ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ສະຫະລັດ​ໄດ້ເຕືອນ ອີຣ່ານ ກ່ຽວກັບກຸ່ມ ISIS-K ກ່ອນເຫດລະເບີດທີ່ຮ້າຍແຮງ


ແຟ້ມຮູບ-ຜູ້ຊາຍຄົນນຶ່ງຖືກໃຫ້ກໍາລັງໃຈ ໃນຂະນະທີ່ລາວນັ່ງຢູ່ທັດຈາກສົບຂອງຜູ້ທີ່ລາວຮັກ ເຊິ່ງຖືກສັງຫານຈາກການວາງລະເບີດໂດຍພວກກໍ່ການຮ້າຍ ໃນເມືອງເຄີແມນ, ອີຣ່ານ, ວັນທີ 3 ມັງກອນ 2024. ເຈົ້າໜ້າທີ່ສະຫະລັດກ່າວວ່າ ລັດຖະບານສະຫະລັດ ໄດ້ເຕືອນເຕຫະຣ່ານວ່າ ມີແຜນການທີ່ຈະເກີດເຫດການໂຈມຕີ.
ແຟ້ມຮູບ-ຜູ້ຊາຍຄົນນຶ່ງຖືກໃຫ້ກໍາລັງໃຈ ໃນຂະນະທີ່ລາວນັ່ງຢູ່ທັດຈາກສົບຂອງຜູ້ທີ່ລາວຮັກ ເຊິ່ງຖືກສັງຫານຈາກການວາງລະເບີດໂດຍພວກກໍ່ການຮ້າຍ ໃນເມືອງເຄີແມນ, ອີຣ່ານ, ວັນທີ 3 ມັງກອນ 2024. ເຈົ້າໜ້າທີ່ສະຫະລັດກ່າວວ່າ ລັດຖະບານສະຫະລັດ ໄດ້ເຕືອນເຕຫະຣ່ານວ່າ ມີແຜນການທີ່ຈະເກີດເຫດການໂຈມຕີ.

ລັດ​ຖະ​ບານ​ສະ​ຫະ​ລັດ ​ໄດ້​ທໍາການເຕືອນ​ສ່ວນໂຕ ຕໍ່​ອີ​ຣ່ານ​ວ່າ ​ເຄືອ​ຂ່າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ ກໍາລັງ​ກະ​ກຽມ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ກ່ອນ​ການ​ວາງ​ລະ​ເບີດ​ໃນເມືອງເຄີແມນ (Kerman) ໃນ​ຕົ້ນ​ເດືອນ​ນີ້ ທີ່ສົ່ງ​ຜົນ​ເຮັດ​ໃຫ້ມີຜູ້ເສຍຊີວິດ 95 ຄົນ, ອີງຕາມລາຍງານຂອງອົງການຂ່າວ AP.

ນັ້ນ, ​ແມ່ນ​ອີງ​ຕາມ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຜູ້​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ​ໃຫ້​ອອກ​ຄວາມ​ເຫັນໃດໆແລະຮ້ອງຂໍ​ໃຫ້​ບໍ່​ເປີດ​ເຜີຍ​ຊື່ ເພື່ອອະທິບາຍກ່ຽວກັບຂ່າວລັບ. ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ສະ​ຫະ​ລັດ​ໄດ້ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຕົນ ໃນ "ໜ້າ​ທີ່​ທີ່​ຈະ​ເຕືອນ" ລັດ​ຖະ​ບານ​ອື່ນໆ​ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ ອັນຕະລາຍ ທີ່​ອາດ​ຈະ​ເກີດ​ຂຶ້ນໄດ້.

ເຈົ້າ​ໜ້າຄົນດັ່ງກ່າວ​ນີ້ ​ບໍ່​ໄດ້ໃຫ້​ລາຍ​ລະ​ອຽດ​ວ່າ ​ສະ​ຫະ​ລັດ​ໄດ້​ອອກ​ຄຳ​ເຕືອນແນວ​ໃດ. ກຸ່ມ​ລັດ​ອິ​ສ​ລາມ​ໃນ​ແຂວງ​ໂຄ​ຣາຊານ​ຫຼື ISIS-K ເປັນສັດຕູທີ່ຂົມຂື່ນທີ່ສຸດ ແລະເປັນໄພຂົ່ມຂູ່ທາງທະຫານອັນດັບນຶ່ງຂອງກຸ່ມຕາລີບານ. ສະຫະລັດ ​ບໍ່ໄດ້​ມີ​ການ​ພົວພັນ​ທາງ​ການ​ທູດ​ໃດໆກັບ​ອີຣ່ານ.

WASHINGTON (AP) — The U.S. government privately warned Iran that the Islamic State group's affiliate in Afghanistan was preparing to carry out a terrorist attack before bombings in Kerman earlier this month killed 95 people. That's according to a U.S. official who was not authorized to comment and insisted on anonymity to discuss the intelligence. The official said Thursday that the U.S. was following its long-standing policy of a "duty to warn" other governments about potential lethal threats. The official did not detail how the U.S. conveyed the warning. ISIS-K is the Taliban's most bitter enemy and top military threat. The U.S. does not have diplomatic relations with Iran.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG