ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຈີນ ທຳການເຕືອນຕໍ່ກັນ ກ່ຽວກັບ ໄຕ້ຫວັນ ກ່ອນກອງປະຊຸມ ລະຫວ່າງ ທ່ານ ໄບເດັນ ກັບທ່ານ ສີ


ເຮືອບິນລົບຈີນ SU-30 ສອງລຳ ບິນອອກຈາກສະຖານທີ່ໆບໍ່ໄດ້ຖືກລະບຸ ເພື່ອບິນລາດຕະເວນໃນທະເລຈີນໃຕ້, ໃນຮູບທີ່ບໍ່ໄດ້ບອກວັນທີທີ່ຖືກເປີດເຜີຍໂດຍອົງການຂ່າວ ຊິນຫົວ ຂອງ ຈີນ.
ເຮືອບິນລົບຈີນ SU-30 ສອງລຳ ບິນອອກຈາກສະຖານທີ່ໆບໍ່ໄດ້ຖືກລະບຸ ເພື່ອບິນລາດຕະເວນໃນທະເລຈີນໃຕ້, ໃນຮູບທີ່ບໍ່ໄດ້ບອກວັນທີທີ່ຖືກເປີດເຜີຍໂດຍອົງການຂ່າວ ຊິນຫົວ ຂອງ ຈີນ.

ບັນດານັກການທູດລະດັບສູງຈາກ ຈີນ ແລະ ສະຫະລັດ ໄດ້ທຳການເຕືອນທີ່ຮຸນແຮງຕໍ່ກັນ ກ່ຽວ ກັບ ບັນຫາທີ່ຮ້ອນແຮງຂອງ ໄຕ້ຫວັນ, ກ່ອນກອງປະຊຸມສຸດຍອດທີ່ມີການລໍຄອຍຢ່າງຕື່ນເຕັ້ນ ໃນວັນຈັນມື້ນີ້ລະຫວ່າງຜູ້ນຳຂອງເຂົາເຈົ້າ.

ກອງປະຊຸມທາງອອນໄລນ໌ຂອງປະທານາທິບໍດີ ໂຈ ໄບເດັນ ແລະ ທ່ານ ສີ ຈິ່ນຜິງ ຈະມີຂຶ້ນທ່າມ ກາງເບື້ອງຫຼັງຂອງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ເຊິ່ງສ່ວນນຶ່ງແມ່ນຍ້ອນ ໄຕຫວັນ, ທີ່ເປັນເກາະປົກຄອງຕົນເອງຢ່າງປະຊາທິປະໄຕທີ່ຖືກອ້າງໂດຍ ປັກກິ່ງ, ແຕ່ກໍຍັງມີບັນຫາການຄ້າ, ສິດທິມະນຸດ ແລະ ບັນຫາອື່ນໆ.

ໃນການລົມໂທລະສັບກັບລັດຖະມົນຕີການຕ່າງປະເທດ ທ່ານ ຫວັງ ຢີ ເພື່ອປຶກສາຫາລື ກ່ຽວກັບ ການກະກຽມສຳລັບກອງປະຊຸມສຸດຍອດນັ້ນ, ລັດຖະມົນ ຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ຍົກບັນຫາຕ່າງໆ ກ່ຽວກັບ ທະຫານ, ການທູດ, ແລະ ການກົດດັນທາງເສດຖະກິດ” ຕໍ່ ໄຕ້ຫວັນ ຂອງ ປັກກິ່ງ ຂຶ້ນມາ.

ທ່ານ ຫວັງ ໄດ້ເຕືອນ ກ່ຽວກັບ ອັນຕະລາຍໃນການກະທຳຂອງ ສະຫະລັດ ທີ່ອາດເບິ່ງຄືເປັນການສະໜັບສະໜູນຕໍ່ “ຄວາມເປັນເອກະລາດຂອງ ໄຕ້ຫວັນ.”

ວໍຊິງຕັນ ໄດ້ປ່ຽນການຮັບຮູ້ທາງການທູດຈາກ ໄທເປ ໄປຫາ ປັກກິ່ງ ໃນປີ 1979, ແຕ່ກົດໝາຍຂອງສະພາ ທີ່ຖືກຮັບຜ່ານໃນປີກາຍນີ້ໄດ້ຮຽກຮ້ອງໃຫ້ ສະຫະລັດ ສະໜອງອາວຸດໃຫ້ ໄຕ້ຫວັນ ສຳລັບການປ້ອງກັນຕົວ.

ລັດຖະບານ ສະຫະລັດ ແມ່ນລະມັດລະວັງເພື່ອບໍ່ສະແດງການຮັບຮູ້ ໄຕ້ຫວັນ ຂອງເຂົາເຈົ້າ ແຕ່ເຂົາເຈົ້າໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກສອງພັກການເມືອງໃນລັດຖະສະພາ, ດ້ວຍບັນດາສະມາຊິກສະພາກຸ່ມນຶ່ງໄດ້ໄປຢ້ຽມຢາມເກາະດັ່ງກ່າວໃນເດືອນນີ້, ເຊິ່ງເຮັດໃຫ້ ປັກກິ່ງ ໂມໂຫ.

ທ່ານ ຫວັງ ໄດ້ກ່າວຕໍ່ທ່ານ ບລິງເຄັນ ວ່າ “ຖ້າມີການຮູ້ເຫັນເປັນໃຈ ແລະ ການສະໜັບສະໜູນສຳ ລັບກອງກຳລັງ “ເອກະລາດ ໄຕ້ຫວັນ“ ມັນຈະທຳລາຍສັນຕິພາບທົ່ວແຫຼມ ໄຕ້ຫວັນ ແລະ ມີແຕ່ຈະສົ່ງຜົນຮ້າຍກັບມາໃນທີ່ສຸດ,” ອີງຕາມການອ່ານລາຍລະອຽດຈາກການໂທລະສັບທີ່ຖືກເປີດເຜີຍໂດຍ ຈີນ ໃນວັນເສົາທີ່ຜ່ານມາ.

ຈີນ ໄດ້ຂະຫຍາຍກິດຈະກຳທາງທະຫານໃກ້ກັບ ໄຕ້ຫວັນ ໃນບໍ່ເທົ່າໃນປີທີ່ຜ່ານມາ, ດ້ວຍເຮືອບິນຈຳນວນຫຼາຍເປັນປະຫວັດການໄດ້ເຂົ້າໄປໃນເຂດປ້ອງກັນທາງອາກາດຂອງເກາະດັ່ງກ່າວ ໃນຕົ້ນເດືອນຕຸລາ.

ວໍຊິງຕັນ ໄດ້ໃຫ້ສັນຍານການສະໜັບສະໜູນຂອງເຂົາເຈົ້າຢ່າງຊໍ້າແລ້ວຊໍ້າອີກສຳລັບ ໄຕ້ຫວັນ ຍ້ອນສິ່ງທີ່ເຂົາເຈົ້າໄດ້ອະທິບາຍວ່າເປັນການລ່ວງລະເມີດຂອງ ຈີນ.

ທ່ານ ໄບເດັນ ໄດ້ຮັກສາວິທີການທີ່ຮຸນແຮງຕໍ່ ປັກກິ່ງ ຂອງທ່ານ ດໍໂນລ ທຣຳ ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ, ດ້ວຍທັງສອງລັດຖະບານໄດ້ເຫັນການຂະຫຍາຍຕົວຂອງ ຈີນ ເປັນສິ່ງທ້າທາຍສູງສຸດຂອງສັດທີ 21.

ແລະ ໃນຂະນະທີ່ສອງປະເທດທີ່ປ່ອຍແກັສເຮືອນແກ້ວສູງທີ່ສຸດໄດ້ເປີດເຜີຍຂໍ້ຕົກລົງທີ່ໜ້າປະ ຫຼາດໃຈໃນອາທິດແລ້ວນີ້ ເພື່ອເຮັດວຽກຮ່ວມກັນ ກ່ຽວກັບ ສະພາບອາກາດປ່ຽນແປງນັ້ນ, ວໍຊິງຕັນ ແລະ ປັກກິ່ງ ໄດ້ລະບຸວ່າເຂົາເຈົ້າຈະບໍ່ຖອນອອກຈາກບັນຫາທີ່ຮ້ອນແຮງຕ່າງໆ.

ບັນດາເຈົ້າໜ້າທີ່ໄດ້ກຳນົດກອງປະຊຸມສຸດຍອດຂອງວັນຈັນມື້ນີ້ດັ່ງກັບໂອກາດທີ່ຈະ “ຈັດການການແຂ່ງຂັນກັນຢ່າງມີຄວາມຮັບຜິດຊອບ” ໃນຂະນະທີ່ພະຍາຍາມຈະຮ່ວມມືກັນໃນຂົງເຂດຕ່າງໆທີ່ທັງສອງປະເທດເຫັນພ້ອມກັນ.

ໃນອາທິດທີ່ຜ່ານມາທ່ານ ສີ ໄດ້ເຕືອນຕໍ່ການກັບຄືນສູ່ຄວາມເຄັ່ງຕຶງຍຸກສົງຄາມເຢັນໃນພາກພື້ນເອເຊຍ-ປາຊີຟິກ.

ທ່ານ ໄບເດັນ ແລະ ຜູ້ນຳ ຈີນ ໄດ້ລົມກັນທາງໂທລະສັບສອງຄັ້ງນັບຕັ້ງແຕ່ສະມາຊິກອາວຸໂສພັກເດໂມແຄຣັດຄົນດັ່ງກ່າວໄດ້ຍ້າຍເຂົ້າໄປໃນທຳນຽບຂາວ.

ທັງສອງທ່ານຍັງໄດ້ພົບປະກັນຫຼາຍຄັ້ງ ເວລາທີ່ທ່ານ ໄບເດັນ ໄດ້ເປັນຮອງປະທານາທິບໍດີຂອງທ່ານ ບາຣັກ ໂອບາມາ ແລະ ທ່ານ ສີ ໄດ້ເຮັດຮອງປະທານຂອງທ່ານ ຫູ ຈິ່ນຕາວ.

ປະທານາທິບໍດີ ສະຫະລັດ ໄດ້ຫວັງທີ່ຈະປະພົບປະກັບທ່ານ ສີ ຢູ່ກອງປະຊຸມສຸດຍອດ G20 ທີ່ສິ້ນສຸດໄປເມື່ອບໍ່ດົນມານີ້ໃນນະຄອນຫຼວງ ໂຣມ ປະເທດ ອິຕາລີ, ແຕ່ຜູ້ນຳ ຈີນ ບໍ່ໄດ້ເດີນທາງໄປນັບຕັ້ງແຕ່ໂຣກລະບາດ COVID-19 ໄດ້ເລີ່ມຂຶ້ນ ແລະ ກົງກັນຂ້າມໄດ້ຕົກລົງທີ່ຈະເຂົ້າຮ່ວມກັນເຈລະຈາທາງອອນໄລນ໌ໃນທ້າຍປີນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG