ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວນ​ຄືນເຖິງ ​ຊີ​ວິດ ການເປັນ ​ທະ​ຫານ ຂອງ​ນັກ ​ລົບ​ເກົ່າ ຂອງ​ຊາວ ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ຄົນ​ນຶ່ງ


ທ່ານ ແອງ​ຄຳ ຈັນ​ທິ​ຣາດ, ນັກ​ລົບ​ເກົ່າ​ທະ​ຫານ​ມາ​ຣິນ ຂອງ​ສະ​ຫະ​ລັດ
ທ່ານ ແອງ​ຄຳ ຈັນ​ທິ​ຣາດ, ນັກ​ລົບ​ເກົ່າ​ທະ​ຫານ​ມາ​ຣິນ ຂອງ​ສະ​ຫະ​ລັດ

​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​ນັກ​ລົບ​ເກົ່າ ທີ່ຫາກໍ່ຜ່ານພົ້ນໄປ​ສອງມື້
ມານີ້ ລາຍ​ການ​ພິ​ເສດ​ຂອງວີ​ໂອ​ເອ​ຈະ​ນຳ​ເອົາ​ເລື້ອງ​ລາວປະ​ຫວັດ​ຄວາມ​ເປັນ
​ມາ​ຂອງວັນ​ນີ້ ແລະປະ​ສົບການ​ໃນ​ການເປັນ​ທະ​ຫານຮັບ​ໃຊ້ຊາດ​ໃນ​ສະ​ຫະ​ລັດ
​ຂອງ​ຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ​ຄົນນ​ນຶ່ງມາ​ເລົ່າ​ສູ່​ທ່ານ​ຟັງ. ເລື້ອງ​ລາວ​ຈະ
​ເປັນ​ແນວ​ໃດ​ນັ້ນບົວ​ສະ​ຫວັນ ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ​ທ່ານ ແອ່ງຄຳ ຈັນ​
ທິ​ຣາດອະດີດ​ທະ​ຫານ​ມາ​ຣິນຂອງ​ສະ​ຫະ​ລັດໃນ​ລັດ​ແຄໂລ​ຣີ​ນາ​ເໜືອ ມາ​ສະ
​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ:

ໃນ​ສະ​ຫະ​ລັດ ວັນນັກ​ລົບ​ເກົ່າດັ້ງ​ເດີມ​ແລ້ວ​ແມ່ນ​ເອີ້ນ​ວ່າ “Armistice Day,” ຫຼື
ວັນສະຫງົບເສິກ ເພື່ອ​ລະນຶກເຖິງການ​ສິ້ນສຸດຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ 1,​ ຊຶ່ງລັດ
​ຖະສະ​ພາໄດ້​ຮັບ​ຜ່ານຮ່າງກົດໝາຍ​ໃນ​ປີ 1926 ເພື່ອໃຫ້ມີການ​ສະ​ເຫຼີມ​ສະ​ຫຼອງ
ວັນ​ດັ່ງ​ກ່າວ​ໃນ​ແຕ່​ລະ​ປີ. ຈາກນັ້ນໃນວັນ​ທີ 11 ພະ​ຈິກ ນັບ​ແຕ່​ປີ 1938 ເປັນ​ຕົ້ນ​ມາ
ວັນ​ດັ່ງ​ກ່າວ​ກໍ​ໄດ້​ກາຍ​ມາ​ເປັນ​ວັນພັກ​ລັດ​ຖະ​ການຂອງ​ສະ​ຫ​ະ​ລັດ​. ສຳ​ລັບ​ວັນ​ນັກ
​ລົບ​ເກົ່າ​ໃນ​ປີນີ້, ວັນ​ທີ 11 ເດືອນ 11 ແມ່ນ​ກົງ​ກັນ​ກັບ​ອາ​ທິດ ທີ່​ຜ່ານ​ມາ. ໃນແລງ
​ມື້ນີ້​ທາງວີ​ໂອ​ເອພວກ​ເຮົາ ມີ​ຄວາມ​ຍິນ​ດີນຳ​ເອົາ​ປະ​ສົບ​ການໃນ​ການເຂົ້າ​ເປັນ​ທະ​
ຫານ​ມາ​ຣິນໃໝ່ຂອງ​ທ່ານ ແອ່ງ​ຄຳ ຫລື ອາ​ລ​ວິນ (Alvin) ຈັນ​ທິ​ຣາດ ຊຶ່ງ​ຜູ້​ກ່ຽວ
​ຈົບ​ຫລັກ​ສູດ​ຝຶກ​ຊ້ອມ​ຂັ້ນ​ຕົ້ນ ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ 13 ອາ​ທິດ ຫລື 3 ເດືອນ​ປາຍ
ແລະ​ກຳ​ລັງ​ຈະ​ກຽມ​ໄປ​ປະ​ຈຳ​ການ​ຢູ່ຖານ​ທັບໂອ​ກີ​ນາ​ວາ​ຂອງຍີ່​ປຸ່ນໃນ​ປີ 1993,
ແຕ່​ໂຊກບໍ່​ເຂົ້າ​ຂ້າງຜູ້​ກ່ຽວ​ຖືກ​ບາດ​ເຈັບ​ໃນ​ໄລ​ຍະ​ທີ່​ຝຶກ​ຊ້ອມຢູ່​ Camp Lejeune
ໃນ​ລັດ​ແຄ​ໂຣ​ລາຍ​ນາ​ເໜືອ ບ່ອນ​ທີ່ທ່ານ​ກຽມ​ຕົວ​ໄປ​ປະ​ຕິ​ບັດ​ໜ້າ​ທີ່ນັ້ນ ຈຶ່ງ​ຖືກ​ໃຫ້​
ປົດ​ປ່ອຍ​ອອກ​ຈາກ​ທະ​ຫານ ທັ້ງໆ​ທີ່​ໃຈ​ຍັງ​ມັກ ແລະ​ມີ​ຄວາມ​ຫວັງ​ສູງ​ຢາກ​ຮັບ​ໃຊ້​
ຊາດ​ຢູ່.

​ທ່ານ ແອ່ງ​ຄຳ ຈັນ​ທິ​ຣາດ (ທີ​2 ຈາກ​ຊ້າຍ) ຖ່າຍ​ຮູບ​ຮ່ວມ​ກັບ​ເພື່ອນ​ທະ​ຫານ​ໃນ​ຄ້າຍ​ຝຶກ​ທະ​ຫານ​ທີ່​ທ່ານ​ເຄີຍ​ສັງ​ກັດ​ຢູ່
​ທ່ານ ແອ່ງ​ຄຳ ຈັນ​ທິ​ຣາດ (ທີ​2 ຈາກ​ຊ້າຍ) ຖ່າຍ​ຮູບ​ຮ່ວມ​ກັບ​ເພື່ອນ​ທະ​ຫານ​ໃນ​ຄ້າຍ​ຝຶກ​ທະ​ຫານ​ທີ່​ທ່ານ​ເຄີຍ​ສັງ​ກັດ​ຢູ່

ທ່ານ​ແອ່ງຄຳ​ເວົ້າ​ວ່າ ທຸກ​ຄົນ​ທີ່ເຂົ້າ​ເປັນ​ທະ​ຫານມາ​ຣິນ​ໃໝ່ ຈະ​ຕ້ອງ​ຖືກ​ສົ່ງ​ໄປ​ຝຶກ​ຢູ່
ບູດ​ແຄມ (Boot camp) ຂອງ​ສະ​ຫະ​ລັດ​ຊຶ່ງ​ຕັ້ງ​ຢູ່ 2 ແຫ່ງ ຄືແຫ່ງ​ນຶ່ງ​ຢູ່​ໃນ​ລັດ​ຄາ​ລິ​ຟໍ​ເນຍ
ແລະ​ອີກ​ແຫ່ງ​ນຶ່ງ​ແມ່ນ​ຢູ່ລັດ​ແຄ​ໂຣ​ລາຍ​ນາ​ໃຕ້. ສ່ວນ​ທ່ານ​ເອງແມ່ນຖືກ​ສົ່ງໄປ​ຝຶກການ
​ເປັນ​ທະ​ຫານ​ຢູ່ເກາະ ແພ​ຣີ​ສ, ລັດຄາໂຣ​ລາຍ​ນາ​ໃຕ້ເປັນ​ເວ​ລາ 13 ອາ​ທິດ ຊຶ່ງ​ການ
​ຝຶກນັ້ນ​ລວມ​ທັງ​ການ​ຝຶກ​ຊ້ອມ​ທາງ​ຮ່າ​ງ​ກາຍ, ການຝຶກ​ແລ່ນ​ສິ່ງ​ກີດ​ຂວາງ​ຕ່າງໆ ແລະ
ການຍິງ​ປືນ​. ທ່ານ​ເລົ່າ​ເຖິງ​ປະ​ສົບ​ການດັ່ງ​ກ່າວ​ວ່າ


ເຖິງ​ແມ່ນ​ວ່າ ຕ້ອງ​ໄດ້​ຜ່ານ​ຜ່າ​ຊີ​ວິດ​ອັນ​ຫຍຸ້ງ​ຍາກ​ໃນ​ການ​ຝຶກ​ຊ້ອມ​ເປັນ​ທະ​ຫານ​ເຊັ່ນ​
ນັ້ນ​ກໍ​ຕາມ ແຕ່​ທ່ານ​ແອ່ງ​ຄຳ ​ກໍ​ຍັງ​ຢາກ​ໃຫ້​ຫລາຍ​ຄົນ ພ້ອມ​ດ້ວຍ​ລູກ​ຫລານ​ຂອງ​ທ່ານ
​ເຂົ້າ​ເປັນ​ທະ​ຫານ​ຍ້ອນ​ເຫດ​ຜົນ​ຫລາຍ​ຢ່າງ​ດັ່ງ​ທີ່​ທ່ານ​ເວົ້າ​ສູ່​ຟັງວ່າ

ໂດຍ​ຜ່ານ​ວິ​ທະ​ຍຸວີ​ໂອ​ເອ ໃນ​ນາມ​ນັກ​ລົບ​ເກົ່າ ທ່ານ​ແອ່ງ​ຄຳ​ຝາກ​ເຖິງ​ບັນ​ດາ​ທ່ານ​ຜູ້​ຟັງ​
ໂດຍ​ທົ່ວ​ໄປດັ່ງ​ນີ້.

XS
SM
MD
LG