ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ສະ​ຫະ​ລັດ​ ເປັນ​ຫ່ວງ ທີ່​ພວກ​ທະ​ຫານ​ມຽນ​ມາ ແລະ​ຣັດ​ເຊຍ ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ນິວ​ເຄ​ລຍ


ແຟ້ມ - ຮູບນີ້​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ພະ​ແນກຖະ​ແຫຼງ​ຂ່າວ​ກະ​ຊວງ​ຕ່າງ​ປະ​ເທດ​ຣັດ​ເຊຍ ​ປະ​ທານ​ສະ​ພາ​ປົກ​ຄອງ​ມຽນ​ມາ ນາຍ​ພົນ​ມິນ​ອອງ​ລາຍ (ຂວາ) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອບ ຖ່າຍ​ຮູບ​ໃນລະ​ຫວ່າງ​ການ​ພົບ​ປະ​ທີ່​ເນ​ປີ​ດໍ ເມື່ອ​ວັນ​ທີ 23 ສິງ​ຫາ 2022.
ແຟ້ມ - ຮູບນີ້​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ພະ​ແນກຖະ​ແຫຼງ​ຂ່າວ​ກະ​ຊວງ​ຕ່າງ​ປະ​ເທດ​ຣັດ​ເຊຍ ​ປະ​ທານ​ສະ​ພາ​ປົກ​ຄອງ​ມຽນ​ມາ ນາຍ​ພົນ​ມິນ​ອອງ​ລາຍ (ຂວາ) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອບ ຖ່າຍ​ຮູບ​ໃນລະ​ຫວ່າງ​ການ​ພົບ​ປະ​ທີ່​ເນ​ປີ​ດໍ ເມື່ອ​ວັນ​ທີ 23 ສິງ​ຫາ 2022.

ສະ​ຫະ​ລັດ​ມີ​ຄວາມ​ເປັນ​ຫ່ວງ​ຫຼາຍ ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ນິວ​ເຄ​ລຍ​ຂອງ​ຣັດ​ເຊຍ ກັບ​ລັດ​ຖະ​ບານ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ລັດ​ຖະ​ບານ​ໃນ​ມຽນ​ມາ ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ໃນ​ອາ​ທິດນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ຖະ​ແຫຼງ​ຂ່າວ ​ທາງ​ອີ​ແມ​ລ​ທີ່​ສົ່ງ​ຫາວີ​ໂອ​ເອ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມານີ້​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ແຕ່​ກໍ​ບໍ່​ໄດ້​ປະ​ຫຼາດ​ໃຈ ກ່ຽວ​ກັບ​ຄວາມ​ເຕັມ​ໃຈ​ຂອງ​ຣັດ​ເຊຍ​ທີ່​ຈະ​ຂະ​ຫຍາຍ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ວັດ​ຖຸ ຮວມ​ທັງ​ໂດຍ​ຜ່ານ​ໂຄງ​ການ​ຮ່ວມ​ມື​ທາງ​ດ້ານ​ນິວ​ເຄ​ລຍ ໃຫ້​ແກ່​ອຳ​ນາດ​ການ​ປົກ​ຄອງ​ທີ່​ກົດ​ຂີ່​ຜະ​ເດັດ​ການ​ຂອງ​ປະ​ເທດ​ມຽນ​ມາ. ການ​ກະ​ທຳ​ຂອງ​ຣັດ​ເຊຍ ​ແມ່ນ​ເພື່ອ​ແກ່​ຍາວ​ວິ​ກິດ​ການ ​ທີ່​ຂົ່ມ​ຂູ່​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ​ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ ໃຫ້​ແກ່​ບັນ​ດາ​ປະ​ເທດ​ພາ​ຄີ​ ແລ​ະ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ.”

