ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນສົ່ງນາຍແພດທະຫານ ໄປນະຄອນຊຽງໄຮ້ ເພື່ອກວດປະຊາຊົນ 26 ລ້ານຄົນ ຕິດໂຄວິດ-19 ຫລືບໍ່


ນາຍແພດຄົນນຶ່ງ ທີີເຫັນຍ່າວກັບໝາ.
ນາຍແພດຄົນນຶ່ງ ທີີເຫັນຍ່າວກັບໝາ.

ຈີນ ສົ່ງພວກນາຍແພດທະຫານ ໄປນະ​ຄອນຊຽງໄຮ້ ເພື່ອກວດ​ເບິ່ງ​ປະ​ຊາ​ຊົນ 26
ລ້ານ​ຄົນ ​ໃນ​ເມືອງ​ດັ່ງ​ກ່າວ ວ່າ​ຕິດ​ໂຄວິດຫຼື​ບໍ່.

ຈີນ ໄດ້ສົ່ງທະຫານ ແລະບັນດາພະນັກງານການແພດຫຼາຍພັນຄົນ ໄປ​ນະ​ຄອນ ຊຽງ
ໄຮ້ ເພື່ອຊ່ວຍກວດໂຄວິດ-19 ໃຫ້​ແກ່​ປະ​ຊາ​ຊົນ 26 ລ້ານຄົນ ໃນວັນຈັນມື້ນີ້ ຊຶ່ງເປັນ
ນຶ່ງໃນ​ການກວດທີ່ໃຫຍ່ສຸດ​ ແບບບໍ່​ເຄີຍມີມາກ່່ອນ ໃນການ​ຮັບ​ມື​ຂອງກະ​ຊວງສາທາ
ລະນະສຸກ ອີງ​ຕາມ​ລາຍ​ງານ​ຂອງອົງການຂ່າວຣອຍເຕີ້.

ປະ​ຊາ​ຊົນຈຳນວນນຶ່ງ ໄດ້ແຈ້ງໃຫ້ລຸກນອນແຕ່ເຊົ້າມືດ ເພື່ອໄປກວດຢູ່ຕາມຄຸ້ມບ້ານ
ເຂົາເຈົ້າ ຫຼາຍຄົນໄດ້ພາກັນເຂົ້າແຖວຢູ່ໃນ​ຊຸດນອນເຂົາເຈົ້າ.

ກອງທັບປົດປ່ອຍປະຊາຊົນຈີນ (PLA) ໃນວັນອາທິດວານນີ້ ໄດ້ສົ່ງພະນັກງານ ການ
ແພດ ຫຼາຍກວ່າ 2000 ຄົນ ທີ່ລະ​ດົມ​ມາ​ຈາກກອງທັບບົກ ກອງທັບເຮືອ ແລະກຳລັງ
ສະໜັບສະໜູນດ້ານ​ລໍ​ຈິດ​ຕິກ​ໄປ​ຍັງ​ນະ​ຄອນຊຽງໄຮ້ ອີງ​ຕາມ​ລາຍ​ງານ​ຂອງໜັງສືພິມ
ກອງທັບ.

ຫຼາຍແຂວງເຊັ່ນວ່າ ຈຽງຊູ ເ​ສຈຽງ ແລະປັກກິ່ງ ໄດ້ສົ່ງພະນັກງານການແພດ ໄປ​ນະ​
ຄອນຊຽງໄຮ້ ອີງຕາມລາຍງານສື່ມວນ​ຊົນ ດ້ວຍການຄາດຄະເນ​ວ່າ​ໂຕ ເລກຜູ້​ຕິດ
​ເຊື້ອ ແມ່ນຫຼາຍກວ່າ 10,000 ຄົນ.

ນີ້ເປັນການ​ຮັບ​ມື​ທາງ​ດ້ານສາທາລະນະສຸກທີ່ໃຫຍ່ສຸດຂອງຈີນ ນັບແຕ່ໄດ້ມີການຕໍ່ສູ້
ກັບການລະບາດໂຄວິດ-19 ຢູ່ເມືອງວູຫານ ບ່ອນທີ່ໄດ້ຄົ້ນພົບໄວຣັສໂຄໂຣນາ ເທື່ອ
ທຳອິດ ໃນຕົ້ນປີ 2020. ສະພາ​ບໍ​ລິ​ຫານປະເທດໄດ້ກ່າວວ່າ ກອງທັບປົດປ່ອຍປະຊາ
ຊົນຈີນ ໄດ້ສົ່ງພະນັກງານການແພດຫຼາຍກວ່າ 4,000 ຄົນ ໄປ​ທີ່ແຂວງຮູເບ ​ຊຶ່ງ​ເປັນທີ່
ຕັ້ງຂອງ​ເມືອງວູຫານ ໃນເວລານັ້ນ.

China sent the military and thousands of healthcare workers into Shanghai to help execute COVID-19 tests for all its 26 million residents Monday, in one of its biggest ever public health responses.

Some residents were asked to wake up before dawn for nucleic acid testing at their housing compounds, many queuing up in their pajamas.

The People's Liberation Army (PLA) on Sunday dispatched more than 2,000 medical personnel recruited from across the army, navy and joint logistics support forces to Shanghai, an armed forces newspaper reported.

Multiple provinces such Jiangsu, Zhejiang and Beijing have sent healthcare workers to Shanghai, according to media reports, with some estimates putting the total number at more than 10,000.

It is China's largest public health response since it tackled the initial COVID-19 outbreak in Wuhan, where the novel coronavirus was first discovered in early 2020. The State Council said the PLA dispatched more than 4,000 medical personnel to the province of Hubei, where Wuhan is, back then.

XS
SM
MD
LG