ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມສຳເລັດ ຂອງຢາວັກຊີນ ເຮັດໃຫ້ມີຄວາມຫວັງ ກ່ຽວກັບ ການນຳອອກໃຊ້ ຢ່າງວ່ອງໄວໃນທົ່ວໂລກ


ພະຍາບານຄົນນຶ່ງ ກຽມຢາທີ່ເປັນສ່ວນນຶ່ງຂອງວັກຊີນ COVID-19 ທີ່ຖືກພັດທະນາໂດຍສະຖາບັນສຸຂະພາບແຫ່ງຊາດ ແລະ ບໍລິສັດ Moderna Inc, ເມືອງ ເບີມິງແຮມ, ລັດ ນິວຢອກ. 27 ກໍລະກົດ, 2020.
ພະຍາບານຄົນນຶ່ງ ກຽມຢາທີ່ເປັນສ່ວນນຶ່ງຂອງວັກຊີນ COVID-19 ທີ່ຖືກພັດທະນາໂດຍສະຖາບັນສຸຂະພາບແຫ່ງຊາດ ແລະ ບໍລິສັດ Moderna Inc, ເມືອງ ເບີມິງແຮມ, ລັດ ນິວຢອກ. 27 ກໍລະກົດ, 2020.

ຢາວັກຊີນໄວຣັສໂຄໂຣນາຊະນິດນຶ່ງ ທີ່ຖືກພັດທະນາຂຶ້ນໂດຍມະຫາວິທະຍາໄລ ອັອກສຝອດ ຂອງ ອັງກິດ ແລະ ບໍລິສັດເພຊັດສະກຳ AstraZeneca ໄດ້ສະ ແດງໃຫ້ເຫັນຜົນທີ່ປະສົບຄວາມສຳເລັດ ໃນການທົດລອງຂັ້ນຕົ້ນ. ຖ້າມັນຖືກຮັບຮອງໂດຍບັນດາຜູ້ອອກກົດລະບຽບ, ຢາວັກຊີນດັ່ງກ່າວປາກົດວ່າ ຈະເໝາະສົມ ສຳລັບການນຳອອກໃຊ້ໃນທົ່ວໂລກ.

ການວິເຄາະເບື້ອງຕົ້ນຂອງການທົດລອງທີ່ປະກອບມີອາສາສະໝັກ 20,000 ຄົນໃນ ອັງກິດ ແລະ ບຣາຊິລ ໄດ້ສະແດງໃຫ້ເຫັນຢາວັກຊີນດັ່ງກ່າວ ແມ່ນມີປະສິດທິພາບຢູ່ຢ່າງໜ້ອຍ 62 ເປີເຊັນຫຼັງ ຈາກສັກຢາສອງຫຼອດ. ໃນອາສາສະໝັກທີ່ຖືກສັກຢາໃນວິທີທີ່ຕ່າງກັນຄື ເຄິ່ງຫຼອດ ແລ້ວຕາມດ້ວຍເຕັມຫຼອດນັ້ນ ຕົວເລກຄວາມມີປະສິດທິພາບໄດ້ເພີ່ມຂຶ້ນເຖິງ 90 ເປີເຊັນ. ຄວາມມີປະສິດ ທິພາບໂດຍສະເລ່ຍຂອງວິທີການສັກຢາສອງຫຼອດດັ່ງກ່າວແມ່ນ 70 ເປີເຊັນ. ບໍ່ມີຢາວັກຊີນຫຼອດໃດ ໄດ້ກໍ່ໃຫ້ເກີດອາການເຈັບປ່ວຍ COVID-19 ທີ່ຮ້າຍແຮງ.

ທ່ານ ແອນດຣູ ພອລລາດ (Andrew Pollard) ຜູ້ອຳນວຍການຂອງກຸ່ມ ຢາວັກຊີນ ອັອກສຝອດ ໄດ້ກ່າວວ່າ ຄວາມສຳເລັດຂອງການທົດລອງຢາວັກຊີນສາມຊະນິດແຕກຕ່າງກັນຄັ້ງຫຼ້າສຸດຂອງ Oxford-AstraZeneca, Pfizer-BioNTech ແລະ Moderna ໄດ້ເປັນຕົວຢ່າງຂອງຄວາມສຳເລັດ ທາງດ້ານວິທະຍາສາດ.

ທ່ານ ພອລລາດ ກ່າວວ່າ “ມັນຮູ້ສຶກຄືກັບຊ່ວງເວລາທີ່ດີຫຼາຍທີ່ຕອນນີ້ພວກເຮົາ ໄດ້ຢາວັກຊີນຫຼາຍຊະນິດແລ້ວ. ຖ້າພວກເຮົາສາມາດນຳເອົາມັນອອກໄປໃຊ້ໄວເທົ່າທີ່ຈະໄວໄດ້, ພວກເຮົາຈະສ້າງຜົນນກະທົບທີ່ໃຫຍ່ຫຼາຍ.”

ບໍລິສັດ AstraZeneca ມີແຜນທີ່ຈະເລີ່ມຈຳໜ່າຍ ຢາວັກຊີນຫຼາຍຮ້ອຍລ້ານຫຼອດພາຍໃນທ້າຍປີນີ້, ຖ້າມັນຖືກຮັບຮອງທາງດ້ານກົດຂໍ້ບັງຄັບຕ່າງໆ. ສັບພະຄຸນຫຼາຍຢ່າງຂອງຢາວັກຊີນດັ່ງກ່າວ ເຮັດໃຫ້ມັນເໝາະສົມ ສຳລັບການນຳອອກໃຊ້ໃນທົ່ວໂລກ, ອີງຕາມທ່ານ ປີເຕີ ໂດຣແບັກ, ຜູ້ຊ່ຽວ ຊານດ້ານສຸຂະພາບໃນໂລກຢູ່ມະຫາວິທະຍາໄລ ອັອກສຝອດ, ຜູ້ທີ່ບໍ່ໄດ້ເຮັດວຽກໃນການພັດທະ ນາຢາວັກຊີນຂອງບໍລິສັດ AstraZeneca.

ທ່ານ ໂດຣແບັກ ໄດ້ກ່າວວ່າ “ທຳອິດແມ່ນຄ່າໃຊ້ຈ່າຍ. ສະນັ້ນ, ຢາວັກຊີນນີ້ແມ່ນມີລາຄາປະມານ ນຶ່ງສ່ວນຫ້າ ເຖິງ ນຶ່ງສ່ວນສິບຂອງລາຄາຢາທີ່ມີລາຍງານວ່າຖືກຮຽກຮ້ອງໂດຍບໍລິສັດ Pfizer ແລະ Moderna, ເຊິ່ງແມ່ນຜູ້ແຂ່ງຂັນຜະລິດຢາວັກຊີນທີ່ນຳໜ້າໝູ່.

ບໍລິສັດ AstraZeneca ໄດ້ສັນຍາວ່າເຂົາເຈົ້າຈະບໍ່ສ້າງຜົນກຳໄລຈາກຢາວັກຊີນນັ້ນ ໃນລະຫວ່າງໂຣກລະບາດ.

A coronavirus vaccine developed by Britain’s University of Oxford and the pharmaceutical firm AstraZeneca has shown successful results in early trials. If it is approved by regulators, the vaccine appears suitable for a fast rollout around the globe.

Early analysis of trials involving 20,000 volunteers in Britain and Brazil show the vaccine is at least 62% effective after two doses. In volunteers given a different dosing regimen — a half dose, followed by a full dose — that figure rose to 90%. The average efficacy of the two dosing methods is 70%. None of those given the vaccine developed severe COVID-19 illness.

Andrew Pollard, director of the Oxford Vaccine Group, said the recent successful trials of three different vaccines by Oxford-AstraZeneca, Pfizer-BioNTech and Moderna, represent a scientific breakthrough.

“It really feels like a great moment that we've got now multiple vaccines. If we can get them rolled out as soon as possible, we're going to have a big impact,” Pollard said.

AstraZeneca plans to begin supplying hundreds of millions of doses by the end of the year, subject to regulatory approval. Several properties of the vaccine make it suitable for global rollout, according to Peter Drobac, a global health expert at the University of Oxford, who did not work on the development of the AstraZeneca vaccine.

“The first is cost,” Drobac said. “So, this vaccine has been priced at about one-fifth to one-tenth of the cost reportedly being sought by Pfizer and Moderna, some of the other leading vaccine candidates.”

AstraZeneca has pledged it will not make a profit on the vaccine during the pandemic.

XS
SM
MD
LG