ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສ​ະ​ຫະ​ລັດ ລົງ​ໂທດ ຮອບ​ໃໝ່ ຕໍ່​ ບໍ​ລິ​ສັດ​ນ້ຳ​ມັນ ​ຂອງ ເວ​ເນ​ຊູ​ເອ​ລາ


ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌ ກ່າວ​ຄຳ​ປາ​ໄສ ຕໍ່​ສະ​ພາ​ແອັດ​ແລນ​ຕິກ ໃນ​ໂອ​ກາດ​ຄົບ​ຮອບ 70 ປີ ຂອງ​ອົງ​ການ​ເນ​ໂຕ້ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​​ທີ 3 ເມ​ສາ 2019.
ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌ ກ່າວ​ຄຳ​ປາ​ໄສ ຕໍ່​ສະ​ພາ​ແອັດ​ແລນ​ຕິກ ໃນ​ໂອ​ກາດ​ຄົບ​ຮອບ 70 ປີ ຂອງ​ອົງ​ການ​ເນ​ໂຕ້ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​​ທີ 3 ເມ​ສາ 2019.

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ໄດ້ປະກາດມາຕະການລົງ ໂທດສະ
ບັບໃໝ່ ໃນວັນສຸກວານນີ້ ຕໍ່ກຳປັ່ນ 34 ລຳ ທີ່ເປັນຂອງບໍລິສັດນ້ຳມັນ ລັດວິສາຫະກິດ
ເວເນຊູເອລາ ແລະສອງບໍລິສັດທີ່ຂົນສົ່ງນ້ຳມັນດິບໄປຍັງຄິວບາ.

ທ່ານເພັນສ໌ ໄດ້ປະກາດມາດຕະການດັ່ງກ່າວ ໃນລະຫວ່າງທີ່​ໄປກ່າວຄຳປາ​ໄສ ຢູ່ທີ່ມະ
ຫາວິທະຍາໄລໄຣສ໌ ໃນລັດເທັກຊັສ.

ທ່ານເພັນສ໌ກ່າວໄປວ່າ “ນ້ຳມັນຂອງເວເນຊູເອລາ ເປັນຂອງປະຊາຊົນຊາວເວເນຊູເອ
ລາ.” ປະເທດເວເນຊູເອລາ ກຳລັງປະເຊີນ ກັບວິກິດການທາງດ້ານມະ ນຸດສະທຳໂດຍ
ມີພາວະເງິນເຟີ້ທີ່ສູງຂຶ້ນເລື້ອຍໆ ແລະການຂາດແຄນອາຫານ ນ້ຳດື່ມ ແລະໄຟຟ້າ.

ມາດຕະການ​ລົງ​ໂທດໃໝ່ດັ່ງກ່າວ ເປັນສ່ວນນຶ່ງໃນຄວາມພະຍາຍາມຂອງສະຫະລັດ
ເພື່ອ​ບັງ​ຄັບ​ໃຫ້ປະທານາທິບໍດີ ນິໂຄລັສ ມາດູໂຣ ຂອງເວເນຊູເອລາ ​ລົງ​ຈາກ​ອຳ​ນາດ
ແລະແຜ້ວທາງໃຫ້ ຜູ້ນຳພັກຝ່າຍຄ້ານ ທ່ານຮວານ ກວາອີໂດ ຊຶ່ງສະຫະລັດ ແລະປະ
ເທດອື່ນໆ ​ອີກ​ 50 ​ປະ​ເທດ ສະໜັບສະໜຸນ ໃຫ້ເປັນຜູ້ນຳ ທີ່ຖືກຕ້ອງຕາມ​ກົດ​ໝາຍ ຂອງເວເນຊູເອລາ.

ທ່ານ​ຮ​ວານ ກວາ​ອີ​ໂດ ຜູ້​ນຳ​ຝ່າຍ​ຄ້ານ ຂອງ​ເວ​ເນ​ຊູ​ເອ​ລາ
ທ່ານ​ຮ​ວານ ກວາ​ອີ​ໂດ ຜູ້​ນຳ​ຝ່າຍ​ຄ້ານ ຂອງ​ເວ​ເນ​ຊູ​ເອ​ລາ

ການປະກາດຂອງທ່ານເພັນສ໌ ມີຂຶ້ນລ່ວງໜ້າຖະແຫລງການ ທີ່ເປັນທາງການຈາກກະ
ຊວງການເງິນຂອງສະຫະລັດ ກ່ຽວກັບມາດຕະການລົງໂທດດັ່ງກ່າວ. ລັດຖະມົນຕີກະ
ຊວງການເງິນ ທ່ານສຕີເວັນ ມານູຈິນ ກ່າວວ່າ “ສະຫະລັດ ຍັງສືບ​ຕໍ່​ມີ​ຄວາມໝັ້ນໝາຍ
ທີ່ຈະ​ໃຫ້​ມີ​ການ​ປ່ຽນ​ແປງ​ໄປ​ສູ່​ປະ​ຊາທິ​ປະ​ໄຕໃນເວເນຊູເອລາ ແລະຖື​ວ່າລະບອບການ
ປົກຄອງຄິວບາ ຮັບຜິດຊອບໃນການມີ ສ່ວນກ່ຽວຂ້ອງໂດຍກົງ ຕໍ່ຄວາມຫຼົ້ມຈົມຂອງເວ
ເນຊູເອລາ.”

ທ່ານມານູຈິນ ໄດ້ກ່າວອີກວ່າ ການຂົນສົ່ງໄປຍັງຄິວບານັ້ນເປັນ “ການຕໍ່​ເສັ້ນຊີວິດໃຫ້​ແກ່ລະບອບການປົກຄອງທີ່ບໍ່ຖືກຕ້ອງ​ຕາມ​ກົດ​ໝາຍຂອງມາດູໂຣຢູ່ ຕໍ່ໄປ​ໄດ້.”

ເມື່ອຕອນເຊົ້າວັນສຸກວານນີ້ ສະຫະລັດແລະສະວິດເຊີແລນ ໄດ້ບັນລຸຂໍ້ຕົກລົງສະບັບ
ນຶ່ງ ເພື່ອໃຫ້ປະເທດດັ່ງ​ກ່າວ ເປັນຕົວແທນຮັກ​ສາຜົນປະໂຫຍດ ຂອງສະຫະລັດ ໃນ
ເວເນຊູເອລາ ໃນເມື່ອວ່າ ສອງປະເທດນີ້ ໄດ້ເກີດຄວາມບາດໝາງຕໍ່ກັນແລ້ວ.

ເພື່ອຈະໃຫ້ອຳນາດທີ່ໄດ້ຖືກມອບໝາຍມີປະ​ສິດ​ທິ​ຜົນໃຊ້ໄດ້ ມັນຈະຕ້ອງໄດ້ຮັບການ
​ເຫັນ​ພ້ອມໂດຍເວເນຊູເອລາ ຊຶ່ງໄດ້ຕັດຂາດສາຍສຳພັນທາງດ້ານການທູດກັບສະຫະ
ລັດ ຫຼັງຈາກທີ່ສະຫະລັດ ໄດ້ຮັບຮູ້ຜູ້ນຳພັກຝ່າຍຄ້ານ ທ່ານກວາອີໂດ ເປັນປະທານາ
ທິບໍດີຊົ່ວຄາວ ທີ່ຖືກຕ້ອງຕາມ​ກົດ​ໝາຍຂອງເວເນຊູເອລາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG