ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ຮັບຮອງເອົາ ຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກ ປ. ທຣໍາ ໃຫ້ເປັນຫົວໜ້າອົງການ ຂ່າວສານ ຂອງສະຫະລັດ


ການຮັບຟັງການຢືນຢັນຮັບຮອງເອົາທ່ານ Michael Pack ໃຫ້ຮັບຜິດຊອບອົງການຂ່າວສານໂລກຂອງສະຫະລັດ ຫລື USAGM ໃນວັນທີ 19 ກັນຍາ, 2019.
ການຮັບຟັງການຢືນຢັນຮັບຮອງເອົາທ່ານ Michael Pack ໃຫ້ຮັບຜິດຊອບອົງການຂ່າວສານໂລກຂອງສະຫະລັດ ຫລື USAGM ໃນວັນທີ 19 ກັນຍາ, 2019.

ສະພາສູງໃນວັນພະຫັດວານນີ້ ໄດ້ຮັບຮອງເອົາຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກ ປະທານາທິບໍດີດໍໂນລ ທຣໍາ ໃຫ້ຮັບຜິດຊອບອົງການຂ່າວສານໂລກຂອງສະຫະລັດ ຫລື USAGM ຊຶ່ງເປັນອົງການທີ່ດູແລ ການປະຕິບັດງານ ຂອງວິທະຍຸສຽງອາເມຣິກາ ຫລື ວີໂອເອ ແລະວິທະຍຸກະຈາຍສຽງສາກົນອື່ນໆອີກ.

ໂດຍການລົງຄະແນນສຽງ 53 ຕໍ່ 38, ສະພາສູງ ທີ່ຄວບຄຸມໂດຍພັກຣີພັບບລິ ກັນນັ້ນ ໄດ້ຮັບຮອງເອົາທ່ານ ໄມໂຄ ແພັກ (Michael Pack), ຜູ້ສ້າງສາລະຄະດີຮູບເງົາເອກະຊົນ ທີ່ມີຫົວອະນຸລັກນິຍົມ ໃຫ້ຮັບຕໍາແໜ່ງເປັນຫົວໜ້າຂອງ ອົງການ USAGM ນຶ່ງສະໄໝເປັນເວລາສາມປີ. ການແຕ່ງຕັ້ງທ່ານແພັກ ໄດ້ຮັບການພິຈາລະນາຢູ່ສອງປີ ຊຶ່ງຖືກຢຸດສະງັກລົງຍ້ອນມີຄວາມເປັນຫ່ວງຂອງພັກເດໂມແຄຣັດ ກ່ຽວກັບການຈັດການເລື້ອງການເງິນຂອງທ່ານ ທີ່ຖືກກ່າວຫາ
ຢູ່ໃນການເຮັດທຸລະກິດຂອງທ່ານ.

ໂດຍຜ່ານບໍລິສັດແມນີໂຟລດ໌ ໂປຣດັກຊັນສ໌ອິງຄ໌ (Manifold Productions, Inc.) ຂອງທ່ານ, ທ່ານແພັກໄດ້ຂຽນ, ກໍາກັບ ແລະສ້າງຮູບເງົາ ສາລະຄະດີ ຫລາຍໆເລື້ອງ ຊຶ່ງຫຼາຍເລື້ອງໃນນັ້ນແມ່ນໄດ້ອອກອາກາດທາງວິທະຍຸ PBS. ທ່ານໄດ້ເປັນຫົວໜ້າຜູ້ບໍລິຫານຂອງສະຖາບັນແຄລມັນ (Claremont) ທີ່ເປັນ ສະຖາບັນທີ່ມີລັກສະນະອະນຸລັກນິຍົມນັ້ນ ແລະໄດ້ກໍາຕໍາແໜ່ງ ຢູ່ອົງການຊັບພະຍາກອນຫຼືກອງທຶນ ສໍາລັບມະນຸດຊາດ ຫລື National Endowment for the Humanities ແລະ ອົງການອອກອາກາດຂອງລັດຫລື Corporation for Public Broadcasting. ທ່ານຍັງໄດ້ເຮັດວຽກ ຢູ່ໃນໂຄງການສ້າງຮູບເງົາ ຕ່າງໆ ຮ່ວມກັບອະດີດຫົວໜ້າດ້ານຍຸດທະສາດຂອງທ່ານທຣໍາ ແລະຜູ້ຮ່ວມ ກໍ່ຕັ້ງອົງການຂ່າວໄບຣດບາດນີວສ໌ (Breitbart News), ທ່ານສຕີບ ແບນນອນ.

ທ່ານແພັກ ເຄີຍມີປະສົບການເຮັດວຽກໃນອົງການອອກອາກາດຂອງສະຫະລັດ ມາກ່ອນ ໂດຍເຄີຍເປັນຜູ້ອໍານວຍການຂອງອົງການ WORLDNET, ຊຶ່ງເປັນ ເຄືອຂ່າຍ ກະຈາຍຂ່າວຜ່ານທາງດາວທຽມຂອງອົງການຂໍ້ມູນຂ່າວສານສະຫະ ລັດ ທີ່ກາຍມາເປັນໜ່ວຍງານໂທລະພາບ ຂອງອົງການຂ່າວສຽງອາເມຣິກາ ຫລື ວີໂອເອ.

“ຜູ້ຊາຍຄົນນີ້ມີຄຸນນະວຸດທິທີ່ເໝາະສົມພິເສດສໍາລັບກໍາຕໍາແໜ່ງນີ້”, ນັ້ນຄືຄໍາ ເວົ້າ ຂອງທ່ານເຈມສ໌ ຣິສ (James Risch) ປະທານກໍາມະການດ້ານພົວພັນ ຕ່າງປະເທດ ຂອງສະພາສູງ ທີ່ກ່າວໃນວັນພະຫັດວານນີ້. ທ່ານກ່າວຕໍ່ໄປວ່າ “ທ່ານ ໄດ້ເຮັດວຽກດີເດັ່ນຫຼາຍທຸກຄົນຄວນເບິ່ງຮູບເງົາທີ່ທ່ານຫາກໍ່ ເຮັດສໍາເລັດເມື່ອມໍ່ໆມານີ້ ກ່ຽວກັບສານສູງສຸດ- ມັນດີຢ້ຽມແທ້ໆ. ມັນມີການຕໍ່ສູ້ ກັນທາງການ ເມືອງກ່ຽວກັບທ່ານມາເປັນເວລາສອງປີ ແລະນຶ່ງມື້-ມື້ນີ້ແມ່ນຫ້ວງ ເວລາແຫ່ງຄວາມຈິງ.”

ຢູ່ໃນການຮັບຟັງການຢືນຢັນຮັບຮອງເອົາທ່ານໃນເດືອນກັນຍາຜ່ານມານັ້ນ, ທ່ານແພັກໄດ້ໃຫ້ການອະທິບາຍກ່ຽວກັບຄວາມເປັນຫ່ວງທີ່ຄິດວ່າ ທ່ານຈະ ພະຍາຍາມເອົາຄວາມລໍາອຽງ ທາງການເມືອງມາໃຊ້ຕໍ່ອົງການ USAGM ລວມທັງວີໂອເອນໍາ ທີ່ໄດ້ຖືກກໍານົດ ໂດຍກົດໝາຍວ່າໃຫ້ມີຄວາມເປັນກາງ ແລະທ່ຽງທໍາ ໃນການລາຍງານຂ່າວຂອງຕົນນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG