ຮອງປະທານປະເທດລາວເນັ້ນໜັກວ່າຊາວກໍາມະກອນໃນລາວ
ຈະຕ້ອງສຶກສາອົບລົມເພື່ອຍົກສູງແນວຄິດການເມືອງ ໃນຂະນະ
ທີ່ແຮງງານລາງຍັງຕ້ອງປະເຊີນກັບ ການຖືກເອົາຮັດເອົາປຽບ
ຫຼາຍຂຶ້ນນັບມື້.
ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວໄດ້ກ່າວເນັ້ນ
ໜັກໃນໂອກາດການ ສະເຫຼີມສະຫຼອງວັນແຮງງານສາກົນຄົບ
ຮອບ 127 ປີ ຊຶ່ງໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ເມ
ສາທີ່ຜ່ານມານີ້ວ່າສິ່ງສໍາຄັນທີ່ສຸດທີ່ສູນກາງສະຫະພັນກໍາມະ ບານລາວຈະຕ້ອງເລັ່ງດໍາເນີນການປະຕິບັດຈັດຕັ້ງໃຫ້ໄດ້ຢ່າງ
ແທ້ຈິງໃຫ້ໄວທີ່ສຸດກໍຄືການສຶກສາອົບລົມເພື່ອຍົກສູງແນວຄິດ
ແລະທັດນະນະທາງການເມືອງຂອງບັນດາຜູ້ອອກແຮງງານໃຫ້
ເປັນໄປຕາມທິດນໍາທີ່ພັກປະຊາຊົນປະຕິວັດໄດ້ວາງອອກ.
ທັງນີ້ໂດຍສະເພາະແມ່ນການເອົາໃຈໃສ່ໃນການຄົ້ນຄວ້າເພື່ອຫັນເອົາແນວທາງນະໂຍ
ບາຍຂອງພັກ-ລັດໄປສູ່ການປະຕິບັດຕົວຈິງໃຫ້ໄດ້ຢ່າງເປັນຮູບປະທໍາພາຍໃຕ້ເປົ້າໝາຍ
ເພື່ອສ້າງເງື່ອນໄຂໃຫ້ກໍາມະກອນໄດ້ຮັບການຍົກລະດັບຄວາມຮູ້ຄວາມສາມາດທັງໃນ
ດ້ານເທກນິກ ວິຊາການ ແລະຝີມືແຮງງານໃຫ້ສູງຂຶ້ນເລື້ອຍໆ ເພື່ອຮອງຮັບການພັດທະ
ນາເສດຖະກິດໄປສູ່ອຸດສາຫະກໍາທີ່ທັນສະໄໝໃຫ້ໄດ້ໃນໄລຍະຕໍ່ໄປ.
ແຕ່ຢ່າງໃດກໍຕາມ ທ່ານຄໍາຫຼ້າ ລໍລອນສີ ປະທານສະຫະພັນກໍາມະບານລາວ ກໍຍອມຮັບ
ວ່າ ບັນຫານີ້ໜ້າເປັນຫ່ວງແລະເປັນອຸບປະສັກຕໍ່ການພັດທະນາເພື່ອຍົກລະດັບຄຸນນະ
ພາບຊີວິດການເປັນຢູ່ຂອງບັນດາຜູ້ອອກແຮງງານໃນລາວໃຫ້ດີຂຶ້ນໃນປັດຈຸບັນກໍຄືບັນ
ຫາກ່ຽວກັບການເອົາຮັດເອົາປຽບແຮງງານໂດຍບັນດານາຍຈ້າງ ທັງທີ່ເປັນຄົນລາວ ແລະຊາວຕ່າງປະເທດ.
ເຖິງແມ່ນວ່າສະຫະພັນກໍາມະບານລາວ ຈະໄດ້ພະຍາຍາມໃຫ້ການຄຸ້ມຄອງຜົນປະໂຫຍດ
ຂອງຜູ້ອອກແຮງງານໃນລາວມາໂດຍຕະຫຼອດ ຊຶ່ງກໍເຮັດໃຫ້ບັນດາ ຜູ້ອອກແຮງງານ
ໃນ
ລາວມີສະພາບຊີວິດການເປັນຢູ່ທີ່ດີຂຶ້ນກວ່າແຕ່ກ່ອນ ແລະໃນ ປີ 2012 ທີ່ຜ່ານມາ ສະ
ຫະພັນກໍາມະບານລາວກໍສາມາດຊຸກຍູ້ໃຫ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າໃຫ້ກັບ
ຜູ້ອອກແຮງງານໄດ້ກໍຕາມ ຫາກແຕ່ການທີ່ຈະກວດກາ ໃຫ້ຮູ້ວ່າບັນດານາຍຈ້າງໄດ້ມີ
ການປະຕິບັດຢ່າງແທ້ຈິງຫຼືບໍ່ນັ້ນ ກໍຍັງເປັນການຍາກຫຼາຍ.
