ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ສະ​ຫະ​ລັດ ເຕືອນ​ວ່າ ຕົນ​ຈະ​ປ້ອງ​ກັນພັນ​ທະ​ມິດ ຖ້າ​ຈີນ​ລະ​ເມີດ​ການ​ຕັດ​ສິນ ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້ ​ຂອງ​ສານ​ສາ​ກົນ


ແຟ້ມ - ແຜນ​ທີ່​ທະ​ເລ​ຈີນ​ໃຕ້.
ແຟ້ມ - ແຜນ​ທີ່​ທະ​ເລ​ຈີນ​ໃຕ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ຮຽກ​ຮ້ອງ​ຄັ້ງ​ໃໝ່ ​ເພື່ອ​ໃຫ້​ຈີນ​ປະ​ຕິ​ບັດ​ຕາມການ​ຕັດ​ສິນຂອງ​ສານ​ໄກ່​ເກ່ຍ​ໃນ​ປີ 2016 ທີ່​ເຮັດ​ໃຫ້​ການ​ອ້າງ​ເອົາ​ກຳ​ມະ​ສິດ ​ໃນ​ບໍ​ລິ​ເວນ​ອັນ​ກວ້າງ​ຂວາງ​ຂອງຈີນ ໃນ​ທະ​ເລ​ຈີນ​ໃຕ້ເປັນ​ໂມ​ຄະ ແລະ​ເຕືອນ​ວ່າ ວໍ​ຊິງ​ຕັນ​ມີ​ພັນ​ທະ​ທີ່​ຈະ​ຕ້ອງ​ໄດ້​ປ້ອງ​ກັນ​ຟີ​ລິບ​ປິນ ຊຶ່ງ​ເປັນ​ພັນ​ທະ​ມິດ​ພາຍ​ໃຕ້​ສົນ​ທິ​ສັນ​ຍາ ຖ້າກອງ​ກຳ​ລັງ​ ກຳ​ປັ່ນ ຫຼື​ເຮືອ​ບິນ​ ຂອງ​ປະ​ເທດດັ່ງ​ກ່າວ ​ຫາກ​ຖືກ​ໂຈມ​ຕີ ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ.

ຖະ​ແຫຼງ​ການ​ຂອງ​ທ່ານບ​ລິງ​ເກັນ ທີ່​ໂດຍສະ​ຖານ​ທູດ​ສະ​ຫະ​ລັດ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາໃນ​ວັນ​ອັງ​ຄານມື້ນີ້ ​ໄດ້​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ຄົບ​ຮອບ 6 ປີ​ໃນ​ການ​ຕັດ​ສິນ​ເມື່ອ​ປີ 2016 ຂອງ​ສານ​ໄກ່​ເກ່ຍ ທີ່​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ເຮກ ປະ​ເທດ​ເນ​ເທີ​ແລນ ພາຍ​ໃຕ້​ສົນ​ທິ​ສັນ​ຍາຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ກົດ​ໝາຍ​ທາງ​ທະ​ເລ ຫຼັງ​ຈາກ​ລັດ​ຖະ​ບານ​ຟີ​ລິນ​ປິນ ໄດ້​ຟ້ອງ​ຈີນ​ໃນ​ປີ 2013 ທີ່​ໄດ້​ເອົາ​ບາດ​ກ້າວ​ແບບ​ຮຸກ​ຮານ​ເພີ້ມ​ຂຶ້ນ​ຢູ່​ໃນ​ເຂດ​ທະ​ເລ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ.

ຈີນ​ບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ໄກ່​ເກ່ຍ ຊຶ່ງ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ຕັດ​ສິນນັ້ນ​ວ່າ ເປັນອຸ​ບາຍ​ຫຼອກ​ລວງ ແລະ​ຍັງ​ສືບ​ຕໍ່​ບໍ່​ຍອມ​ຮັບ​ຮູ້ ຊຶ່ງ​ໄດ້​ພາ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ໃນ​ດ້ານ​ເຂດ​ນ້ຳ​ແດນ​ດິນ​ກັບ​ຟີ​ລິບ​ປິນ​ແລະ​ບັນ​ດາ​ປະ​ເທດ​ອື່ນໆ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້.

ທ່ານບ​ລິງ​ເກັນ ກ່າວ​ໂດ​ຍ​ໃຊ້​ຊື່​ຫຍໍ້​ຂອງ​ຈີນນັ້ນ ເວົ້າວ່າ “ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ອີກ​ເທື່ອ​ນຶ່ງ ໃຫ້ ສ​ປ​ ຈີນ ປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ຕົນ​ພາຍ​ໃຕ້​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ແລະ​ຢຸດ​ເຊົາ​ການ​ປະ​ພຶດ​ແບບ​ເກາະ​ຜິດ. ນອກ​ນັ້ນ ພວກ​ເຮົາ​ຍັງ​ຂໍ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງວ່າ ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ໃດໆ​ກໍ​ຕາມ ຕໍ່​ກຳ​ລັງ​ກອງ​ທັບ​ຂອງ​ຟີ​ລິບ​ປີນ ກຳ​ປັ່ນ​ລັດ​ຖະ​ບານ ຫຼື​ເຮືອ​ບິນ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຈະມີ​ການ​ນຳ​ໃຊ້​ພັນ​ທະ​ພາຍ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ຮ່ວມ​ກັນ​ຂອງ​ສະ​ຫະ​ລັດ” ​ພາຍ​ໃຕ້​ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ປະ​ເທດ​ຮ່ວມ​ ສະ​ບັບ​ປີ 1951 ​ລະ​ຫວ່າງ​ສະ​ຫະ​ລັດ ແລະ​ຟີ​ລິບ​ປີນ.

ນອກ​ຈາກ​ຈີນ ແລະ​ຟີ​ລິບ​ປີນ​ແລ້ວ ຍັງ​ມີ​ຫວຽດ​ນາມ ມາ​ເລ​ເຊຍ ໄຕ້​ຫວັນ ແລະ​ບ​ຣູ​ນາຍ ໄດ້​ອ້າງ​ເອົາ​ກຳ​ມະ​ສິດກວມ​ກັນ ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ກຳ​ປັ່ນ​ເດີນ​ທາງ​ໄປ​ມາ​ຢ່າງ​ໜາ​ແໜ້າ ຊຶ່ງ​ເຊື່ອ​ກັນ​ວ່າ ອຸ​ດົ​ມ​ສົມ​ບູນ​ໄປ​ດ້ວຍ​ແກັ​ສ​ແລະ​ນ້ຳ​ມັນ​ສຳ​ຮອງ​ຢູ່​ພື້ນ​ທະ​ເລ ແລະ​ເປັນ​ບ່ອນ​ທີ່​ມີ​ການ​ຄາດ​ຄະ​ເນ​ກັນ​ວ່າ ມີ​ການຄ້າແລະ​ການ​ຂົນ​ສົ່ງ​ສິນ​ຄ້າຜ່ານໄປ​ມາ ​ມູນ​ຄ່າ​ເຖິງ 5 ພັນ​ຕື້​ໂດ​ລາ​ໃນ​ແຕ່​ລະ​ປີ.

ເຂດ​ດັ່ງ​ກ່​າວນີ້​ໄດ້​ກາຍ​ເປັນ​ຈຸ​ດ​ລະ​ເບີດ ໃນ​ການ​ແຂ່ງ​ຂັນ​ຊິງ​ດີ​ຊິງ​ເດັ່ນ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ.

ວໍ​ຊິງ​ຕັນ​ບໍ່​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ໃດໆ​ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ ແຕ່​ໄດ້​ສົ່ງ​ກຳ​ປັ່ນ​ຂອງກອງ​ທັບ​ເຮືອ ແລະ​ເຮືອ​ບິນ​ອາຍ​ພົ່ນ​ຂອງ​ຕົນ ໄປ​ລາດ​ຕະ​ເວນ ເຂດ​ນ່ານ​ນ້ຳ​ດັ່ງ​ກ່າວ​ມາ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ​ແລ້ວ ແລະ​ກ່າວ​ວ່າ ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ເຮືອ ແລະ​ການ​ບິນ​ໃນ​ເຂດ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ນັ້ນ ແມ່ນ​ນອນ​ຢູ່​ໃນ​ຜົນ​ປະ​ໂຫຍດແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ອັນໄດ້​ພາ​ໃຫ້​ເກີດ​ປະ​ຕິ​ກິ​ລິ​ຍາ​ທີ່​ໂກດ​ແຄ້ນ​ຈາກ​ຈີນ ​ຊຶ່ງ​ກ່າວ​ຫາ​ສະ​ຫະ​ລັດ​ວ່າ ແຊກ​ແຊງ​ເຂົ້າ​ໃນ​ບັນ​ຫາ​ຂັດ​ແຍ້ງ​ຂອງ​ເອ​ເຊຍ ແລະ​ເຕືອນ​ໃຫ້​ອອກ​ໄປ​ໄກໆ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິ​ບ​ປີນ ທ່ານ​ເອັນ​ຣິກ​ເກ ມາ​ນານ​ໂລ ກ່າ​ວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ການ​ຕັດ​ສິນ​ຂອງ​ສານ​ໄກ່​ເກ່ຍ ຈະ​ເປັນ​ຫຼັກ​ໝັ້ນ​ໃນ​ນະ​ໂຍ

​ບາຍ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່ ແລະ​ການ​ເອົາ​ບາດ​ກ້າວ​ຕ່າງໆ​ຢູ່​ໃນ​ເຂດ​ທີ່​ມີ​ການ​ຂັດ​ແຍ້ງ ແລະ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ພະ​ຍາ​ຍາມ​ທີ່​ຈະ​ບ່ອນ​ທຳ​ລາຍ​ການ​ຕັດ​ສິນ “ແບບ​ທີ່ໂຕ້​ແຍ້ງ​ບໍ່ໄດ້​ນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG