ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວປະນາມ ອີຣ່ານ ທີ່ໃຫ້ການ ສະໜັບສະໜູນ ພວກກະບົດ ເຢເມນ


ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ ຈາວາດ ຊາຣິຟ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 72 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ. 20 ກັນຍາ, 2017.
ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ ຈາວາດ ຊາຣິຟ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 72 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ. 20 ກັນຍາ, 2017.

ທຳນຽບຂາວ ໄດ້ຮຽກຮ້ອງໃຫ້ອົງການສະຫະປະຊາຊາດ ກວດກາເບິ່ງບົດບາດຂອງ
ອີຣ່ານ ໃນບັນຫາຂັດແຍ້ງຢູ່ປະເທດ ເຢເມນ, ໂດຍກ່າວຫາວ່າລັດຖະບານ ອີຣ່ານ ວ່າ
ເປັນຜູ້ເກ້ຍກ່ອມໃຫ້ມີການຕໍ່ສູ້ເພື່ອທີ່ຈະ “ຂະຫຍາຍອຳນາດໃນພາກພື້ນຂອງເຂົາເຈົ້າ.

ປະເທດ ຊາອຸດີ ອາເຣເບຍ ທີ່ເປັນພັນທະມິດຂອງ ສະຫະລັດ ໄດ້ກ່າວຫາ ອີຣ່ານ
ກ່ຽວກັບ ການສະໜອງອາວຸດໃຫ້ພວກກະບົດ ຮູຕີ, ລວມທັງລູກສອນໄຟທີ່ຖືກ ຊາອຸດີ
ອາເຣເບຍ ຍິງສະກັດ ຫຼັງຈາກ ຖືກຍິງໄປໃສ່ສະໜາມບິນໃນນະຄອນຫຼວງ ຣີຢາດ.

ຊາອຸດີ ອາເຣເບຍ ໄດ້ນຳພາພັນທະມິດຕໍ່ສູ້ກັບພວກ ຮູຕີ ເພື່ອສະໜັບສະໜູນລັດຖະ
ບານ ເຢເມນ ທີ່ຖືກຮັບຮູ້ໂດຍສາກົນ, ແລະ ໄດ້ກ່າວໃນຕົ້ນສັບປະດານີ້ວ່າ ການກະ
ທຳຂອງ ອີຣ່ານ ອາດຖືກພິຈາລະນາວ່າ ເປັນ “ການກະທຳ ແບບເຮັດສົງຄາມ.”

ຖະແຫຼງການສະບັບນຶ່ງຂອງທຳນຽບຂາວ ໃນວັນພຸດມື້ນີ້ ໄດ້ສະແດງການສະໜັບສະ
ໜູນຕໍ່ ຊາອຸດີ ອາເຣເບຍ ແລະ ບັນດາພັນທະມິດປະເທດອື່ນໆໃນພາກພື້ນ ແລະ ໄດ້
ກ່າວວ່າ ອີຣ່ານ ໄດ້ລະເມີດການຫ້າມ ກ່ຽວກັບ ການສົ່ງອາວຸດຂອງອົງການສະຫະ
ປະຊາຊາດ.

ຖະແຫຼງການໄດ້ກ່າວວ່າ “ການໂຈມຕີດ້ວຍລູກສອນໄຟຂອງພວກ ຮູຕີ ຕໍ່ ຊາອຸດີ
ອາເຣເບຍ, ທີ່ຖືກມອບອຳນາດໃຫ້ໂດກອງກຳລັງພິທັກປະຕິ ວັດ ອິສລາມ ຂອງ ອີຣ່ານ
ນັ້ນ, ໄດ້ເປັນໄພຂົ່ມຂູ່ ຕໍ່ຄວາມປອດໄພຂອງພາກພື້ນ ແລະ ສ້າງຄວາມເສຍຫາຍຕໍ່
ຄວາມພະຍາຍາມຂອງອົງການສະຫະປະຊາຊາດ ເພື່ອເຈລະຈາຍຸຕິຄວາມຂັດແຍ້ງ.”

ອີຣ່ານ ໄດ້ສະໜັບສະໜູນພວກ ຮູຕີ, ແຕ່ໄດ້ປະຕິເສດການສະໜອງອາວຸດໃຫ້ພວກ
ເຂົາ.

ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ ໂມຮຳມັດ ຈາວາດ ຊາຣິຟ ໄດ້ກ່າວວິ
ຈານ ຊາອຸດີ ອາເຣເບຍ ກ່ຽວກັບບົດບາດຂອງເຂົາ ເຈົ້າຕໍ່ຄວາມຂັດແຍ້ງຢູ່ ເຢເມນ
ໃນຂໍ້ຄວາມທີ່ຂຽນໃນ Twitter ຫຼາຍຄັ້ງເມື່ອວັນອັງຄານວານນີ້.

ທ່ານ ຊາຣິຟ ໄດ້ຂຽນວ່າ “ຊາອຸດີ ອາເຣເບຍ ໄດ້ຖິ້ມລະເບີດໃສ່ ເຢເມນ ຈົນແຕກເປັນ
ຊິ້ນເລັກຊິ້ນນ້ອຍ, ສັງຫານປະຊາຊົນຜູ້ບໍລິສຸດຫຼາຍກວ່າ 1,000 ຄົນລວມທັງເດັກທາ
ລົກ, ແຜ່ກະຈາຍໂຣກອະຮິວາ ແລະ ຄວາມອຶດຫິວ, ແຕ່ແນ່ນອນໄດ້ກ່າວຫາ ອີຣ່ານ.
ຊາອຸດີ ອາເຣເບຍ ຍັງໄດ້ເຂົ້າຮ່ວມໃນສົງຄາມຮຸກຮານ, ຂົ່ມເຫັງພາກພື້ນ, ມີການປະ
ພຶດທີ່ສ້າງຄວາມບໍ່ໝັ້ນຄົງ ແລະ ຫາເກາະຜິດທີ່ມີຄວາມສ່ຽງ. ເຂົາເຈົ້າໄດ້ກ່າວຫາ
ອີຣ່ານ ກ່ຽວກັບຜົນທີ່ຕາມມາພາຍຫຼັງຕ່າງໆ.”

ກຸ່ມປະເທດພາຍໃຕ້ການນຳພາຂອງຊາອຸດີ ໄດ້ເພີ້ມການໂຈມຕີທາງອາກາດຕໍ່ພວກ
ກະບົດຮູຕີ ໃນເດືອນມີນາ ປີ 2015. ນັບແຕ່ນັ້ນມາສະຫະປະຊາຊາດລາຍງານວ່າ ມີ
ພົນລະເຮືອນບາດເຈັບລົ້ມຕາຍ ຫຼາຍກວ່າ 14,000 ຄົນແລ້ວ ນີ້ແມ່ນຮວມທັງເກືອບ
5,300 ຄົນເສຍຊີວິດ ແລະ 8,900 ຄົນບາດເຈັບ.

ອົງການສະຫະປະຊາຊາດ ກ່າວຕື່ມວ່າ ໂຕເລກທີ່ແທ້ຈິງອາດຈະສູງກວ່ານີ້ອີກ ແລະ
ບັນຫາຂັດແຍ້ງນີ້ ໄດ້ກໍ່ໃຫ້ເກີດເຫດການສຸກເສີນທາງດ້ານມະນຸດສະທຳ ສຳລັບປະ
ຊາຊົນຫຼາຍໆລ້ານໆຄົນ.

ຊາອຸດີ ອາເຣເບຍ ໄດ້ຕອບໂຕ້ຕໍ່ການໂຈມຕີດ້ວຍລູກສອນໄຟໃນວັນເສົາແລ້ວ ໂດຍ
ປະກາດວ່າ ຈະມີການປິດລ້ອມທາງອາກາດ ພາກພື້ນດິນແລະທາງທະເລເປັນການ
ຊົ່ວຄາວ.

ອົງການສະຫະປະຊາຊາດກ່າວໃນວັນອັງຄານວານນີ້ວ່າ ການເຄື່ອນໄຫວທີ່ວ່ານີ້ ຈະ
ຂັດຂວາງການປະຕິບັດງານທາງດ້ານມະນຸດສະທຳທັງໝົດຂອງຕົນໃນເຢເມນ ແລະ
ຮຽກຮ້ອງໃຫ້ຊາອຸດີ ອາເຣເບຍ ຕ່າວປີ້ນການຫ້າມຂອງຕົນໃນທັນທີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG