ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈັບ​ຕາເບິ່ງ ດ້ວຍຄວາມລະມັດລະວັງ ໃນຂະນະທີ່ຈີນ ສົ່ງທູດສັນຕິພາບ ໄປຢູເຄຣນ


ຮອງຫົວໜ້າຫ້ອງການ ກະຊວງ Eurasia ຂອງຈີນ ທ່ານຢູ ຈຸນ (ກາງ) ແລະໂຄສົກກະຊວງຕ່າງປະເທດ ທ່ານຫວັງ ເວັນບິນ ລະຫວ່າງກອງປະຊຸນນັກຂ່າວ ໃນນະຄອນຫລວງປັກກິ່ງ ໃັນທີ 26 ເມສາ 2023
ຮອງຫົວໜ້າຫ້ອງການ ກະຊວງ Eurasia ຂອງຈີນ ທ່ານຢູ ຈຸນ (ກາງ) ແລະໂຄສົກກະຊວງຕ່າງປະເທດ ທ່ານຫວັງ ເວັນບິນ ລະຫວ່າງກອງປະຊຸນນັກຂ່າວ ໃນນະຄອນຫລວງປັກກິ່ງ ໃັນທີ 26 ເມສາ 2023

ພຽງ​ແຕ່ສອງສາມເດືອນ​ ພວກເຈົ້າໜ້າທີ່ສະຫະລັດ ໄດ້ຫັນປ່ຽນຈາກການເຕືອນຢ່າງເປີດເຜີຍຕໍ່ຈີນ ບໍ່ໃຫ້ສະໜອງອຸບ​ປະ​ກອນສະໜັບສະໜູນ​ການ​ເຮັດສົງຄາມຢູ່ໃນຢູເຄຣນ ໃຫ້ແກ່ຣັດເຊຍ ເພື່ອຮັບຮູ້ວ່າຍັງມີບົດບາດສຳ​ລັບຈີນທີ່​ຈະຫລີ້ນໃນການເປັນຜູ້ໄກ່ເກ່ຍ​ການ​ເຈ​ລະ​ຈາສັນຕິພາບ.

ໃນວັນທີ 24 ກຸມພາ ມື້ທີ່ຈີນເປີດເຜີຍສະເໜີສັນຕິພາບ 12 ຂໍ້ ທ່ານບລິງເຄັນ ໄດ້ສະ​ແດງ​ຄວາມສົງໄສ ລະຫວ່າງການຖະແຫຼງຕໍ່ກອງປະຊຸມລະ​ດົບລັດຖະມົນ ຕີ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຢູເຄຣນ.

“ບໍ່ມີສະມາຊິກຂອງສະພານີ້ ຄວນຮຽກຮ້ອງໃຫ້ມີຄວາມສັນຕິ​ພາບ ໃນຂະນະທີ່ສະໜັບສະໜູນສົງຄາມຂອງຣັດເຊຍຢູ່ໃນຢູເຄຣນ ແລະຢູ່ໃນກົດບັດສະຫະປະ ຊາຊາດ” ນັກການທູດສູງສຸດສະຫະລັດ ໄດ້ກ່າວຫລັງຈາກນຶ່ງປີຂອງການຮຸກຮານຣັດເຊຍຕໍ່ຢູເຄຣນ.

ໃນວັນທີ 3 ພຶດສະພາ ທ່ານບລິງເຄັນ ໄດ້ຮັບຮູ້ຢ່າງເປີດເຜີຍວ່າ ເປັນໄປໄດ້ທີ່ຈີນຈະໄດ້ “ຜົນປະໂຫຍດທີ່ສຸດ” ໃນການຫລິ້ນບົດບາດ ຢູ່ໃນການເຈ​ລະ​ຈາສັນ ຕິພາບ.

ບັນດານັກວິເຄາະ ແລະອະດີດພວກເຈົ້າໜ້າທີ່ ກ່າວຕໍ່ວີໂອເອ ການຫັນປ່ຽນນໍ້າ ສຽງສະຫະລັດ ເປັນສ່ວນນຶ່ງ​ໃນການຕອບໂຕ້​ຕໍ່ພັນທະມິດຢູໂຣບຂອງວໍຊິງຕັນ ຜູ້ທີ່ເຫັນປະທານປະ​ເທດຈີນ ທ່ານສີ ຈິນຜິງ ເປັນພຽງຜູ້ນຳຄົນດຽວ ທີ່ສາມາດມີ​ອິດ​ທິ​ພົນ​ຕໍ່​ຄວາມຄິດຂອງປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ກ່ຽວກັບສົງຄາມໃນຢູເຄຣນ.

In just a few months, U.S. officials have pivoted from publicly warning Beijing not to provide material support for Russia’s war in Ukraine to acknowledging there is a role for China to play in brokering peace talks.

On February 24, the day that China unveiled its 12-point peace proposal, Blinken voiced skepticism during remarks to the United Nations Security Council Ministerial Meeting on Ukraine.

“No member of this council should call for peace while supporting Russia’s war on Ukraine and on the U.N. Charter,” the top U.S. diplomat said one year after Russia invaded Ukraine.

By May 3, Blinken publicly acknowledged that it's possible China would have a “very beneficial” role to play in peace talks.

Analysts and former American officials told VOA the shift in U.S. tone is partly a response to Washington’s European allies, who view Chinese President Xi Jinping as the only possible leader who can influence Russian President Vladimir Putin's thinking about the war in Ukraine.

XS
SM
MD
LG