້ນເຖິງ 2 ເທົ່າ ເມື່ອທຽບກັບລາຍໄດ້ສະເລ່ຍໃນປີ 2010 ທີ່ຜ່ານມາ.
ໂດຍລາຍໄດ້ສະເລ່ຍດັ່ງກ່າວນີ້ ຂອງປະຊາຊົນລາວ ໃນເຂດ
ນະຄອນຫຼວງວຽງຈັນ ຖືເປັນລະດັບສູງສຸດໃນລາວ ທີ່ເຮັດໃຫ້
ເຂດນະຄອນຫຼວງວຽງຈັນ ບັນລຸເປົ້າໝາຍສະຫັດສະຫວັດ
ການພັດທະນາ ໃນ 5 ດ້ານ ຈຶ່ງຍັງເຫຼືອອີກພຽງແຕ່ 2 ດ້ານ
ທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍ ຢ່າງເປັນຮູບ
ປະທຳຕໍ່ໄປ ຄືການພັດທະນາ ເພື່ອເຮັດໃຫ້ເຍົາວະຊົນ ໄດ້
ຮຽນຈົນຈົບ ຊັ້ນປະຖົມຢ່າງຄົບຖ້ວນ ແລະການພັດທະນາ
ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ທັງໃນທາງ
ເສດຖະກິດ ການເມືອງ ແລະສັງຄົມໃຫ້ໄດ້ຢ່າງແທ້ຈິງ.
ທາງດ້ານຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມ
ທຸກຍາກ ຂັ້ນສຸນກາງ ລາຍງານວ່າ ເປັນການຍາກຢ່າງຍິ່ງທີ່ລັດຖະບານລາວ ຈະຈັດຕັ້ງ
ປະຕິບັດໃຫ້ສາມາດບັນລຸເປົ້າໝາຍ ສະຫັດສະຫວັດ ການພັດທະນາ ເພື່ອການລົບລ້າງ
ບັນຫາຄວາມທຸກຍາກຂອງປະຊາຊົນໄດ້ ຕາມແຜນການ ທີ່ວາງໄວ້ພາຍໃນປີ 2015 ຊຶ່ງ
ລັດຖະບານລາວໄດ້ວາງເປົ້າໝາຍ ທີ່ຈະລົດຄວາມຍາກຈົນລົງສູ່ລະດັບບໍ່ເກີນ 10 ເປີເຊັນ
ຂອງບ້ານທັງໝົດ.
ທັງນີ້ ໂດຍການຈັດຕັ້ງປະຕິບັດ ໃນຊ່ວງປີ 2011-2014 ທີ່ຜ່ານມາ ລັດຖະບານລາວສາມາດ ລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນ ໄດ້ ໃນ 886 ບ້ານ ຄິດເປັນ 9.97 ເປີເຊັນ ຂອງຈຳນວນບ້ານທັງໝົດ ຢູ່ໃນທົ່ວປະເທດ ແລະຄິດສະເລ່ຍເປັນຄວາມສາມາດ ໃນການລົບລ້າງບັນຫາຄວາມຍາກຈົນ ໄດ້ພຽງແຕ່ 3 ເປີເຊັນ ກວ່າເທົ່ານັ້ນ ໃນແຕ່ລະປີ ຈຶ່ງຍັງເຫຼືອບ້ານຍາກຈົນຢູ່ 2,289 ບ້ານຄິດເປັນ 26.72 ເປີເຊັນ ຂອງບ້ານທັງໝົດ.
ຍິ່ງໄປກວ່ານັ້ນ ການພັດທະນາໃນລະຍະ ທີ່ຜ່ານມາ ກໍຍັງເຮັດໃຫ້ເກີດບັນຫາກ່ຽວກັບການ
ແຕກໂຕນກັນ ໃນລະດັບການພັດທະນາທາງເສດຖະກິດ ລະຫວ່າງເມືອງກັບເຂດຊົນນະບົດ
ເພີ້ມຂຶ້ນນັບມື້ອີກດ້ວຍ ກໍຄືຂະນະທີ່ເຂດເມືອງມີສິ່ງອຳນວຍຄວາມສະດວກຕ່າງໆ ຫຼາຍຂຶ້ນນັ້ນ
ເຂດຊົນນະບົດກັບຍັງຂາດແຄນໃນທຸກດ້ານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນຄະນະພັດທະນາ
ຊົນນະບົດ ແລະລົບລ້າງຄວາມທຸກຍາກ ໄດ້ໃຫ້ການຢືນຢັນວ່າ:
“ພວກເຮົາກະງົບປະມານມີຈຳກັດ ບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການ ແລະກໍບໍ່
ມີຍານພາຫະນະ ທີ່ຈະລົງໄປ ແລ້ວກະເສັ້ນທາງການໄປ-ມານິ ກະທຸລະກັນດານເນາະ
ຕ້ອງໄດ້ອາໄສຍ່າງພຸ້ນນີ້ແຫລະຫຼາຍກວ່າ ເພາະວ່າເສັ້ນທາງລົດເຂົ້າໄປບາງບ້ານກະ
ບໍ່ມີເນາະ ແຕ່ວ່າໄປໄດ້ ນີ້ກະບ່ອນໃດມີເສັ້ນທາງລົດ ກໍໄປໄດ້ພຽງລະດູແລ້ງ ລະດູ
ຝົນນີ້ ກະໄປບໍ່ໄດ້.”
ຊຶ່ງຈະເຫັນໄດ້ຈາກມູນຄ່າ GDP ໃນເຂດນະຄອນຫຼວງວຽງຈັນ ທີ່ຖົວສະເລ່ຍ ເປັນລາຍຮັບຂອງປະຊາຊົນໄດ້ເຖິງ 4,390 ຕໍ່ຄົນຕໍ່ປີນັ້ນ ຫາກແຕ່ສຳຫລັບປະຊາຊົນລາວຢູ່ແຂວງຜົ້ງສາລີ ກັບຍັງມີລາຍໄດ້ສະເລ່ຍພຽງ 978 ໂດລາຕໍ່ຄົນເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກຈົນ ຍັງສູງກວ່າ 45 ເປີເຊັນ ຂອງປະຊາກອນທັງໝົດ ຈຶ່ງເປັນການຍາກຢ່າງຍິ່ງ ທີ່ແຂວງຜົ້ງສາລີ ຈະລົບລ້າງຄວາມຍາກຈົນໄດ້ໃນປີ 2015 ເຊັ່ນດຽວກັນກັບຢູ່ທີ່ແຂວງຫົວພັນ ອຸດົມໄຊ ຫຼວງນ້ຳທາ ບໍ່ແກ້ວ ໄຊສົມບູນ ຄຳມ່ວນ ເຊກອງ ສາລະວັນ ແລະອັດຕະປື ກໍຕົກຢູ່ພາຍໃຕ້ສະພາບການດຽວກັນ ໂດຍມີສາເຫດມາຈາກການທີ່ລັດຖະບານລາວ ບໍ່ສາມາດຕອບສະໜອງງົບປະມານໄດ້ຢ່າງພຽງພໍ ຈຶ່ງເຮັດໃຫ້ກວ່າ 25 ເປີເຊັນຂອງບ້ານທັງໝົດ ບໍ່ໄດ້ຮັບບໍລິການໃນດ້ານຕ່າງໆ ຂອງລັດຖະບານ ແລະ 2 ໃນ 3 ຂອງບ້ານທັງໝົດ ກໍຍັງບໍ່ມີການຜະລິດສິນຄ້າ ເພື່ອຕອບສະໜອງຕະຫຼາດອີກດ້ວຍ.