ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຈະບໍ່ມີການຊື້ຕຳແໜ່ງ ໃນວົງການພະນັກງານຂອງລັດຖະບານລາວ ອີກຕໍ່ໄປ


ບັນດາເຈົ້າໜ້າທີ່ຕຳຫຼວດ ໄດ້ຮັບການເລື່ອນຊັ້ນພ້ອມກັບຫຼຽນປະຈຳການ ຈາກຜູ້ບັນຊາການຕຳຫຼວດ.
ບັນດາເຈົ້າໜ້າທີ່ຕຳຫຼວດ ໄດ້ຮັບການເລື່ອນຊັ້ນພ້ອມກັບຫຼຽນປະຈຳການ ຈາກຜູ້ບັນຊາການຕຳຫຼວດ.

ຮອງນາຍົກລັດຖະມົນຕີ ຢືນຢັນວາ ຈະບໍ່ມີການຊື້ຕຳແໜ່ງ ໃນວົງການພະນັກ ງານຂອງລັດຖະບານລາວອີກຕໍ່ໄປແຕ່ຈະໃຫ້ການສົ່ງເສີມພະນັກງານທີ່ມີຄວາມຮູ້-ຄວາມສາມາດ ໃນການປະຕິບັດໜ້າທີ່ຕົວຈິງ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໃຫ້ການຢືນຢັນວ່າ ຄະນະລັດຖະບານລາວ ຊຸດປັດຈຸບັນ ຈະບໍ່ຍອມໃຫ້ມີການຊື້ຈ້າງເອົາຕຳແໜ່ງ ໃນວົງການພະນັກງານຂອງລັດຖະບານຢ່າງເດັດຂາດ ແຕ່ວ່າ ຈະເນັ້ນໜັກໃນການພິ ຈາລະນາຈາກລະດັບຄວາມຮູ້-ຄວາມສາມາດຕົວຈິງຂອງພະນັກງານເປັນສຳຄັນ ກໍຄືມີແຕ່ພະນັກງານທີ່ມີຄວາມຮູ້-ຄວາມສາມາດຢ່າງແທ້ຈິງເທົ່ານັ້ນ ທີ່ຈະໄດ້ຮັບການສົ່ງເສີມໃຫ້ກ້າວຂຶ້ນຕຳແໜ່ງທີ່ສູງຂຶ້ນ ດັ່ງທີ່ທ່ານກິແກ້ວ ໄດ້ໃຫ້ການຢືນຢັນວ່າ:

“ທຸກໆຂອດຂອງວຽກງານ ນັບແຕ່ຂອດຂຶ້ນແຜນການບໍາລຸງ ສ້າງນະໂຍບາຍຕໍ່ພະນັກງານ ການສ້າງພະນັກງານ ຊັບຊ້ອນ ຈັດວາງ ການເລື່ອນຊັ້ນ ການປະຕິບັດວິໄນຕໍ່ພະນັກງານ ນະໂຍບາຍຕ່າງໆຕໍ່ພະນັກງານ ຕ້ອງເບິ່ງຄືນໝົດ ມີຂຶ້ນ ມີລົງ ມີເຂົ້າ ມີອອກ ເຮັດຫຼ້ອນໜ້າທີ່ ປະຕິບັດມີຜົນງານໃຫ້ຂຶ້ນ ເຮັດບໍ່ຫຼ້ອນໜ້າທີ່ ຜົນງານບໍ່ມີ ລົ້ມແຫຼວໃຫ້ພິຈາລະນາຕົວເອງສາກ່ອນ ຄັນບໍ່ພິຈາ ລະນາຕົນເອງ ພວກເຮົາສິພິຈາລະນາໃຫ້ເອົາຜົນງານ ເອົາປະສິດທິພາບຂອງວຽກງານເປັນໄມ້ຫຼາວັດແທກ.”

ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງສປປ ລາວ ລົງຢ້ຽມຢາມໂຮງຮຽນແຫ່ງນຶ່ງໃນນະຄອນວຽງຈັນ.
ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງສປປ ລາວ ລົງຢ້ຽມຢາມໂຮງຮຽນແຫ່ງນຶ່ງໃນນະຄອນວຽງຈັນ.

ສ່ວນທ່ານທອງລຸນ ສີສຸລິດ ປະທານປະເທດ ຖະແຫລງຍອມຮັບວ່າ ການຫຼິ້ນພັກ-ຫຼິ້ນພວກ ແລະການຊື້ເອົາຕຳແໜ່ງໃນວັງການພະນັກງານຂອງລັດຖະບານລາວ ໄດ້ເກີດຂຶ້ນໃນທຸກພາກສ່ວນທົ່ວປະເທດ ອັນເຮັດໃຫ້ການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆ ຂອງລັດຖະບານລາວ ບໍ່ບັນລຸເປົ້າໝາຍ ເນື່ອງຈາກວ່າ ພະນັກງານລັດທີ່ຮັບຜິດຊອບນັ້ນ ບໍ່ມີຄວາມຮູ້-ຄວາມສາມາດໃນການປະຕິບັດວຽກງານຕົວຈິງ ໂດຍບັນຫາດັ່ງກ່າວນີ້ ຍັງມີທ່າອ່ຽງເພີ້ມຂຶ້ນນັບມື້ອີກດ້ວຍ ດັ່ງທີ່ທ່ານທອງລຸນ ໃຫ້ການຢືນຢັນວ່າ:

