ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໒ ກຸມພາ ໒໐໒໕

ນັກທ່ອງທ່ຽວຕ່າງປະເທດ ໃນເມືອງວັງວຽງ ລະວັງໂຕຫຼາຍຂຶ້ນ ຫຼັງຈາກມີເຫດການຄົນເສຍຊີວິດຈາກເຫຼົ້າພິດ


ນັກທ່ອງທ່ຽວຕ່າງປະເທດໃນເມືອງວັງວຽງ ລະວັງໂຕຫຼາຍຂຶ້ນ ຫຼັງຈາກມີເຫດການຄົນເສຍຊີວິດຈາກເຫຼົ້າພິດ

ນັກທ່ອງທ່ຽວຕ່າງປະເທດທີ່ເມືອງວັງວຽງມີຄວາມລະມັດລະວັງໂຕເພີ່ມຂຶ້ນຫຼັງຈາກທີ່ມີການເສຍຊີວິດຂອງນັກທ່ອງທ່ຽວຫຼາຍສັນຊາດ ອັນເປັນສາເຫດມາຈາກການບໍລິໂພກເຫຼົ້າທີ່ມີສານປະສົມເມຕານໍ ຢູ່ບ້ານພັກນານາແບັກແພັກເກີ ລະຫວ່າງເດືອນທັນວາ ປີກາຍນີ້.

ນັກທ່ອງທ່ຽວທີ່ເມືອງວັງວຽງໄດ້ໃຫ້ການສຳພາດໃນຊ່ວງເທດສະການສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ທີ່ຜ່ານມາ ເຊິ່ງຄາດວ່າ ມີນັກທ່ອງທ່ຽວຈຳນວນຫຼວງຫຼາຍເຂົ້າມາທ່ອງທ່ຽວ ເເລະ ສະຫຼອງການນັບຖອຍຫຼັງຂ້າມປີ ຫຼື ເຄົ້າດາວ.

ຈາກການສຳພາດນາງ ຄໍເດຍ ນັກທ່ອງທ່ຽວສັນຊາດເຢຍລະມັນ ໄດ້ໃຫ້ຄຳຄິດເຫັນວ່າ “ວັງວຽງເປັນເມືອງທີ່ງາມທາງທຳມະຊາດຫຼາຍ ເເລະ ມີຫຼາຍກິດຈະກຳຫຼາຍສິ່ງຫຼາຍຢ່າງ ທີ່ເຈົ້າສາມາດເຮັດຢູ່ນີ້. ກ່ອນທີ່ຂ້ອຍຈະມາວັງວຽງ ຂ້ອຍຄິດກ່ອນວ່າ ມັນຈະເປັນອັນຕະລາຍ ເເຕ່ຂ້ອຍຄິດວ່າ ເຈົ້າກໍຕ້ອງເບິ່ງແຍງຕົນເອງ ເວລາທ່ອງທ່ຽວ ເເລະ ບໍ່ພະຍາຍາມດື່ມເຫຼົ້າຫຼາຍເກີນໄປ ເເຕ່ວ່າ ຂ້ອຍຮູ້ສຶກປອດໄພ ທ່ອງທ່ຽວຢູ່ເມືອງວັງວຽງ. ຂ້ອຍບໍ່ເຊື່ອໃຈເຫຼົ້າຄັອກເທວ ເເລະ ບໍ່ດື່ມເລີຍ ເເຕ່ຂ້ອຍຈະດື່ມເຫຼົ້າທີ່ບັນຈຸມາເປັນຢ່າງດີ. ເເຕ່ຢ່າງໃດກໍຕາມ ຂ້ອຍກໍຍັງເເນະນຳໃຫ້ນັກທ່ອງທ່ຽວມາທ່ຽວວັງວຽງ ຫຼື ປະເທດລາວ ເພາະເປັນປະເທດທີ່ງົດງາມທາງດ້ານທຳມະຊາດຫຼາຍ ເເລະທັງ ຜູ້ຄົນ.”

ນັກທ່ອງທ່ຽວທ້າວ ເອລຽດ ຈາກປະເທດອັງກິດ ໄດ້ໃຫ້ສຳພາດເຫດຜົນ ທີ່ລາວບໍ່ເລືອກດື່ມເຫຼົ້າພື້ນເມືອງວ່າ “ຈາກທີ່ເປັນຂ່າວດັ່ງກ່າວ ກະບໍ່ໄດ້ເຮັດໃຫ້ຂ້ອຍບໍ່ຢາກມາວັງວຽງເເຕ່ຢ່າງໃດ ຍ້ອນວ່າ ຂ້ອຍກະບໍ່ດື່ມເຫຼົ້າຫຼາຍ ເເຕ່ຂ້ອຍກະຍັງເຊື່ອໃຈເຫຼົ້າທີ່ມີການບັນຈຸມາຢ່າງດີ ໂດຍສະເພາະທີ່ມີເເບຣນເປັນຂອງໂຕເອງ ເຊິ່ງຂ້ອຍຈະບໍ່ຊື້ເຫຼົ້າ ທີ່ເຮັດໃນທ້ອງຖິ່ນ ເເນ່ນອນ.”

