ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວານູ​ອາຕູ ຈະ​ຟ້ອງຮ້ອງ​ ບໍ​ລິ​ສັດຜະ​ລິດ​ເຊື້ອ​ໄຟ ແລະ​ປະ​ເທດ ອຸດ​ສາ​ຫະ​ກຳ ທີ່​ເຮັດ​ໃຫ້ ເກີດ​ມົນ​ລະ​ພິດ


ເດັກ​ນ້ອຍ​ພາ​ກັນ​ຫລິ້ນຢູ່​ຫາດຊາຍແຄ​ມ​ທະ​ເລ ໃນ​ເກາະ​ເອ​ເຟດ​ທ໌​ປະ​ເທດວານູ​ອາຕູ ທີ່​ຖືກ​ກະ​ທົບ​ໂດຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໄດ້​ງ່າຍນັ້ນ (ພາບ​ຖ່າຍ​ໃນ​ວັນ​ທີ 30 ພຶດ​ສະ​ພາ, 2015)
ເດັກ​ນ້ອຍ​ພາ​ກັນ​ຫລິ້ນຢູ່​ຫາດຊາຍແຄ​ມ​ທະ​ເລ ໃນ​ເກາະ​ເອ​ເຟດ​ທ໌​ປະ​ເທດວານູ​ອາຕູ ທີ່​ຖືກ​ກະ​ທົບ​ໂດຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໄດ້​ງ່າຍນັ້ນ (ພາບ​ຖ່າຍ​ໃນ​ວັນ​ທີ 30 ພຶດ​ສະ​ພາ, 2015)

ປະ​ເທດ​ເກາະ​ດອນ ວານູ​ອາ​ຕູ ທີ່​ຖືກ​ກະ​ທົບ​ ໂດຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໄດ້​
ງ່າຍນັ້ນ ກຳ​ລັງ​ພິ​ຈາ​ລະ​ນາ ທີ່​ຈະ​ດຳ​ເນີນ​ການ​ທາງ​ກົດ​ໝາຍ ຕໍ່​ບັນ​ດາອຸດ​ສາ​ຫະ​ກຳ
ແລະ​ປະ​ເທດທັງ​ຫລາຍ ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ ຈາກ​ການ​ໃຊ້ເຊື້ອ​ໄຟ​ທີ່
​ຜະ​ລິດ​ຈາກ​ຊາກ​ພືດ​ແລະ​ສັດທີ່​ພາ​ໃຫ້​ເກີດ​ມົນ​ລະ​ພິດນັ້ນ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ
ຣາ​ຟ ຣີ​ເຈັນ​ແວ​ນູ (Ralph Regenvanu), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່
​ໄດ້​ກ່າວໃນ​ວັນ​ພະ​ຫັດ​ວານນີ້ຢູ່ໃນກອງ​ປະ​ຊຸມ​ສຸດຍອດ ​ເລື້ອງ​ການ​ປ່ຽນ​ແປງ​ດິນ​ຟ້າ​
ອາກາດຢູ່​ຕະ​ຫລອດ​ການ ທີ່​ຈັດຜ່ານ​ທາງ​ອິນ​ເຕີ​ແນັດ https://thecvf.org/events/2018-cvf-virtual-summit/

​ທ່ານ ຣີ​ເຈັນ​ແວ​ນູ ກ່າວ​ວ່າ "ວານູ​ອາ​ຕູ ແມ່ນ​ຢູ່​ໃນ​ແຖວ​ໜ້າ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​
ອາກາດ ແລະ​ບໍ່​ພຽງ​ເທົ່າ​ນັ້ນ ຍັງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໜ້ອຍ​ທີ່​ສຸດ ​ຈາກ​ການ​ຂຸດ​ຄົ້ນ​ບໍ່
​ເຊື້ອ​ໄຟ​ທີ່​ມາ​ຈາກ​ຊ​າກ​ພືດ​ແລະ​ສັດ ​ທີ່​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ດ້ານ​ດັ່ງ​ກ່າວນັ້ນ." https://www.youtube.com/watch?v=kst10ZfSKPc&feature=youtu.be .
ທ່ານ​ກ່າວເພີ້ມອີກວ່າ "ສະ​ນັ້ນ, ຂ້າ​ພະ​ເຈົ້າ, ໃນ​ມື້ນີ້ ຈຶ່ງ​ປະ​ກາດ​ໃຫ້​ອຸດ​ສາ​ຫະ​ກຳຜະ​ລິດ
​ເຊື້ອ​ໄຟ​ນີ້ ແລະ​ປະ​ເທດ​ທີ່​ໃຫ້​ການ​ສະ​ໜັບສະ​ໜຸນ​ຕໍ່​ການ​ຜະ​ລິດນັ້ນ ວ່າ ຄວາມເສຍ​
ຫາຍທີ່​ເກີດ​ຈາກ​ດິນ​ຟ້າ​ອາ​ກາດ ແລະ​ການ​ທຳ​ລາຍທີ່​ເກີດ​ຂຶ້ນ​ຕໍ່ວານູ​ອາ​ຕູ ຈະ​ບໍ່ສາ​ມາດ
​ດໍ​າເນີນ​ໄປ ​ໂດຍ​ປາດ​ສະ​ຈາກ​ການຖືກ​ຕຳ​ໜິໄດ້."

ແມ່​ຍິງ​ຄົນ​ນຶ່ງ​ກຳ​ລັງ​ສານ​ໝວກ ຢູ່​ບ້ອນ​ທານ​ນາ​ໃນປະ​ເທດ​ເກາະ​ດອນ ວານູ​ອາ​ຕູ ໃນ​ວັນ​ທີ 2 ມິ​ຖຸ​ນາ, 2015
ແມ່​ຍິງ​ຄົນ​ນຶ່ງ​ກຳ​ລັງ​ສານ​ໝວກ ຢູ່​ບ້ອນ​ທານ​ນາ​ໃນປະ​ເທດ​ເກາະ​ດອນ ວານູ​ອາ​ຕູ ໃນ​ວັນ​ທີ 2 ມິ​ຖຸ​ນາ, 2015

ທ່ານ​ກ່າວ​ວ່າ ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ເຊື້ອ​ໄຟ​ຈາກ​ທຳ​ມະ​ຊາດ, ທີ່​ສ້າງ​ກຳ​ໄລ​ເປັນ​ຕື້ໆ ໂດ​ລາ
ຄວນ​ຈ່າຍ​ຄ່າ​ເສຍ​ຫາຍ​ຕໍ່​ສິ່ງ​ແວດ​ລ້ອມ ແລະ​ເສດ​ຖະ​ກິດ ທີ່​ເກີດ​ຂຶ້ນ​ຕໍ່​ປະ​ເທດຕ່າງໆ ເຊັ່ນ
ວານູ​ອາ​ຕູນີ້ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຢູ່​ແລ້ວ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​
ກາດ,ລວມ​ທັງ ການ​ເພີ້ມ​ຂຶ້ນ​ຂອງລະ​ດັບນ້ຳ​ທະ​ເລ.

ວານູ​ອາ​ຕູເປັນ​ບ່ອນ​ຢູ່​ອາ​ໄສ​ຂອງປະ​ຊາ​ຊົນຫລາຍກວ່າ 260,000 ຄົນ ທີ່​ດຳ​ລົງຊີ​ວິດຢູ່
​ໃນເກາະ​ດອນຫລາຍກວ່າ 82 ແຫ່ງ --ຊຶ່ງຫລາຍ​ເກາະ​ໃນ​ນັ້ນກໍ​ຕັ້ງ​ຢູ່​ເທິງ​ໜ້າ​ນ້ຳທະ​ເລ
ບໍ່​ຮອດ 1 ແມັດ, ໂດຍ​ຢັງ​ຢາຍ​ກັນ​ຢູ່​ໃນ​ເນື້ອ​ທີ່ 1,300 ກິ​ໂລ​ແມັດ ໃນ​ພາກ​ໃຕ້​ຂອງມະ​ຫາ
​ສະ​ໝຸດປາ​ຊີ​ຟິກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG