ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກົດໝາຍ​ ວ່າດ້ວຍ ສິດ​ທິ ໃນການປ່ອນບັດ​ ຂອງ ສະຫະລັດ ຄົບຮອບ 50 ປີ ແລ້ວ


US Voting Rights Act Turns 50
please wait

No media source currently available

0:00 0:02:59 0:00

ວັນ​ພະຫັດ​ມື້​ນີ້ ​ເປັນ​ວັນ​ຄົບຮອບ 50 ປີ ໃນການ​ລົງ​ນາມ ​ທີ່ມີ
ຄວາມ​ສຳຄັນປະຫວັດສາດ ຂອງກົດໝາຍ​ວ່າດ້ວຍສິດ​ທິໃນ
ການປ່ອນບັດ​ຂອງ​ສະຫະລັດ ຊຶ່ງ​ໄດ້​ສະໜອງ ໃຫ້​ລັດຖະບານ
​ກາງປົກ​ປ້ອງ​ຊາວ​ອາ​ເມຣິກັນ ​ເຊື້ອສາ​ຍອາ​ຟຣິກາ ຜູູ້ທີ່ຢາກ
​ຈະຊົມ​ໃຊ້​ສິດ​ທິໃນ​ການ​ປ່ອນ​ບັດ​ຂອງ​ພວກ​ເຂົາ​ເຈົ້າ.

ວັນ​ທີ 6 ສິງຫາ 1965 ​ເປັນ​ມື້​ລົງ​ນາມໃນຮ່າງ​ກົດໝາຍດັ່ງກ່າວ
​ໂດຍ ປະທານາທິບໍດີ ສະຫະ​ລັດ ທ່ານ Lyndon B. Johnson
ທີ່​ໄດ້ເຮັດ​ໃຫ້ ພວກກົດໝາຍ​ກີດ​ກັນ ທີ່​ໄດ້​ຈັດຕັ້ງຂຶ້ນມາ​ ໂດຍ
ລັດ​ຕ່າງໆ ທີ່​ຫ້າມ ບໍ່ໃຫ້ຊາວ​ອາ​ເມຣິກັນ ​ເຊື້ອສາ​ຍອາ​ຟຣິກາ ໄປ​ປ່ອນ​ບັດ​ອອກສຽງ ຢູ່ຕາມ ໜ່ວຍ​ປ່ອນ​ບັດນັ້ນ ​ເຖິງ​ແມ່ນ​ວ່າ ພວກ​ເຂົາ​ໄດ້​ຮັບສິດ​ດັ່ງກ່າວ​ພາຍ​
ໃຕ້​ບົດແກ້ໄຂລັດຖະທຳມະນູນ ມາດຕາ 15 ກໍຕາມ. ຫຼາຍໆ​ລັດ​ເຫຼົ່ານັ້ນ ​ແມ່ນ​ຕັ້ງຢູ່​ພາກ​ໃຕ້​ຂອງ​ສະຫະລັດ ຊຶ່ງ​ມີ​ປະຫວັດ​ອັນ​ຍາວ​ນານ ໃນການ​ແບ່ງ​ແຍກເຊື້ອຊາດຜິວສີ ທີ່​ມີ​ມາຕັ້ງ​ແຕ່​ຍຸກ​ສະ​ໄໝ​ຂອງ​ຂ້າ​ທາດ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ.

ການຮັບຮອງເອົາກົດໝາຍວ່າດ້ວຍສິດທິໃນການປ່ອນບັດ ມີ​ຂຶ້ນຫຼັງ ຈາກ​ທີ່ເຈົ້າໜ້າ​ທີ່ຕຳຫລວດ ​ໄດ້ໂຈມ​ຕີທຳຮ້າຍ​ຮ່າງກາຍ ພວກ​ນັກ​ປະ​ທ້ວງ ຜູ້​ທີ່​ເລີ້ມ​ຕົ້ນການ​ເດີນ​ຂະ​ບວນຮຽກຮ້ອງເອົາ​ສິດທິ​ໃນ​ການປ່ອນ​ບັດ​ ຢ່າງ​ສັນຕິ ຂ້າມ​ຂົວ Edmend Pettus ​ໃນ​ເມືອງ Selma ລັດ Alabama ​ເມື່ອ​ເດືອນມີນາ ຂອງ​ປີ​ 1965 ນັ້ນ. ​ເຫດການ​ດັ່ງກ່າວ​ກໍ່​ໃຫ້​ເກີດ​ມີ​ການ​ຮຽກຮ້ອງ​ເອົາສິດທິ ​ໃນ​ທົ່ວ​ປະ​ເທດ ທີ່​ນຳ​ໄປ​ສູ່​ການ​ກ່າວ​ຄຳ​ປາ​ໄສ​ທີ່​ເປັນ​ປະຫວັດ​ສາດ ໂດຍ ປະທານາທິບໍດີ Johnson ຕໍ່ໜ້າ ກອງ​ປະຊຸມ​ຮ່ວມຂອງລັດຖະສະພາ ທີ່​ໄດ້​ຊຸກຍູ້​ໃຫ້​ຮັບ​ຜ່ານກົດໝາຍດັ່ງ ກ່າວ.

ກົດໝາຍ​ວາດ້ວຍສິດ​ທິໃນ​ການ​ປ່ອນ​ບັດ​ ​ແມ່ນ​ເຫັນ​ວ່າ ​ເປັນ​ກົດໝາຍ​ສິດ​ພົນລະ​ເມືອງ ທີ່​ມີ​ປະສິດທິພາບ​ທີ່​ສຸດສະບັບ​ໜຶ່ງ ທີ່ໄດ້​ຖືກ​ຮັບຮອງ​ເອົາເປັນ​ກົດໝາຍ​ໃນ​ສະຫະລັດ. ມັນ​ເປັນ​ຂີດ​ໝາຍ ອັນ​ສູງ​ສຸດ ຂອງ​ການ​ເຄື່ອນ​ໄຫວເພື່ອ​ສິດທິ​ພົນລະ​ເມືອງ ທີ່​ດຳເນີນມາເປັນເວລານຶ່ງ​ທົດ​ສະ​ວັດ ໃນເວລາ​ທີ່ ຊາວ​ອາ​ເມຣິກັນ​ເຊື້ອສາ​ຍອາ​ຟຣິກາ ​ໄດ້​ພາກັນອອກ​ມາ​ປະ​ທ້ວງ​ຢ່າງ​ເປີດ​ເຜີຍ ​ເພື່ອເຮັດໃຫ້ການຈຳແນກກີດກັນທາງດ້ານຜິວພັນ ຢ່າງເປັນທາງການ ແລະ ການແບ່ງ ແຍກທາງດ້ານເຊື້ອຊາດຜິວພັນ ໃນທຸກໆດ້ານ ຢູ່ໃນສັງຄົມສະຫະລັດ ​ສິ້ນສຸດລົງ.

Thursday marks the 50th anniversary of the signing of the landmark U.S. Voting Rights Act, which provided federal protections for African Americans who sought to exercise their right to vote.

The August 6, 1965 signing of the bill by President Lyndon B. Johnson outlawed legal barriers erected by several states that effectively barred African Americans from the voting booth, despite them being granted those rights under the 15th Amendment of the U.S. Constitution.Many of those states were located in the southern United States, which had a long history of racial discrimination dating back to region's era of slavery.

Passage of the Voting Rights Act came after police brutally attacked demonstrators who had begun a peaceful voting rights march across the Edmund Pettus Bridge in Selma, Alabama in March of that year.The incident sparked a national outcry, leading to a historic speech by President Johnson before a joint session of Congress urging passage of the law.

The Voting Rights Act is considered to be the most effective piece of civil rights legislation ever enacted in the United States.It marked the high point of the decade-long Civil Rights Movement, when African Americans publicly demonstrated to bring an end to official racial discrimination and segregation in all aspects of U.S. society.

XS
SM
MD
LG