ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດມີຄວາມ ລະວັງ ກ່ຽວກັບການເຕີບໂຕຂອງ ລັດອິສລາມ ໃນອາຟຣິກາ


ພວກກຸ່ມລັດອິສລາມ.
ພວກກຸ່ມລັດອິສລາມ.

ໃນຂະນະທີ່ເຂດຊຶ່ງປະກາດຕົນເອງເປັນລັດ​ອິສລາມ ​ໄດ້ຖືກຍຶດ​ຄືນ ຢູ່ໃນ ອີຣັກ ​ແລະ
​ຊີ​ເຣຍ ເກືອບທັງໝົດແລ້ວ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດກໍມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າ
​ກຸ່ມ​ດັ່ງກ່າວ​ຈະພະຍາຍາມ​ສ້າງຕັ້ງເຂດຄຸ້ມຄອງໃໝ່ຂອງຕົນຢູ່ບ່ອນໃດ ​ແລະ​ອາ​ຟຣິກາ
ແມ່ນມີທ່າທາງວ່າ​ອາດ​ຈະເປັນ​ເປົ້າ​ໝາຍດັ່ງກ່າວ. ​ໃນ​ຂະນະ​ທີ່​ນັກ​ຂ່າວວີ​ໂອ​ເອ ປະຈຳ​ທຳນຽບຫ້າແຈ ຄາລາ ​ບາບ ມີລາຍ​ງານ ວ່າກອງທັບ​ສະຫະລັດ​ພະຍາຍາມ ​ທີ່​ຈະ​ຫາທາງ
ປ້ອງ​ກັນ ບໍ່ໃຫ້ກຸ່ມຫົວຮຸນແຮງຈັດລັດ​ອິສລາມ ສວຍໂອກາດນຳໃຊ້ ​ຂົງ​ເຂດທີ່​ບໍ່ມີການ
ປົກຄອງອັນກວ້າງ​ໃຫຍ່​ໃນ ທະວີບອາ​ຟຣິກາ ເປັນທີ່ໝັ້ນຂອງຕົນຊຶ່ງ ກິ່ງສະຫວັນ ຈະ
​ນຳເອົາລາຍລະອຽດ​ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ຄວາມ​ທຸກ​ຈົນ ຄວາມ​ຜິດ​ຫວັງທາງ​ດ້ານ​ການ​ເມືອງ ​ແລະ​ມີ​ຊາວໜຸ່ມ​ຢ່າງ​ຫຼວງຫຼາຍ ມີ​
ຊາວ​ມຸສລິ​ມທີ່ຫວ່າງງານນັ້ນ​ ສິ່ງ​ເຫລົ່າ​ນັ້ນ​ແມ່ນເງື່ອນໄຂທີ່ເໝາະ ທີ່ສຸດ ສຳລັບ​ພວກ
ຫົວ​ຮຸນ​ແຮງ​ຈັດອິສລາມ ​ແລະ​ເຂົາ​ເຈົ້າ​ໄດ້​ພົບ​ພໍ້​ສິ່ງເຫຼົ່ານີ້ທັງໝົດຢູ່​ໃນອາ​ຟຣິກາ​.

ທ່ານ​ໄມ​ເກິ​ລ ​ແມັກ​ຄອ​ລ ປະທານ​ຄະນະ​ກຳມະການ​ຮັກສາ​ຄວາມ​ປອດ​ໄພພາຍໃນ
ປະເທດ ຂອງສະພາຕ່ຳ​ ກ່າວ​ວ່າ “ຖ້າ​ຫາກ​ພວກ​ເຮົາ​ພະຍາຍາມ​ເບິ່ງ​ເຂົ້າ​ໄປ​ສູ່​ອະນາ​
ຄົດ ​ແລະ​ມັນ​ກຳລັງ​ເກີດ​ຂຶ້ນ​ຢູ່ໃນປັດຈຸບັນ​ນີ້ ທີ່ວ່າອາຟຣິກາ​ຈະ​ເປັນ​ຈຸດ. ມັນ​ຈະ​ເປັນ​ຈຸດທີ່ຮ້ອນຮົນ.”

ທະວີບອາ​ຟຣິກາ​ທັງ​ໝົດ ມີ​ທະຫານອາເມຣິກັນ ໜ້ອຍກວ່າ​ເຄິ່ງນຶ່ງຂອງຈຳນວນ​ທະ
ຫານ​ອາ​ເມຣິກັນ ທີ່​ໄດ້​ສົ່ງ​ໄປ​ປະຕິບັດງານຢູ່​ອັຟກາ​ນິສຖານ. ແຕ່ວ່າ ການ​ເພີ້​ມຂຶ້ນຂອງ
ການກໍ່​ການ​ຮ້າຍ ​ແມ່ນເຫດຜົນນຶ່ງທີ່ວ່າເປັນຫຍັງທະ ຫານຈຶ່ງໄປມີໜ້າຢູ່ທີ່ນັ້ນ ຊຶ່ງໄດ້
ເພີ້ມຂຶ້ນ​ຢ່າງ​ວ່ອງ​ໄວ ຢູ່​ໃນ​ທະວີບດັ່ງກ່າວຈາກ 3,200 ຄົນ ​ໃນປີ 2009 ເປັນ​ປະມານ
6,500 ຄົນ ໃນທຸກມື້​ນີ້.

​ເອກອັກຄະ​ລັດຖະທູດ ຈອນ ​ແຄມ​ແບລ ຈາກ​ສະພາ​ຄວາມສຳພັນ​ຕ່າງປະ​ເທດ ກ່າວ​
ວ່າ “ມີ​ຄວາ​ມ​ເປັນ​ຫ່ວງກ່ຽວ​ກັບ​ອາ​ຟຣິກາ ທີ່ວ່າ ວິທີການຂອງສະຫະລັດ​ ແມ່ນໄດ້
ກາຍເປັນວິທີການທາງທະຫານຫຼາຍຂຶ້ນ ຫລື​ມີຄວາມເປັນຫ່ວງຫຼາຍຂຶ້ນກັບ​ບັນຫາ
ທາງທະຫານ ​ແລະຄວາມ​ປອດ​ໄພ ກວ່າທີ່ເຄີຍເປັນມາໃນອະດີດ”

ທ່ານ​ຈອນ ​ແຄມແບລ ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ເປັນ​ເອກ​ອັກຄະ​ລັດຖະທູດ ​ຢູ່ ​ໄນ​ຈີ​ເຣຍ ພາຍ​ໃຕ້ປະທານາທິບໍດີ ຈອຣຈ໌ ດັບ​ເບີ​ນຢູ ບູສ ​ໄດ້ກ່າວ​ຕໍ່ ວີ​ໂອ​ເອວ່າ. ຄວາ​ມພະຍາ​ຍາມ​ທີ່​ສຳຄັນສຸດ​ຢູ່ໃນ​ທະວີບດັ່ງກ່າວ ຄວນຈະເປັນ​ໃນ​ອັນ​ທີ່​ທ່ານ​ຮ້ອງວ່າ​ ສາເຫດຮາກ​ເຫງົ້າ​ທີ່ກໍ່ໃຫ້ເກີດລັດທິ​ຫົວ​ຮຸນ​ແຮງຈັດ ນັ້ນກໍຄືຂາດ​ການ​ພັດທະນາທາງ​ເສດຖະກິດ ​ແລະ​
ການ​ປົກຄອງ​ທີ່​ບໍ່​ດີ.

ແຕ່​ຄວາມ​ພະຍາຍາມ​ດັ່ງກ່າວ​ນີ້ ຈະ​ພິສູດ​ໃຫ້​ເຫັນວ່າ ເປັນການ​ຍາກ​ຂຶ້ນຖ້າ​ຫາກງົບ
ປະມານຂອງກະຊວງຕ່າງປະ​ເທ​ດສະຫະລັດ ​ຖືກ​ຕັດ​ລົງນຶ່ງສ່ວນສາມ ດັ່ງ​ທີ່​ໄດ້​ປະກາດ
​ຢູ່​ໃ​ນ​ແຜນ​ງົບປະມານ​ຂອງ​ລັດຖະບານ.

ເອກ​ອັກຄະ​ລັດຖະທູດ​ແຄມແບລ​ ກ່າວ​ວ່າ “​ແມ່ນ ຄວາມ​ຈິງ​ແລ້ວ ການ​ແກ້ໄຂ​ໃນ
ດ້ານຄວາມ​ປອດ​ໄພ​ ຈະ​ໄດ້ຜົນບໍ? ຂ້າພະ​ເຈົ້າ​ຢາກແນະໃຫ້ເຫັນວ່າ ໂດຍ​ສ່ວນ​
ໃຫຍ່​ແລ້ວ ຈະບໍ່ໄດ້ຜົນ.”

ກອງ​ບັນຊາ​ການ​ທະຫານ​ສະຫະລັດ ​ໃນ​ເຂດ​ອາ​ຟຣິກາ ທີ່​ດູ​ແລ​ກິດຈະການທາງ​ທະຫານ
​ຢູ່​ໃສທະວີບດັ່ງກ່າວ ​ແນ​ໃສ່​ເພື່ອ​ເສີມຂະຫຍາຍກຳລັງກອງທັບ​ໃນເຂດທ້ອງຖິ່ນຂອງອາ​
ຟຣິກາ ຕໍ່​ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ​ອິສລາມ.

ຊາວ​ໜຸ່ມ​ອາ​ຟຣິກາທີ່​ກຳລັງ​ເຕີບ​ໂຕ ພົນ​ລະເມື​ອງທີ່​ເປັນຜູ້​ຊາຍ​ກຳລັງ​ພ້ອມແລ້ວສຳລັບ
ການເກັບ​ເກນອີງຕາມຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສໃນການເກນທະຫານ ຢູ່ກອງ​ບັນ
ຊາ​ການ​ສະຫະລັດໃນອາຟຣິກາ ໄດ້ກ່າວ​ຕໍ່ວີ​ໂອເອ.

ຈ່າໂທເຣມັນ ​ໂຄ​ໂລ​ນ ​ໂລ​ເປສ ຫົວໜ້າເກັບ​ເກນຂອງກອງບັນຊາການທະຫານສະຫະ
ລັດໃນອາຟຣິກາ ກ່າວ​ວ່າ "ລັດຖະບານ​ສະຫະລັດ ໃນ​ປີ​ນີ້​ ໄດ້​ຂະຫຍາຍອຳນາດໃນ
ການໂຈມ​ຕີກຸ່ມ ອາລ-ຊາ​ບັບ ​ແລະ​ພວກ​ນັກ​ລົບລັດ​ອິສລາມຢູ່​ໃນ​ໂຊ​ມາ​ເລຍ."

ການອະນຸ​ຍາດ​ໃຫ້​ທຳການໂຈມ​ຕີ​ທາງອາກາດຕໍ່ພວກ​ຫົວຮຸນແຮງ ​ແທນ​ທີ່ແຕ່ຈະໂຈມ
ຕີ ເພື່ອປ້ອງ​ກັນ​ບັນດາ​ພັນທະ​ມິດ​ໃນອາ​ຟຣິກາແລະ​ທີ່​ປຶກສາ​ທະຫານອາ​ເມຣິກັນ
ເທົ່ານັ້ນ.

ຈ່າໂທໂລ​ເປສ ກ່າວ​ວ່າ “​ແນ່ນອນ​ມັນ​ຊ່ວຍ ​ເພາະວ່າ​ພວກ​ເຮົາ​ເຮັດ​ໃຫ້​ດີສຸດທີ່​“​ເວລາ​
ທ່ານ​ບໍ່​ມີ​ທາງ​ເລືອກ​ແລະ​ມາ​ບັດ​ນີ້ພວກຫົວ​ຮຸນ​ແຮງຈັດຄົນ​ນຶ່ງ ​ໄດ້​ສະ​ເໜີ​ເອົາລົດຈັກ​
ໃຫ້້​ທ່ານ​ຄັນ​ນຶ່ງ ​ແລະ​ເຈົ້າ​ສາວ​ຄົນ​ນຶ່ງ ທ່ານ​ຄິດ​ວ່າທ່ານ​ຈະ​ເຮັດ​ຢ່າງ​ໃດ? ຄອບຄົວ
​ຂອງ​ທ່ານ​ໂຫຍ​ຫີ​ວ ທ່ານ​ບໍ່​ສາ ມາດ​ໃຫ້ການ​ລ້ຽງ​ດູເຂົາ​ເຈົ້າ ​ແລະ​ຜູ້​ໃດ​ຜູ້​ນຶ່ງ​ໄດ້ ​ໃຫ້​
ທາງ​ເລືອກ​ແກ່​ທ່ານ.
ະນຳໃຊ້ກຳລັງຂອງ​ພວກ​ເຮົາ ​ແລະ​ຊ່ວຍ​ເຂົາ​ເຈົ້າ​ ໃນ​ທຸກ​ວິ​ທີ​
ທາງ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້.”

ແຕ່​ວ່າ ສົງຄາມ​ຕໍ່ຕ້ານ​ຫົວ​ຮຸ​ນ​ແຮງຈັດ ​ຢູ່​ໃນ​ອາຟຣິກາ ບໍ່​ແມ່ນວ່າມີຂຶ້ນໂດຍປາ ​ສະ​ຈາກ​ການໃຊ້ຈ່າຍ.

ໜ່ວຍ​ກ້າ​ຕາຍ​ສະຫະລັດ ຫລື​ເນ​ວີ​ຊຽລຄົນນຶ່ງ ​ໄດ້​ເສຍ​ຊີ​ວິດ ​ໃນການ​ຊ່ວຍ​ເຫຼືອ​ກຳລັງ
​ຮັກສາ​ຄວາມ​ປອດ​ໄພ​ໂຊ​ມາ​ເລຍ ຕໍ່ກຸ່ມອາລ​-ຊາ​ບັບ ​ໃນ​ເດືອນ​ພຶດສະພາ ​ແລະ​ທະຫານ​ສະຫະລັດ​ອີກ​ສີ່​ຄົນ ​ໄດ້​ຖືກ​ສັງຫານ​ໃນ​ເດືອນ​ຕຸລາ ​ຈາກ​ການ​ດັກ​ສະກັດ​ໂຈມຕີ ໂດ​ຍ
ກຸ່ມລັດ​ອິສລາມ ຢູ່ປະເທດໄນ​ເຈີ.

ຖ້າ​ຫາກ​ຄວາມຕ້ອງການໃນດ້ານ​ປອດ​ໄພ​ ມີເພີ້​ມຂຶ້ນ​ໃນໄລຍະ​ຫລາຍ​ເດືອນ​ຕໍ່ໜ້ານີ້ີ້
ທະຫານ​ອາ​ເມຣິກັນໃນຈຳນວນເພີ້ມຂຶ້ນ ອາດຈະຖືກສົ່ງໄປ​ປະ​ເຊີນ​ໜ້າ​ກັບ​ສະຖາການ
ທີ່ເປັນອັນຕະລາຍ​ຢູ່ໃນ​ທົ່ວ​ທະວີ​ບອາ​ຟຣິກາ.

With Islamic State's self-declared caliphate almost completely retaken in Iraq and Syria, U.S. officials are concerned about where the group could try to create its next hub - and Africa may be a likely target.As VOA Pentagon Correspondent Carla Babb reports, the U.S. military is trying to prevent Islamic extremists from taking advantage of the African continent's vast, ungoverned spaces.]]

Poverty, political disillusionment, and masses of young, unemployed Muslims... those are the ideal conditions for Islamic extremism, and they are all found in Africa.

MICHAEL MCCAUL, CHAIRMAN, HOUSE HOMELAND SECURITY COMMITTEE "If we're trying to look in the future, and it is actually happening now, that Africa is going to be the spot.It is going to be the hot spot."

The entire African continent has less than half the number of American troops deployed in Afghanistan.

But increases in terrorist activity are among the reasons why the American military presence has grown rapidly on the continent, from 3,200military personnel in 2009 to about 6,500 today.

AMBASSADOR JOHN CAMPBELL, COUNCIL ON FOREIGN RELATIONS
"There is African concern that the U.S. approach is becoming rather more militarized, or more concerned with military and security issues than had been the case in the past."

John Campbell, who served as ambassador to Nigeria under President George W. Bush, told VOA

the main thrust of effort on the continent should be on what he calls the root causes of extremism - lack of economic development and poor governance.

But this effort will likely prove more difficult if the State Department's budget is slashed by a third, as forecast in the administration's budget plan.

AMBASSADOR JOHN CAMPBELL "Is, in fact, a security approach going to work?I would suggest that, by and large, no."

Mandatory cg: US DEPT. OF DEFENSE: U.S. Africa Command, which overseas military activities on the continent, aims to strengthen local African militaries to combat Islamic extremists.

Africa's growing young, male population is ripe for recruitment, Africa Command's senior enlisted leader told VOA.

COMMAND CHIEF MASTER SERGEANT RAMON COLON-LOPEZ, AFRICOM SENIOR ENLISTED LEADER: "When you have no options and
here comes an extremist that is offering you a motorbike and a bride, what do you think you are going to do?Your family's starving, you cannot provide for them and somebody is giving you an option."

The administration this year expanded the authority to strike al-Shabab and Islamic State fighters in Somalia,

allowing offensive strikes against the militants, rather than just strikes defending

COMMAND CHIEF MASTER SERGEANT COLON-LOPEZ, AFRICOM:
"It definitely helps, because we are doing our best to go out and employ our assets and help them out in any way we can."

But the war against extremism in Africa has not come without a cost.

A U.S. Navy SEAL died aiding Somali security forces against al-Shabab in May, and four American soldiers were killed in an October Islamic State ambush in Niger.

If the security needs grow in coming months, more American troops could find themselves facing dangerous situations across the African continent.

XS
SM
MD
LG