ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ​ເຕືອນ​ຈີນ ຢ່າຂ້າມເສັ້ນແດງ ໃນສົງຄາມຢູເຄຣນ ກ່ອນການໄປຢ້ຽມຢາມ ຂອງທ່ານບລິງເຄ​ັນ


ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ​ຈັດ​ກອງ​ປະ​ຊຸມ​ ກັບປະ​ທານ​ປະ​ເທດຈີນ ທ່ານ​ສີ ຈິ້ນ​ຜິງ ຜ່ານ​ທາງວີ​ດີ​ໂອ ທີ່​ເຊື່ອມ​ຕໍ່​ກັບ​ມົ​ສ​ກູ ວັນ​ທີ 30 ທັນ​ວາ 2022
ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ​ຈັດ​ກອງ​ປະ​ຊຸມ​ ກັບປະ​ທານ​ປະ​ເທດຈີນ ທ່ານ​ສີ ຈິ້ນ​ຜິງ ຜ່ານ​ທາງວີ​ດີ​ໂອ ທີ່​ເຊື່ອມ​ຕໍ່​ກັບ​ມົ​ສ​ກູ ວັນ​ທີ 30 ທັນ​ວາ 2022

ສະ​ຫະ​ລັດ​ເຕືອນ​ຈີນ ກ່ຽວ​ກັບ​ການ​ຊ່ວຍ​ເຫລືອທາງ​ດ້ານ​ຍຸດ​ທະ​ພັນ​ແລະ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ຣັດ​ເຊຍ​ຢູ່​ໃນ​ສົງ​ຄາມ​ຂອງ​ມົ​ສ​ກູ​ຕໍ່​ຢູ​ເຄ​ຣນ ​ໂດຍທີ່ວໍ​ຊິງ​ຕັນໄດ້​ກຳນົດ​ເສັ້ນ​ແດງ ກ່ອນ​ໜ້າ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ປັ​ກ​ກິ່ງ ຂອງ​ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດ ທ່ານແອ​ນ​ໂທ​ນີ ບ​ລິງ​ເຄັນ ໃນ​ຕົ້ນ​ເດືອນ​ໜ້າ​ນີ້.

ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ​ຮອງລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດສະ​ຫະ​ລັດ ຮັບ​ຜິດ​ຊອບ​ເລື້ອງຈີນ ທ່າ​ນ​ໄມ​ເກີ​ລ ເຈ​ສ ໄດ້​ກ່າວ​ຕໍ່ທ່ານ​ຊອງ ຢານ​ຈາວ ຮອງຜູ້​ອຳ​ນວຍ​ການຫ້ອງ​ການ​ຮ່ວມມືທາງ​ທະ​ຫານ​ກັບ​ສາ​ກົນຂອງ​ຈີນ ​ໃນຄະ​ນະກຳ​ມາ​ທິ​ການ​ກາງກອງ​ທັບ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຜູ້​ທີ່​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ໂດ​ຍ​ບໍ່​ປະ​ສົງ​ອອກ​ຊື່.

ການ​ສົນ​ທະ​ນາ​ລະ​ຫວ່າງກອງ​ທັບກັບ​ກອງ​ທັບ ​ໃນອ​າ​ທິດ​ນີ້ ​ມີ​ຂື້ນ​ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ​ກຳ​ລັງ​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ເບິ່ງ​ການ​ຕັດ​ສິນ​ໃຈໃດໆໂດຍສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ (PRC) ໃນ​ກ​ານສະ​ໜອງຕອບຕໍ່​ຄຳ​ຮ້ອ​ງ​ຂໍ​ຂອງ​ຣັດ​ເຊຍເພື່ອໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ຄວາມ​ປອດ​ໄພ. ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ ໄດ້​ບັນ​ທຶກ​ລາຍງານການ​ຢ້ຽມ​ຢາມຈີນຫລາຍ​ຄັ້ງ ໂດຍ​ເຮືອ​ບິນ​ຂົນ​ສົ່ງ​ຂອງ​ຣັດ​ເຊຍ.

“ຂ້າ​ພະ​ເຈົ້າ​ບໍ່​ມີ​ການ​ຊັ່ງ​ຊາ​ໃໝ່ ​ທີ່​ຈະ​ສະ​ເໜີ” ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄ​ສົກກະ​ຊວງຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ພ​ຣາຍສ໌​ ໄດ້​ກ່າວ​ຕໍ່ວີ​ໂອ​ເອ ອາ​ທິດ​ແລ້ວ​ນີ້​ເວ​ລາ​ຖາມ​ວ່າ ວໍ​ຊິງ​ຕັນຍັງ​ຊັ່ງ​ຊາວ່າ ​ປັກ​ກິ່ງຍັງ​ບໍ່​ໄດ້​ໃຫ້​ການ​ຊ່ວຍ​ເຫລືອດ້ານຄວາມ​ປອດ​ໄພ​ໃດໆແກ່​ຮັດ​ເຊຍ.

“ຖ້າ​ພວກ​ເຮົາ​ເຫັນ ສ​ປ ຈີນ ເອົາ​ບົດ​ບາດ​ຢ່າງ​ເປັນ​ລະ​ບົບ ​ເພື່ອ​ໃຫ້​ການຊ່ວຍ​ເຫລືອ​ຣັດ​ເຊຍ​ຫລົບ​ຫລີກ​ການ​ລົງ​ໂທດ ແນ່ນອນ​ຈະ​ມີ​ຜົນ​ກະ​ທົບ” ນັ້ນ​ຄື​ຄຳ​ເວົ້າ
ຂອງ​ທ່ານ​ພ​ຣາຍ​ສ໌ ໄດ້​ກ່າວ.

ການ​ສົນ​ທະ​ນາໃນວັນ​ອັງ​ຄານ​ຜ່ານ​ມາ​ເປັນ​ເວ​ລາ​ສອງ​ຊົ່ວ​ໂມງໄດ້ມີ​ຂຶ້ນ​ຫລັງ​ຈາກ​ຈີນ​ໄດ້​ປະ​ຕິ​ເສດ ​ການ​ສະ​ເໜີ​ຂອງ​ສະ​ຫະ​ລັດ ເພື່ອ​ເປີດ​ການ​ໂອ້​ລົມຫລຸດ​ຜ່ອນ ​ຄ​ວາມຄັດ​ແຍ້ງການ​ທາງ​ທະ​ຫານ ລະ​ຫ​ວ່າງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ​ ​ອອ​ສ​ຕິນ ແລະ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ ທ່ານ​ເຫວ ເຟັງ​ເຫ ໃນ​ຕົ້ນ​ເດືອນ​ນີ້.

​ລະ​ຫວ່າງກອງ​ປະ​ຊຸມ​ນັກ​ຂ່າວ ​ຢູ່​ກະ​ຊວງ​ຕ່າງ​ປະ​ເທດ​ ຫລັງ​ຈາກ​ສະ​ຫະ​ລັດ ຍີ່​ປຸ່ນ ໄດ້ສົນ​ທະ​ນາ​ແບບ 2+2 ​ໃນອາ​ທິດ​ແລ້ວ​ນີ້ ທ່ານ​ອອ​ສ​ຕິນ ກ່າວ​ວ່າ ທ່ານ​ໄດ້ຂໍ​ໃຫ້ຄູ່​ຕຳ​ແໜ່ງຝ່​າຍ​ຈີນ ​ພົບ “ເຄິ່ງ​ທາງ” ກັບ​ສະ​ຫະ​ລັດ ແລະ​ຮັກ​ສາ “ການເປີດ​ຊ່ອງ​ທາງ​ການ​ສື່​ສານ” ເພື່ອ​ຫລີກ​ລ່ຽງ​ການຄຳ​ນານ​ທີ່​ຜິດ​ພາດ.

The United States is warning China against material and security assistance to Russia in Moscow’s war on Ukraine, laying out Washington’s red line ahead of U.S. Secretary of State Antony Blinken’s visit to Beijing early next month.

Tuesday, U.S. Deputy Assistant Secretary of Defense for China Michael Chase spoke to Song Yanchao, deputy director of China’s Office for International Military Cooperation of the Central Military Commission, according to a U.S. official who spoke to VOA on condition of anonymity.

This week’s military-to-military talks come as the U.S. is monitoring closely any decisions by the People’s Republic of China (PRC) in response to Russian requests for security assistance. The U.S. official took note of reports about multiple visits to China by Russian transport aircraft.

“I don’t have a new assessment to offer,” State Department spokesperson Ned Price told VOA last week when asked if it is still Washington’s assessment that Beijing is not providing security assistance to Russia.

“If we see the PRC taking action to systemically assist Russia evade sanctions, of course there will be costs,” said Price.

Tuesday’s two-hour talks came after China turned down a U.S. offer for military de-confliction talks between U.S. Defense Secretary Lloyd Austin and Chinese Defense Minister Wei Fenghe earlier this month.

During a press conference at the State Department after the U.S.-Japan 2+2 talks last week, Austin said he has asked his Chinese counterpart to meet the U.S. “halfway” and keep “open lines of communication” to avoid miscalculation.

XS
SM
MD
LG