ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສ​ຫລ ເຕືອນ​ເຢຍ​ຣະ​ມັນ ກ່ຽວ​ກັບ ​ໄພ​ຂົ່ມ​ຂູ່ ​ຂອງ​ຣັດ​ເຊຍ ໃນ​ຂະ​ນະ​ທີ່​ວັນ​ຄົບ​ຮອບ​ກຳ​ແພງ​ເບີ​ລິນ​ພັງ​ ໃກ້ຈະ​ມາ​ເຖິງ


ສ່ວນ​ທີ່​ເຫຼືອ​ຂອງ​ກຳ​ແພງ​ເບີ​ລິນ ຢູ່​ທີ່ອະ​ດີດ​ເມືອງ Bornholmer Strasse ທີ່​​ເປັນຈຸດ​ຂ້າມ​ຊາຍ​ແດນ ໄປ​ຫາ​ນະ​ຄອນ​ເບີ​ລິນ ປະ​ເທດ​ເຢ​ຍ​ຣະ​ມັນ ວັນ​ທີ 18 ພະ​ຈິກ 2019.
ສ່ວນ​ທີ່​ເຫຼືອ​ຂອງ​ກຳ​ແພງ​ເບີ​ລິນ ຢູ່​ທີ່ອະ​ດີດ​ເມືອງ Bornholmer Strasse ທີ່​​ເປັນຈຸດ​ຂ້າມ​ຊາຍ​ແດນ ໄປ​ຫາ​ນະ​ຄອນ​ເບີ​ລິນ ປະ​ເທດ​ເຢ​ຍ​ຣະ​ມັນ ວັນ​ທີ 18 ພະ​ຈິກ 2019.

ສະ​ຫະ​ລັດ​ກຳ​ລັງ​ເຕືອນ​ປະ​ເທດພັນ​ທະ​ມິດ​ທີ່​ສຳ​ຄັນໃນຢູ​ໂຣບ​ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ທີ່​ເພີ້ມ
ທະ​ວີ​ຂຶ້ນຈາກ​ຣັດ​ເຊຍ ໃນ​ຂະ​ນະ​ທີ່​ເຢ​ຍຣະ​ມັນ​ກະ​ກຽມວັນ​ຄົບ​ຮອບ​ 30 ປີ​ໃນ​ການ​ພັງ​
ທະ​ລາຍ​ລົງ​ຂອງ​ກຳ​ແພງ​ເບີ​ລິນ.

ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກຳ​ລັງ​ມຸ້ງ ​ໜ້າ​ສູ່​
ເຢຍ​ຣະ​ມັນ​ໃນ​ວັນ​ພຸດ​ມື້​ນີ້ ສາມ​ທົດ​ສະ​ວັດ​ຫຼັງ​ຈາກ​ການ​ທັບ​ມ້າງ​ກຳ​ແພງ​ລົງ ໂດຍເນັ້ນ
​ຢ້ຳ ​ໃນ​ອັນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ມີ​ຄວາມຈຳ​ເປັນ​ທີ່​ຈະສືບ​ຕໍ່​ເສີມຄວາມ​
ເຂັ້ມແຂງໃນ​ການ​ເປັນຄູ່​ຮວ​ມ​ງານຂ້າມ​ມະ​ຫາ​ສະ​ໝຸດ​ອັດ​ລັນ​ຕິກ.

ນັກ​ການ​ທູດ​ສູງ​ສຸດ​ຂອງສະ​ຫະ​ລັດ​ພົບ​ປະ​ກັບ​ບັນ​ດ​າ​ຜູ້​ນຳ​ຢູ່​ໃນ​ເຢຍ​ຣະ​ມັນ ຍັງມີ​ຂຶ້ນ​ບໍ່​
ເທົ່າ​ໃດ​ມື້​ຫຼັງຈາກ​ເດັນ​ມາກໄດ້​ແກ້​ໄຂບັນ​ຫາ​ທາງ​ດ້ານ​ກົດ​ໝາຍ​ຂັ້ນ​ສຸດ​ທ້າຍ ຕໍ່​ຂໍ້​ສະ
​ເໜີ ສ້າງ​ທໍ່​ແກັ​ສ​ທຳ​ມະ​ຊາດ​ເຊື່ອມ​ຕໍ່​ກັບ​ຣັດ​ເຊຍ ແລະ​ເຢຍ​ຣະ​ມັນ ​ທີ່​ຮູ້​ກັນໃນ​ຊື່ Nord
Stream 2.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ກະ​ຊວງ​ຕ່າງ​ປະ​ເທດ​ຄົນ​ນຶ່ງ​ກ່າວ​ວ່າ ສະ​ຫະ​ລັດ​ມີ​ຄວາມ​ເປັນ​ຫ່ວງ​
ກ່ຽວ​ກັບ “ຄວາມ​ປອດ​ທາງ​ດ້ານ​ໄພ​ພ​ະ​ລັງ​ງານ” ​ສຳ​ລັບ​ບັນດາ​ປະ​ເທດ​ພາຄີ​ໃນ​ຢູ​ໂຣບ
ໂດຍ​ຮ້ອງ Nord Stream 2 ວ່າ “ເປັນ​ເຄື່ອງ​ມືທາງການ​ເມືອງ” ຂອງ​ຣັດ​ເຊຍ ແລະ
“ບໍ່​ແມ່ນ​ພຽງ​ແຕ່ໂຄງ​ການ​ດ້ານ​ການ​ຄ້າ​ເທົ່າ​ນັ້ນ.”

ເຈົ້າ​ໜ້າ​ທີ່​ກ່າວ​ຕໍ່ ວີ​ໂອ​ເອ ໃນ​ວັນ​ອັງ​ຄານ​ວານ​ນີ້ ລະ​ຫວ່າງ​ການ​ລາຍ​ງານ​ເບື້ອງ​ຫຼັງ
ວ່າ “ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ​ໄດ້​ສະ​ແດງ​ອອກ​ມາ​ເປັນ​ປະ​ຈຳ. ພວກ​ເຮົາມອງ​
ເຫັນວ່າ ນີ້​ເປັນ​ເຄື່ອງ​ມື​ ໂດຍຜ່ານ​ໂຄງ​ການ​ດັ່ງ​ກ່າວ ຣັດ​ເຊຍ​ຊອກ​ຫາ​ທາງເພື່ອ​ໃຊ້​
ພະ​ລັງ​ງ​ານ ສ້າງ​ຄວາມກ້າວ​ໜ້າທາງ​ດ້ານພູ​ມີ​ສາດ​ການ​ເມືອງໃຫ້​ແກ່​ຣັດ​ເຊຍ.”

ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ ກ່າວ​ເພີ້ມ​ວ່າ ​ໂຄງ​ການ Nord Stream 2 “ເປັນ​ອັນ​ຕະ​ລາຍ”
ຕໍ່ບູລິ​ມະ​ສິດ​ຄວາມ​ປອດ​ໄພ​ທາງ​ດ້ານ​ພະ​ລັງ​ງ​ານ “​ໂດຍເຮັດ​ໃຫ້​ບັນ​ດາ​ປະ​ເທດໃນ
ຢູ​ໂຣບ ແລະ​ພັນ​ທະ​ມິດ​ຂອງ​ພວກ​ເຮົາກາງ​ຕໍ່​ອາ​ໄສ​ຫຼາຍ​ຂຶ້ນ​ຕໍ່​ແຫຼ່ງ​ຊັບ​ພະ​ຍາ​ກອນ
​ຈາກ​ພຽງປະ​ເທດ​ດຽວ.”

ເຢຍ​ຣະ​ມັນ​ເປັນ​ປະ​ເທດ​ທີ່​ໃຫຍ່​ສຸດ​ໃນຢູ​ໂຣບ​ທີ່​ໃຊ້​ແກັ​ສ​ທຳ​ມະ​ຊາດ ໃນ​ຂະ​ນະ​ທີ່​ຕົນ
​ຜະ​ລິດ​ພະ​ລັງ​ງານ​ພາຍ​ໃນ​ໜ້ອຍ​ທີ່​ສຸດ​ ແລະກາງ​ຕໍ່ອາ​ໄສ​ຢ່າງ​ໜັກ​ຕໍ່​ການນຳ​ເຂົ້າ.
ພວກ​ເຈົ້າ​ໜ້າ​ທີ່​ຢູ່​ທີ່​ນັ້ນ​ ບໍ່​ໃຫ້​ຄວາມ​ສຳ​ຄັນຕໍ່ຄວາມ​ເປັນ​ຫ່ວງ​ຂອງ​ສະ​ຫະ​ລັດ​ກ່ຽວ
​ກັບ​ເລື້ອງ​ຄວາມ​ປອດ​ໄພ ແລະ​ພູ​ມີ​ສາດ​ການ​ເມືອງ.

ຢູ່​ໃນ​ການ​ເຄື່ອນ​ໄຫວ​ຢ່າງ​ອື່ນ ​ທີ່​ເຫັນ​ວ່າ​ເປັນ​ການ​ຂັດ​ຕໍ່​ການ​ເຕືອນ​ຂອງ​ສະ​ຫະ​ລັດ
​ນັ້ນ ເຢ​ຍ​ຣະ​ມັນ​ບໍ່​ໄດ້​ຍົກ​ເວັ້ນ​ບໍ​ລິ​ສັດ ເທັກ​ໂນ​ໂລ​ຈີ ​ຫົວ​ເຫວີຍ (Huawei) ​ຊຶ່ງ​ເປັນ​ບໍ​
ລິ​ສັດ​ຂາຍ​ເຄື່ອງ​ອຸ​ບ​ປະ​ກອນ​ໂທ​ລະ​ຄົມ​ມະ​ນາ​ຄົມ ທີ່ມີ​ຫ້ອງ​ການ​ຕັ້ງ​ຢູ່​ເມືອງ​ເຊັນ​ເຊັນ (Shenzhen) ​ໃນປະ​ເທດ​ຈີນ ຈາກ​ການ​ເຂົ້າຮ່ວມໃນການ​ນຳໃຊ້​ລະ​ບົບ 5G ຂອງ​
ເຢ​ຍຣະ​ມັນ.

“ພວກ​ເຮົາ​ໄດ້​ຮຽກ​ຮ້ອງ​ໃຫ້ທຸກ​ປະ​ເທດ ໂດຍ​ສະ​ເພາະບັນ​ດາ​ປະ​ເທດ​ພາ​ຄີ ແລະ​
ພັນ​ທະ​ມິດ ໃຫ້​ລະ​ມັດ​ລະ​ວັງ ​ຊັ່ງ​ຊາ​ຜົນ​ກະ​ທົບໄລ​ຍະ​ຍາ​ວໃນ ​ໂດຍ​ການ​ອະ​ນຸ​ຍາດ
​ບັນ​ດາ​ຜູ້​ຄ້າ​ຂາຍ​ທີ່​ເຊື່ອ​ໃຈບໍ່​ໄດ້ ມີ​ໂອ​ກາດ​ເຂົ້າ​ຮ່ວມໂຄງລ່າງ​ພື້ນ​ຖານລະ​ບົບ 5G
ທີ່​ສຳ​ຄັນ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ກະ​ຊວງ​ຕ່າງ​ປະ​ເທດ ໄດ້​ກ່າວ​ຕໍ່
ວີ​ໂອ​ເອ ໃນ​ວັນ​ອັງ​ຄານ​ວານ​ນີ້.


The United States is warning a key European ally on growing threats from Russia, as Germany gears up to mark the 30thanniversary of the fall of the Berlin Wall.

Secretary of State Mike Pompeo is heading to Germany on Wednesday, three decades after the demolition of the wall, to underscore what U.S. officials say is the need for continuing a strengthened transatlantic partnership.

The top U.S. diplomat's meetings with leaders in Germany also come days after Denmark cleared one of the last legal hurdles to a proposednatural gas pipeline connecting Russia and Germany, known as Nord Stream 2.

A senior State Department official said the U.S. is concerned about the "energy security" for European partners, calling Nord Stream 2 "primarily a political tool" of Russia and "not a purely commercial project."

"Our concerns have been regularly expressed.We see this as a tool through which Russia seeks to use energy to advance Russia's geopolitical agenda," the official told VOA on Tuesday during a background briefing.

That official addedNord Stream 2 "jeopardizes" the priority of energy security by "making European countries and our allies more reliant on single country sources of energy."

Germany is Europe's largest natural gas consumer, as it produces very little energy domestically and is heavily dependent on imports. Officials there are downplaying U.S. concerns on security and geopolitics.

In another move seen as counter to U.S. warnings, Germany is not excluding Huawei Technologies, a leading telecom equipment vendor based in Shenzhen, China, from taking part in the rollout of Germany's 5G networks.

"We've urged all countries, particularly partners and allies, to carefully assess long-term impact of allowing untrusted vendors to have access to important 5G network infrastructure," the senior State Department official told VOA on Tuesday.

XS
SM
MD
LG