ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Venezuela Opposition Takeover in US Further Isolates Maduro


Venezuela Opposition Takeover in US Further Isolates Maduro
please wait

No media source currently available

0:00 0:02:36 0:00

ລັດຖະບານ ມາດູໂຣ ປະນາມການຍຶດຕຶກອາຄານຂອງ ເວເນຊູເອລາ ຢູ່ໃນ ສຫລ ວ່າຜິດກົດໝາຍສາກົນ

No. 27151380 US Venezuela Diplmacy(TV)
Date: Tu3/26/19 SL

MC - KS
ລັດຖະບານເວເນຊູເອລາ ໃນກາຣາກັສ ພາຍໃຕ້ການຄວບຄຸມຂອງປະທານາ
ທິບໍດີ ນິໂກລັສ ມາດູໂຣ ໄດ້ປະນາມວ່າ ຜິດກົດໝາຍ ການຍຶດອຳນາດໃນສັບປະດານີ້ ບາງຫ້ອງການທາງດ້ານການທູດຢູ່ໃນສະຫະລັດ ໂດຍພວກຜູ້ຕາງໜ້າຂອງຜູ້ນຳຝ່າຍຄ້ານ ທ່ານຮວນ ກົວອີໂດ ຜູ້ຊຶ່ງໄດ້ປະກາດຕົນເອງວ່າເປັນຜູ້ນຳ ໃນໄລຍະຂ້າມຜ່ານ ຂອງບ່ອນທີ່ອຸດົມຮັ່ງມີໄປດ້ວຍນໍ້າມັນ ແຕ່ກໍເປັນປະເທດທີ່ທຸກຈົນນັ້ນ. ແຕ່ດັ່ງທີ່ Brian Padden ລາຍງານມາກໍແມ່ນວ່າ ການເຄື່ອນໄຫວຂອງສະຫະລັດເພື່ອຫາທາງໃຫ້ທ່ານ ກົວອີໂດ ໄດ້ເດີນໄປຢ່າງຖືກຕ້ອງຕາມກົດໝາຍ ທັງໃຫ້ໂດດດ່ຽວລັດຖະບານຂອງທ່ານ ມາດູໂຣ ຜູ້ກຳລັງຕໍ່ສູ້ຢູ່ນັ້ນໄປຕື່ມ ແມ່ນເຄີຍໄດ້ເປັນມາແລ້ວເມື່ອບໍ່ດົນມານີ້ ແລະຈະສາມາດນຳເວທີອັນຖືກຕ້ອງຕາມກົດໝາຍມາໃຫ້ ເພື່ອອະນຸຍາດໃຫ້ໄດ້ຮັບຄວາມຊ່ອຍເຫລືອດ້ານເສດຖະກິດ ຫລືແມ່ນກະທັ່ງການແຊກແຊງທາງທະຫານກໍເປັນໄດ້ ດັ່ງສາລີຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.




SL: ພວກຜູ້ຕາງໜ້າຈາກຝ່າຍຄ້ານ ຂອງເວເນຊູເອລາ ທີ່ນຳໂດຍລັດຖະບານຂອງທ່ານ ຮວນ ກົວອີໂດ ບໍ່ໄດ້ຖືກຂັດຂືນຫລາຍພໍທໍ່ໃດ ເວລາເມື່ອບໍ່ດົນມານີ້ ພວກເພິ່ນໄດ້ຍຶດເອົາຕຶກສອງຫຼັງ ທີ່ເປັນຂອງກະຊວງປ້ອງກັນປະເທດຂອງ ເວເນຊູເອລາ ຢູ່ນະຄອນຫລວງວໍຊິງຕັນ ແລະສະຖານກົງສຸນຢູ່ນະຄອນນິວຢອກ.
ທ່ານ ກຸສຕາໂວ ມັກຄານ ຫົວໜ້າກົງສຸນ ຂອງລັດຖະບານ ກົວອີໂດ ກ່າວເປັນພາສາສະເປນວ່າ:
“ຢູ່ໃນຕຶກຫລັງນີ້ ມັນໄດ້ຖືກໃຊ້ມາ ແບບຜິດກົດໝາຍ ໂດຍພວກເຈົ້າໜ້າທີ່ ຈາກລະບອບຂອງ ນິໂກລັສ ມາດູໂຣ.”

ປະທານາທິບໍດີ ນິໂກລັສ ມາດູໂຣ ໄດ້ເອີ້ນຄືນແລ້ວ ພວກນັກການທູດ ເວເນຊູເອລາ ປະມານ 55 ຄົນ ໃນ ສະຫະລັດ. ແຕ່ 12 ຄົນ ໄດ້ເລືອກເອົາເສັ້ນທາງ ທີ່ຈະຢູ່ຕໍ່ ແລະສະໜັບສະໜູນທ່ານ ກົວອີໂດ ຫົວໜ້າສະພາແຫ່ງຊາດຂອງປະເທດ ຜູ້ຊຶ່ງໄດ້ປະກາດຕົນເອງວ່າ ເປັນປະທານາທິບໍດີໄລຍະຂ້າມຜ່ານ.
ລຸນຫລັງທີ່ທ່ານ ມາດູໂຣ ໄດ້ຫັກຫ້າມ ບໍ່ໃຫ້ພວກຝ່າຍຄ້ານສະໝັກເລືອກຕັ້ງເມື່ອປີກາຍນີ້.
ວໍຊິງຕັນ ໄດ້ຖອນນັກການທູດຂອງຕົນອອກຈາກ ກາຣາກັສ ເພື່ອປ້ອງກັນບໍ່ໃຫ້ເກີດມີການແກ້ແຄ້ນບົ່ມຊ້ອນ ຕໍ່ພວກເຈົ້າໜ້າທີ່ສະຫະລັດ ແຕ່ກຳລັງຮັກສາຄວາມປອດໄພຂອງມາດູໂຣ ໃນອາທິດນີ້ ກໍໄດ້ຈັບໂຕທ່ານ ໂຣເບີໂຕ ມາແຊໂຣ ຫົວໜ້າພະນັກງານຂອງທ່ານ ກົວອີໂດ

ກະຊວງຕ່າງປະເທດຂອງເວເນຊູເອລາ ໄດ້ປະນາມການຍຶດດັ່ງກ່າວ ວ່າລະເມີດກົດໝາຍສາກົນ.

ຢ່າງໃດກໍດີ ລັດຖະບານຂອງທ່ານ ກົວອີໂດ ກໍໄດ້ຖືກຮັບຮູ້ຢ່າງຖືກຕ້ອງຕາມກົດໝາຍໂດຍສະຫະລັດ ແລະເກືອບວ່າໝົດທຸກປະເທດຕາເວັນຕົກ.

ແລະກໍມີປະຫວັດມາກ່ອນແລ້ວ ເມື່ອບໍ່ດົນນີ້. ໃນປີ 2011 ປະທານາທິບໍດີ ໂອບາມາ ໄດ້ໂອນການຄວບຄຸມຊັບສິນຂອງລີເບຍຢູ່ໃນສຫະລັດ ໄປໃຫ້ສະພາແຫ່ງຊາດໄລຍະຂ້າມຜ່ານ ເພື່ອສະນັບສະໜູນຄວາມພະຍາຍາມທີ່ຈະໂຄ່ນລົ້ມມົວມາ ກາດດາຟີ.
ຕໍ່ມາ ກາດດາຟີ ກໍໄດ້ຖືກຂ້າ ໂດຍກຳລັງຝ່າຍຄ້ານ ທີ່ສະໜັບສະໜູນໂດຍສະຫະລັດ.

ສະຖານທູດ ເວເນຊູເອລາ ຍັງບໍ່ທັນໄດ້ຖືກຍຶດເທື່ອ ໂດຍພວກຝ່າຍຄ້ານ. ການຊັກຊ້ານີ້ອາດເປັນເພາະ ສະຫະລັດພວມຊອກຫາຊ່ອງທາງແກ້ໄຂບັນຫາການຜິດຖຽງກັນດ້ວຍກົດໝາຍ ໂດຍປະເທດທີສາມ ຕາງໜ້າໃຫ້ລັດຖະບານ ມາດູໂຣ.

ທ່ານ Scott Anderson ຈາກສະຖາບັນ Brookings ກ່າວວ່າ:
“ມັນເກືອບວ່າ ເປັນໄປໄດ້ທຸກຢ່າງ ມັນມີກຳລັງປ້ອງກັນ ໝາຍຄວາມວ່າ ມີ
ອີກປະເທດອື່ນ ທີ່ເວນາຊູເອລາເອົາຊັບສິນໄປມັດຈຳໄວ້ ແລະຄວບຄຸມໄວ້ ວ່າເປັນການຄຸ້ມຄອງ ແລະສະຫະລັດອາດຈະໄກ່ເກ່ຍກັບປະເທດດ່ັງກ່າວ ເພື່ອອຳນວຍຄວາມສະດວກໃນການໂອນອຳນາດດັ່ງກ່າວ.”

ເວົ້າພື້ນການຄວບຄຸມຫ້ອງການການທູດຂອງສະຫະລັດແລ້ວ ພວກຝ່າຍຄ້ານຈະໄດ້ຮັບເວທີທາງກົດໝາຍທີ່ຈະອະນຸຍາດໃຫ້ມີການຊ່ອຍເຫຼືອ ແລະການສົ່ງຂ່ຽນຊຶ່ງເທົ່າເຖິງປັດຈຸບັນຖືກກີດກັນໂດຍກຳລັງຂອງມາດູໂຣ ຫລືຶແມ່ນກະທັ່ງຮຽກຮ້ອງເອົາການທະຫານເຂົ້າໄປ ເພື່ອຂັບໄລ່ມາດູໂຣອອກກໍເປັນໄດ້.

ທ່ານສກັອດ ແອນເດິສັນກ່າວຕື່ມວ່າ:
“ມັນອາດເປັນໄປໄດ້ທີ່ວ່າ ສະຫະລັດຫລືລັດຖະບາຍອື່ນໆ ຈະຊ່ອຍລັດຖະ
ບານກົວອີໂດ ອະນຸຍາດໃຫ້ມີການແຊກແຊງທາງທະຫານແລະເວົ້າວ່າ ພວກເຮົາຢາກໃຫ້ ສະຫະລັເເຂົ້າມາໃນເວເນເຊູເອລາ ແລະຊ່ອຍພວກເຮົາຈັດຕັ້ງການຄວບຄຸມລັດຂອງພວກເຮົາ ຊຶ່ງຄວນເປັນໄປຕາມຕົວບົດກົດໝາຍ.”
ເຖິງແມ່ນວ່າ ມາດູໂຣ ຈະຍັງຢູ່ໃນອຳນາດໃນກາຣາກັສ ກໍຕາມ ແຕ່ບັດນີ້ ພວກຝ່າຍຄ້ານແມ່ນຈະປາກເວົ້າຕາງໜ້າໃຫ້ເວເນຊູເອລາຢູ່ໃນສະຫະລັດ
ແລະອີກບໍ່ດົນກໍຈະເປັນຕົວແທນໃຫ້ປະເທດຂອງເຂົາເຈົ້າຢູ່ ສະຫະປະຊາຊາດ ແລະຢູ່ເວທີສາກົນອື່ນໆ.

ຂ່າວປະເພດຕ່າງໆ

XS
SM
MD
LG