ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮັບສະໝັກ ຈົກສະຫຼາກເອົາບັດຂຽວ ມາຢູ່ໃນສະຫະລັດ ໄຂຂຶ້ນແລ້ວ (ວີດີໂອ)


ໃນ​ແຕ່ລະປີ​ ປະຊາຊົນຫຼາຍ​ລ້ານ​ຄົນ​ເຂົ້າ
ຮ່ວມ​ຍາດ​ເອົາ​ໂອກາດໃນການ​ໄດ້ ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​
ສະຫະລັດຢ່າງຖາ​ວອນ​ ໃນ​ໂຄງການທີ່​ເອີ້​ນກັນ​ວ່າ​ Green
Card Lottery ຫລື ລອດ​ເຕີຣີບັດ​ຂຽວ​ ກໍ​ຄືຈົກ​ສະຫລາກ​ເອົາບັດ​ຂຽວ ຊຶ່ງ​ມີ​ຊື່ເປັນ​ທາງ​ການວ່າ ​Diversity Visa Program ຫລື​ໂຄງການ​ແຈກ​ວິ​ຊ່າ​ໃຫ້​ຫລາກ​ຫລາຍ​ສັນຊາດ. ການ​ເປີດ​ຮັບ
ສະໝັກຈົກສະຫລາກ​ເອົາບັດ​ຂຽວ​ສໍາລັບ​ປີ​ນີ້ ຊຶ່ງ​ມີ​ໄລຍະ​ນຶ່ງ​ເດືອນ​ນັ້ນ ​ແມ່ນ​ໄດ້​ໄຂ​ຂຶ້ນ​ແລ້ວ​ຕັ້ງ​ແຕ່ວັນ​ທີ 2 ​ເດືອນ​ຕຸລາ ຄື​ວັນ​ອັງຄານ​ ອາທິດ​ແລ້ວ​ນີ້.

ນັກ​ຂ່າວ​ຊາວ​ອິຣ່ານ Roozbeh Mazhari ​ເປັນ​ຜູ້​ນຶ່ງ​ທີ່​ໂຊກ​ດີ​. ລາວເຂົ້າ ມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ​ສະຫະລັດ​ໃນ​ປີ 1999 ຫຼັງ​ຈາກ​ຈົກ​ສະຫລາກ​ລອດເຕີຣີ ບັດ​ຂຽວໄດ້. ນາຍ ຣູຊ​ເບ ກ່າວ​ວ່າ:

“ຈິງໆ​ແລ້ວ​ ເວລາ​ນັ້ນ​ ຂ້ອຍ​ຮັບ​ໃຊ້​ໃນ​ກອງທັບຢູ່. ຂ້ອຍ​ໄດ້​ຮັບ​ຂ່າວ​ຈາກ​​ເອື້ອຍຂອງ​ຂ້ອຍ​ ບອກ​ໃຫ້​ຂ້ອຍ​ໂທ​ຫາ​ລາວ ​ໄວໆໂທ​ດຽວ​ນີ້. ຂ້ອຍ​ກໍ​ຟ້າວ​ໂທ​ຫາ​​ເອື້ອຍ ​ແລະ
ລາວ​ບອກ​ຂ່າວ​ດີຂ້ອຍ ຂ້ອຍ​ຈັ່ງແມ່ນ​ດີ​ໃຈ​ຫຼາຍ. ເວລາ​ກັບ​​ເມືອ​ຮອ​ດ​ເຮື​ອນ ​ແລະ
ໄດ້​ຮັບ​ເອກ​ກະສາ​ນ​ແຈ້ງ ບອກວ່າ​ ຂ້ອຍ​ສາມາດ​​ເດີນທາງອອກ​ນອກ​ປະ​ເທດ​ໄດ້
ຂ້ອຍ​ກິນ​ລ້ຽງ​ສະຫຼອງ​ກັນຢ່າງ​ໃຫຍ່​
ຮອດ​ເຈັດ​ມື້​ພຸ້ນ​ຫຼ່ະ.”

