ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນວຽງຈັນ ເກັບລາຍຮັບ ເຂົ້າງົບປະມານ ບໍ່ໄດ້ຕາມ ຄາດໝາຍ


ກອງປະຊຸມຂອງຄະນະປົກຄອງນະຄອນຫລວງວຽງຈັນ ທີ່ຈັດຂຶ້ນເມື່ອໝໍ່ໆມານີ້
ກອງປະຊຸມຂອງຄະນະປົກຄອງນະຄອນຫລວງວຽງຈັນ ທີ່ຈັດຂຶ້ນເມື່ອໝໍ່ໆມານີ້
ອໍານາດການປົກຄອງເຂດນະຄອນວຽງຈັນຈັດເກັບລາຍຮັບ
ເຂົ້າງົບປະມານໄດ້ຕໍ່າກວ່າຄາດໝາຍທີ່ວາງໄວ້ໃນຊ່ວງ 6 ເດືອນຕົ້ນປີຂອງແຜນການງົບປະມານປະຈໍາ ປີ 2012-
2013 ນີ້.

ທ່ານຄໍາພັນ ມາລາບັນດິດ ຫົວໜ້າຜະແນກການເງິນນະຄອນ
ວຽງຈັນ ຍອມຮັບວ່າ ການຈັດເກັບລາຍຮັບພາຍໃນເຂດນະ
ຄອນວຽງຈັນ ໃນຊ່ວງເດືອນຕຸລາ 2012 ຫາເດືອນມີນາ 2013
ຊຶ່ງເປັນໄລຍະ 6 ເດືອນຕົ້ນປີຂອງແຜນການງົບປະມານປະຈໍາ
ປີ 2012-2013 ນີ້ ສາມາດປະຕິບັດໄດ້ຕໍ່າກວ່າເປົ້າໝາຍແຜນ
ການທີ່ວາງໄວ້ ກໍຄືສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້
ໃນມູນຄ່າລວມ 274.87 ຕື້ກີບ ຫຼື ຄິດເປັນ 40%ຂອງແຜນການ
ຕະຫຼອດປີເທົ່ານັ້ນ.

ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບໄດ້ຕໍ່າກວ່າຄາດໝາຍດັ່ງກ່າວກໍມາຈາກ 2 ປັດໄຈ
ທີ່ສໍາຄັນດ້ວຍກັນ ກໍຄືການຈັດເກັບສ່ວຍສາອາກອນຈາກວິສາຫະກິດ 638 ຫົວໜ່ວຍທີ່
ໄດ້ຮັບມອບຈາກລັດຖະບານລາວສາມາດຈັດເກັບໄດ້ພຽງ 28 ຕື້ກີບຈາກເປົ້າໝາຍ ທີ່
ວາງໄວ້ເຖິງ 110 ຕື້ກີບ ສ່ວນການຈັດເກັບລາຍຮັບຈາກພາສີທີ່ດິນ ແລະຊັບສິນຂອງ
ລັດກໍສາມາດປະຕິບັດໄດ້ໃນລະດັບທີ່ຕໍ່າຫຼາຍເຊັ່ນດຽວກັນ ໂດຍຈະເຫັນໄດ້ຈາກການ
ທີ່ຍັງເກັບຄ່າສໍາປະທານຕະຫຼາດເຊົ້າໃນມູນຄ່າ 3.7 ລ້ານໂດລາບໍ່ໄດ້ເລີຍຈົນເຖິງຂະ
ນະນີ້.
ສູນການຄ້າຕະຫລາດເຊົ້າທີ່ນະຄອນວຽງຈັນ
ສູນການຄ້າຕະຫລາດເຊົ້າທີ່ນະຄອນວຽງຈັນ

ສ່ວນໃນດ້ານງົບປະມານລາຍຈ່າຍໃນໄລຍະດຽວກັນນີ້
ກໍປາກົດວ່າອໍານາດການປົກຄອງເຂດນະຄອນວຽງ
ຈັນໄດ້ໃຊ້ຈ່າຍງົບປະມານໄປແລ້ວ 287.97 ຕື້ກີບ ຫຼື
49% ຂອງແຜນການຕະຫຼອດປີນີ້ ດ້ວຍເຫດນີ້ຈຶ່ງໝັ້ນ
ໃຈວ່າ ການໃຊ້ຈ່າຍງົບປະມານຂອງອໍານາດການປົກ
ຄອງເຂດນະຄອນວຽງຈັນໃນຕະຫຼອດປີນີ້ຈະເປັນໄປ
ຕາມແຜນການທີ່ວາງໄວ້ຢ່າງແນ່ນອນ ທັງນີ້ໂດຍສະ
ພາແຫ່ງຊາດລາວໄດ້ອະນຸມັດລາຍຈ່າຍໃຫ້ກັບອໍານາດ
ການປົກຄອງນະຄອນວຽງຈັນໃນມູນຄ່າລວມ 501.92 ຕື້ກີບ.

