ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ມາດູໂຣ ປະນາມ ການຍຶດ ຕຶກອາຄານ ຂອງ ເວເນຊູເອລາ ຢູ່ໃນ ສຫລ ວ່າ ຜິດກົດໝາຍສາກົນ


Venezuela Opposition Takeover in US Further Isolates Maduro
please wait

No media source currently available

0:00 0:02:36 0:00

ລັດຖະບານເວເນຊູເອລາ ໃນກາຣາກັສ ພາຍໃຕ້ການຄວບຄຸມຂອງປະທານາທິບໍດີ
ນິໂກລັສ ມາດູໂຣ ໄດ້ປະນາມວ່າ ຜິດກົດໝາຍ ການຍຶດອຳນາດໃນສັບປະດານີ້ ບາງ
ຫ້ອງການທາງດ້ານການທູດຢູ່ໃນສະຫະລັດ ໂດຍພວກຜູ້ຕາງໜ້າຂອງຜູ້ນຳຝ່າຍຄ້ານ ທ່ານຮວນ ກົວອີໂດ ຜູ້ຊຶ່ງໄດ້ປະກາດຕົນເອງວ່າເປັນຜູ້ນຳ ໃນໄລຍະຂ້າມຜ່ານ ຂອງ
ບ່ອນທີ່ອຸດົມຮັ່ງມີໄປດ້ວຍນໍ້າມັນ ແຕ່ກໍເປັນປະເທດທີ່ທຸກຈົນນັ້ນ. ແຕ່ດັ່ງທີ່ Brian
Padden ລາຍງານມາກໍແມ່ນວ່າ ການເຄື່ອນໄຫວຂອງສະຫະລັດເພື່ອຫາທາງໃຫ້ທ່ານ ກົວອີໂດ ໄດ້ເດີນໄປຢ່າງຖືກຕ້ອງຕາມກົດໝາຍ ທັງໃຫ້ໂດດດ່ຽວລັດຖະບານຂອງທ່ານ
ມາດູໂຣ ຜູ້ກຳລັງຕໍ່ສູ້ຢູ່ນັ້ນໄປຕື່ມ ແມ່ນເຄີຍໄດ້ເປັນມາແລ້ວເມື່ອບໍ່ດົນມານີ້ ແລະຈະສາ
ມາດນຳເວທີອັນຖືກຕ້ອງຕາມກົດໝາຍມາໃຫ້ ເພື່ອອະນຸຍາດໃຫ້ໄດ້ຮັບຄວາມຊ່ອຍ
ເຫລືອດ້ານເສດຖະກິດ ຫລືແມ່ນກະທັ່ງການແຊກແຊງທາງທະຫານກໍເປັນໄດ້ ດັ່ງສາລີ
ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ພວກຜູ້ຕາງໜ້າຈາກຝ່າຍຄ້ານ ຂອງເວເນຊູເອລາ ທີ່ນຳໂດຍລັດຖະບານຂອງທ່ານ ຮວນ ກົວອີໂດ ບໍ່ໄດ້ຖືກຂັດຂືນຫລາຍພໍທໍ່ໃດ ເວລາເມື່ອບໍ່ດົນມານີ້ ພວກເພິ່ນໄດ້ຍຶດເອົາຕຶກ
ສອງຫຼັງ ທີ່ເປັນຂອງກະຊວງປ້ອງກັນປະເທດຂອງ ເວເນຊູເອລາ ຢູ່ນະຄອນຫລວງວໍຊິງ
ຕັນ ແລະສະຖານກົງສຸນຢູ່ນະຄອນນິວຢອກ.

ທ່ານ ກຸສຕາໂວ ມັກຄານ ຫົວໜ້າກົງສຸນ ຂອງລັດຖະບານ ກົວອີໂດ ກ່າວເປັນພາສາສະ
ເປນວ່າ: “ຢູ່ໃນຕຶກຫລັງນີ້ ມັນໄດ້ຖືກໃຊ້ມາ ແບບຜິດກົດໝາຍ ໂດຍພວກເຈົ້າໜ້າທີ່ ຈາກ
ລະບອບຂອງ ນິໂກລັສ ມາດູໂຣ.”

ປະທານາທິບໍດີ ນິໂກລັສ ມາດູໂຣ ໄດ້ເອີ້ນຄືນແລ້ວ ພວກນັກການທູດ ເວເນຊູເອລາ ປະ
ມານ 55 ຄົນ ໃນ ສະຫະລັດ. ແຕ່ 12 ຄົນ ໄດ້ເລືອກເອົາເສັ້ນທາງ ທີ່ຈະຢູ່ຕໍ່ ແລະສະໜັບ
ສະໜູນທ່ານ ກົວອີໂດຫົວໜ້າສະພາແຫ່ງຊາດຂອງປະເທດ ຜູ້ຊຶ່ງໄດ້ປະກາດຕົນເອງວ່າ ເປັນປະທານາທິບໍດີໄລຍະຂ້າມຜ່ານ.

ລຸນຫລັງທີ່ທ່ານ ມາດູໂຣ ໄດ້ຫັກຫ້າມ ບໍ່ໃຫ້ພວກຝ່າຍຄ້ານສະໝັກເລືອກຕັ້ງເມື່ອປີກາຍນີ້.

ວໍຊິງຕັນ ໄດ້ຖອນນັກການທູດຂອງຕົນອອກຈາກ ກາຣາກັສ ເພື່ອປ້ອງກັນບໍ່ໃຫ້ເກີດມີ
ການແກ້ແຄ້ນບົ່ມຊ້ອນ ຕໍ່ພວກເຈົ້າໜ້າທີ່ສະຫະລັດແຕ່ກຳລັງຮັກສາຄວາມປອດໄພຂອງ
ມາດູໂຣ ໃນອາທິດນີ້ກໍໄດ້ຈັບໂຕທ່ານ ໂຣເບີໂຕ ມາແຊໂຣຫົວໜ້າພະນັກງານຂອງທ່ານ ກົວອີໂດ

ກະຊວງຕ່າງປະເທດຂອງເວເນຊູເອລາ ໄດ້ປະນາມການຍຶດດັ່ງກ່າວວ່າລະເມີດກົດໝາຍ
ສາກົນ.

ຢ່າງໃດກໍດີ ລັດຖະບານຂອງທ່ານ ກົວອີໂດກໍໄດ້ຖືກຮັບຮູ້ຢ່າງຖືກຕ້ອງຕາມກົດໝາຍໂດຍ
ສະຫະລັດ ແລະເກືອບວ່າໝົດທຸກປະເທດຕາເວັນຕົກ.

ແລະກໍມີປະຫວັດມາກ່ອນແລ້ວ ເມື່ອບໍ່ດົນນີ້. ໃນປີ 2011 ປະທານາທິບໍດີ ໂອບາມາ ໄດ້
ໂອນການຄວບຄຸມຊັບສິນຂອງລີເບຍຢູ່ໃນສຫະລັດ ໄປໃຫ້ສະພາແຫ່ງຊາດໄລຍະຂ້າມ
ຜ່ານ ເພື່ອສະນັບສະໜູນຄວາມພະຍາຍາມທີ່ຈະໂຄ່ນລົ້ມມົວມາ ກາດດາຟີ.

ຕໍ່ມາ ກາດດາຟີ ກໍໄດ້ຖືກຂ້າ ໂດຍກຳລັງຝ່າຍຄ້ານ ທີ່ສະໜັບສະໜູນໂດຍສະຫະລັດ.

ສະຖານທູດ ເວເນຊູເອລາ ຍັງບໍ່ທັນໄດ້ຖືກຍຶດເທື່ອ ໂດຍພວກຝ່າຍຄ້ານ. ການຊັກຊ້າ
ນີ້ອາດເປັນເພາະ ສະຫະລັດພວມຊອກຫາຊ່ອງທາງແກ້ໄຂບັນຫາການຜິດຖຽງກັນດ້ວຍ
ກົດໝາຍ ໂດຍປະເທດທີສາມ ຕາງໜ້າໃຫ້ລັດຖະບານ ມາດູໂຣ.

ທ່ານ Scott Anderson ຈາກສະຖາບັນ Brookings ກ່າວວ່າ:“ມັນເກືອບວ່າເປັນໄປໄດ້

ທຸກຢ່າງ ມັນມີກຳລັງປ້ອງກັນ ໝາຍຄວາມວ່າ ມີອີກປະເທດອື່ນທີ່ເວນາຊູເອລາເອົາຊັບສິນ

ໄປມັດຈຳໄວ້ແລະຄວບຄຸມໄວ້ ວ່າເປັນການຄຸ້ມຄອງ ແລະສະຫະລັດອາດຈະໄກ່ເກ່ຍກັບ

ປະເທດດ່ັງກ່າວ ເພື່ອອຳນວຍຄວາມສະດວກໃນການໂອນອຳນາດດັ່ງກ່າວ.”

ເວົ້າພື້ນການຄວບຄຸມຫ້ອງການການທູດຂອງສະຫະລັດແລ້ວ ພວກຝ່າຍຄ້ານຈະໄດ້ຮັບ
ເວທີທາງກົດໝາຍທີ່ຈະອະນຸຍາດໃຫ້ມີການຊ່ອຍເຫຼືອ ແລະການສົ່ງຂ່ຽນຊຶ່ງເທົ່າເຖິງປັດ
ຈຸບັນຖືກກີດກັນໂດຍກຳລັງຂອງມາດູໂຣ ຫລືຶແມ່ນກະທັ່ງຮຽກຮ້ອງເອົາການທະຫານເຂົ້າ
ໄປ ເພື່ອຂັບໄລ່ມາດູໂຣອອກກໍເປັນໄດ້.

ທ່ານສກັອດ ແອນເດິສັນກ່າວຕື່ມວ່າ: “ມັນອາດເປັນໄປໄດ້ທີ່ວ່າ ສະຫະລັດຫລືລັດຖະ
ບານອື່ນໆ ຈະຊ່ອຍລັດຖະບານກົວອີໂດ ອະນຸຍາດໃຫ້ມີການແຊກແຊງທາງທະຫານ
ແລະເວົ້າວ່າ ພວກເຮົາຢາກໃຫ້ ສະຫະລັເເຂົ້າມາໃນເວເນເຊູເອລາ ແລະຊ່ອຍພວກເຮົາ
ຈັດຕັ້ງການຄວບຄຸມລັດຂອງພວກເຮົາ ຊຶ່ງຄວນເປັນໄປຕາມຕົວບົດກົດໝາຍ.”

ເຖິງແມ່ນວ່າ ມາດູໂຣ ຈະຍັງຢູ່ໃນອຳນາດໃນກາຣາກັສ ກໍຕາມ ແຕ່ບັດນີ້ ພວກຝ່າຍຄ້ານ
ແມ່ນຈະປາກເວົ້າຕາງໜ້າໃຫ້ເວເນຊູເອລາຢູ່ໃນສະຫະລັດແລະອີກບໍ່ດົນກໍຈະເປັນຕົວ
ແທນໃຫ້ປະເທດຂອງເຂົາເຈົ້າຢູ່ ສະຫະປະຊາຊາດ ແລະຢູ່ເວທີສາກົນອື່ນໆ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG