ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວເນຊູເອລາ ປະສົບກັບ ພາວະຂາດ ໄຟຟ້າໃຊ້ ແລະ ການສື່ສານ ຂະໜາດໃຫຍ່


ປະຊາຊົນຊາວເວເນຊູເອລາ ພາກັນຍ່າງຂ້າມທາງ ໃນລະຫວ່າງ ການຕັດໄຟຟ້າ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 7 ມີນາ 2019.
ປະຊາຊົນຊາວເວເນຊູເອລາ ພາກັນຍ່າງຂ້າມທາງ ໃນລະຫວ່າງ ການຕັດໄຟຟ້າ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 7 ມີນາ 2019.

ເວເນຊູເອລາ ປະສົບກັບ ພາວະການຂາດໄຟຟ້າໃຊ້ ແລະຂາດການສື່ສານ ທີ່ຮ້າຍແຮງ
ທີ່ສຸດ ໃນວັນສຸກວານນີ້ ໂດຍໄດ້ເຮັດໃຫ້ປະເທດດັ່ງ​ກ່າວຕົກ​ຢູ່​ໃນພາວະໂດດດ່ຽວ ແລະ
ຊຸດໂຊມລົງຫຼາຍຂຶ້ນ ຊຶ່ງຈະກໍ່ໃຫ້ເກີດໄພອັນຕະລາຍຕໍ່ພວກ ຄົນປ່ວຍຢູ່ໃນໂຮງໝໍ ການ
ກົດດັນໃຫ້ໂຮງຮຽນຫຼາຍແຫ່ງ ແລະບັນດາຮ້ານຄ້າ ທຸລະກິດຕ່າງໆ ຈະຕ້ອງໄດ້ປິດ ແລະຕັດການສື່ສານຕ່າງໆ ຈາກພວກຍາດຕິ ພີ່ນ້ອງ ພວກເພື່ອນມິດ ແລະພວກຄົນ
ຢູ່ພາຍນອກ.

ໃນຂະນະທີ່ ໄຟຟ້າໄດ້ກັບຄືນມາ ເປັນບາງສ່ວນ​ແລ້ວ ​ໃນນະຄອນຫຼວງກາຣາ ກາສ
ເກືອບ 24 ຊົ່ວໂມງ ຫຼັງຈາກທີ່ພວກຫຼອດໄຟ ໂທລະສັບ ແລະ ອິນເຕີເນັດ ໄດ້ຢຸດທຳ
ງານ ສ່ວນເມືອງໃຫຍ່ອື່ນໆຫຼາຍແຫ່ງ ກໍຍັງຢູ່ພາຍໃຕ້ຄວາມມືດ ໃນຂະນະທີ່ ຄ່ຳຄືນ
ກຳລັງຄືບ​ຄານ​ເຂົ້າ​ມາ.

“ຂ້າພະເຈົ້າ ໝົດຄວາມຫວັງ” ນາງ ມາເຣຍ ອິສາແບລ ກາຣເຊຍ ອາຍຸ 39 ປີ ພະນັກ
ງານຢູ່ຫ້ອງການ ໄດ້ກ່າວໄປ ຜູ້ທີ່ບໍ່ສາມາດຊື້ອາຫານໃຫ້ແກ່ ລູກນ້ອຍ 3 ຄົນຂອງລາວ
ເພາະວ່າ ລາວບໍ່ສາມາດຖອນເງິນອອກຈາກທະນາຄານໄດ້ ໃນວັນພະຫັດມື້ກ່ອນ.

ການຂາດໄຟຟ້າໃຊ້ ໄດ້ກາຍເປັນບັນຫາອີກອັນນຶ່ງ ຕໍ່ປະເທດນີ້ ທີ່ປະສົບກັບ ພາວະ
ຢຸດສະງັກ ຍ້ອນຄວາມສັບສົນວຸ້ນວາຍ ໃນຂະນະທີ່ ມີການແຍ່ງຊິງອຳນາດກັນ ລະ
ຫວ່າງ ປະທານາທິບໍດີເວເນຊູເອລາ ທ່ານນິໂຄລັສ ມາດູໂຣ ແລະ ຜູ້ນຳຝ່າຍຄ້ານ
ທ່ານ ຮວານ ກວາອີໂດ ທີ່ໄດ້ແກ່ຍາວເຂົ້າເດືອນທີສອງ ແລະ ກໍ່ໃຫ້ເກີດພາວະຄວາມ
ຍາກລຳບາກໃນດ້ານເສດຖະກິດ ຫຼາຍຂຶ້ນນັບມື້.

ປະຊາຊົນເວເນຊູເອລາ ໄດ້ຮູ້ສຶກເຄຍຊິນກັບຄວາມບໍ່ພໍອົກພໍໃຈ ຕໍ່ການຕັດໄຟຟ້າ ແຕ່
ບໍ່ມີຫຍັງ ຄືກັບສະພາບການແບບນີ້ ທີ່ໄດ້ຖືກກະທົບ ໃນຊ່ວງເວລາທີ່ມີລົດຕິດຫຼາຍ
ທີ່ສຸດ ຂອງຄ່ຳຄືນວັນພະຫັດ ຈຶ່ງສົ່ງຜົນເຮັດໃຫ້ ປະຊາຊົນຫຼາຍພັນຄົນ ພາກັນຍ່າງກັບ
ບ້ານ ພາຍໃຕ້ຄວາມມືດມົວ ໃນຄ່ຳຄືນທີ່ແສນຍາວ. ການຂາດໄຟຟ້າໃຊ້ ໄດ້​ມີ​ຜົນ​ກ​ະ​
ທົບ​ຕໍ່ປະຊາຊົນເກືອບ​ໃນ​ທຸກ​ເຂດ 31 ລ້ານຄົນຂອງປະເທດ ທີ່ອຸດົມສົມບູນດ້ວຍນ້ຳມັນ
ຊຶ່ງໃນຄັ້ງນຶ່ງ ເຄີຍເປັນປະເທດທີ່ຮັ່ງມີທີ່ສຸດ ໃນອາເມຣິກາລາຕິນ ແຕ່ມາບັດນີ້ແມ່ນໄດ້
ປະສົບກັບການຂາດແຄນຕ່າງໆນາໆ ແລະ ພາວະເງິນເຟີ້ຢ່າງຮຸນແຮງ ທີ່ໄດ້ຖືກຄາດ
ຄະເນໂດຍອົງການກອງທຶນສາກົນ ຫຼື IMF ວ່າ ຈະຖີບ​ໂຕສູງຂຶ້ນ ໃນອັດຕາເຖິງ 10
ລ້ານເປີເຊັ ໃນປີນີ້ ຈຶ່ງໄດ້ກົດ ດັນໃຫ້ນຶ່ງ​ສ່ວນ 10 ຂອງປະຊາກອນ ພາກັນຫລົບໜີອອກ
ຈາກປະເທດ ເມື່ອສອງສາມປີມໍ່ໆມານີ້.

ຊາວເວເນຊູເອລາ ທີ່ກຳລັງສູ້ຊົນ ເພື່ອຫາອາຫານການກິນມາລ້ຽງຊີບ ໄດ້ພາກັນເປັນ
ຫ່ວງວ່າ ສິ່ງຂອງທີ່ມີຢູ່ໜ້ອຍນຶ່ງໃນຕູ້ເຢັນນັ້ນຈະເນົ່າບູດ. ໂຮງໝໍແຫ່ງ ນຶ່ງ ອີງຕາມລາຍ
ງານຂອງນັກເຄືອນໄຫວ ກ່າວວ່າ ມີຢ່າງໜ້ອຍສອງຄົນ ທີ່ໄດ້ຮັບການຢັ້ງຢືນວ່າ ໄດ້ເສຍ
ຊີວິດ ຍ້ອນການຂາດໄຟຟ້າໃຊ້ ກໍຄື ທາລົກຄົນ ນຶ່ງ ຢູ່ໃນໜ່ວຍຄຸ້ມ​ຄອງທາລົກເກີດໃໝ່
ແລະຄົນປ່ວຍຜູ້ນຶ່ງ ຢູ່ທີ່ໂຮງໝໍສຳລັບ ເດັກນ້ອຍ. ຊາວເວເນຊູເອລາ ຜູ້ທີ່ມີ​ໂຣກຊ້ຳເຮື້ອ
ເຊັ່ນວ່າ ໂຣກເບົາຫວານ ໄດ້ພາກັນຊອກຫານ້ຳກ້ອນ ເພື່ອຮັກສາຢາປິ່ນປົວ ທີ່ມີຈຳນວນ
ຈຳກັດນັ້ນໄວ້.

US Preparing for Long Struggle to Oust Venezuelan Leader
please wait

No media source currently available

0:00 0:02:25 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG