ຄະນະຜູ້ບັນຊາການ ພ້ອມດ້ວຍລູກເຮືອ 290 ຄົນຂອງ ເຮືອພິຄາດ USS John S. McCain ໄດ້ຮັບການ ຕ້ອນຮັບຈາກບັນດາເຈົ້າໜ້າທີ່ລັດຖະບານທ້ອງຖິ່ນ ແລະພວກນາຍທະຫານກອງທັບເຮືອປະຈໍາເຂດ ທີ່ທ່າເຮືອເມືອງດານັງ. ຜູ້ບັງຄັບການເຮືອ ຄືພັນເຮືອໂທ Jeffrey Kim ໄດ້ບັນລະຍາຍເຖິງການປ່ຽນແປງໃນສາຍພົວພັນລະຫວ່າງສອງປະເທດດັ່ງນີ້:
“ຕະຫລອດໄລຍະ 15 ປີ ຜ່ານມານີ້ ພວກເຮົາໄດ້ສ້າງຄວາມໄວ້ວາງໃຈຕໍ່ກັນ ສ້າງ ຄວາມເຄົາລົບນັບຖືຊຶ່ງກັນ ແລະກັນ ແລະຂ້າພະເຈົ້າຮູ້ວ່າ ໃນໄລຍະຫລາຍໆປີ ຂ້າງໜ້ານີ້ ມິດຕະພາບແລະຄວາມສຳພັນຂອງພວກເຮົາ ຈະສືບຕໍ່ດີຂື້ນໄປເລື້ອຍໆ.”
ໃນລະຫວ່າງການຢ້ຽມຢາມຂອງເຮືອລົບລໍາດັ່ງກ່າວເປັນເວລາ 4 ມື້ນັ້ນ ທັງສອງຝ່າຍໄດ້ທໍາກິດຈະກໍາຮ່ວມກັນຫລາຍຢ່າງ ອັນມີໂຮມທັງການເຝິກແອບທີ່ບໍ່ພົວພັນກັບການສູ້ລົບ ເຊັ່ນ ການຄວບຄຸມຄວາມເສຍຫາຍ ການຊອກຄົ້ນແລະຊ່ອຍກູ້ຊີວິດໃນທະເລ ນອກເໜືອໄປ ຈາກການແລກປ່ຽນຄວາມຮູ້ຄວາມຊໍານານກັນໃນຂະແໜງການຕ່າງໆ ເຊັ່ນການຄົວກິນ ແລະການຮັກສາບົວລະບັດເຮືອ ດັ່ງນີ້ເປັນຕົ້ນ. ພັນເຮືອເອກ David Lausman ຈາກກໍາ ປັ່ນບັນທຸກເຮືອບິນ USS George Washington ຂອງສະຫະລັດ ໄດ້ເວົ້າເຖິງຄວາມ ໝາຍສໍາຄັນຂອງການຢ້ຽມຢາມຄັ້ງນີ້ວ່າ:
“ເວລານີ້ ພວກເຮົາກຳລັງປະຕິບັດການຢູ່ໃນເຂດນ່ານນໍ້າສາກົນ ສະແດງໃຫ້ເຫັນເຖິງການປະຕິບັດງານຂອງພວກເຮົາ ກັບພາຄີປະເທດນີ້ ກໍຄືຫວຽດນາມນັ້ນໂດຍສະເພາະ ແລະຢູ່ໃນ ຂົງເຂດນີ້ແຫ່ງດຽວໂດຍສະເພາະ. ແຕ່ວ່າ ກຳມະວິທີເຊັ່ນດຽວກັນນີ້ ຈະຖືກນໍາໃຊ້ໃນທົ່ວໂລກເຊັ່ນກັນ ບໍ່ວ່າຈະເປັນກອງທັບເຮືອຂອງພວກເຮົາ ຫລືຂອງພວກປະເທດອື່ນໆ ເພາະວ່າ ທຸກໆປະເທດ ມີສິດທີ່ຈະປະຕິບັດການຢ່າງສັນຕິ ໃນເຂດນ່ານນໍ້າສາກົນໄດ້ ທຸກບ່ອນ.”
ບັນຫາຂັດແຍ່ງກັນເລື້ອງເຂດນໍ້າແດນດິນໃນທະເລຈີນໃຕ້ ຊຶ່ງເປັນຂົງເຂດສໍາຄັນໃນການ ລໍາລຽງຂົນສົ່ງສິນຄ້າທາງທະເລ ແລະມີຄວາມບົ່ມຊ້ອນໃນດ້ານຄວາມອຸດົມສົມບູນໄປດ້ວຍ ແຫລ່ງພະລັງງານນັ້ນ ໄດ້ເພີ່ມທະວີຄວາມເຄ່ງຕຶງຂຶ້ນມາເປັນເວລາຫລາຍທົດສະວັດລະຫວ່າງ ຈີນ ບຣູໄນ ມາເລເຊຍ ໄຕ້ຫວັນ ຟີລິບປິນແລະຫວຽດນາມ. ແຕ່ປັກກິງກ່າວວ່າ ບັນຫານີ້ເປັນນຶ່ງໃນບັນດາຜົນປະໂຫຍດທີ່ສໍາຄັນຂອງຕົນ ແລະວ່າອະທິປະໄຕຂອງຕົນເໜືອນ່ານນໍ້າທີ່ມີໜ້າກວ້າງກວ່າ 648 ພັນໄມມົນທົນ ແລະໝູ່ເກາະດອນນ້ອຍໆ ທີ່ເປັນຫິນ ແລະໂງ່ນຫິນ ຊຶ່ງສ່ວນຫລາຍບໍ່ມີຜູ້ຄົນອາໄສຢູ່ ຈໍານວນຫລາຍກວ່າ 200 ແຫ່ງນັ້ນ ເປັນເລື້ອງທີ່ໂຕ້ແຍ່ງບໍ່ໄດ້. ພັນເຮືອເອກ Ross Myers ຜູ້ບັງຄັບການຝຸງບິນທີ 5 ປະຈໍາກໍາ ປັ່ນບັນທຸກເຮືອບິນ USS George Washington ໄດ້ສະແດງຄວາມເຫັນ ທີ່ສະທ້ອນ ເຖິງທ່າທີຂອງສະຫະລັດກ່ຽວກັບເລື້ອງນີ້ ຊຶ່ງທ່ານກ່າວວ່າ:
“ພ້ອມກັບຫວຽດນາມ ຢູ່ໃນທະເລຈີນໃຕ້ນີ້ ທ່າທີຂອງພວກເຮົາ ກໍແມ່ນສົ່ງເສີມ ເສລີພາບໃນການເດີນເຮືອ ທີ່ທຸກໆປະເທດ ທຸກໆຊາດ ແລະຊົນຊາດທັງມວນ ມີສິດໄດ້ຊົມໃຊ້ ກໍຄືເສລີພາບໃນການເດີນເຮືອ ແລະການສະໜັບສະໜຸນກົດໝາຍສາກົນ ເພື່ອປົກປ້ອງເສລີພາບໃນການເດີນເຮືອນັ້ນ. ສະຫລູບແລ້ວ ກໍແມ່ນວ່າ ຄວາມສໍາຄັນຂອງທະເລຈີນໃຕ້ນັ້ນ ມີຄວາມໝາຍໃນທາງຍຸດທະສາດ ແລະເສລີ ພາບໃນການເດີນເຮືອ ກໍແມ່ນສໍາຄັນຫລາຍ ສໍາລັບທັງ ຫວຽດນາມແລະສະຫະລັດ.
ໃນຫວ່າງໄວໆຜ່ານມານີ້ ເນື່ອງຈາກຈີນໄດ້ເອົາບາດກ້າວແຂງຂຶ້ນກວ່າເກົ່າ ກ່ຽວກັບການອ້າງເອົາກໍາມະສິດຂອງຕົນ ໃນທະເລຈີນໃຕ້ນັ້ນ ສະຫະລັດ ຈຶ່ງໄດ້ເຂົ້າໄປພົວພັນໃນບັນຫາຂັດແຍ່ງກັນນີ້ ສົ່ງຜົນໃຫ້ຄວາມເຄັ່ງຕຶງໃນຂົງເຂດ ເພີ່ມທະວີຂຶ້ນອີກ.