​ໄລຍະ​ເປີດ​ຮັບ​ສະໝັກ​ຈົກ​ສະຫລາກ​ໃນໂຄງການ​ລອດ​ເຕີ​ຣີບັດ​ຂຽວສໍາລັບ​ປີ​ນີ້ ຊຶ່ງ​ແມ່ນ​ສໍາ​ລັບ​ເຂົ້າ​ມາ​ຢູ່​ໃນ​ສະຫະລັດ ​ໃນອີກ​ສອງ​ປີ ຄື ​ປີ 2014 ​ນັ້ນ ​ແມ່ນ​ໄດ້ເລີ່​ມມາຕັ້ງ​ແຕ່​ຕອນບ່າຍ​ວັນ​ທີ່​ 2 ຕຸລາອາທິດ​ຜ່ານ​ມາ ​ໄປ​ຈົນ​ເຖິງ​ ຕອນ​ບ່າຍ​ວັນເສົາ​ວັນ​ທີ່ 3 ​ ພະຈິກ ເດືອນໜ້ານີ້. ​ເມື່ອ​ປີ​ແລ້ວ​ນີ້ ມີ​ຄົນ​ຍື່ນໃບ​ສະໝັກ​ເກືອບ 8 ລ້ານ​ຄົນ. ປີ​ນີ້ ກໍ​ຫຼາຍ​ພໍໆ​ປານ​ກັນ. ​ແຕ່​ຈະມີທັງ​ໝົດ​ພຽງ 55,000 ຄົນເທົ່າ​ນັ້ນ ທີ່​ຈະ​ໂຊກ​ດີ ​ໂດຍ​ການ​ສຸ່ມ​ເລືອກ​ເອົາ ຫລື​ຈົກ​ສະຫລາກ​ທາງ​ຄອມ​ພິວ​ເຕີ.

Naeim Karimi ​ເກີດ​ຢູ່​ອິຣ່ານ ​ແລະເຄີຍ​ໄດ້​ຍື່ນ​ໃບ​ສະໝັກຈົກ​ສະຫລາກ​ເອົາວິ​ຊ່າບັດຂຽວ
ສາມ​ເທື່ອນີ້ແລ້ວ. ຜູ້ກ່ຽວ​ເວົ້າ​ກັບ​ວີ​ໂອ​ເອ ຜ່ານ​ລະບົບ​ວີ​ອິ​ໂອ Skype ຈາກເຮືອ​ນ​ຂອງ​ລາວ​ທີ່​ປະ​ເທດ ຄາ​ນາ​ດາ ຫຼາຍ​ຊົ່ວ​ໂມງ​ຫຼັງ​ຈາກ​ໂຄງ​ການລອດ​ເຕີຣີວິຊ່າ ​ເປີດ​ຮັບ​ໃບ​ສະໝັກ. ນັກ​ຂ່າວ​ວີ​ໂອ​ເອຖາມ​ລາວ​ວ່າ: ມື້​ນີ້​ ເຈົ້າຮູ້ສຶກ​ໂຊກ​ດີ​ບໍ່​? ນາຍ ຄາຣິມີ ​ເວົ້າ​ວ່າ:

“ຂ້ອຍ​ຮູ້ສຶກ​ວ່າ​ໂຊກ​ດີ​ຫຼາຍ ​ໂຊກ​ດີ​ມາ​ໄດ້​ສອງ​ສາມເດືອນແລ້ວ. ຈັ່ງ​ແມ່ນ​ໂຊກ ຖ້າ​ຈະ
​ເວົ້າ​ເນາະ ຂ້ອຍ​ຮຽນ​ຈົບ​ມະຫາວິທະຍາ​ໄລ ແລ້ວ​ກໍ​ແຕ່ງງານ ​ໄດ້​ວຽກ​ເຮັດ ​ແລະ​ກໍາລັງ​
ຄິດ​ເນາະ ວ່າ​ບາງທີ​
ຄວາມໂຊກ​ດີ ຈະ​ມາ​ຮອດ​ສີ່​ເທື່ອ ​ແທນ​ທີ່​ຈະ​ເປັນ​ສາມ.“

