ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປ. ດໍໂນລ ທຣຳ ຮັບສານຕາຕັ້ງ ຂອງ ທ່ານເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ວໍຊິງຕັນ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຮັບສານຕາຕັ້ງ ຂອງເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສະຫະລັດ ອາເມຣິກາ, ທ່ານ ຄຳພັນ ອັ່ນລາວັນ ຢູ່ທີ່ຫ້ອງວ່າການ ປະທານາທິບໍດີ ຫຼືເອີ້ນວ່າ Oval Officeຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ເມສາ
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຮັບສານຕາຕັ້ງ ຂອງເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສະຫະລັດ ອາເມຣິກາ, ທ່ານ ຄຳພັນ ອັ່ນລາວັນ ຢູ່ທີ່ຫ້ອງວ່າການ ປະທານາທິບໍດີ ຫຼືເອີ້ນວ່າ Oval Officeຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ເມສາ

ປະທານາທິບໍດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຮັບການຍື່ນສານຕາຕັ້ງ ຢ່າງເປັນ
ທາງການ ຈາກ ທ່ານເອກອັກຄະລັດຖະທູດ ສປປ ລາວ ຄົນໃຫມ່ ປະຈຳ ສະຫະລັດ
ອາເມຣິກາ, ທ່ານ ຄໍາພັນ ອັ່ນລາວັນ ຢູ່ທີ່ທໍານຽບຂາວ, ນະຄອນ ຫຼວງວໍຊິງຕັນ ເມື່ອ
​ວັນ​ທີ ​8 ເມ​ສາ ​ຜ່ານ​ມານີ້.

ເອກອັກຄະລັດຖະທູດຄໍາພັນ ໄດ້ຍື່ນສານຕາຕັ້ງ ຢູ່ທີ່ຫ້ອງວ່າການ ປະທານາທິບໍດີ
ສະຫະລັດ ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມປຶກສາຫາລືແບບກວມ ລວມ
ກ່ຽວກັບ ການຮ່ວມມືສອງຝ່າຍ ລະຫວ່າງ ສະຫະລັດ​ອາ​ເມ​ຣິ​ກາ ແລະ ສປປ ລາວ
ຄັ້ງທີ 9 ແລະ ກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງອາຊຽນ ແລະ ສະຫະລັດ
ອາເມຣິກາ ທີ່ໄດ້ຈັດຂື້ນຢູ່ ນະຄອນຫຼວງ ວໍຊິງຕັນ ເມື່ອວັນທີ 27 ແລະ 28 ມີນາ
ຜ່ານ​ມາ.

ກອງປະຊຸມໃນຄັ້ງນີ້ ສອງຝ່າຍໄດ້ສະແດງໃຫ້ເຫັນເຖິງຄວາມໝາຍສຳຄັນ ຂອງ
ສາຍພົວພັນ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ທີ່ມີຕໍ່ກັບລັດຖະບານ
ກໍຄືປະຊາຊົນ ຂອງສະຫະລັດອາເມຣິກາ ແລະ ຄວາມໝາຍໝັ້ນຂອງ ປະເທດພວກ
ເຮົາ ໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນຂອງສອງປະເທດ ກໍຄື ຕໍ່​ເຂດ​ສູນ​ກາງ
ອາຊຽນ​ ແລະຕໍ່​ເຂດອິນໂດປາຊິຟິກ ທີ່​ເສ​ລີ​ແລະ​ເປີດກວ້າງ.

ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມ​ຣິກາປະຈຳ ສປປ ລາວ
ໄດ້ກ່າວວ່າ “ໃນໄລຍະສາມປີ ທີ່ຜ່ານມາ ການຮ່ວມມື ລະຫວ່າງ ລັດຖະບານ ກໍ່ຄື
ປະຊາຊົນຂອງສອງປະເທດ ໄດ້ເກີດໝາກຜົນເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ
ທາງດ້ານຈຳນວນຂອງປະຊາຊົນ ໂຄງການ ແລະປະເດັນຄວາມສຳຄັນຕ່າງໆ ທີ່
ພວກເຮົາໄດ້ພ້ອມກັນເຮັດວຽກຮ່ວມກັນ.”
ເອກອັກຄະລັດຖະທູດ ບິດເຕີ ຍັງໄດ້ກ່າວ
ຕື່ມອີກວ່າ “ເອກອັກຄະລັດຖະທູດຄໍາພັນຈະເປັນຄູ່ຮ່ວມງານ ທີ່ສຳຄັນ ຢູ່​ວໍ​ຊິງ​ຕັນ
ໃນຂະ​ນະທີ່ພວກເຮົາ ສືບ​ຕໍ່​ຮັດ​ແໜ້ນສາຍພົວພັນ ຂອງປະຊາຊົນສອງຊາດ ກໍຄື
ສອງລັດຖະບານ. ລັດຖະບານ ສະຫະລັດອາເມຣິກາ ໄດ້ສຸມໃສ່ຄວາມສຳຄັນ ຂອງ
ຈຸດໃຈກາງອາຊຽນ ແລະຄວາມໝາຍໝັ້ນ ຕໍ່ສາຍພົວພັນທີ່ເຂັ້ມແຂງສອງຝ່າຍ
ບົນພື້ນຖານ ຂອງຄວາມເຄົາລົບ ​ຕໍ່ອະທິປະໄຕ ຂອງ ສປປ ລາວ.

ສະຖານທູດສະຫະລັດອາເມຣິກາ ຂໍສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ຄວາມພະຍາ
ຍາມຂອງລັດຖະບານ ສປປ ລາວ ໃນການເຮັດບົດບາດຫນ້າທີ່ ເປັນຜູ້ປະສານງານ
ຂອງອາຊຽນ ກັບ ສະຫະລັດອາເມຣິກາ ແລະ ພວກເຮົາຂໍອວຍພອນໄຊອັນປະເສີດ
ແລະຄວາມຜາສຸກ ມາຍັງປະຊາຊົນລາວ ໃນໂອກາດສະເຫຼີມສະຫຼອງ ປີໃຫມ່ລາວ ແຕ່
ວັນທີ 14 ຫາ 16 ເມສາ 2019 ທີ່ຈະມາເຖິງນີ້.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ເຈ ທຣຳ (ກາງ) ໄດ້ຮັບສານຕາຕັ້ງ ຂອງເອກອັກຄະລັດຖະ ທູດຄົນໃໝ່ ປະຈຳ ສະຫະລັດອາເມຣິກາ ທ່ານ ຄຳພັນ ອັ່ນລາວັນ (ຂວາ) ຢູ່ທີ່ຫ້ອງວ່າການ ປະທານາທິບໍດີ ຂອງທຳນຽບຂາວ ເຂົ້າຮ່ວມ ໃນພິທີ ມີພັນລະຍາຂອງທ່ານຄຳພັນ ທ່ານນາງ ຟອງສະໝຸດ ອັ່ນລາວັນ, ວັນທີ 8 ເມສາ 2019.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ເຈ ທຣຳ (ກາງ) ໄດ້ຮັບສານຕາຕັ້ງ ຂອງເອກອັກຄະລັດຖະ ທູດຄົນໃໝ່ ປະຈຳ ສະຫະລັດອາເມຣິກາ ທ່ານ ຄຳພັນ ອັ່ນລາວັນ (ຂວາ) ຢູ່ທີ່ຫ້ອງວ່າການ ປະທານາທິບໍດີ ຂອງທຳນຽບຂາວ ເຂົ້າຮ່ວມ ໃນພິທີ ມີພັນລະຍາຂອງທ່ານຄຳພັນ ທ່ານນາງ ຟອງສະໝຸດ ອັ່ນລາວັນ, ວັນທີ 8 ເມສາ 2019.

On April 8, President Donald J. Trump formally accepted the credentials of the new Lao Ambassador to the United States, Ambassador Khamphan Anlavan, at the White House in Washington, DC.Ambassador Khamphan’s presentation of credentials in the Oval Office followed the successful completion of the ninth annual U.S.-Laos Comprehensive Bilateral Dialogue and the ASEAN-U.S. Dialogue meetings on March 27 and 28, 2019, which also took place in Washington, DC.

Together, these meetings help demonstrate the importance of U.S.-Lao relations to both the government and people of the United States, and our country’s commitment to continuously expand ties between the two countries, to ASEAN centrality and a free and open Indo-Pacific.

“In the past three years, cooperation between the governments and people of the United States and Laos has experienced rapid growth in terms of the number of people, programs, and issues in which we work together,” said U.S. Ambassador to Lao PDR Rena Bitter. “Ambassador Khamphan will be a great partner in Washington as we continue to deepen the warm ties between our two peoples and governments. The U.S. is focused on the importance of ASEAN centrality and committed to a strong bilateral relationship based on respect for Lao sovereignty,” she added.

The United States Embassy sincerely appreciates the efforts of the Government of the Lao PDR as ASEAN Country Coordinator for the United States, and we offer early wishes to all Lao people for a joyful and prosperous Lao New Year from April 14-16, 2019.

XS
SM
MD
LG