ນັກທ່ອງທ່ຽວຈາກປະເທດປອກຕຸຍການ ທ້າວຄາໂລດສ໌ ສະເເດງຄວາມຄິດເຫັນຕໍ່ເມືອງວັງວຽງ ເເລະ ເຫຼົ້າໃນປະເທດລາວວ່າ “ເມືອງວັງວຽງເປັນເມືອງທີ່ງາມທາງດ້ານທຳມະຊາດຫຼາຍ ດັ່ງທີ່ຂ້ອຍຄາດການໄວ້ວ່າ ຈະມາທ່ອງທ່ຽວທີ່ນີ້ ເເຕ່ກະຕ້ອງໄດ້ພັດທະນາ ດ້ານຄວາມປອດໄພ. ສ່ວນຕົວເເລ້ວ ຂ້ອຍບໍ່ດື່ມເຫຼົ້າ ສະນັ້ນມັນບໍ່ເປັນບັນຫາ ສຳລັບຂ້ອຍເລີຍ ເເຕ່ກະຕ້ອງປັບປຸງເລື່ອງຄວາມສະອາດ ເເລະ ການຄວບຄຸມເຫຼົ້າທີ່ຈຳໜ່າຍເພື່ອບໍ່ໃຫ້ເຫດການເເບບນິ້ເກີດຂຶ້ນກັບບຸກຄົນອື່ນອີກ.”

ເຫຼົ້າທີ່ມີການຈຳໜ່າຍຢູ່ບ້ານພັກນານາເເມ່ນເຫຼົ້າວອດກ້າໄທເກີ ຫຼື ເຫຼົ້າໄທເກີ້ ທີ່ມີເເຫຼ່ງຜະລິດຢູ່ນະຄອນຫຼວງວຽງຈັນ ເຖິງຢ່າງໃດກໍຕາມ ຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວ ຕໍ່ກັບການດື່ມເຫຼົ້າພື້ນເມືອງ ຢ່າງປະເພດເຫຼົ້າຂາວ ເເມ່ນໄດ້ຫຼຸດລົງຈາກເຫດການທີ່ເກີດຂຶ້ນ ດັ່ງເເມ່ຄ້າທີ່ຮັບເຫຼົ້າຂາວລາວ ມາຂາຍເປັນປະຈຳ ໃນຕະຫຼາດວັງວຽງ ຜູ້ທີ່ໄດ້ຮັບຜົນໃຫ້ສຳພາດວ່າ “ສານທີ່ປົນເປື້ອນຢູ່ໃນເຫຼົ້າເຮົາກະບໍ່ຮູ້ເເດ່ ກະຖືວ່າໄດ້ຮັບຜົນກະທົບຫຼາຍຢູ່ ເພາະວ່າ ມີຫຼາຍຄົນທີ່ບໍ່ກ້າກິນເເດ່ ເນື່ອງຈາກເສດຖະກິດລາວ ກໍມີນັກທ່ອງທ່ຽວມາຫຼາຍເນາະ ເເລ້ວເຮົາກໍຂາຍເຫຼົ້າ ເເລ້ວມັນມີຂ່າວເເນວນີ້ມາກໍບາງຄົນກະຊິກ້າກິນເເດ່ ບາງຄົນກະຊິເຊົາໄປເລີຍຊັ້ນນະ.”

ອີງຕາມຂໍ້ມູນການສຳພາດຈາກຊ່າງຕົ້ມເຫຼົ້າທ່ານໜຶ່ງ ໃນເເຂວງວຽງຈັນ ໄດ້ເວົ້າວ່າ ເຫຼົ້າຂາວເເມ່ນຜະລິດຕະພັນພື້ນເມືອງລາວ ທີ່ຢູ່ຄຽງຄູ່ກັບ ປະຊາຊົນລາວ ໃນປະເພນີທີ່ສຳຄັນຕ່າງໆ ໂດຍມີສ່ວນປະກອບຫຼັກໆ ເເມ່ນເຂົ້າປະເພດຕ່າງໆ ໂດຍສະເພາະເເມ່ນເຂົ້າໜຽວ ເຊິ່ງການເຮັດເຫຼົ້າຂາວ ເເມ່ນຜ່ານວິທີການຕົ້ມຈາກຊ່າງຕົ້ມເຫຼົ້າທ້ອງຖິ່ນ ທີ່ມີປະສົບການມາຫຼາຍປີ ເເລະ ເປັນທຸລະກິດຄອບຄົວ ເພື່ອເຮັດໃຫ້ໝັ້ນໃຈວ່າ ເຫຼົ້ານັ້ນເເມ່ນປອດໄພດີ ເຊິ່ງເຫດການເຫຼົ້າຂາວ ເປັນພິດນີ້ ບໍ່ເຄີຍເກີດຂຶ້ນນອກຈາກຊ່າງຕົ້ມບໍ່ລະມັດລະວັງ ຫຼື ບໍ່ມີທັກສະທາງດ້ານນີ້ມາກ່ອນ.

ໃນປັດຈຸບັນທາງລັດທະບານລາວ ຫຼື ໜ່ວຍງານທີ່ກ່ຽວຂ້ອງກໍຍັງບໍ່ສາມາດ ໃຫ້ຄຳຕອບສັງຄົມ ກ່ຽວກັບສາເຫດທີ່ເເທ້ຈິງຂອງທາດເຫຼົ້າທີ່ເປັນພິດ ໃຫ້ກັບສັງຄົມໄດ້ຮັບຮູ້ນຳຫຼັງຈາກທີ່ຜ່ານມາເປັນເວລາເກືອບ 1 ເດືອນ ເຊິ່ງບໍ່ມີເອກະສານທາງການ ຫຼື ຜົນວິໄຈໃດໆ ທີ່ສະເເດງໃຫ້ປະຊາຊົນທົ່ວໄປ ລວມເຖິງຄອບຄົວຂອງຜູ້ທີ່ໄດ້ເສຍຊິວິດວ່າ ເຫດການມັນເກີດຂຶ້ນໄດ້ເເນວໃດ ເເລະ ໃຜທີ່ຈະເປັນຄົນຖືກດຳເນີນຄະດີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG