ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮອງປະທານປະເທດ ຍອມຮັບວ່າ ເຈົ້າໜ້າທີ່ ຂັ້ນສູງລາວ ສ່ວນໃຫຍ່ ຂາດປະສິດທິພາບ


ທ່ານພັນຄຳ ວິພາວັນ ຮອງປະທານປະເທດລາວ ຍອມຮັບວ່າ ການຄັດເລືອກບຸກຄະລາກອນ ເຂົ້າມາເປັນ ພະນັກງານລັດ ຍັງບໍ່ມີປະສິດທິພາບ
ທ່ານພັນຄຳ ວິພາວັນ ຮອງປະທານປະເທດລາວ ຍອມຮັບວ່າ ການຄັດເລືອກບຸກຄະລາກອນ ເຂົ້າມາເປັນ ພະນັກງານລັດ ຍັງບໍ່ມີປະສິດທິພາບ

ຮອງປະທານປະເທດຍອມຮັບວ່າ ເຈົ້າໜ້າທີ່ຂັ້ນສູງຂອງລາວ ສ່ວນໃຫຍ່ ມີຄວາມຮູ້
ຄວາມສາມາດ ແລະຄຸນນະພາບໃນລະດັບທີ່ຕ່ຳ ເຖິງແມ່ນວ່າ ຈຳນວນບໍ່ນ້ອຍ ຈະຈົບ
ການສຶກສາ ລະດັບປະລິນຍາເອກ ກໍຕາມ.

ທ່ານພັນຄຳ ວິພາວັນ ຮອງປະທານປະເທດລາວ ຍອມຮັບວ່າ ການຄັດເລືອກບຸກຄະ
ລາກອນ ເຂົ້າມາເປັນພະນັກງານລັດ ຍັງບໍ່ມີປະສິດທິພາບ ແລະເມື່ອສົມທົບກັບມາດ
ຕະຖານ ການສຶກສາຊັ້ນສູງໃນລາວ ກໍຍັງມີຄຸນນະພາບໃນລະດັບຕ່ຳດ້ວຍແລ້ວ ຍິ່ງ
ເຮັດໃຫ້ພະນັກງານສ່ວນໃຫຍ່ ຂອງລັດຖະບານລາວ ເປັນບຸກຄະລາກອນ ທີ່ມີຄວາມຮູ້
ຄວາມສາມາດ ແລະຄວາມຊຳນານການ ໃນລະດັບທີ່ຕ່ຳຫຼາຍ ໂດຍໃນນີ້ ກໍລວມເຖິງ
ເຈົ້າໜ້າທີ່ຂັ້ນສູງ ທີ່ຈົບການສຶກສາລະດັບປະລິນຍາເອກດ້ວຍ ດັ່ງທີ່ທ່ານພັນຄຳ ໄດ້ໃຫ້
ການຢືນຢັນວ່າ:

“ກໍລະນີເຂົ້າຮ່ວມກອງປະຊຸມໂຕະມົນ ເບື້ອງຄະນະຜູ້ແທນລາວ ຝ່າຍ Doctor ຫັ້ນ
ຊາບລາບຢູ່ເຕັມໂຕະ ແນມເບິ່ງຊ່ຽວຊານນີ້ ບໍ່ແມ່ນ Doctor ຊ້ຳ ຄວາມຮູ້ເຂົາ ກໍຫຼາຍ
ກວ່າເຮົາ ຄວາມສາມາດເຂົາກໍມີຫຼາຍ ກວ່າເຮົາ ເຮົາແມ່ນໄດ້ Doctor ເຕັມອົກເຕັມ
ຫາງ ແຕ່ວ່າ ອີຫຍັງກະບໍ່ຮູ້ ຊີ້ໂບ້ ຊີ້ເບ້ຫຼາຍ ຂໍເພີ່ມເທົ່າໃດ ເຮົາກະບໍ່ວ່າ ແຕ່ວ່າຈຳນວນບໍ່ນ້ອຍກະບໍ່ໄດ້ຄຸນນະພາບ.”

ທາງດ້ານ ທ່ານນາງບົວຄຳ ທິບພະວົງ ສະມາຊິກສະພາແຫ່ງຊາດລາວ ເຂດ 1 ນະຄອນ
ວຽງຈັນ ໄດ້ໃຫ້ທັດສະນະວ່າ ສະພາແຫ່ງຊາດ ຈະຕ້ອງປະຕິຮູບວິທີການຄັດເລືອກເອົາ
ບຸກຄະລາກອນຂັ້ນສູງ ໃນວົງການລັດຖະບານ ເພື່ອເຮັດໃຫ້ໄດ້ບຸກຄະລາກອນຜູ້ທີ່ມີ
ຄວາມຮູ້ຄວາມສາມາດ ໃນການປະຕິບັດພາລະໜ້າທີ່ ໃນຕຳແໜ່ງ ທີ່ໄດ້ຮັບການແຕ່ງ
ຕັ້ງນັ້ນ ຢ່າງແທ້ຈິງ ທັງນີ້ ດ້ວຍການປ່ຽນແປງວິທີ ການລົງຄະແນນຮັບຮອງຂອງສະມາ
ຊິກສະພາແຫ່ງຊາດຢ່າງເປີດເຜີຍ ໄປເປັນການລົງຄະແນນຢ່າງປິດລັບ ຊຶ່ງຈະເຮັດໃຫ້
ການລົງຄະແນນດັ່ງກ່າວ ຂອງສະມາຊິກສະພາແຫ່ງຊາດ ມີອິດສະຫລະຫຼາຍຂຶ້ນ ເພາະ
ບໍ່ຕ້ອງຢ້ານວ່າ ຜູ້ທີ່ເປັນເປົ້າໝາຍທີ່ຈະໄດ້ຮັບການແຕ່ຕັ້ງນັນ ຈະບໍ່ພໍໃຈ ຖ້າຫາກປາກົດ
ວ່າ ສະມາຊິກສະພາແຫ່ງຊາດຄົນໃດ ບໍ່ລົງຄະແນນຮັບຮອງເອົາຜູ້ເປັນເປົ້າໝາຍດັ່ງ
ກ່າວ ພ້ອມກັນນັ້ນ ຍັງຈະຕ້ອງມີການກວດກາຊັບສິນ ແລະກວດສອບປະຫວັດ
ການປະຕິບັດໜ້າທີ່ໃນຕຳແໜ່ງທີ່ຜ່ານມາຂອງຜູ້ເປັນເປົ້າໝາຍຢ່າງລະອຽດດ້ວຍ.

