ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຝ່າຍຄ້ານ​ 1 ພັນ​ຄົນ ຂີ່​ລົດຈັກ ​​ປະທ້ວງຢ່າງເປັນ​ຂະ​ບວນ ​ຜ່ານ​ນະຄອນຫຼວງພະນົມ​ເປັນ


ພວກ​ປະ​ທ້ວງ​ສະໜັບສະໜູນ ທ່ານ Sam Rainsy
ພວກ​ປະ​ທ້ວງ​ສະໜັບສະໜູນ ທ່ານ Sam Rainsy
ບັນດາຜູ້​ນໍາຝ່າຍ​ຄ້ານຂອງລັດຖະບານກໍາ​ປູເຈຍ ​ໄດ້​ນໍາພາ ພວກ​ປະ​ທ້ວງ​ປະມານ 1 ພັນ​ຄົນ ຊຶ່ງ​ສ່ວນ​ໃຫຍ່ແມ່ນຂັບ​ຂີ່​ລົດຈັກ ​ເດີນ​ຂະ​ບວນ​ຜ່ານ​ນະຄອນຫຼວງພະນົມ​ເປັນ ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປະ​ທ້ວງປະ​ຈໍາອາທິດ ກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃນ​ເດືອນກໍລະ​ກົດ.

ການ​ເດີນ​ຂະ​ບວນປະ​ທ້ວງ​ຄັ້ງ​ນີ້ ​ແມ່ນ​ເປັນ​ມື້​ທີ 2 ຕິດ​ຕໍ່​ກັນ​ທີ່​ພວກປະ​ທ້ວງ​ໄດ້ໂຮມຊຸມນຸມກັນ ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ ​
ທີ່​ໜ້າ​ເຊື່ອຖື​ໄດ້ ​ກ່ຽວ​ກັບ​ການ​ກ່າວ​ຫາ​ເລື້ອງ​ການ​ສໍ້​ໂກງ​ບັດ
​ຄະແນນ​ເລືອກ​ຕັ້ງ ຫຼື​ບໍ່ ​ກໍ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່​ນັ້ນ.

ບໍ່​ໄດ້​ມີລາຍ​ງານ​ວ່າ ​ໄດ້​ມີ​ການປະ​ທະ​ກັນກັບ​ທາງ​ເຈົ້າ​ໜ້າ​ທີ່​ ຜູ້​ຊຶ່ງ​ໄດ້​ກ່າວ​ໄວ້​ກ່ອນ​ແລ້ວ​ວ່າຈະບໍ່​ອະນຸຍາດໃຫ້ມີ​ການເດີນ​ຂະ​ບວນປະ​ທ້ວງນັ້ນ.

ທ່ານ Sam Rainsy ຜູ້ນໍາຝ່າຍຄ້ານ ຂີ່ລົດຈັກ ໄປຮອດ ບ່ອນຊຸມນຸມປະທ້ວງ, ວັນທີ 16 ທັນວາ 2013.
ທ່ານ Sam Rainsy ຜູ້ນໍາຝ່າຍຄ້ານ ຂີ່ລົດຈັກ ໄປຮອດ ບ່ອນຊຸມນຸມປະທ້ວງ, ວັນທີ 16 ທັນວາ 2013.

ທ່ານ Kem Sokha ຮອງ​ປະທານ​ຂອງ​ພັກກູ້​ຊາດ​ກໍາປູ​ເຈຍ
ຝ່າຍ​ຄ້ານ ກ່າວ​ວ່າ ພວກ​ໜຸ່ມ​ນ້ອຍ​ໄດ້​ພາກັນ​ຂີ່​ລົດຈັກ​ປະ
​ທ້ວງ​ໄປ​ທົ່ວ​ເມືອງ ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຄືນໃໝ່​.

ຄະນະ​ກໍາມາ​ທິການ​ເລືອກ​ຕັ້ງ​ກໍາປູ​ເຈຍ ​ໄດ້​ກ່າວ​ວ່າ ພັກ​ປະ
ຊາຊົນ​ປະຕິວັດ​ກໍາປູ​ເຈຍ​ຂອງ​ທ່ານ Hun Sen ​ໄດ້​ຮັບ 68
ທີ່​ນັ່ງ ​ແລະພັກກູ້​ຊາດ​ກໍາປູ​ເຈຍ​ໄດ້​ຊະນະ 55 ບ່ອນ​ນັ່ງ ຊຶ່ງ​
ເປັນຈໍານວນ​ທີ່​ ​ຫຼາຍກ່ວາ​ທີ່ເຄີຍໄດ້ ໃນ​ເມື່ອກ່ອນ​ນັ້ນ.

​ແຕ່​ພັກ​ຝ່າຍ​ຄ້ານທີ່ປະຕິ​ເສດ ບໍ່​ຍອມ​ເຂົ້າ​ໄປ​ນັ່ງ​ໃນສະພາ​ແຫ່ງ​ຊາດ ເວົ້າວ່າ ພວກ​ຕົນ
ຈະ​ໄດ້​ຮັບບ່ອນ​ນັ່ງຫຼາຍ​ກວ່າ​ນີ້ ຖ້າ​ຫາກ​ວ່າການເລືອກ​ຕັ້ງ ​ເປັນ​ໄປ​ຢ່າງ​ຍຸດຕິ​ທໍາ.
XS
SM
MD
LG