ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງນິກກີ ເຮລີ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ວີໂອເອ ທ່ານນາງ ກຣີຕາ ແວນ ຊັສເຕີເຣັນ ໃນວັນພຸດວານນີ້
ທີ່ນະຄອນນິວຢອກ.
ທ່ານນາງເຮລີ ໄດ້ໂອ້ລົມ ກ່ຽວກັບ ຫຼາຍໆເລື່ອງ ຮວມທັງເລື່ອງເກົາຫຼີເໜືອແລະເກົາຫຼີໃຕ້.
“...ພວກເຮົາແມ່ນບໍ່ໄດ້ຢູ່ຢ່າງສະບາຍກັບພວກເຂົາ ຍ້ອນເປັນປະເທດທີ່ມີນິວເຄລຍ
ແລະພວກເຮົາຈະບໍ່ ພຽງແຕ່ຍ້ອນເກົາຫຼີເໜືອແລະເກົາຫຼີໃຕ້ ຈັບມືກັນໃນວັນນີ້ ນັ້ນ
ບໍ່ໄດ້ໝາຍຄວາມວ່າໄພຂົ່ມຂູ່ໝົດໄປແລ້ວ. ສະຫະລັດ ແລະປະຊາຄົມນາໆຊາດ
ແມ່ນຈະຍັງສືບຕໍ່ພາກັນກົດດັນຢ່າງບໍ່ລົດລະໃຫ້ເກົາຫຼີເໜືອ ຍົກເລີກຢ່າງສິ້ນເຊີງ.
ຈົນກວ່າເຖິງຕອນນັ້ນ ພວກເຮົາຈະລໍຖ້າ ແລະໃຫ້ແນ່ໃຈວ່າ ຈະບໍ່ມີກິດຈະກຳແລະ
ບໍ່ມີການທົດລອງໃດໆ. ພໍເຖິງເວລາແລ້ວ ພວກເຮົາຈະຕັດສິນໃຈໃນຈຸດນັ້ນ.
ແຕ່ວ່າໄພ້ທຸກໃບ ທີ່ຈິງແລ້ວແມ່ນຢູ່ໃນກຳມືຂອງເກົາຫຼີເໜືອ ໃນການທີ່ພວກເຮົາ
ຕອບໂຕ້.ຖ້າຫາກວ່າພວກເຂົາເຮັດໃນສິ່ງທີ່ຖືກຕ້ອງ, ພວກເຮົາກໍຈະຍິນດີ ທີ່ຈະເຮັດ
ວຽກຮ່ວມນຳພວກເຂົາເຈົ້າ,ຖ້າຫາກວ່າພວກເຂົາເຈົ້າບໍ່ເຮັດ ພວກເຮົາກໍຈະມີທາງ
ເລືອກຢ່າງອື່ນ.”
ສະຫະລັດ ໄດ້ໂຈະເງິນຊ່ອຍເຫຼືອຈຳນວນ 65 ລ້ານໂດລາ ຕໍ່ອົງການບັນເທົາທຸກແລະ
ເຮັດວຽກຂອງສະຫະປະຊາຊາດ ທີ່ກຳກັບນຳຊາວປາແລສໄຕນ໌ 5 ລ້ານຄົນ ທີ່ລົງ
ທະບຽນເປັນອົບພະຍົບ.
ເຊີນຊົມ: ການສຳພາດທ່ານນາງນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ປະຈຳ
ອົງການສະຫະປະຊາຊາດ
“ພວກເຮົາຈະບໍ່ໃຫ້ລາງວັນສຳລັບການປະພຶດທີ່ບໍ່ດີ. ທີ່ນີ້ ພວກເຮົາມີຊາວປາ
ແລສໄຕນ໌ທີ່ຕາມພື້ນຖານແລ້ວກ່າວວ່າ ພວກເຂົາເຈົ້າຈະຕັດສະຫະລັດ ອອກການ
ຂັ້ນຕອນສັນຕິພາບ, ພວກເຂົາເວົ້າວ່າ ພວກເຂົາບໍ່ຢາກມີສ່ວນພົວພັນໃດໆກັບພວກ
ເຮົາ. ພວກເຂົາໄປ ແລະນຳພວກເຮົາໄປສະເໜີຕໍ່ອົງການສະຫະປະຊາຊາດ ແລະ
ໂດຍພື້ນຖານແລ້ວ ພວກເຂົາແມ່ນເປັນປໍລະປັກແທ້ໆ ໃນອັນທີ່ພວກເຂົາເວົ້າ ແລະ
ພວກເຂົາກະທຳ. ພວກເຮົາຈະບໍ່ຈ່າຍເງິນຊ່ອຍເຫຼືອນີ້ ເພື່ອການກະທຳຜິດ.”
ໃນສະພາບການຂອງຊາວມຸສລິມໂຣຮິງຢາ ຈາກມຽນມານັ້ນ ທ່ານນາງກ່າວວ່າ: “ມຽນ
ມາ ເປັນປະເທດທີ່ແຕກຫັກ ເພພັງແທ້ໆ. ແລະພວກເຮົາບໍ່ສາມາດທີ່ຈະເບິ່ງຫຼັກຖານ
ຄວາມຈິງ ທີ່ສະຫະລັດຮັບມືກັບເລື່ອງນີ້ ໃນເມື່ອຫຼາຍປີຜ່ານມາແລ້ວ ແລະຄິດວ່າ
ພວກເຮົາຕ້ອງມາພົວພັນກຳກັບນຳອີກ.”
ກ່ຽວກັບວ່າ ສະຫະລັດ ອາດຈະທຳການລົງໂທດຕໍ່ພວກທະຫານມຽນມາອີກນັ້ນ
ທ່ານນາງກ່າວວ່າ:
“ຂ້າະເຈົ້າຄິດວ່າ ພວກເຮົາຈຳເປັນທີ່ຈະເບິ່ງໃນທຸກສິ່ງຢ່າງ ພວກເຮົາຈຳເປັນແທ້ໆ
ທີ່ຈະເບິ່ງໃນທຸກເລື່ອງ. ຂ້າພະເຈົ້າບໍ່ຄິດວ່າ ພວກເຮົາຄວນຈະຖືເບົາ ໃນສິ່ງທີ່ໄດ້
ເກີດຂຶ້ນ ກັບລັດຖະ ບານ ຫຼືພວກທະຫານ. ພວກເຂົາຕ້ອງໄດ້ອອກມາຮັບຜິດຊອບ
ໃນສິ່ງທີ່ພວກເຂົາກະທຳ. ຂ້າພະເຈົ້າຄິດວ່າ ພວກເຮົາຈຳເປັນທີ່ຈະຈັດຫາສະຖານທີ່
ປອດໄພສຳລັບພວກອົບພະຍົບເຫຼົ່ານີ້ ເພາະວ່າ ການກັບຄືນປະເທດ ບໍ່ແມ່ນສິ່ງທີ່
ຈະມີຂຶ້ນແບບງ່າຍໆຍ້ອນວ່າພວກເຂົາຢ້ານກົວທີ່ຈະກັບຄືນໄປ.”