​ແຜນ​ທີ່​ປະ​ເທດ​ມຽນ​ມາ
​ແຜນ​ທີ່​ປະ​ເທດ​ມຽນ​ມາ

ອົງ​ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍ ຊຶ່ງ​ຮູ້​ກັນ ​ໃນ​ຊື່​ຫຍໍ້​ວ່າ ROSATOM ແລະ ​ພວກ​ຜູ້​ນຳ​ທະ​ຫານ​ມຽນ​ມາ ໄດ້​ລົງ​ນາມ “ໃນ​ຂໍ້​ຕົກ​ລົງການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານໃນ​ຂົງ​ເຂດ​ການ​ນຳ​ໃຊ້​ພະ​ລັງ​ງານ
ນິວ​ເຄ​ລຍ” ເມື່ອ​ວັນ​ທີ 6 ກຸມ​ພາ​ຜ່ານ​ມາ.

ໃນ​ວັນ​ຈັນ​ແລ້ວນີ້ ໃນ​ພິ​ທີ​ເຊັນ​ລົງ​ນາມ ທີ່​ອາ​ຄານ​ສູນ​ກາງ​ຂໍ້​ມູນ​ເທັກ​ໂນ​ໂລ​ຈີ​ນິວ​ເຄ​ລຍ ທີ່​ຫາ​ກໍ​ເປີດ​ໃໝ່​ຢູ່​ນະ​ຄອນ​ຢ່າ​ງ​ກຸ້ງ ຊຶ່ງ​ເປັນ​ຫົວ​ເມືອງ​ໃຫຍ່​ສຸດ​ຂອງ​ມຽນ

ມານັ້ນ ຜູ້​ນຳ​ທະ​ຫານ​ອະ​ວຸ​ໂສ ນາຍ​ພົນ​ມິນ​ອອງ​ລາຍ ກ່າວ​ວ່າ “ຂໍ້​ຕົກ​ລົງ​ນີ້​ແມ່ນ​ເພື່ອ​ການ​ຮ່ວມ​ມືບໍ່​ພຽງ​ແຕ່​ສຳ​ລັບ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຂະ​ໜາດ​ນ້ອຍ​ເທົ່າ​ນັ້ນແຕ່ ​ຍັງ​ແມ່ນ​ເພື່ອ​ການ​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ​ນິວ​ເຄ​ລຍ ເຂົ້າ​ໃນ​ຫຼາຍໆ​ພາກ​ສ່ວນ ແລະ ​ມັນ​ຈະ​ຊ່ວຍ​ເສີມ​ຂະ​ຫຍາຍ​ ການ​ພັດ​ທະ​ນາ​ສັ​ງ​ຄົມ​ເສດ​ຖະ​ກິດ ​ຢູ່​ໃນ​ປະ​ເທດນຳ​ດ້ວຍ.”

ຜູ້​ອຳ​ນວຍ​ການ ຂອງອົງ​ການ ROSATOM ທ່ານ​ອາ​ເລັກ​ເຊ ລີ​ກາ​ເຊັບ ຍັງ​ໄດ້​ກ່າວ​ ໃນ​ລະ​ຫວ່າງ​ພິ​ທີ​ລົງ​ນາມ​ວ່າ ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ນິວ​ເຄ​ລຍ​ ລະ​ຫວ່າງປະ​ເທດ​ທັງ​ສອງ ແມ່ນ​ການ​ເລີ້ມ​ຕົ້ນ “ປະ​ຫວັດ​ສາດ​ບົດ​ໃໝ່ ໃນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ມຽນ​ມາ.”

ທ່ານ​ກ່າວ​ຕື່ມ​ວ່າ “ການ​ສ້າງ​ຕັ້ງ​ອຸດ​ສາ​ຫະ​ກຳ​ໃໝ່​ຢູ່​ໃນ​ປະ​ເທດ ແນ່ນອນ​ຈະ​ໃຫ້​ຜົນ​ປະ​ໂຫຍດ​ແກ່​ພາກ​ສ່ວນ​ພະ​ລັງ​ງານ ​ອຸດ​ສາ​ຫະ​ກຳ ແລະ​ເສດ​ຖະ​ກິດດ​ຂອງ​ມຽນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG