ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະຕິຍານວ່າ ຈະນຳເອົາມາດຕະການລົງໂທດ ຂອງສາກົນຕໍ່ອີຣ່ານ ກັບຄືນມາຄືນມາບັງຄັບໃຊ້ຄືເກົ່າ


ທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດ, ຂວາ, ກ່າວໃນກອງປະຊຸມຖະແຫລງຂ່າວ ຮ່ວມກັບ ທ່ານ ໂດມີນິກ ຣາບ ລັດຖະມົນຕີກະຊວງການຕ່າງປະເທດຂອງອັງກິດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 16 ກັນຍາ 2020.
ທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດ, ຂວາ, ກ່າວໃນກອງປະຊຸມຖະແຫລງຂ່າວ ຮ່ວມກັບ ທ່ານ ໂດມີນິກ ຣາບ ລັດຖະມົນຕີກະຊວງການຕ່າງປະເທດຂອງອັງກິດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 16 ກັນຍາ 2020.

ສະຫະລັດໄດ້ປະຕິຍານວ່າ ຈະນຳໃຊ້ອັນທີ່ເອີ້ນວ່າ “ການນຳຄືນມາໃນທັນທີ ຫຼື snapback” ທຸກມາດຕະການລົງໂທດ ຂອງສາກົນຕໍ່ອີຣ່ານ ທີ່ມີຜົນບັງຄັບໃຊ້ ໃນເວລາ 8 ໂມງແລງ ຕາມເວລາ ໃນເຂດພາກຕາເວັນອອກ ຂອງວັນທີ 19 ເດືອນກັນຍານີ້ ໂດຍຈະມີການປະກາດຕື່ມອີກ ໃນທ້າຍອາທິດນີ້ ແລະໃນອາ ທິດໜ້າ ກ່ຽວກັບວ່າ ວໍຊິຕັນມີແຜນການຈະບັງຄັບໃຊ້ “ມາດຕະການລົງໂທດຂອງອົງການສະຫະປະຊາຊາດ ຄືນອີກ” ດ້ວຍວິທີໃດແທ້.

“ພວກເຮົາຈະກັບຄືນໄປ ວາງມາດຕະການລົງໂທດຂອງອົງການສະຫະປະຊາຊາດເພື່ອຫ້າມຂາຍອາວຸດ ຈະເປັນການຫ້າມຢ່າງຖາວອນ ໃນອາທິດໜ້າ” ນັ້ນແມ່ນການກ່າວຂອງທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງກາານຕ່າງປະ ເທດສະຫະລັດ ເມື່ອວັນພຸດວານນີ້ ໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັບ ທ່ານ ໂດມີນິກ ຣາບ ລັດຖະມົນຕີກະຊວງການຕ່າງປະເທດຂອງອັງກິດ.

ທ່ານຣາບ ເວົ້າວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາເຫັນພ້ອມນຳກັນຢ່າງຈິງຈັງວ່າ ອີຣ່ານຕ້ອງບໍ່ໃຫ້ ບໍ່ໄດ້ຮັບອະນຸຍາດໃຫ້ມີອາວຸດນິວເຄລຍເລີຍ. ພວກເຮົາເຊັ່ນກັນ ຂ້າພະເຈົ້າຄິດວ່າ ມີທັດສະນະຄ້າຍຄືກັນທີ່ວ່າ ປະຕູດ້ານການທູດແມ່ນເປີດໃຫ້ອີຣ່ານ ເພື່ອເຈລະຈາວິທີທາງໄປສູ່ສັນຕິພາບ. ການຕັດສິນໃຈອັນນັ້ນ ການເລືອກນັ້ນ ແມ່ນຂຶ້ນຢູ່ກັບຄະນະການນຳໃນເຕຫະຣ່ານ ທີ່ຈະເອົາ.” ແຕ່ທ່ານບໍ່ໄດ້ກ່າວວ່າ ຈະເຮັດຕາມສະຫະລັດຫຼືບໍ່ ແລະວິທີໃດທີ່ອັງກິດ ຈະຈັດຕັ້ງປະຕິບັດ ການວາງມາດຕະການລົງໂທດຄືນໃນທັນທີ.

ອັງກິດ ຝຣັ່ງ ແລະເຢຍຣະມັນ ຊຶ່ງເປັນກຸ່ມທີ່ເອີ້ນວ່າ E3 ນັ້ນ ໄດ້ກ່າວໄປໃນເດືອນສິງຫາ ວ່າ ພວກເພິ່ນບໍ່ສາມາດສະໜັບສະໜຸນ ການເຄື່ອນໄຫວຂອງສະຫະລັດ ທີ່ຈະນຳເອົາມາດຕະການລົງໂທດຂອງສະຫະປະຊາຊາດ ຕໍ່ອີຣ່ານ ຄືນມາຄືເກົ່າ ໂດຍກ່າວວ່າ ການກະທຳດັ່ງກ່າວນັ້ນ ບໍ່ສອດຄ້ອງກັບຄວາມພະ ຍາຍາມທີ່ສະໜັບສະໜຸນຂໍ້ຕົກລົງນິວເຄລຍກັບອີຣ່ານ.

“ພວກປະເທດເຫຼົ່ານັ້ນ ແທ້ຈິງແລ້ວ ຈະບໍ່ຫົວຊານໍາ ມາດຕະການລົງໂທດຂອງສະຫະປະຊາດພາຍໃຕ້ມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຫຼືບໍ່ນັ້ນ ແມ່ຍຍັງຈະຕ້ອງຖ້າເບິ່ງ” ນັ້ນແມ່ນຄຳເວົ້າຂອງທູດພິເສດສະຫະລັດ ປະຈຳອີຣ່ານ ແລະເວເນຊູເອລາ ທ່ານແອລລີອັອດຕ໌ ເອບຣໍາສ໌ ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ ຜ່ານກອງປະຊຸມທາງໂທລະສັບ. ທ່ານກ່າວຕື່ມວ່າ ກຸ່ມ E3 ແລະບັນດາປະເທດໃນຢູໂຣບອື່ນໆ ໄດ້ກ່າວຕໍ່ວໍຊິງຕັນວ່າ ພວກເພິ່ນບໍ່ຢາກໃຫ້ການຫ້າມຂາຍອາວຸດຕໍ່ອີຣ່ານນັ້ນສິ້ນສຸດ ແຕ່ພວກເພິ່ນບໍ່ສາມາດເອົາມາດຕະການໃດໆ ທີ່ຈະຮັກສາການຫ້າມຂາຍອາວຸດຂອງສະຫະປະຊາຊາດນັ້ນໄວ້ຢູ່ຄືເກົ່າ.

ທ່ານເອບຣຳສ໌ ໄດ້ກ່າວວ່າ ການກັບຄືນໄປວາງມາດຕະການລົງໂທດ ທີ່ປະ ກອບດ້ວຍ “ການຫ້າມອີຣ່ານ ໃນກິດຈະກຳຕ່າງໆທີ່ພົວພັນກັບການກັ່ນແລະການຜະລິດຄືນທາດຢູເຣນຽມ ການຫ້າມທົດລອງລູກສອນໄຟຂີປະນາວຸດ ແລະການພັດທະນາ ແລະ ມາດຕະການລົງໂທດກ່ຽວກັບການນຳສົ່ງນິວເຄລຍ ແລະເທັກໂນໂລຈີທີ່ກ່ຽວຂ້ອງກັບນິວເຄລຍ ແລະລູກສອນໄຟໃຫ້ແກ່ອີຣ່ານ.”

ບັນດາເຈົ້າໜ້າທີ່ສະຫະລັດ ເຕືອນວ່າ ຫາກອີຣ່ານພົ້ນຈາກຂໍ້ຈຳກັດຕ່າງໆ ກໍຈະນຳໄປສູ່ການບໍ່ມີສະຖຽນລະພາບຢູ່ໃນຂົງເຂດ ການຂັດແຍ້ງທີ່ທະວີຂຶ້ນ ແລະການແຂ່ງຂັນດ້ານອາວຸດຢູ່ໃນຂົງເຂດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG