ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຕືອນ ພັນທະມິດ ກ່ຽວກັບ ການພົວພັນ ດ້ານທຸລະກິດ ກັບ ອີຣ່ານ


ພາບນີ້ ສະແດງໃຫ້ເຫັນຕຶກ ຂອງ ກະຊວງການເງິນ ສະຫະລັດ ຕັ້ງຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ຕຸລາ 2013.
ພາບນີ້ ສະແດງໃຫ້ເຫັນຕຶກ ຂອງ ກະຊວງການເງິນ ສະຫະລັດ ຕັ້ງຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ຕຸລາ 2013.

ບັນດາພັນທະມິດ ແລະຄູ່ພາຄີ ຂອງສະຫະລັດ ຈະປະເຊີນກັບ “ຄວາມສ່ຽງທີ່ໃຫຍ່ສຸດ”
ຖ້າພວກເຂົາເຈົ້າ ຍັງສືບຕໍ່ເຮັດທຸລະກິດ ກັບອີຣ່ານ ລວມທັງຄວາມເປັນໄປໄດ້ ທີ່ຈະຖືກ
ມາດຕະການລົງໂທດ ຈາກວໍຊິງຕັນ.

ກະຊວງການເງິນສະຫະລັດ ໄດ້ເຕືອນເມື່ອວັນອັງຄານວານນີ້ ວ່າ ການນຳໃຊ້ບໍລິສັດ
ຕ່າງໆ ເປັນກອບກຳບັງຂອງອີຣ່ານ ແລະການລົງທຶນທີ່ຜິດກົດໝາຍ ເພື່ອໃຫ້ທຶນແກ່
ການເຄື່ອນໄຫວທີ່ປອງຮ້າຍ ທີ່ຍັງສືບຕໍ່ຢ່າງບໍ່ລົດນ້ອຍຖອຍລົງ ເຖິງແມ່ນວ່າ ຕົນໄດ້
ເຊັນຂໍ້ຕົກລົງນິວເລຍ ປີ 2015 ທີ່ເປັນຂີດໝາຍໄປແລ້ວກໍຕາມ. ບັນດາເຈົ້າໜ້າທີ່
ສະຫະລັດ ໄດ້ກ່າວວ່າ ພວກເຂົາເຈົ້າ ຄາດໝາຍວ່າ ເຕຫະຣ່ານ ຈະເສີມຂະຫຍາຍ
ການເຄື່ອນໄຫວເຊັ່ນນັ້ນ ຂຶ້ນຕື່ມ.

“ລະບອບການປົກຄອງຂອງອີຣ່ານ ຈະຫລອກລວງບໍລິສັດຂອງພວກທ່ານ ເປັນ
ບ່ອນທຳລາຍຄວາມເຊື່ອຖື ຂອງລະບົບການເງິນຂອງທ່ານ ແລະ ຈະເຮັດໃຫ້
ສະຖາບັນຕ່າງໆ ມີຄວາມສ່ຽງ ຕໍ່ການຖືກມາດຕະການລົງໂທດທີ່ມີອະນຸພາບຂອງ
ພວກເຮົາ ຊຶ່ງທັງໝົດນີ້ ເພື່ອໃຫ້ທຶນແກ່ການກໍ່ການຮ້າຍ ການລະເມີດສິດທິມະນຸດ
ແລະ ພວກກຸ່ມກໍ່ການຮ້າຍ ເຊັ່ນກຸ່ມ ເຮັສໂບລລາ ຮາມັສ ແລະ ຮູຕີ ເປັນຕົ້ນ”
ນັ້ນຄື
ຄຳເວົ້າຂອງທ່ານນາງ ຊີໂກລ ແມນເດີລເກີຣ (Sigal Mandelker) ຮອງລັດຖະມົນຕີ
ການເງິນ ຮັບຜິດຊອບເລື້ອງການກໍ່ການຮ້າຍ ແລະການສືບລັບດ້ານການເງິນ.

“ພວກເຮົາສືບຕໍ່ ເຫັນອີຣ່ານ ໃຊ້ຍຸດທະວິທີທີ່ຫລອກລວງ ໂດຍລວມທັງ ດ້ານໜ້າ
ແລະ ພວກບໍລິສັດແຝງ ເພື່ອສະແຫວງຫາຜົນປະໂຫຍດ ໃນຕະຫຼາດຕ່າງໆ ຢູ່ໃນ
ຫຼາຍໆປະເທດ”
ທ່ານນາງ ແມນເດີລເກີຣ ໄດ້ກ່າວໃນລະຫວ່າງ ການກ່າວຄຳປາໄສ
ຢູ່ທີ່ມູນນິທິເພື່ອການປົກປ້ອງປະຊາທິປະໄຕ ເຊິ່ງເປັນສະຖາ ບັນວິເຄາະ ທີ່ມີຫ້ອງການ
ຕັ້ງຢູ່ໃນນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຖືເອກກະສານ ໃບປະກາດ ທີ່ແຈ້ງເຈດຕະນາລວມ ຂອງທ່ານ ່ທີ່ຮູ້ຈັກກັນຄື ແຜນການປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ທີ່ຈະຖອນໂຕອອກຈາກ ສັນຍານິວເຄລຍ ກັບອີຣ່ານ ຫລັງຈາກທີ່ໄດ້ລົງນາມ ໃສ່ເອກກະສານນັ້ນ ຢູ່ໃນຫ້ອງ ການທູດ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ພຶດສະພາ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຖືເອກກະສານ ໃບປະກາດ ທີ່ແຈ້ງເຈດຕະນາລວມ ຂອງທ່ານ ່ທີ່ຮູ້ຈັກກັນຄື ແຜນການປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ທີ່ຈະຖອນໂຕອອກຈາກ ສັນຍານິວເຄລຍ ກັບອີຣ່ານ ຫລັງຈາກທີ່ໄດ້ລົງນາມ ໃສ່ເອກກະສານນັ້ນ ຢູ່ໃນຫ້ອງ ການທູດ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ພຶດສະພາ 2018.

ທ່ານປະທານາທິບໍດີ ດໍໂນລ ທຣຳ ເມື່ອເດືອນແລ້ວນີ້ ໄດ້ປະກາດວ່າ ສະຫະລັດ ຈະ
ຖອນໂຕອອກຈາກຂໍ້ຕົກລົງນິວເຄລຍປີ 2015 ລະຫວ່າງ ບັນດາປະເທດມະຫາອຳນາດ
ຂອງໂລກ ກັບອີຣ່ານ ໂດຍເອີ້ນສັນຍານີ້ ວ່າ “ເປັນຂໍ້ຕົກລົງທີ່ຂີ້ຮ້າຍ ຝ່າຍດຽວ ທີ່ບໍ່
ຄວນມີ ແລະບໍ່ຄວນເຮັດເລີຍ.”

ທ່ານຍັງໄດ້ສັ່ງ ໃຫ້ກະຊວງຕ່າງໆຂອງສະຫະລັດ ຈັດຕັ້ງມາດຕະການລົງໂທດດ້ານນິວ
ເຄລຍ ທັງໝົດຄືນ ຕໍ່ເຕຫະຣ່ານ.

ແຕ່ບັນດາປະເທດໃນຢູໂຣບ ກໍໄດ້ລັງເລໃຈ ທີ່ຈະບໍ່ປະຕິບັດຕາມ ຂໍ້ຕົກລົງ ທີ່ຮູ້ຈັກກັນ
ຄື ແຜນການປະ ຕິບັດງານຮ່ວມຮອບດ້ານ ຫຼື JCPOA ຖ້າຫາກວ່າ ລັດຖະບານຂອງ
ອີຣ່ານ ຍຶດໝັ້ນຕໍ່ຂໍ້ຕົກລົງຂອງຕົນ.

ບັນດາເຈົ້າໜ້າທີ່ ສະຫະພາບຢູໂຣບ ຍັງໄດ້ເອົາບາດກ້າວຈຳນວນນຶ່ງ ເພື່ອປົກປ້ອງ
ພວກບໍລິສັດນ້ອຍ ແລະ ຂະໜາດກາງ ທີ່ກຳລັງເຮັດທຸລະກິດ ກັບອີຣ່ານ ຢູ່ນັ້ນ.

ທ່ານນາງ ແມນເດີລເກີຣ ໄດ້ຊຸກຍູ້ ໃຫ້ບັນດາພັນທະມິດຂອງສະຫະລັດ ສ້າງຄວາມ
ເຂັ້ມແຂງ ລະບົບການເງິນຂອງພວກເຂົາເຈົ້າ ແລະ ຊຸກຍູ້ບໍລິສັດຂອງພວກເຂົາເຈົ້າ
ໃຫ້ດຳເນີນງານເພີ້ມຕື່ມອີກເພື່ອເຮັດໃຫ້ໝັ້ນໃຈວ່າ ພວກເຂົາເຈົ້າ ບໍ່ໄດ້ໃຫ້ການຊ່ອຍ
ເຫຼືອ ໂດຍບໍ່ໄດ້ຕັ້ງໃຈ ໃນການຊຳລະຕໍ່ອັນທີ່ທ່ານນາງເອີ້ນວ່າ ການເຄື່ອນໄຫວ ທີ່
ຊົ່ວຮ້າຍ ໃນທົ່ວພາກຕາເວັນອອກກາງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG