ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ກຸມພາ ໒໐໒໕

ປະຊາຊົນລາວເຊື້ອສາຍຈີນ, ຫວຽດ​ນາມ ເເລະ ຄົນລາວທົ່ວໄປຮ່ວມສະຫຼອງບຸນກຸດຈີນ ຢ່າງ​ຄຶກ​ຄື້ນ 


ພິ​ທີ​ແຫ່​ເຊີດ​ສິງ​ໂຕ​ຢູ່​ວັດ​ຈີນ​ໃນ​ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ, 29 ມັງ​ກອນ 2025.
ພິ​ທີ​ແຫ່​ເຊີດ​ສິງ​ໂຕ​ຢູ່​ວັດ​ຈີນ​ໃນ​ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ, 29 ມັງ​ກອນ 2025.

ປະຊາຊົນລາວເຊື້ອສາຍຈີນ ເເລະ ບຸກຄົນທົ່ວໄປເລີ່ມສະເຫຼີມສະຫຼອງບຸນກຸດຈີນ ຫຼື ປີໃໝ່ຈີນຢູ່ທົ່ວປະເທດລາວໃນ​ວັນ​ພຸດມື້ນີ້ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ມີການປະດັບປະດາໂຄມໄຟ ເເລະ ເເສງສີສຽງຕາມວັດຈີນ, ຫົນທາງ, ເເລະ ຕາມສະຖານທີ່ຕ່າງໆ.

ໃນນະຄອນຫຼວງວຽງຈັນ, ຕາມສະຖານທີ່ບ່ອນເຮັດວຽກ, ຫ້ອງການ ເເລະ ບ່ອນ ສຳຄັນຕ່າງໆທີ່ພົວພັນກັບປະເທດຈີນ ຫຼື ຄົນລາວເຊື້ອສາຍຈີນຈະມີການຕັ້ງໂຕະ ໄຫວ້ເຈົ້າໂດຍມີການຖວາຍຂອງສັກກາລະເປັນອາຫານ ເເລະ ທູບທຽນຕ່າງໆເພື່ອ ຕ້ອນຮັບປີໃໝ່ຈີນທີ່ກົງກັບປີງູຕາມປະຕິທິນຂອງຈີນ.

ໂດຍການສະເຫຼີມສະຫຼອງຈະປະກອບມີການໄຫວ້ຈົນເຖິງການເເຫ່ເຊີດສິງໂຕ ເເລະ ເເຈກຖົງສີເເດງ ຫຼື ເອີ້ນວ່າ”ອັງເປົ່າ” ໃຫ້ກັບບຸກຄົນໃກ້ຊິດ ເເລະ ສະໜິດແໜ້ນເຊິ່ງ ສັນຍາລັກສະຍາລັກຂອງການອວຍພອນໃນປີໃຫມ່ຈີນນີ້.

ການເເຈກອາຫານ ເເລະ ເຄື່ອງດື່ມຕາມວັດຈີນໃນນະຄອນຫຼວງວຽງຈັນ ກໍເປັນອີກ ກິດຈະກຳໜຶ່ງທີ່ພົບເຫັນໄດ້ໃນທຸກໆປີເຊິ່ງສ່ວນຫຼາຍຈະມີການເເຈກອາຫານທີ່ເປັນອາຫານເຈ ຫຼື ມັງສະວິລັດເພື່ອປັດເປົ່າ ເເລະ ຂັບໄລ່ສິ່ງທີ່ບໍ່ດີອອກຈາກຮ່າງກາຍ ຕາມຄວາມເຊື່ອຂອງຄົນຈີນ.

ການສະຫຼອງກຸດຈີນບໍ່ເເມ່ນພິທີການສັກສິດສຳລັບຄົນຈີນເເຕ່ຢ່າງດຽວ ເເຕ່ມັນມີ ຄວາມຫມາຍເຖິງການໃຊ້ເວລາກັບຄອບຄົວນຳເຊິ່ງບ່ອນເຮັດວຽກຕ່າງໆໃນລາວໄດ້ ໃຫ້ມື້ພັກພະນັກງານເປັນເວລາຫຼາຍມື້.

ຄົນລາວເຊື້ອສາຍຈີນໄດ້ເວົ້າກ່ຽວກັບບຸນກຸດຈີນວ່າ:” ພໍ່ປູ່ກະເປັນຄົນຈີນເນາະ ກະເຮັດຕາມຮີດເພິ່ນມາສິ່ງຫຼັກໆເເມ່ນກໍໄຫວ້ບັນພະບຸລຸດກະລະໄຫວ້ເອົາໂຊກເອົາລາກ ຫຼັກໆເເມ່ນໄຫວ້ບັນພະບຸລຸດຫັ້ນເເຫລະລຳນືກເຖິງບັນພະບຸລຸດທີ່ເພິ່ນເສຍໄປ. ໄຫວ້ເອົາເຮັງບໍຈັ່ງຊີ້. ການເເຈກອັງເປົາເນາະກະຊິເປັນການເເຈກເປັນເງິນຂວັນຖົງ ເງິນຮັ່ງໃຫ້ຫຼິ້ນໃນປີໃຫມ່ ຫຼື ເກັບໄວ້ໃນປີນັ້ນໆທີ່ເພິ່ນໃຫ້ ມັນກະຊິເປັນຮີດທີ່ວ່າມີ ເເຕ່ຜູ້ໃຫຍ່ກວ່າທີ່ເພິ່ນໃຫ້ເດັກນ້ອຍ ສ່ວນໜ້ອຍທີ່ຈະມີເດັກນ້ອຍໃຫ້ຜູ້ໃຫຍ່. ສ່ວນຫຼາຍຜູ້ໃຫຍ່ໃຫ້ເດັກນ້ອຍຕາມຮີດ. ເເຕ່ໃນປັດຈຸບັນ, ລູກໃຫ້ພໍ່ເເມ່ກະມີເເຕ່ເປັນ ສ່ວນໜ້ອຍ ມີເເຕ່ພໍ່ເເມ່ໃຫ້ລູກຫຼາຍກວ່າ”

ຕາມປົກກະຕິເເລ້ວ, ກຸດຈີນ ຫຼື ກຸດຫວຽດ (ບຸນເຕັດ) ເເມ່ນຈະຈັດໃນເວລາທີ່ໄກ້ ຄຽງກັນເຊິ່ງການສະເຫຼີມສະຫຼອງນັ້ນເເມ່ນຈະເເຕກຕ່າງກັນທາງດ້ານອາຫານ ເເລະ ການນຸ່ງຖື. ກຸດຈີນຈະມີການໄຫວ້ເຈົ້າສະເຫຼີມສະຫຼອງຢ່າງຍິ່ງໃຫຍ່, ມີການເເຫ່ ເເລະ ມີການໄຫວ້ໂດຍໃຊ້ຫມູ, ເປັດ, ໄກ່ ເປັນເຄື່ອງໄຫວ້ນຳ. ສ່ວນບຸນເຕັດ ເເມ່ນຈະມີການໄຫວ້ໂດຍໃຊ້ເຂົ້າຕົ້ມຫມູ ເເລະ ວີທີການທີ່ເເຕກຕ່າງຈາກກຸດຈີນ ເລັກນ້ອຍ.

ທາງດ້ານເມືອງຕົ້ນເຜິ້ງ ຫຼື ເຂດສາມຫຼ່ຽມຄຳເປັນທີ່ມີປະຊາຊົນຈີນອາໄສຢູ່ໜາເເໜ້ນ ມີການຈັດງານເທດສະການດອດງິ້ວບານເ ຊິ່ງພາຍໃນງານຈະມີການປະກວດ ເເລະ ເເຂ່ງຂັນເວົ້າພາສາຈີນໄປຈົນເຖິງການປະກວດນາງງາມດອກງິ້ວ.

ປະເທດລາວເປັນປະເທດທີ່ມີປະຊາກອນເກືອບ 60% ຖືສາສະໜາພຸດອີງຕາມຂໍ້ມູນ ຂອງກົມທ່ອງທ່ຽວ. ເເຕ່ຢ່າງໃດກໍຕາມ, ຊຸມຊົນຄົນຈີນ ເເລະ ຫວຽດນາມໃນລາວ ກໍຖືວ່າເປັນໜຶ່ງໃນຊຸມຊົນຄົນຕ່າງປະເທດໃຫຍ່ທີ່ສຸດເຊິ່ງສະເເດງອອກຜ່າຍການ ສະເຫຼີມສະຫຼອງໃນວັນສຳຄັນຕ່າງໆຢ່າງກຸດຈີນ ເເລະ ກຸດຫວຽດໃນປະເທດລາວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG