ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວວ່າ ການເປີດໃຫ້ຊາວຮົງກົງ ເປັນສັນຊາດອັງກິດ ລະເມີດຕໍ່ກົດໝາຍສາກົນ


ຜູ້ຊາຍຮົງກົງຄົນນຶ່ງ ໂບກທຸງຫົວເມືອງຂຶ້ນຂອງອັງກິດ ລະຫວ່າງວັນຄົບຮອບ ການໂອນຮົງກົງ ຈາກການປົກຄອງຂອງອັງກິດຄືນ ໃຫ້ແກ່ຈີນ ເມື່ອວັນທີ 1 ພຶດສະພາ 2020.
ຜູ້ຊາຍຮົງກົງຄົນນຶ່ງ ໂບກທຸງຫົວເມືອງຂຶ້ນຂອງອັງກິດ ລະຫວ່າງວັນຄົບຮອບ ການໂອນຮົງກົງ ຈາກການປົກຄອງຂອງອັງກິດຄືນ ໃຫ້ແກ່ຈີນ ເມື່ອວັນທີ 1 ພຶດສະພາ 2020.

ນະໂຍບາຍໃໝ່ຂອງອັງກິດທີ່ຈະອະນຸຍາດໃຫ້ຊາວຮົງກົງ ອ້າງເອົາສັນຊາດອັງກິດນັ້ນ
ເປັນການ “ລະເມີດຕໍ່ກົດໝາຍສາກົນ” ແລະແຊກແຊງ ເຂົ້າໃນ ກິດຈະການພາຍໃນ
ຂອງຈີນ ນັ້ນຄືຄຳຖະແຫຼງ ຂອງສະຖານທູດຈີນ ທີ່ນະຄອນຫຼວງລອນດອນ ໃນວັນພະ
ຫັດມື້ນີ້ ອີງຕາມລາຍງານຂອງຣອຍເຕີ້.

ລັດຖະມົນຕີກະຊວງພາຍໃນຂອງອັງກິດ ທ່ານພຣິຕີ ພາແທລ ກ່າວຢູ່່ໃນຖະແຫຼງການ
ທີ່ນຳອອກເຜີຍແຜ່ໃນວັນພຸດວານນີ້ວ່າ ປະຊາຊົນຊາວຮົງກົງທີີ່ມີວີຊາແຫ່ງຊາດຂອງ
ອັງກິດຢູ່ພົ້ນທະເລຈະສາມາດຂໍເອົາສັນຊາດເລີ້ມແຕ່ເດືອນ ມັງກອນປີ 2021 ເປັນ
ຕົ້ນໄປ.

ສະຖານທູດຈີນກ່າວຢູ່ໃນຖະແຫຼງການ ທີ່ພິມເຜີຍແຜ່ຢູ່ໜ້າແວັບໄຊຂອງຕົນວ່າປັກກິ່ງ
ຈະຕອບໂຕ້ຢ່າງແຮງໂດຍກ່າວຕື່ມວ່າ ອັງກິດຄວນທີ່ຈະແກ້ໄຂຄວາມຜິດ ຂອງຕົນໃນທັນທີ

A new British policy allowing Hong Kong residents to claim British citizenship is a "violation of international law" and interferes with China's internal affairs, China's embassy in London said on Thursday.

Britain's interior minister Priti Patel said in a written statement on Wednesday that Hong Kong people with British National Overseas visas will be able to apply for citizenship starting from January 2021.

The Chinese embassy said in a statement posted on its website that Beijing would respond strongly, adding that Britain should immediately correct its mistakes.

XS
SM
MD
LG