ທາງດ້ານທ່ານສຸກັນ ມະຫາລາດ ເຈົ້າຄອງນະຄອນວຽງຈັນ ກໍໄດ້ສະແດງຄວາມເຊື່ອ
ໝັ້ນວ່າການພັດທະນາເສດຖະກິດໃນເຂດນະຄອນວຽງຈັນ ນັບຈາກປັດຈຸບັນໄປຈົນ
ເຖິງປີ 2015 ຈະສາມາດຮັກສາການເຕີບໂຕຂອງຍອດຜະລິດລວມພາຍໃນ (GDP)
ໄດ້ໃນອັດຕາສະເລ່ຍບໍ່ຫຼຸດ 12% ຕໍ່ປີ ໂດຍສໍາລັບແຜນການປີ 2012-2013 ນີ້ກໍເຊື່ອ ວ່າຈະສາມາດເຮັດໃຫ້ GDP ຂະຫຍາຍຕົວໄດ້ເຖິງ 12.6% ຊຶ່ງ ກໍຈະເຮັດໃຫ້ GDP ຄິດໄລ່ໂດຍສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ຢູ່ໃນ ເຂດນະຄອນວຽງຈັນໄດ້ ເຖິງ 3,100 ໂດລ່າຕໍ່ຄົນຕໍ່ປີ.

ຍິ່ງໄປກວ່ານັ້ນ ຖ້າຫາກການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ໃນທຸກໆ ດ້ານກໍຍັງຈະເຮັດໃຫ້ GDP ໃນປີ 2015 ຄິດໄລ່ສະເລ່ຍເປັນລາຍໄດ້ຂອງປະຊາ ຊົນ ໃນນະຄອນວຽງຈັນໄດ້ເຖິງ 4,000 ໂດລາ ຕໍ່ຄົນ ຕໍ່ປີ ແລະຍັງຈະເປັນພື້ນຖານ ທີ່ສໍາຄັນ ໃຫ້ກັບການພັດທະນານະຄອນວຽງຈັນໄປສູ່ຄວາມທັນສະໄໝໄດ້ຢ່າງເປັນຮູບປະທໍາ ອີກ
ດ້ວຍ ດັ່ງທີ່ທ່ານສຸກັນ ໄດ້ຖະແຫຼງຢືນຢັນວ່າ:
ທ່ານສຸກັນ ມະຫາລາດເຈົ້າຄອງກໍາແພງນະຄອນວຽງຈັນ
ທ່ານສຸກັນ ມະຫາລາດເຈົ້າຄອງກໍາແພງນະຄອນວຽງຈັນ

ສູ້ຊົນສ້າງເສດຖະກິດນະຄອນຫຼວງວຽງຈັນໃຫ້
ມີຄວາມໜັກແໜ້ນ ມີການຂະຫຍາຍຕົວຕໍ່ເນື່ອງ
ແລະໝັ້ນທ່ຽງ ແຕ່ລະປີເສດຖະກິດຂະຫຍາຍຕົວ
ບໍ່ໃຫ້ຫຼຸດ 12% ສ້າງໂຄງປະກອບເສດຖະກິດທີ່
ສົມສ່ວນ ກ້າວສູ່ການຫັນເປັນອຸດສາຫະກໍາຫັນ
ເປັນທັນສະໄໝ ລວມຍອດຜະລິດຕະພັນພາຍໃນ
ບໍ່ໃຫ້ຫຼຸດ 23 ພັນຕື້ກີບ ສະເລ່ຍລາຍຮັບພົນລະ
ເມືອງບໍ່ໃຫ້ຫຼຸດ 4,000 ໂດລາ.”


ທັງນີ້ໂດຍໂຄງການປະກອບທາງເສດຖະກິດຂອງນະຄອນວຽງຈັນນັ້ນ ພາກກະສິກໍາ
-ປ່າໄມ້ກວມເອົາ 19%. ພາກອຸດສາຫະກໍາແລະກໍ່ສ້າງ 43% ແລະພາກບໍລິການ 38%
ຂອງມູນຄ່າ GDP ໂດຍໃນແຜນການປີ 2011-2012 ທີ່ຜ່ານມາ GDP ຂອງເຂດນະ
ຄອນວຽງຈັນກໍມີມູນຄ່າລວມເຖິງ 19,166 ຕື້ກີບຫຼືປະມານ 2,395 ລ້ານໂດລາ ແລະ
ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວໃນເຂດນະຄອນວຽງຈັນໄດ້ເຖິງ 22 ລ້ານ
ກີບ ຫຼື ປະມານ 2,750 ໂດລາຕໍ່ຄົນຕໍ່ປີ.
XS
SM
MD
LG