“ນອກຈາກນັ້ນ ຍັງມີທ່າອ່ຽງບ່ອນວ່າ ຮັບພະນັກງານເຂົ້ານີ້ແມ່ນອ່ຽງໄປທາງດ້ານການຈຸ້ມເຈື້ອເຊື້ອສາຍ ຄຸນນະພາບຫລືບໍ່ມີຄຸນນະພາບນີ້ ບໍ່ທັນຄຶດ ມີລັກ ສະນະຊື້ຂາຍຕຳແໜ່ງ ຊື້ຂາຍຄົນອັນທີ່ເຂົ້າລັດຖະກອນ ໂຕນີ້ເຖິງວ່າ ບໍ່ທັນຫຼາຍແທ້ ແຕ່ມີປາກົດການຕັ້ງແຕ່ຂັ້ນເມືອງ ຂັ້ນແຂວງ ມາຫາສູນກາງ ອັນນີ້ແມ່ນມັນບໍ່ງາມ ມັນຜິດ ແລະກະມັນຈະບໍ່ໄດ້ຄຸນນະພາບແລ້ວ ລັດຖະກອນຂອງພວກເຮົາ.”

ໂດຍລັດຖະບານລາວ ໄດ້ອະນຸມັດໂຄຕາໃຫ້ສາມາດບັນຈຸພະນັກງານໃໝ່ໄດ້ບໍ່ເກີນ 1,500 ຄົນໃນທົ່ວປະເທດ ໃນນີ້ເປັນໂຄຕາ ຂອງກະຊວງສຶກສາທິການແລະກິລາ 936 ຄົນ ກະຊວງສາທາລະນະສຸກ 220 ຄົນ ກະຊວງກະສິກຳແລະປ່າໄມ້ 33 ຄົນ ກະຊວງການເງິນ 25 ຄົນ ສ່ວນກະຊວງອື່ນໆ ຮວມເຖິງຫ້ອງການປະທານປະເທດດ້ວຍນັ້ນ ດ້ໂຄຕາລະຫວ່າງ 3-17 ຄົນ ຊຶ່ງການຈຳກັດໂຄວຕາດັ່ງກ່າວນີ້ ຍັງເຮັດໃຫ້ເກີດບັນຫາຂາດແຄນບຸກຄະລາກອນໃນຫຼາຍພາກສ່ວນ ໂດຍສະເພາະແມ່ນກະຊວງສຶກສາ ທີ່ມີໂຮງຮຽນເຖິງ 12,744 ແຫ່ງຢູ່ໃນເຂດຊົນນະບົດນັ້ນ ຍັງຂາດແຄນຄູ 19,757 ຄົນ ຂະນະທີ່ໂຮງຮຽນທີ່ຢູ່ໃນເມືອງກັບມີຄູເກີນຄວາມຕ້ອງການເຖິງ 9,664 ຄົນ ຊຶ່ງເມື່ອສົມທົບດ້ວຍການທີ່ລັດຖະບານມີງົບປະມານຢ່າງຈຳກັດ ກໍຍັງເຮັດໃຫ້ຕ້ອງມີການກຳນົດໃຫ້ບັນດາໂຮງຮຽນຂອງລັດ ໃນທົ່ວປະເທດສາມາດທີ່ຈະບັນຈຸຄູໃໝ່ໄດ້ພຽງແຕ່ 369 ຄົນເທົ່ານັ້ນອີກດ້ວຍ.

ນອກຈາກນີ້ ການບັນຈຸຄູໃໝ່ຕາມຈຳນວນທີ່ລັດຖະບານລາວ ໄດ້ກຳນົດໄວ້ໃນແຕ່ລະປີ ໂດຍຈັດໃຫ້ມີການສອບເສັງເພື່ອຄັດເລືອກເອົາຄູທີ່ມີເງື່ອນໄຂຢ່າງຄົບຖ້ວນແລະສອດຄ້ອງກັບຄວາມຕ້ອງການຕົວຈິງ ຂອງແຕ່ລະພື້ນທີ່ນັ້ນ ກໍຍັງປາ ກົດມີການຈັດການສອບເສັງທີ່ບໍ່ໄດ້ມາດຕະຖານ ຈຶ່ງເຮັດໃຫ້ໄດ້ຄູ ທີ່ບໍ່ມີຄຸນນະ ພາບ ໂດຍສະເພາະແມ່ນບັນດາຄູອາສາສະໝັກໃນເຂດຊົນນະບົດ ທີ່ເຂົ້າຮ່ວມການສອບເສັງເພື່ອບັນຈຸເປັນຄູໃນສັງກັດກະຊວງສຶກສາດ້ວຍນັ້ນ ປາກົດວ່າ ສ່ວນຫຼາຍສອບເສັງບໍ່ຜ່ານເກນ.

ໃນປັດຈຸບັນ ກະຊວງສຶກສາທິການມີຄູ-ອາຈານທັງໝົດ 18,000 ກວ່າຄົນ ທົ່ວປະເທດ ໂດຍຖືເປັນພາກສ່ວນທີ່ມີບຸກຄະລາກອນຫຼາຍທີ່ສຸດ ໃນວົງການລັດຖະ ບານລາວ ທີ່ມີລັດຖະກອນທັງໝົດ 184,871 ຄົນ ໃນທົ່ວປະເທດ ທັງນີ້ໂດຍບໍ່ລວມເຖິງກຳລັງທະຫານ ກຳລັງປະກອບອາວຸດແລະພະນັກງານລັດວິສາຫະກິດ ທີ່ມີນຈຳນວນບຸກຄະລາກອນລວມກັນຫຼາຍກວ່າ 1 ແສນຄົນໃນທົ່ວປະເທດແຕ່ຢ່າງໃດ.

XS
SM
MD
LG