ຊຶ່ງດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ມີການເອົາຮັດເອົາປຽບບັນດາຜູ້ອອກແຮງ
ງານໂດຍນາຍຈ້າງເກີດຂຶ້ນຢູ່ເລື້ອຍມາ ແລະເຖິງແມ່ນວ່າສະຫະພັນກໍາມະບານລາວ
ຈະໄດ້ດໍາເນີນມາດຕະການກວດກາຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ກໍບໍ່ສາມາດຮັບປະກັນ
ໄດ້ຢ່າງທົ່ວເຖິງ ດັ່ງທີ່ທ່ານຄໍາຫຼ້າ ໄດ້ຊີ້ແຈງວ່າ:
“ທຸກມື້ນີ້ ກະມີປາກົດການແລ້ວ ເປັນຕົ້ນວ່າການໃຊ້
ແຮງງານລ່ວງເກີນເວລາ ການໃຊ້ແຮງງານທີ່ມັນບໍ່ຊອບ
ດ້ວຍກົດໝາຍ ຫຼືວ່າວັນພັກ ຫຼືວັນບຸນຕ່າງໆນີ້ກໍໃຫ້ພັກ
ໃຫ້ເຊົາ ອັນນີ້ກະເປັນການຂູດຮີດແຮງງານ ຫຼືວ່າການ
ສະໜອງຄ່າແຮງງານທີ່ມີມາກ່ອນນີ້ ກະບໍ່ທັນສະໜອງ
ຕອບຕາມຄວາມຮຽກຮ້ອງຕ້ອງການຕາມກົດໝາຍ ຫຼືວ່າ
ຕາມຂໍ້ກໍານົດເງິນເດືອນຕໍ່າສຸດນີ້ບາງບ່ອນກໍຍັງລະເມີດ
ຢູ່.”
ລັດຖະບານລາວໄດ້ອະນຸມັດປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສຸດສໍາລັບຜູ້ອອກແຮງງານໃນ
ລາວແລະໃຫ້ມີຜົນບັງຄັບຢ່າງເປັນທາງການນັບແຕ່ວັນທີ 1 ມັງກອນ 2012 ເປັນຕົ້ນມາ
ຊຶ່ງເປັນຜົນເຮັດໃຫ້ອັດຕາຄ່າຈ້າງຂັ້ນຕໍ່າປັບຂຶ້ນຈາກ 348,000 ກີບ ມາເປັນ 626,000
ກີບຕໍ່ເດືອນ ຫາກແຕ່ອັດຕາຄ່າຈ້າງຂັ້ນຕໍ່າດັ່ງກ່າວນີ້ ກໍບໍ່ມີຜົນບັງຄັບໃຊ້ກັບລູກຈ້າງ
ຂອງພາກສ່ວນທີ່ເປັນຄູ່ສັນຍາກັບລັດຖະບານ ພັກປະຊາຊົນປະຕິວັດລາວ ອົງການຈັດ
ຕັ້ງຂອງພັກ-ລັດ ພະນັກງານຂອງ ພັກ-ລັດ ອົງການທີ່ບໍ່ຂຶ້ນກັບລັດຖະບານລາວ ແລະ
ພາກສ່ວນຕ່າງໆທີ່ມີພັນທະ ຫຼື ສັນຍາຮ່ວມກັບກະຊວງປ້ອງກັນປະເທດລາວ.
ສ່ວນຜູ້ອອກແຮງງານໃນພາກທຸລະກິດ ພາກບໍລິການ ແລະໂຮງງານຕ່າງໆທີ່ໄດ້ຮັບການ
ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່ານັ້ນ ກໍມີພັນທະທີ່ຈະຕ້ອງອອກແຮງງານເປັນເວລາ 8 ຊົ່ວ
ໂມງຕໍ່ວັນ ແລະໃນແຕ່ລະເດືອນກໍຈະຕ້ອງອອກແຮງງານບໍ່ຕໍ່າກວ່າ 26 ວັນຫຼື ອາທິດ
ລະ 6 ມື້.
ແຕ່ຢ່າງໃດກໍຕາມ ອັດຕາຄ່າຈ້າງດັ່ງກ່າວນີ້ ກໍຍັງຕໍ່າກວ່າຢູ່ໃນໄທເຖິງ 1 ເທົ່າເປັນຢ່າງ
ໜ້ອຍ ຈຶ່ງເຮັດໃຫ້ຜູ້ອອກແຮງງານລາວຈໍານວນບໍ່ໜ້ອຍຍັງນິຍົມພາກັນ ເດີນທາງໄປ
ລັກລອບທໍາງານຢູ່ໃນໄທເພີ່ມຂຶ້ນເລື້ອຍໆ ໂດຍອົງການເຄືອຂ່າຍຄຸ້ມຄອງແຮງງານ
ຕ່າງດ້າວໃນໄທ ເຊື່ອວ່າມີແຮງງານລາວຫຼາຍກວ່າ 5 ແສນຄົນທີ່ ລັກລອບທໍາງານຢູ່ໃນ
ໄທທຸກມື້ນີ້ ສ່ວນແຮງງານລາວທີ່ທໍາງານຢ່າງຖືກຕ້ອງໃນໄທກັບມີພຽງແຕ່ 5 ໝື່ນກວ່າຄົນ
ເທົ່ານັ້ນ.