ຄະນະກຳມະການ ກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ
ຄະນະກຳມະການ ກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ

ກ່ອນໜ້ານີ້ ທ່ານຈັນສີ ໂພສີຄຳ ກຳມະການກົມການເມືອງ ແລະຫົວໜ້າຄະນະຈັດຕັ້ງ
ສູນກາງພັກປະຊາຊົນປະຕິວັດລາວ ຍອມຮັບວ່າ ສະມາຊິກພັກ ທີ່ຂາດຈັນຍາບັນ ໃນ
ການປະຕິບັດໜ້າທີ່ ຍັງເປັນປາກົດການຫຍໍ້ທໍ້ ທີ່ກະທົບຕໍ່ການນຳຂອງພັກ-ລັດ ຢູ່
ເລື້ອຍມາ ໂດຍສະເພາະແມ່ນການທຸຈະລິດ ດ້ວຍການຮັບສິນບົນນັ້ນ ເປັນບັນຫາ
ທີ່ເກີດຂຶ້ນຫຼາຍທີ່ສຸດ ໂດຍຄະນະກວດກາສູນກາງພັກ ໄດ້ຮັບຈົດໝາຍຈາກປະຊາຊົນ
3,640 ສະບັບ ທີ່ຮຽກຮ້ອງຂໍໃຫ້ກວດກາການໃຊ້ອຳນາດ ແລະປະຕິບັດໜ້າທີ່ ຂອງ
ສະມາຊິກພັກ ທີ່ຖືກສົ່ງໄສວ່າ ໄດ້ໃຊ້ອຳນາດໂດຍທຸຈະລິດ ເພື່ອຜົນປະໂຫຍດສ່ວນຕົວ.

ໂດຍສູນກາງພັກປະຊາຊົນປະຕິວັດລາວ ໄດ້ພະຍາຍາມແກ້ໄຂບັນຫາດັ່ງກ່າວ ທັງຍັງ
ເປັນການສ້າງສັດທາຂອງປະຊາຊົນ ໃຫ້ມີຕໍ່ການນຳຂອງພັກ-ລັດດ້ວຍນັ້ນ ດ້ວຍການ
ເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນ ແລະປາບປາມການທຸຈະລິດ ດ້ວຍການ
ກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານ ຂອງພັກ-ລັດ ທຸກລະດັບຊັ້ນໃນທົ່ງປະເທດ ຈະ
ຕ້ອງຮັບຜິດຊອບຕໍ່ການທຸຈະລິດ ທີ່ເກີດຂຶ້ນໃນໜ່ວຍງານ ທີ່ຄົນຮັບຜິດຊອບດ້ວຍ.

ສ່ວນທ່ານບຸນທອງ ຈິດມະນີ ປະທານອົງການຕ້ານການສໍ້ລາດບັງຫຼວາາງແຫ່ງຊາດ
ໃຫ້ການຢືນຢັນວ່າ ໃນໄລຍະ 5 ປີ ຜ່ານມາ ໄດ້ກວດພົບວ່າ ການທຸຈະລິດເຮັດໃຫ້ພັກ-
ລັດ ເສຍຫາຍເປັນມູນຄ່າເກີນກວ່າ 5,000 ຕື້ກີບ ພ້ອມທັງເງິນຕາຕ່ງປະເທດ 90 ກວ່າ
ໂດລາໂດລາ ກັບ 40 ລ້ານບາດ ໂດຍຈາກການຕິດຕາມກວດກາ ກໍສາມາດຍຶດຄືນມາ
ໄດ້ 1,000 ກວ່າຕື້ກີບ 70 ກວ່າລ້ານໂດລາ ກັບ 30 ລ້ານບາດ ທັງຍັງຍຶດທີ່ດິນລັດ ທີ່
ຖືກລັກລອບຂຂາຍໃຫ້ນາຍທຶນຕ່າງຊາດກັບຄືນມາໄດ້ ກວ່າ 10,000 ເຮັກຕາອີກດ້ວຍ.

ນອກຈາກນັ້ນ ອົງການກວດກາແຫ່ງລັດ ກໍຍັງໄດ້ກວດສອບ 734 ເປົ້າໝາຍໜ່ວຍງານ
ຂອງພັກ ແລະລັດ ພົບການທຸຈະລິດຂອງພະນັກງານລັດ ແລະໄດ້ລົງໂທດທາງວິໄນ
ຕໍ່ພະນັກງານລັດ ທີ່ກ່ຽວຂ້ອງໃນການທຸຈະລິດ 165 ຄົນ ແລະລົງໂທດຈຳຄຸກ ພະນັກ
ງານລັດ 38 ຄົນ ທີ່ກ່ຽວຂ້ອງກັບການທຸຈະລິດດັ່ງກ່າວ.

XS
SM
MD
LG