ຂັ້ນ​ຕອນການ​ຈົກ​ສະຫຼາກ​ລອດ​ເຕີຣີບັດ​ຂຽວ ຈາກ​ຕົ້ນ​ຈົນຈົບ ​ແມ່ນ​ໃຊ້​ລະບົບອິນ​ເທີ​ເນັດ​ທັງ​ໝົດ ມາ​ຕັ້ງແຕ່​ປີ 2010 ສໍາລັບ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່​ສະຫະລັດ ​ໃນ​ປີ 2012 ນີ້. ຜູ້​ສະໝັກຈະ​ຕ້ອງຍື່ນໃບ​ສະໝັກ ແລະ​ກອກ​ຟອມທາງ​ອິນ​ເທີ​ເນັດ ​ແລະ​ຈະຕ້ອງ​ເຂົ້າ​ໄປ​ກວດ​ເບິ່ງຜົນການ​ຈົກ​ລະ​ຫລາກ​ທາງ​ເວັບ​ໄຊ້ທ໌​ເຊັ່ນ​ກັນ​ ໃນ​ເດືອນພຶດສະພາ ປີໜ້າ. Karin King ເປັນ ໂຄສົກ​ຫ້ອງການ ອອກ​ວິ​ຊ່າ​ຂອງສະຫະລັດ​.​ ແຄ​ຣິນ ຄິງ ​ເວົ້າ​ວ່າ:

“ພວກ​ເຮົາ​​ໄດ້ພະຍາຍາມຕິດ​ຕັ້ງ​ລະບົບ ທີ່​ຜູ້ສະໝັກ ສາມາດ​ເຮັດ​ທຸກໆ​ສິ່ງ​ໄດ້​ດ້ວຍ​
ຕົນ​ເອງ ​ແລະ​ບໍ່​ຕ້ອງ​ຜ່ານ​
ບໍລິສັດ​ຮັບ​ບໍລິການ​ໃດໆ ຫຼື​ເສຍ​ເງິນ​ໃຫ້ໃຜ​ທັງ​ໝົດ ​ເພື່ອ​
ຍື່ນ​ໃບ​ສະໝັກ​ນັ້ນ
. ຜູ້​ສະໝັກ​ທັງຫຼາຍ​ຈະສາມາດ​ເຂົ້າ​ໄປ​ກວດ​ເບິ່ງຂໍ້​ມູນ​​ໄດ້ ໂດຍ​ຜ່ານໜ້າເຂົ້າ​ໄປກວດ​ເບິ່ງ​ຜົນ​ທາງອິນ​ເທີ​ເນັດ​ເທົ່າ​ນັ້ນ. ​ເພາະສະ​ນັ້ນ ຜູ້​ສະໝັກ​
ບໍ່​ຈໍາເປັນ​ຕ້ອງທຽວ​ເຂົ້າ​ ໄປ​ກວດ​ເບິ່ງ​ເລື້ອຍໆ ​ວ່າ​ຕົນໄດ້ຖືກຄັດເລືອກ​ ​ຫຼື​ບໍ່?

​ໂຄງການ​ວິຊ່າ​ລອດ​ເຕີຣີ ​ແມ່ນ​ສົ່ງ​ເສີມ​ການ​ຍົກຍ້າຍເຂົ້າ​ມາ​ຕັ້ງຖິ່ນ​ຖານ​ຢູ່​ໃນ​ປະ​ເທດ​ນີ້ ຂອງ​ພົນລະ​ເມືອງຈາກ​ປະ​ເທດ​ຕ່າງໆ ທີ່​ມີປະຊາຊົນ​ຍົກຍ້າຍ​ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານ​ໃນສະຫະລັດ ​
ໃນ​ອັດຕາ​ຕໍ່າ​ແຕ່​ໃດໆ​ມາ​ແລ້ວ. ສະ​ນັ້ນ ພົນລະ​ເມືອງ ຈາກ​ຫລາຍໆ​ປະ​ເທດ ​ເຊັ່ນ Brazil ຫຼື ບັງ​ກລາ​ແດ​ສ ນັ້ນ​ແມ່ນບໍ່​ມີ​ສິດ​ຍື່ນ​ສະໝັກໃນ​ໂຄງກາ​ນນີ້. ນອກຈາກ​ສອງ​ປະ​ເທດ​ນີ້​ແລ້ວ ພົນ​ລະ​ເມືອງ​ຈາກ​ປະ​ເທດອື່ນໆ​ອີກ ທີ່​ສະໝັກ​ບໍ່​ໄດ້ ກໍ​ມີ ກາ​ນາ​ດາ, ຈີນ, ​ໂຄ​ລົມເບຍ, ​ເຮ​ຕີ, ​ເມັກຊິ​ໂກ, ປາ​ກິ​ສຖານ, ​ຟິລິບ​ປີນ ​ແລະ​ຫວຽດນາມ. ແຕ່ສໍາລັບຫຼາຍໆລ້ານ​ຄົນ​ທີ່​ຫວັງ​ຢາກ​ຈະ​ເຂົ້າ​ມາ​ຢູ່​ໃນ​ສະຫະລັດ ຈາກ​ປະ​ເທດ​ທີ່​ມີ​ສິດ​ຍື່ນ​ສະໝັກ​ ​ໂຮມ​ທັງ ສປປ ລາວ ນໍານັ້ນ ມັນ​ເປັນ​ການສ່ຽງ​ໂຊກ​ ສໍາລັບ​ຊີວິດ​ໃໝ່ກໍ​ວ່າ​ໄດ້. ນັກ​ຂ່າວ​ຊາວ​ອິຣ່ານ Roozbeh Mazhari ກ່າວ​ວ່າ:

“ຂ້ອຍ​ໄດ້​ໃຊ້​ເວລາ​ດົນ​ເຕີບ ຄື​ປະມານ​ຫ້າ​ປີ ຂ້ອຍ​ຈຶ່ງ​ສໍານຶກ​ວ່າ ບັດ​ນີ້​ມັນ​ເຖິງ​ເວລາ​ແລ້ວ ​ທີ່ຂ້ອຍ​ຈະ​ຕ້ອງ​ວາງ​ມືຈາກທຸກ​ສິ່ງ​ທຸກ​ຢ່າງ​​ໃນ​ອິຣ່ານ ​ແລ້ວ​ກໍ​ວາງ​ແຜນເບິ່ງ​ວ່າ ຂ້ອຍ​ຢາກ​ຢູ່​ບ່ອນ​ໃດ​ໃນ​ໄລຍະ​ຫ້າ​ປີ​ຫລືສິບ​ປີ​ຕໍ່ໜ້າ​ນີ້? ​ແລະ12 ປີຫຼັງ​ຈາກ​ນັ້ນ ຂ້ອຍ
​ດີ​ໃຈ​ຫຼາຍ​ທີ່​ໄດ້​ບັດ​ຂຽວ
. ມັນ​ໄດ້​ປ່ຽນ​ແປງ​ຊີວິດຂ້ອຍ​ຢ່າງ​ໃຫຍ່​ຫຼວງ.

ສໍາລັບທ່ານທີ່​ສົນ​ໃຈ​ຢາກ​ປະກອບສ່ວນໃນ​ໂຄງການ Diversity Visa Program ນີ້​ຄື​ເວັບ​ໄຊ້ບ່ອນ​ເຂົ້າ​ໄປ​ຍື່ນໃບສະ​ໜັກ​
www.dvlottery.state.gov.

ຜູ້​ສ​ະໝັກຈະ​ຮູ້​ຜົນການ​ຈົກ​ສະຫລາກ ​ເລີ່​ມຕັ້​ງ​ແຕ່​ວັນ​ທີ່ 1 ເດືອນ​ພຶດສະພາ ປີ 2013 ​ເປັນ​ຕົ້ນ​ໄປວ່າ​ ຕົນ​ໄດ້ຖືກ​ເລືອ​ກ​ ​ຫຼື​ບໍ່?
XS
SM
MD
LG