ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໘ ຕຸລາ ໒໐໒໔

ນະ​ຄອນ ເວ​ນີ​ສ ຕໍ່​ເວ​ລາ​ສຳ​ລັບ​ການ​ເກັບ​ພາ​ສີ​ນັກ​ທ່ອງ​ທ່ຽວ​ລາຍ​ວັນ ຈົນ​ຮອດ​ປີ​ໜ້າ


ເຮືອ ກອນ​ໂດ​ລາ ຢູ່​ຄອງ​ນ້ຳ​ຕໍ່​ໜ້າ​ຂົວ ຣີ​ອາ​ລ​ໂຕ, ນະ​ຄອນ ເວ​ນີ​ສ, ອິ​ຕາ​ລີ, 20 ຕຸ​ລາ 2021. REUTERS/Fabrizio Bensch/File Photo
ເຮືອ ກອນ​ໂດ​ລາ ຢູ່​ຄອງ​ນ້ຳ​ຕໍ່​ໜ້າ​ຂົວ ຣີ​ອາ​ລ​ໂຕ, ນະ​ຄອນ ເວ​ນີ​ສ, ອິ​ຕາ​ລີ, 20 ຕຸ​ລາ 2021. REUTERS/Fabrizio Bensch/File Photo

ນະ​ຄອນ ເວ​ນີ​ສ ຈະ​ຕໍ່​ເວ​ລາ​ສຳ​ລັບ​ການ​ເກັບ​ພາ​ສີ​ນັກ​ທ່ອງ​ທ່ຽວ​ລາຍ​ວັນ​ຂອງ​ເຂົາ​ເຈົ້າ​ໄປ​ຮອດ​ປີ​ໜ້າ, ເຊິ່ງ​ເພີ່ມ​ຈຳ​ນວນ​ຂອງວັນ​ທີ່​ບັນ​ດາ​ນັກ​ທ່ອງ​ທ່ຽວ​ຈະ​ຕ້ອງ​ຈ່າຍ​ເງິນ​ເພື່ອ​ເຂົ້າ​ໄປ​ໃນ​ເມືອງ​ດັ່ງ​ກ່າວ ແລະ ເພີ່ມ​ຄ່າ​ເຂົ້າ​ຂຶ້ນສອງ​ເທົ່າ​ເປັນ 10 ຢູ​ໂຣ ສຳ​ລັບ​ນັກ​ຜູ້​ຢ້ຽມ​ຢາມ​ນາ​ທີ​ສຸດ​ທ້າຍ, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ເມືອງ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້.

ເຈົ້າ​ເມືອງ ເວ​ນີ​ສ ທ່ານ ລຸ​ຍ​ຈີ ບ​ຣູ​ຍາ​ໂຣ ໄດ້​ກ່າວ​ຢ້ຳ​ວ່າ ການ​ເກັບ​ພາ​ສີ​ດັ່ງ​ກ່າວ​ແນ​ເປົ້າ​ທີ່​ຈະ​ຊ່ອຍ​ເມືອງ​ນັ້ນ ແລະ ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ຕໍ່​ສູ້​ກັບ​ການ​ທ່ອງ​ທ່ຽວ​ເກີນ​ຂະ​ໜາດ, ຫຼີກ​ລ່ຽງ​ຈຸດ​ສູງ​ສຸດ​ຂອງ​ນັກ​ທ່ອງ​ທ່ຽວ ໃນ​ລະ​ຫວ່າງວັນ​ພັກ​ ແລະ ທ້າຍ​ອາ​ທິດ​ທີ່​ມີ​ຄົນ​ໜາ​ແໜ້ນ.

ສະ​ມາ​ຊິກ​ສະ​ພາ​ຝ່າຍ​ຄ້ານ ເວ​ນີ​ສ, ທ່ານ ຈີ​ໂອ​ວານນີ ແອນ​ເດ​ຣຍ ມາ​ຕີ​ນີ, ໄດ້​ຕຳ​ໜິ​ວິ​ຈານ​ການ​ເກັບຄ່າ​ເຂົ້າ​ເມືອງ​ຢ່າງ​ແຮງ ໂດຍ​ກ່າວ​ວ່າ​ເຂົາ​ເຈົ້າ​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ຢ່າງ​ສິ້ນ​ເຊີງ ໃນ​ການ​ບໍ​ລິ​ຫານ ແລະ ຫຼຸດ​ຜ່ອນ​ການຫຼັ່ງ​ໄຫຼ​ຂອງ​ນັກ​ທ່ອງ​ທ່ຽວ​ຈຳ​ນວນຫຼາຍ.

ທ່ານ​ກ່າວ​ວ່າ “ຂໍ້​ມູນ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ຄວບ​ຄຸມ​ກໍ​ແມ່ນ​ວ່າ ໂດຍ​ສະ​ເລ່ຍ ໃນ​ລະ​ຫວ່າງ​ໄລ​ຍະ​ຂອງ​ການ​ປະ​ຕິ​ບັດ​ການ​ເກັບ​ຄ່າ​ເຂົ້າ​ເມືອງ​ນັ້ນ ພວກ​ເຮົາ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາຫຼາຍກວ່າປີ​ກາຍນີ້ 7000 ຄົນ​,” ໂດຍ​ທ່ານ​ກ່າວ​ຕື່ມ​ວ່າ ມັນ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເກັບ​ພາ​ສີ​ແມ່ນບໍ່​ມີ​ປະ​ສິດທິ​ຜົນ​ໃນ​ການຫຼຸດ​ຜ່ອນ​ການ​ທ່ອງ​ທ່ຽວ​ເກີນ​ຂະ​ໜາດ.

ໂຄງ​ການ​ທົດ​ລອງ​ໃໝ່​ນັ້ນ​ຈະ​ເລີ່ມ​ຕົ້ນ​ໃນ​ວັນ​ທີ 18 ເມ​ສາ 2025 ແລະ ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ 27 ກໍ​ລະ​ກົດ, ແລະ ຄ່າ​ທຳ​ນຽມ​ດັ່ງ​ກ່າວ​ຈະ​ຖືກ​ໃຊ້​ໃນວັນ​ສຸກ ພ້ອມ​ກັບ​ວັນ​ທ້າຍ​ອາ​ທິດ ແລະ ວັນ​ພັກ​ຕ່າງໆ, ເປັນ​ຈຳ​ນວນ​ທັງ​ໝົດ 54 ວັນ.

ບັນ​ດາ​ນັກ​ທ່ອງ​ທ່ຽວ​ຜູ້​ທີ່ບໍ່​ຢາກ​ຈອງ​ຄ່າ​ເຂົ້າໄວ້​ລ່ວງ​ໜ້ອຍ​ຈະ​ຕ້ອງ​ຈ່າຍ 10 ຢູ​ໂຣ ແທນ​ທີ່​ຈະ​ເປັນ 5 ຢູ​ໂຣ ຕາມ​ປົກ​ກະ​ຕິ.

ມັນ​ຈະ​ຖືກ​ບັງ​ຄັບ​ໃຊ້​ໃນ​ເວ​ລາ​ທີ່​ມີ​ຄົນຫຼາຍ​ທີ່​ສຸດ, ຈາກຕອນ​ເຊົ້າ 8 ໂມງ 30 ຫາ 4 ໂມງ​ແລງ.

ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ຈະ​ຖືກ​ຍົກເວັ້ນ​ຄ່າ​ທຳ​ນຽມ​ດັ່ງ​ກ່າວ, ລວມ​ທັງ​ຜູ້​ຢ້ຽມ​ຢາມ​ທີ່​ເກີດ​ຢູ່​ເມືອງ​ນັ້ນ, ນັກ​ຮຽນ, ນັກ​ສຶກ​ສາ ແລະ ພະ​ນັກ​ງານ, ພ້ອມ​ກັບ​ນັກ​ທ່ອງ​ທ່ຽວ​ຜູ້​ທີ່​ຈອງ​ໂຮງ​ແຮມ ແລະ ທີ່​ພັກ​ອາ​ໄສ​ອື່ນໆ​ຢູ່​ທີ່​ນັ້ນ.

ໃນ​ຕອນ​ທ້າຍ​ຂອງ​ການ​ທົດ​ລອງ​ໄລ​ຍະ​ທຳ​ອິດ, ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ, ບັນ​ດາ​ເຈົ້າ​ໜ້າ​ທີ່ ເວ​ນີ​ສ ກ່າວ​ວ່າການ​ເກັບ​ພາ​ສີ​ດັ່ງ​ກ່າວເກັບ​ເງິນໄດ້​ທັງ​ໝົດ 2 ລ້ານ 6 ແສນ​ໂດ​ລາ, ເຊິ່ງ​ເທົ່າ​ກັບ​ມີ​ຄົນ​ເຂົ້າ​ປະ​ມານ 1,000 ຄົນ​ໃນ​ແຕ່​ລະ​ວັນ​ຂອງ​ການ​ທົດ​ລອງ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Venice will extend its day-tripper tax through next year, increasing the number of days on which tourists have to pay to enter the city and doubling the fee to 10 euro for last-minute visitors, city officials said on Thursday.

Venice Mayor Luigi Brugnaro stressed that the tax aims at helping the city and its citizens to battle overtourism, avoiding peaks of visitors during crowded holidays and weekends.

Venice opposition council member, Giovanni Andrea Martini, strongly criticised the access fee stating that it completely failed in managing and decreasing mass tourism flows.

"The data offered by the control room is that on average during the period of implementation of the access fee we had about 7000 more tourist entries than in the previous years," he said, adding that it demonstrates that the tax has been ineffective at decreasing overtourism.

The new pilot system will start on April 18, 2025 and run until July 27, and the fee will apply to Fridays as well as weekends and holidays, for a total of 54 days.

Tourists who do not make reservations in advance will pay 10 euro instead of the usual 5.

It's in force during peak hours, from 8.30 a.m. to 4 p.m.

Exemptions are granted to residents, Venetian-born visitors, students and workers, as well as tourists who have hotel or other lodging reservations.

At the end of the first test phase, last July, Venice officials said that the tax had netted 2.4 million euros ($2.6 million), accounting for about 1,000 entrances on each of the test days.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG